![]() |
ລາຍການສະແດງສິລະປະຂອງນັກສຶກສາລາວ (ພາບ: Toquoc) |
ເນື່ອງໃນໂອກາດປີໃໝ່ ພ.ສ 2564 ຂອງປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ນັກສຶກສາລາວ ຢູ່ບັນດາແຂວງຄື ຮ່າຕິງ, ເຫ້ວໄດ້ເຂົ້າຮ່ວມບັນດາລາຍການຕ້ອນຮັບບຸນປີໃໝ່ຢ່າງອົບອຸ່ນ ແລະ ເຕັມໄປດ້ວຍຄວາມໝາຍ.
ຫວ່າງແລ້ວນີ້, ໂຮງຮຽນວິທະຍາໄລສ້າງຄູ ເທື່ອທຽນ - ເຫ້ວ ໄດ້ສົມທົບກັບມະຫາວິທະຍາໄລ ເຫ້ວ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ຈັດຕັ້ງພິທີຕ້ອນຮັບປີໃໝ່. ພິທີມີການເຂົ້າຮ່ວມຂອງນັກສຶກສາລາວ ກ່ວາ 400 ຄົນ ທີ່ພວມຮຳຮຽນ ແລະ ດຳລົງຊີວິດ ຢູ່ເທື່ອທຽນ - ເຫ້ວ.
ທີ່ພິທີ, ບັນດາພິທີກຳທີ່ເປັນມູນເຊື້ອຂອງບຸນປີໃໝ່ໄດ້ຮັບການຈັດຕັ້ງຢ່າງສົມກຽດ ແລະ ອົບອຸ່ນ. ເປີດສາກລາຍການແມ່ນພິທີຫົດນ້ຳດ້ວຍຄວາມຫວັງ ຂັບໄລ່ຄວາມອິດເມື່ອຍ, ໂຊກເສົ້າຂອງປີກ່ອນ, ນຳມາເຊິ່ງຄວາມແຕກດອກອອກຜົນ, ຄວາມອີ່ມໜຳສຳລາມສົມບຸນພູມສຸກ ໃຫ້ແກ່ທຸກສິ່ງທຸກຢ່າງໃນໂອກາດປີໃໝ່.
ພາຍຫຼັງພິທີຫົດນ້ຳແມ່ນພີທີຂໍພາວະນາຄວາມໂຊກດີ, ພິທີບາສີສູ່ຂວັນ ເຊີ່ງແມ່ນຈຸດວັດທະນະທຳຂອງລາວ.
![]() |
ພິທີບາສີສູ່ຂວັນ |
ໂດຍຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ, ເພື່ອນ ພິມມະຈັນ Luckyjane, ນັກສຶກສາປີທີ 2 ຂອງມະຫາວິທະຍາໄລເສດຖະກິດ, ມະຫາວິທະຍາໄລ ເຫ້ວ ແບ່ງປັນວ່າ: ນ້ອງດີໃຈ ແລະ ຮູ້ສຶກມີຄວາມສຸກເມື່ອໄດ້ເຂົ້າຮ່ວມງານບຸນນີ້. ເຖິງວ່າຢູ່ໄກຈາກຄອບຄົວ ກໍ່ຕາມ, ແຕ່ພວກນ້ອງຍັງຮູ້ສຶກໄດ້ບັນຍາກາດອົບອຸ່ນ, ມ່ວນຊື່ນຂອງບຸນປີໃໝ່ ທີ່ໄດ້ຈັດຕັ້ງຢູ່ນະຄອນເຫ້ວເໝືອນດັ່ງ ບ້ານເກີດເມືອງນອນຂອງຕົນ.
ຕາມການສະຖິຕິ, ນັບແຕ່ປີ 2002 ມາຮອດປັດຈຸບັນ, ທາງແຂວງໄດ້ຕ້ອນຮັບການສຶກສານັກສຶກສາລາວ ລ່າວກ່ວາ 1.200 ຄົນ, ໃນນັ້ນມີນັກສຶກສາຮຽນຈົບ 625 ຄົນ, ບັນດານັກສຶກສາລາວແມ່ນປັດໄຈພົ້ນເດັ່ນ, ແຫຼ່ງຊັບພະຍາກອນມະນຸດປະກອບສ່ວນເຂົ້າການພັດທະນາເສດຖະກິດ ສັງຄົມ ບັນດາທ້ອງຖິ່ນເຂດພາກກາງ, ພາກໃຕ້ລາວ ເວົ້າສະເພາະ ແລະ ການພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ເທື່ອທຽນ - ເຫ້ວ ກັບບັນດາທ້ອງຖິ່ນລາວເວົ້າລວມ.
ກ່ອນໜ້ານັ້ນ, ໃນຕອນບ່າຍວັນທີ 10 ເມສາ, ລາຍການສະແດງສິລະປະ ແລະ ພິທີບາສີສູ່ຂວັນໃນໂອກາດບຸນປີໃໝ່ໄດ້ຈັດຕັ້ງຢູ່ມະຫາວິທະຍາໄລຮ່າຕິງ. ນີ້ແມ່ນການເຄື່ອນໄຫວປະຈຳປີ ຂອງ ມະຫາວິທະຍາໄລແຫ່ງຊາດ ຮ່າຕິງ, ດຶງດູດນັກສຶກສາປະເທດ ລາວ ແລະ ຫວຽດນາມ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.
![]() | ກອງທັບ - ປະຊາຊົນ ສະເຫຼີມສະຫຼອງບຸນປີໃໝ່ ຈອນຈານຳເທີໄມ ຢູ່ນະຄອນເກິນເທີ: ປັບປຸງນ້ຳໃຈຄວາມສາມັກຄີລະຫວ່າງກອງທັບ ແລະ ປະຊາຊົນ ລາຍການ “ກອງທັບ - ປະຊາຊົນ ນະຄອນ ເກີ່ນເທີ ສະຫຼອງບຸນປີໃໝ່ ຈອນຈານຳເທີໄມ ປີ 2021” ຖືກດຳເນີນໃນຕອນຄ່ຳວັນທີ 10 ເມສາ, ຢູ່ສະຖາບັນສົງ ຫິນະຍານ ຂະແມ, ເມືອງ ໂອມົນ, ນະຄອນ ເກີນເທີ ເພື່ອສະຫຼອງບຸນປີໃໝ່ ຈອນຈານຳເທີໄມ, ເຊິ່ງເປັນບຸນປີໃໝ່ປະເພນີຂອງຊາວ ຂະແມ. |
![]() | ມີນັກສຶກສາລາວ ກ່ວາ 250 ຄົນຕ້ອນຮັບບຸນປີໃໝ່ຢູ່ ທ໊າຍງວຽນ ຍສໝ - ລາຍການມີການເຂົ້າຮ່ວມຂອງຜູ້ຕາງໜ້າການນຳສະຖານທູດ ລາວ ປະຈຳ ຫວຽດນາມ, ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ, ການນຳບັນດາພະແນກ, ຂະແໜງຂອງແຂວງພ້ອມກັບນັກສຶກສາລາວ, ກຳປູເຈຍ 250 ຄົນທີ່ພວມຮ່ຳຮຽນ, ສຶກສາຢູ່ບັນດາໂຮງຮຽນໃນບໍລິເວນແຂວງ. |
![]() | ມີນັກສຶກສາລາວ ກ່ວາ 200 ຄົນຕ້ອນຮັບບຸນປີໃໝ່ຢູ່ມະຫາວິທະຍາໄລ ຮຸ່ງເວືອງ ຍສໝ - ທ່ານນາງ ປ.ອ ຟານທິຕິ່ງ ໄດ້ສົ່ງຄຳອວຍພອນໄປຍັງບັນດານັກສຶກສາລາວເນື່ອງໃນໂອກາດວັນບຸນປີໃໝ່. ພ້ອມທັງຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ, ເນື້ອໃນຈິດໃຈຜ່ານຜ່າຄວາມຫຍຸ້ງຍາກຕັ້ງໜ້າໃນການຮ່ຳຮຽນຂອງນ້ອງໆນັກສຶກສາລາວ. |


