ມອບ-ຮັບ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຜູ້ເກົ່າ ແລະ ຜູ້ໃໝ່

11:40 | 07/04/2021

ໃນຕອນບ່າຍ ວັນທີ 6 ເມສາ 2021 ທີ່ນະຄອນຫລວງວຽງຈັນ, ໄດ້ມີພິທີມອບ-ຮັບໜ້າທີ່ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ລະຫວ່າງ ທ່ານ ທັນສະໄໝ ກົມມະສິດ (ຜູ້ເກົ່າ) ແລະ ທ່ານ ບໍ່ວຽງຄຳ ວົງດາລາ (ຜູ້ໃໝ່) ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບຸນທອງ ຈິດມະນີ ກຳມະການກົມການ ເມືອງສູນກາງພັກ, ຜູ້ປະຈຳການຄະນະເລ ຂາທິການສູນກາງພັກ, ຮອງປະທານປະເທດ, ມີບັນດາພະນັກງານ ຫລັກແຫລ່ງ-ນຳພາ, ພ້ອມດ້ວຍພະນັກ ງານ-ລັດຖະກອນ ພາຍໃນກະຊວງດັ່ງກ່າວ ເຂົ້າຮ່ວມ.

ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງການເງິນ ຜູ້ເກົ່າ ແລະ ຜູ້ໃໝ່ ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງການເງິນ ຜູ້ເກົ່າ ແລະ ຜູ້ໃໝ່
ສະ​ຖານ​ທູດ ກາ​ນາ​ດາ​ມອບ​ເງິນ​ເປັນ​ຈຳ​ນວນ 5000 USD  ແລະ ເປີດ​ນຳ​ໃຊ້​ເສັ້ນ​ທາງ​ແຫ່ງ​ການ​ກຸ​ສົນ​ຢູ່ ແຄ໊ງ​ຮ່​ວາ ສະ​ຖານ​ທູດ ກາ​ນາ​ດາ​ມອບ​ເງິນ​ເປັນ​ຈຳ​ນວນ 5000 USD ແລະ ເປີດ​ນຳ​ໃຊ້​ເສັ້ນ​ທາງ​ແຫ່ງ​ການ​ກຸ​ສົນ​ຢູ່ ແຄ໊ງ​ຮ່​ວາ
ມອບ-ຮັບ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຜູ້ເກົ່າ ແລະ ຜູ້ໃໝ່
ມອບ-ຮັບ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຜູ້ເກົ່າ ແລະ ຜູ້ໃໝ່

ໃນພິທີດັ່ງກ່າວ, ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຟັງການຜ່ານ ບົດສະຫລຸບລາຍງານຫຍໍ້ ການຈັດຕັ້ງປະຕິບັດ ແຜນພັດທະນາວຽກງານໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໃນໄລຍະ 5 ປີ ຜ່ານມາ (2016-2020) ຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ ເປັນຕົ້ນ ການຫັນວຽກງານເຕັກໂນໂລຊີ ແລະ ການສື່ສານ ໃຫ້ກາຍເປັນອຸດສາຫະກຳ ແລະ ທັນສະໄໝ, ເປັນເຄື່ອງມືທີ່ສໍາຄັນ ໃນການຂັບເຄື່ອນການພັດທະນາ ເສດຖະກິດ-ສັງຄົມໃຫ້ເຂັ້ມແຂງ, ຢືນຢົງ, ເປັນຈຸດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະຊາຊົນມີສ່ວນຮ່ວມ ຢ່າງກວ້າງຂວາງ ແລະ ທິດທາງວຽກງານແຜນການໃນຕໍ່ໜ້າ.

