ມີ​ນັກ​ສຶກ​ສາ​ລາວ ກ່​ວາ 200 ຄົນ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຮຸ່ງ​ເວືອງ

06:00 | 12/04/2021

ຍ​ສໝ - ທ່ານນາງ ປ.ອ ຟານ​ທິ​ຕິ່ງ ໄດ້​ສົ່​ງ​ຄຳ​ອວຍ​ພອນ​ໄປ​ຍັງ​ບັນ​ດາ​ນັກ​ສຶກ​ສາ​ລາວ​ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນ​ປີ​ໃໝ່. ພ້ອມ​ທັງ​ຍ້ອງ​ຍໍ​ຊົມ​ເຊີຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ, ເນື້ອ​ໃນ​ຈິດ​ໃຈ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຕັ້​ງ​ໜ້າ​ໃນ​ກາ​ນ​ຮ່ຳ​ຮຽນ​ຂອງ​ນ້ອງໆ​ນັກ​ສຶກ​ສາ​ລາວ.

ມອບຂອງຂວັນໃຫ້ ກຳລັງທີ່ກ່ຽວຂ້ອງຂອງລາວ ເນື່ອງໃນໂອກາດບຸນປີໃໝ່ລາວ ມອບຂອງຂວັນໃຫ້ ກຳລັງທີ່ກ່ຽວຂ້ອງຂອງລາວ ເນື່ອງໃນໂອກາດບຸນປີໃໝ່ລາວ
ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບລັດຖະມົນຕີກະຊວງການຕ່າງປະເທດ ລາວ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບລັດຖະມົນຕີກະຊວງການຕ່າງປະເທດ ລາວ
ມີ​ນັກ​ສຶກ​ສາ​ລາວ ກ່​ວາ 200 ຄົນ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຮຸ່ງ​ເວືອງ
ທ່ານ​ນາງ ​ປ.ອ ​ຟານ​ທິ​ຕິ່ງ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ມະ​ຫາ​ວິ​ທະ​ຍາ​ໄລາ ຮຸ່ງ​ເວືອງ

ວັນ​ທີ 10 ເມ​ສາ ປີ 2021, ຢູ່​ນະ​ຄອ​ນ​ຫວຽດ​ຈີ, ມະ​ຫາ​ວິ​ທະ​ຍາ​ໄລ ຮຸ່ງ​ເວືອງ, ແຂວງ​ຝຸ​ເທາະ ໄດ້​ຈັດ​ລາຍ​ການ​ຕ້ອນ​ຮັບ​ບຸນ​ປີ​ໃໝ່ ໃຫ້​ແກ່​ນັກ​ສຶກ​ສາ​ລາວ ກ່​ວາ 200 ຄົນ ທີ່​ພວມ​ຮ່ຳ​ຮຽນ​ຢູ່​ໂຮງ​ຮຽນ. ນີ້​ແມ່ນກ​ານ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຢ່າງ​ເລິກ​ເຊິ່ງ, ສ້າງ​ບັນ​ຍາ​ກາດ​ເບີກ​ບານ​ມ່ວນ​ຊື່ນ, ລະ​ດົມ​ກຳ​ລັງ​ໃຈຮ່ຳ​ຮຽນ​ຂອງ​ບັນ​ດາ​ນ້ອງໆ​ນັກ​ສຶກ​ສາ​ລາວ, ພ້ອມ​ທັງ​ແນະ​ນຳ​ບັນ​ດາ​ຈຸດ​ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ປະ​ເທດ ລາວ​ໄປ​ຍັງ​ບັນ​ດາ​ເພື່ອ​ນ​ໜຸ່ມ​ນັກ​ສຶກ​ສາ ແລະ ຊາວ​ຫວຽດ​ນາມ.

ເຂົ້າ​ຮ່ວມ​ລາຍ​ການ​ມີ​ທ່ານ ເຈິ່ນ​ກວຽດ​ຈຽນ - ຮອງ​ຫົວ​ໜ້າ​ພະ​ແນກ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ແຂວງ ຟຸກ​ເທາະ, ການ​ນຳ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ແຂວງ​ຟຸ​ເທາະ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ ລາວ ແຂວງ ຟຸເທາະ, ທ່ານ​ນາງ ​ປ.ອ ​ຟານ​ທິ​ຕິ່ງ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ມະ​ຫາ​ວິ​ທະ​ຍາ​ໄລາ ຮຸ່ງ​ເວືອງ, ຜູ້​ຕາງ​ໜ້າ​ບັນ​ດາ​ໜ່ວຍ​ງານ​ຂຶ້ນ​ກັບ​ໂຮງ​ຮຽນ, ບັນ​ດາ​ຄູ​ອາ​ຈານ ແລະ ນັກ​ສຶກ​ສາ​ຫວຽດ​ນາມ ພ້ອມ​ກັບ​ນັກ​ສຶກ​ສາ​ລາວ​ກ່​ວາ 200 ຄົນ​ທີ່​ພວມ​ຮ່ຳ​ຮຽນ​ຢູ່​ໂຮງ​ຮຽນ.