ບຸນຄົງ
ຂ່າວທີ່ກ່ຽວຂ້ອງ

ສືບຕໍ່ຊຸກຍູ້ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະ GCC

ເພີ່ມພູນຄູນສ້າງການພົວພັນມິດຕະພາບຫວຽດນາມ - ເກົາຫຼີເໜືອ

ເປີດພິທີການຝຶກຊ້ອມກູ້ຊີບກູ້ໄພຮ່ວມລະຫວ່າງກອງທັບ 3 ປະເທດ ລາວ-ຫວຽດນາມ-ກຳປູເຈຍ
ທ່ານອາດຈະມັກ

ຜູ້ທີ່ເຊື່ອມຕໍ່ຂົວທາງການສຶກສາລະຫວ່າງຫວຽດນາມ ແລະ ໂລກ

ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ແລະ ປົກປັກຮັກສາຊາຍແດນຫວຽດນາມ - ລາວ

ຮັດແໜ້ນຄວາມມິດຕະພາບລະຫວ່າງຫວຽດນາມ - ລາວ ແລະ ກຳປູເຈຍ ໂດຍຜ່ານລາຍການ “ຄອບຄົວຫວຽດນາມ ກັບນັກຮຽນລາວ ແລະ ກຳປູເຈຍ”.

ແບນຊິກ ຖືເປັນສຳຄັນການຊຸກຍູ້ການຮ່ວມມືຫຼາຍດ້ານກັບຫວຽດນາມ

Samaritan’s Purse ໄດ້ມອບຂອງຂວັນກວ່າ 3.000 ຊຸດໃຫ້ແກ່ປະຊາຊົນໃນແຂວງ ລ້າງເຊີນ, ຮ່າຕິ້ງ, ຕວຽນກວາງ.
