ມອບ-ຮັບ ລັດຖະມົນຕີກະຊວງຖະແຫລງ ຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ

13:26 | 08/04/2021

ໃນວັນທີ 7 ເມສາ 2021, ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໄດ້ພິທີມອບ-ຮັບ ເລຂາຄະນະພັກ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ລະຫວ່າງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ຖວທ (ຜູ້ເກົ່າ) ແລະ ທ່ານ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ລັດຖະມົນຕີກະຊວງ ຖວທ (ຜູ້ໃໝ່) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ມີບັນດາສະຫາຍ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ, ບັນດາສະຫາຍ ກຳມະການພັກກະຊວງ, ຫົວໜ້າກົມ, ຮອງກົມ ແລະ ບັນດາພະນັກງານຫລັກແຫລ່ງຂອງກະຊວງ ຖວທ ເຂົ້າຮ່ວມ.

ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໃນ 3 ໄຕ​ມາດ ທີ່ຍັງ​ເຫຼືອ​ຕ້ອງ​ອີງ​ໃສ່ການສົ່ງ​ອອກ ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໃນ 3 ໄຕ​ມາດ ທີ່ຍັງ​ເຫຼືອ​ຕ້ອງ​ອີງ​ໃສ່ການສົ່ງ​ອອກ
ຊຸມວັນວັດທະນະທໍາ ສ.ເກົາຫຼີ ຢູ່ ກວ໋າງນາມ ປີ 2021 ຊຸມວັນວັດທະນະທໍາ ສ.ເກົາຫຼີ ຢູ່ ກວ໋າງນາມ ປີ 2021
undefined
ມອບ-ຮັບ ລັດຖະມົນຕີກະຊວງຖະແຫລງ ຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ

ໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາຕົນເອງ ໄດ້ຕັ້ງໃຈປະຕິບັດໜ້າທີ່ ໃຫ້ສົມເຫື່ອແຮງ, ຄວາມຮູ້ຄວາມສາມາດ ແລະ ຄວາມຫ່ວງໄຍ ຂອງຕົນເຂົ້າໃສ່ວຽກງານ ທີ່ພັກ-ລັດມອບໝາຍ ແລະ ຮ່ວມກັບບັນດາສະຫາຍ ຄະນະພັກ ແລະ ພະນັກງານຫລັກແຫລ່ງ ເຮັດສຳເລັດໜ້າທີ່ການເມືອງ ແຫ່ງການເຄື່ອນ ໄຫວວຽກງານ ຖະແຫລງຂ່າວ ແລະ ວັດທະນະທຳ ແລະ ທ່ອງທ່ຽວ ເປັນຕົ້ນໄດ້ຖືສຳຄັນ ແລະ ເອົາໃຈໃສ່ນຳພາ ກໍ່ສ້າງພັກດ້ານແນວຄິດ, ເອົາໃຈໃສ່ຈັດຕັ້ງສຶກສາ ອົບຮົມການ ເມືອງ-ແນວຄິດ ແນໃສ່ປັບປຸງຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ຂອງພະນັກງານສະມາຊິກພັກ; ຈັດຕັ້ງການຝຶກອົບຮົມ ຍົກລະດັບທາງດ້ານທິດສະດີ ການເມືອງ-ການປົກຄອງ ໄປຄຽງຄູ່ກັບ ການຍົກລະດັບ ວິຊາສະເພາະ ແລະ ຄວາມຊຳນານງານ; ຈັດຕັ້ງຍົກສູງຄວາມ ສາມາດສູ້ຮົບ ຂອງຄະນະພັກ ແລະ ສະມາຊິກພັກ-ພະນັກງານ; ນຳພາປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ; ປັບປຸງແບບແຜນວິທີນຳພາ ແລະ ວິທີເຮັດວຽກ ໂດຍກຳແໜ້ນຫລັກການ ແຫ່ງການກໍ່ສ້າງພັກ, ໄດ້ນຳພາ ແລະ ຕົກລົງບັນຫາຕ່າງໆ ເປັນໝູ່ຄະນະ ແລະ ໄດ້ຕັ້ງໜ້າຂະຫຍາຍພັກ ແລະ ເຮັດວຽກງານກວດກາ.

ໃນໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ໄດ້ໂອ້ລົມໂດຍເນັ້ນໃຫ້ຄະນະພັກ ຄະນະນຳ ກະຊວງ ຖວທ ສືບຕໍ່ສຸມໃສ່ ພັດທະນາວຽກງານ ຖະແຫລງຂ່າວ-ສື່ມວນຊົນ ໃຫ້ກ້າວສູ່ຄຸນນະພາບໃໝ່, ທັນສະໄໝ, ວ່ອງໄວ ເປັນກະບອກສຽງອັນແຫລມຄົມ ຂອງພັກ ແລະ ລັດຖະບານ ທີ່ເຂັ້ມແຂງຂຶ້ນກວ່າເກົ່າ ເພື່ອໂຄສະນາແນວທາງ ຂອງພັກ-ລັດ ແລະ ເປັນກຳລັງແຮງ ໂຄສະນາຕອບຕ້ານ ອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ດີ ທີ່ຍາມໃດກໍຍັງບໍ່ລົດລະເຄື່ອນໄຫວ ໂຄສະນາໃສ່ຮ້າຍປ້າຍສີ ຕໍ່ແນວທາງນະໂຍ ບາຍຂອງພັກ-ລັດ ແລະ ຕໍ່ລະບອບໃໝ່ ຂອງພວກເຮົາ; ສຸມໃສ່ປົກປັກຮັກສາ ແລະ ພັດທະນາວັດທະນະທໍາ ອະນຸລັກ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອ ວັດທະນະທຳອັນດີງາມຂອງຊາດ ແລະ ພູມປັນຍາ ເພື່ອສົ່ງເສີມການຜະລິດ ແລະ ການບໍລິການໃຫ້ຫລາກຫລາຍ, ສ້າງມູນຄ່າເພີ່ມ ໂດຍການຫັນເປັນອຸດສາຫະກໍາ ວັດທະນະທໍາ ໃນໄລຍະໃໝ່ ເພື່ອສ້າງວຽກເຮັດງານທໍາ ໃຫ້ປະຊາຊົນບັນດາເຜົ່າ, ເດັດດ່ຽວຕ້ານສະກັດກັ້ນ ວັດທະນະທໍາທີ່ບໍ່ສອດຄ່ອງ; ເອົາໃຈໃສ່ຄຸ້ມຄອງ ແລະ ສົ່ງເສີມພັດທະນາການ ທ່ອງທ່ຽວທຳມະຊາດ, ປະຫວັດສາດ, ວັດທະນະທຳ ແລະ ທ່ອງທ່ຽວກະສິກຳ ໃຫ້ມີຄຸນນະພາບ ຕາມທິດສີຂຽວ ແລະ ຍືນຍົງ, ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ສ້າງເປັນແຫລ່ງລາຍ ຮັບທີ່ໝັ້ນຄົງໃຫ້ກັບປະເທດຊາດ ທັງທາງກົງ ແລະ ທາງອ້ອມ.

ບູລະນະການນຳບາງກຳມາທິການຂອງສະພາແຫ່ງຊາດ ບູລະນະການນຳບາງກຳມາທິການຂອງສະພາແຫ່ງຊາດ

ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ XIV ໄດ້ປ່ອນບັດເລືອກຕັ້ງການນຳບາງກຳມາທິການສະພາແຫ່ງຊາດ, ເລຂາທິການໃຫຍ່ສະພາແຫ່ງຊາດ.

ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸ້ງ ອວຍພອນບຸນປີໃໝ່ສະຖານທູດລາວ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸ້ງ ອວຍພອນບຸນປີໃໝ່ສະຖານທູດລາວ

ຍສໝ - ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີຫງວຽນກວກຢຸງ ໄດ້ສະແດງຄວາມຊົມເຊີຍປະເທດລາວ ໃນການຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດລາວຄັ້ງທີ 9 ຢ່າງຈົບງາມ.

ດົ່ງນາຍ: ມີຜູ້ແທນປະມານ 350 ຄົນຈະເຂົ້າຮ່ວມການພົບປະຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ປີ 2021 ດົ່ງນາຍ: ມີຜູ້ແທນປະມານ 350 ຄົນຈະເຂົ້າຮ່ວມການພົບປະຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ປີ 2021

ຍ​ສ​ໝ - ຕາມທ່ານ ຫງວຽນແທັງ​ຈີ໊ ປະທານສະຫະພັນບັນດາອົງການມິດຕະພາບແຂວງເງ້ອານ ແລ້ວ, ໂດຍໄດ້ຮັບຄວາມເຫັນດີຈາກຄະນະກຳມະການປະຊາຊົນແຂວງ, ສະຫະພັນບັນດາອົງການມິດຕະພາບແຂວງໄດ້ສ້າງແຜນຮ່າງຈັດຕັ້ງກອງປະຊຸມມິດຕະພາບລະດູບານໃໝ່ດົງນາປີ 2021. ນີ້ແມ່ນ ໜຶ່ງ ໃນບັນດາ ໜ້າວຽກສຳຄັນໃນແຜນງານການຕ່າງປະເທດປະຊາຊົນປີ 2021 ຂອງແຂວງ.

kpl.gov.la

ເຫດການ
302 Found

Found

The document has moved here.