ມີ​ນັກ​ສຶກ​ສາ​ລາວ ກ່​ວາ 200 ຄົນ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຮຸ່ງ​ເວືອງ
ມີ​ນັກ​ສຶກ​ສາ​ລາວ ກ່​ວາ 200 ຄົນ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຮຸ່ງ​ເວືອງ

ກ່າວ​ຄຳ​ເຫັນ​ທີ່​ລາຍ​ການ, ທ່ານນາງ ປ.ອ ຟານ​ທິ​ຕິ່ງ ໄດ້​ສົ່​ງ​ຄຳ​ອວຍ​ພອນ​ໄປ​ຍັງ​ບັນ​ດາ​ນັກ​ສຶກ​ສາ​ລາວ​ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນ​ປີ​ໃໝ່. ພ້ອມ​ທັງ​ຍ້ອງ​ຍໍ​ຊົມ​ເຊີຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ, ເນື້ອ​ໃນ​ຈິດ​ໃຈ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຕັ້​ງ​ໜ້າ​ໃນ​ກາ​ນ​ຮ່ຳ​ຮຽນ​ຂອງ​ນ້ອງໆ​ນັກ​ສຶກ​ສາ​ລາວ. ທ່ານນາງ ຟານ​ທິ​ຕິ່ງ ກໍ່​ຢັ້ງ​ຢືນ​ວ່າ ໂຮງ​ຮຽນ​ຍາມ​ໃດ​ກໍ່​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ກ່ຽວ​ກັບ​ບ່ອນ​ກິນ​ຢູ່, ຮ່ຳ​ຮຽນໃຫ້​ແກ່​ນັກ​ສຶກ​ສາ​ລາວ, ພ້ອມ​ທັງ​ໃຫ້​ຄຳ​ເໝັ້​ນ​ສັນ​ຍາ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ​ການ​ບຳ​ລຸງ​ສ້າງ, ຕັ້ງ​ໜ້າ​ລົງ​ທຶນ​ໃສ່​ພື້ນ​ຖານ​ໂຄງ​ລ່າງ ຮັບ​ໃຊ້​ການ​ຮ່ຳ​ຮຽນ ແລະ ສິດ​ສອນ ເພື່ອ​ໃຫ້​ນັກ​ສຶກ​ສາ​ບັນ​ລຸ​ຜົນ​ງານ​ສູງ, ສຳ​ເລັດ​ການ​ຮຽນ​ເພື່ອ​ກັບ​ຄືນ​ປະ​ເທດ​ລາວ ສ້າງ​ສາ​ໃຫ້​ປະ​ເທດ​ນັບ​ມື້​ນັບ​ຮັ່ງ​ມີ​ເຂັ້ມ​ແຂງ, ປະ​ກອບ​ສ່ວນ​ປັບ​ປຸງ, ຮັກ​ສາ​ນ້ຳ​ໃຈ​ມິດ​ຕະ​ພາບ​ພິ​ເສດ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ໃຫ້​ໝັ້ນ​ຄົງ​ທະ​ນົງ​ແກ່ນ​ຊົ່ວ​ກາ​ລະ​ນານ.

ໂດຍ​ຕາງ​ໜ້າ​ນັກ​ສຶກ​ສາ​ລາວ, ນ້ອງ ຈົງ​ມາ​ລີ ແກງ​ລີ ໄດ້​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ການ​ນຳ​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ ຮຸ່ງ​ເວືອງ, ບັນ​ດາ​ຄູ​ອາ​ຈານ​ຍາມ​ໃດ​ກໍ່​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃນດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໃຫ້​ແກ່​ບັນ​ດາ​ນັກ​ສຶກ​ສາ​ລາວ ໃນ​ວິ​ວັດ​ການ​ຮຽນ ກໍ່​ຄື​ຊີ​ວິດ​ປະ​ຈຳ​ວັນ.