ໂອກາດນີ້, ທ່ານ ທັນສະໄໝ ກົມມະສິດ ກໍໄດ້ຕີລາຄາສູງ, ສະແດງຄວາມຊົມເຊີຍ ແລະ ເຊື່ອໝັ້ນຕໍ່ ການມາຮັບໜ້າທີ່ໃໝ່ຂອງ ທ່ານ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ຂະນະດຽວກັນ, ທ່ານ ບໍ່ວຽງຄຳ ວົງດາລາ ກໍໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ພັກ-ລັດ, ຂັ້ນເທິງ ທີ່ໄດ້ມອບຄວາມໄວ້ວາງໃຈ, ຄວາມເຊື່ອໝັ້ນໃຫ້ມາຮັບໜ້າທີ່ໃໝ່ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະສຸມທຸກເຫື່ອແຮງ ແລະ ສະຕິປັນ ຍານຳພາ-ຊີ້ນຳວຽກ ທີ່ຖືກມອບໝາຍໃຫ້ສຳເລັດຜົນ, ພ້ອມທັງສະແດງຄວາມຊື່ນຊົມ ສັນລະເສີນຄຸນງາມ ຄວາມດີ ຂອງອະດີດເລຂາຄະນະພັກ, ລັດຖະມົນຕີຜູ້ເກົ່າ.

ໃນໂອກາດທີ່ມີຄວາມໝາຍນີ້, ທ່ານ ບຸນທອງ ຈິດມະນີ ກໍໂອ້ລົມຫລາຍບັນຫາສຳຄັນ ແລະ ໄດ້ຍ້ອງຍໍຊົມເຊີຍ ຜົນງານການປະກອບສ່ວນຂອງ ທ່ານ ທັນສະໄໝ ກົມມະສິດ ຕໍ່ການຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ ແລະ ກົດລະບຽບຂອງພັກ 1 ສະໄໝ ທີ່ຜ່ານມາ ຢ່າງມີຄວາມຮັບຜິດຊອບສູງ ແລະ ດ້ວຍຜົນສຳເລັດຫລາຍດ້ານ ທັງດ້ານມະຫາພາກ ແລະ ຈຸລະພາກ ຂອງວຽກງານເຕັກໂນໂລຊີ ແລະ ການສື່ສານ, ເຊິ່ງໄດ້ປະກອບສ່ວນສຳຄັນ ເຂົ້າໃນສອງໜ້າທີ່ຍຸດທະສາດ ແຫ່ງການປົກປັກຮັກສາ ແລະ ພັດທະນາເສດຖະກິດ-ສັງຄົມຂອງຊາດ, ເຊິ່ງເປັນຜົນສຳເລັດທີ່ໜ້າ ຊື່ນຊົມຂອງຄະນະພັກແຕ່ລະຂັ້ນ.

ພ້ອມນີ້, ທ່ານ ບຸນທອງ ຈິດມະນີ ຍັງໄດ້ຮຽກຮ້ອງ ໃຫ້ລັດຖະມົນຕີຜູ້ໃໝ່ ແລະ ທຸກສະຫາຍພາຍໃນ ຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ສືບຕໍ່ຊີ້ນຳການພັດທະນາ ຂະແໜງເຕັກໂນໂລຊີ ແລະ ການສື່ສານ ໃຫ້ມີບົດບາດສໍາຄັນ ໃນການຂັບເຄື່ອນໂດຍສຸມໃສ່ ສ້າງບັນດາໂປຣແກຣມການຫັນການບໍລິຫານ ແລະ ບໍລິການຂອງລັດ ໃຫ້ທັນສະໄໝດ້ວຍລະບົບດີຈິຕອນ, ຂະຫຍາຍລະບົບສື່ສານຄວາມໄວສູງ ໃຫ້ທົ່ວທຸກໝູ່ບ້ານທົ່ວປະເທດ ແລະ ສ້າງລະບົບປ້ອງກັນໄອຊີທີ/ດີຈິຕອນ ໃຫ້ມີຄວາມປອດໄພສູງ.