DAFO ຢ້​ຽມ​ຢາມ ແລະ ອວຍ​ພອນ​ບຸນ​ປີ​ໃໝ່​ການ​ນຳ​ສະ​ຖານ​ທູດ ລາວ ປະ​ຈຳ ດ່າ​ນັ້ງ DAFO ຢ້​ຽມ​ຢາມ ແລະ ອວຍ​ພອນ​ບຸນ​ປີ​ໃໝ່​ການ​ນຳ​ສະ​ຖານ​ທູດ ລາວ ປະ​ຈຳ ດ່າ​ນັ້ງ

ຍ​ສ​ໝ - ທ່ານ ຫງວຽນ​ງອກ​ບິ່ງ - ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ນະ​ຄອ​ນ​ດ່າ​ນັ້ງ ໄດ້​ສົ່ງ​ຄຳ​ອວນ​ພອນ​ອັນ​ດີ​ງາມ​ໄປ​ຍັງ​ທ່ານ ວຽງ​ໄຊ ພົມ​ມະ​ຈັນ​ດ ຫົວ​ໜ້າ​ກົມ​ສູນ​ໃຫຍ່​ລາວ​ປະ​ຈຳ ດັ່ງ​ນັ້ງ ພ້ອມ​ກັບ​ພັນ​ລະ​ຍາ ແລະ ບັນ​ດາ​ພະ​ນັກ​ງານ​ທີ່​ພວມ​ປະ​ຕິ​ບັດ​ງານ​ຢູ່​ກົງ​ສູນ​ໃຫຍ່. ພ້ອມ​ທັງ, ສົ່ງ​ຄຳ​ອວຍ​ພອນ​ໄປ​ຍັງ​ບັນ​ດາ​ສະ​ຫາຍ​ການ​ນຳ​ພັກ, ລັດ ແລະ ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ.

ຮ່າ​ຕິງອວຍ​ພອນ​ບຸນ​ປີ​ໃໝ່​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ ບໍ​ລິ​ຄຳ​ໄຊ, ລາວ ຮ່າ​ຕິງອວຍ​ພອນ​ບຸນ​ປີ​ໃໝ່​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ ບໍ​ລິ​ຄຳ​ໄຊ, ລາວ

ຍ​ສ​ໝ - ຫວ່າງ​ແລ້ວນີ້, ຢູ່​ດ່ານ​ຊາຍ​ແດນ​ສາ​ກົນ ເກົ່າ​ແຈວ (ຮ່າ​ຕິງ), ຄະ​ນະ​ປະ​ຕິ​ບັດ​ງານ​ແຂວງ​ຮ່າ​ຕິງ ໄດ້​ໄປ​ອວຍ​ພອນ​ບຸນ​ປີ​ໃໝ່​ອຳ​ນາດ​ການ​ປົກ​ຄອງ​ແຂວງ​ບໍ​ລິ​ຄຳ​ໄຊ ແລະ ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ລາວ.

ໜູນ​ຊ້ວຍ​ເຂົ​້​າ​ສານ​ເກືອບ 10.000 ໂຕນ​ໃນ​ໂອ​ກາດ​ບຸນ​ເຕັດ ປີ 2021 ໃຫ້​ແກ່ 10 ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ ໜູນ​ຊ້ວຍ​ເຂົ​້​າ​ສານ​ເກືອບ 10.000 ໂຕນ​ໃນ​ໂອ​ກາດ​ບຸນ​ເຕັດ ປີ 2021 ໃຫ້​ແກ່ 10 ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ

ຍ​ສ​ໝ - ຕາມ​ກົມ​ຄຸ້​ມ​ຄອງ​ສິນ​ຄ້າ​ສຳ​ຮອງ​ແລ້ວ, ຈຳ​ນວນ​ເຂົ້​າ​ສານ​ໄດ້​ຮັບ​ກ​ານ​ສະ​ໜັບ​ສະ​ໜູນ ຕ​າມ​ຂໍ້​ຕົກ​ລົງ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ຈະ​ຕາມ​ການ​ສະເໜີ​ຂອງ​ພະ​ນັກ​ແຮງ​ງານ, ທະ​ຫານ​ອົງ​ຄະ​ ແລະ ສັງ​ຄົມ ຢູ່​ບາງ​ແຂວງ​ໃນ​ໂອ​ກາດ​ບຸນ​ເຕັດ​ປີນີ້​ສູ​ງ​ກ່​ວາ​ປີ 2020 ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ແກ່​ຍາວ​ຕະຫຼອດ​ປີ 2020 ຈົນ​ຮອດ​ປັດ​ຈຸ​ບັນ, ນອກ​ຈາກ​ນັ້ນໄພ​ທຳ​ມະ​ຊາດ​ນ້ຳ​ຖ້ວມກໍ່​ຜົນ​ສະ​ທ້ອນ​ຢ່າ​ງ​ຍິ່ງ​ຕໍ່​ປະ​ຊາ​ຊົນ, ພິ​ເສດ​ແມ່ນ​ບັນ​ດາ​ແຂວງ​ພາກ​ກາງ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.