ສະຖານເອກ​ອັກຄະ​ລັດຖະທູດ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ມອບ​ເງິນ​ຊ່ວຍ​ເຫຼືອ​ປະຊາຊົນ​ພາກ​ກາງ ​ແລະ ​ເຂດໄຕຫງວຽນ ຫວຽດນາມ ທີ່​ຖືກຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ ສະຖານເອກ​ອັກຄະ​ລັດຖະທູດ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ມອບ​ເງິນ​ຊ່ວຍ​ເຫຼືອ​ປະຊາຊົນ​ພາກ​ກາງ ​ແລະ ​ເຂດໄຕຫງວຽນ ຫວຽດນາມ ທີ່​ຖືກຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ

ໃນວັນທີ 24 ທັນວາ 2020 ຢູ່ທີ່ສຳນັກງານສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ມີພິທີມອບຮັບເງິນຊ່ວຍເຫຼືອຈາກສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຈຳນວນ 165.000.000 ດົງ (ໜຶ່ງຮ້ອຍຫົກສິບຫ້າລ້ານດົງ) ເພື່ອນຳໄປຊ່ວຍເຫຼືອປະຊາຊົນຢູ່ພາກກາງ ແລະ ເຂດໄຕຫງວຽນ ຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ.

ຊຸກຍູ້ບົດບາດຂອງເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ ໃນການຕິດພັນລະຫວ່າງ ຫວຽດນາມ ແລະ ອາເມລິກາລາຕິນ ຊຸກຍູ້ບົດບາດຂອງເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ ໃນການຕິດພັນລະຫວ່າງ ຫວຽດນາມ ແລະ ອາເມລິກາລາຕິນ

ຍ​ສ​ໝ - ດ້ວຍຫົວຂໍ້ “ເຊື່ອມຕໍ່ດີຈີຕອນ ຫວຽດນາມ - ອາເມລິກາລາຕິນ”, ບັນດາປະເທດເຂົ້າຮ່ວມກອງປະຊຸມໄດ້ມຸ່ງໄປເຖິງການຊຸກຍູ້ບົດບາດຂອງເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ ໃນການຕິດພັນລະຫວ່າງ ຫວຽດນາມ ກັບ ບັນດາປະເທດໃນພາກພື້ນ ອາເມລິກາລາຕິນໃຫ້ຫຼາຍກ່ວາອີກ - ໂດຍເປັນພາກພື້ນຮ່ວມມືທີ່ມີພູມສັນຖານຢູ່ຫ່າງໄກກັນ ແຕ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ.

ມອບ​ຂອງ​ຂວັນ 225 ພູດ​ເພື່ອໜູ​ນ​ຊ່ວຍ​ກຳ​ລັງ​ປະ​ກອບ​ອາ​ວຸດ ແລະ ປະ​ຊາ​ຊົນລາວ ມອບ​ຂອງ​ຂວັນ 225 ພູດ​ເພື່ອໜູ​ນ​ຊ່ວຍ​ກຳ​ລັງ​ປະ​ກອບ​ອາ​ວຸດ ແລະ ປະ​ຊາ​ຊົນລາວ

ຍ​ສ​ໝ - ຂອງ​ຂວັນ 225 ພູດ​ທີ່​ໄດ້​ມອບ​ລວມ​ມີ​ເຂົ້າ​ສານ 2,5 ໂຕນ, ຜ້າ​ອັດ​ປາກ - ດັງ 500 ອັນ, ໝີ່​ໄວໆ 30 ແກັດ ແລະ ເຄື່ອງ​ຂອງ​ຈຳ​ເປັນ​ຕ່າງໆ ໃຫ້​ແກ່​ຜູ້​ຕາງ​ໜ້າ​ກຳ​ລັງ​ປະ​ກອບ​ອາ​ວຸດ ແລະ ປະ​ຊາ​ຊົນ​ບັນ​ດາ​ບ້ານ​ເຂດ​ຊາຍ​ແດນ​ຂອງ​ສອງ​ແຂວງ ສາ​ລະ​ວັນ ແລະ ເຊກອງ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.