ມີ​ນັກ​ສຶກ​ສາ​ລາວ ກ່​ວາ 250 ຄົນ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ຢູ່ ທ໊າຍງວຽນ

08:30 | 12/04/2021

ຍ​ສ​ໝ - ລ​າຍ​ການມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ໜ້າ​ການ​ນຳ​ສະ​ຖານ​ທູດ ລາວ ປະ​ຈຳ ຫວຽດ​ນາມ, ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ລາ​ວ, ການ​ນຳ​ບັນ​ດາ​ພະ​ແນກ, ຂະ​ແໜງ​ຂອງ​ແຂວງ​ພ້ອມ​ກັບ​ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ 250 ຄົນທີ່​ພວມ​ຮ່ຳ​ຮຽນ, ສຶກ​ສາ​ຢູ່​ບັນ​ດາ​ໂຮງ​ຮຽນ​ໃນ​ບໍ​ລິ​ເວນ​ແຂວງ.

DAFO ຢ້​ຽມ​ຢາມ ແລະ ອວຍ​ພອນ​ບຸນ​ປີ​ໃໝ່​ການ​ນຳ​ສະ​ຖານ​ທູດ ລາວ ປະ​ຈຳ ດ່າ​ນັ້ງ DAFO ຢ້​ຽມ​ຢາມ ແລະ ອວຍ​ພອນ​ບຸນ​ປີ​ໃໝ່​ການ​ນຳ​ສະ​ຖານ​ທູດ ລາວ ປະ​ຈຳ ດ່າ​ນັ້ງ
ຮ່າ​ຕິງອວຍ​ພອນ​ບຸນ​ປີ​ໃໝ່​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ ບໍ​ລິ​ຄຳ​ໄຊ, ລາວ ຮ່າ​ຕິງອວຍ​ພອນ​ບຸນ​ປີ​ໃໝ່​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ ບໍ​ລິ​ຄຳ​ໄຊ, ລາວ
ມີ​ນັກ​ສຶກ​ສາ​ລາວ ກ່​ວາ 250 ຄົນ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ຢູ່ ທ໊າຍງວຽນ
ພິທີບາສີສູ່ຂວັນ

ວັນ​ທີ 10 ເມ​ສາ, ຢູ່​ວິ​ທະ​ຍາ​ໄລ ທ໊າຍງວຽນ (ນະ​ຄອນ​ທ໊າຍງວຽນ, ແຂວງ​ໄຕ​ງວຽນ), ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ​ ແຂວງທ໊າຍງວຽນ ໄດ້​ຈັດ​ຕັ້ງ​ພິ​ທີ​ຕ້ອນ​ຮັບ​ບຸນ​ປີ​ໃໝ່ ປີ 2021. ການ​ເຄື່ອນ​ໄຫວ​ນີ້​ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ນ້ອງໆ​ນັກ​ສຶກ​ສາ​ລາວ ໄດ້​ຕ້ອນ​ຮັບ​ບຸນ​ປີໃໝ່​ປະ​ຈຳ​ຊາດ​ທີ່​ມີ​ຄວາມ​ໝາຍ ເມື່ອ​ຢູ່​ໄກ​ບ້ານ​ເກີດ​ເມືອງນອນ ເທົ່າ​ນັ້ນ ຫາກ​ຍັງ ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ສ​າ​ມັກ​ຄີ, ສະ​ໜິດ​ຕິດ​ພັນ, ຍາວ​ນານ​ລະ​ຫວ່າງ​ສອງ​ປະ​ເທດ, ສອງ​ຊາດ.

ລ​າຍ​ການມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ໜ້າ​ການ​ນຳ​ສະ​ຖານ​ທູດ ລາວ ປະ​ຈຳ ຫວຽດ​ນາມ, ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ລາ​ວ, ການ​ນຳ​ບັນ​ດາ​ພະ​ແນກ, ຂະ​ແໜງ​ຂອງ​ແຂວງ​ພ້ອມ​ກັບ​ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ 250 ຄົນທີ່​ພວມ​ຮ່ຳ​ຮຽນ, ສຶກ​ສາ​ຢູ່​ບັນ​ດາ​ໂຮງ​ຮຽນ​ໃນ​ບໍ​ລິ​ເວນ​ແຂວງ.

ລາຍ​ການ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ປີ 2021 ໂດຍ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ​ແຂວງ ທ໊າຍງວຽນ ຈັດ​ຕັ້ງ​ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ, ແທດ​ຈິງ ຄື: ອວຍ​ພອນ​ບຸນ​ປີໃໝ່, ມອບ​ຂອງ​ຂວັນ​ໃຫ້​ແກ່​ບັນ​ດາ​ນັກ​ສຶກ​ສາ, ຈັດ​ຕັ້ງ​ບັນ​ດາ​ພິ​ທີ​ທີ່​ເປັນ​ມູ​ນ​ເຊື້ອ​ຕາມ​ປະ​ເພ​ນີ​ລາວ…ນອກ​ຈາກ​ນັ້ນ, ມີຫຼາຍ​ລາຍ​ການ​ສ​ະ​ແດງ​ສິ​ລະ​ປະ​ທີ່​ພົ້ນ​ເດັ່ນ​ໂດຍ​ນັກ​ສຶກ​ສາ​ລາວ ແລະ ນັກ​ສຶກ​ສາ ຫວຽດ​ນາມ ພ້ອມ​ກັນ​ສະ​ແດງ​ໄດ້​ສ້າງ​ບັນ​ຍາ​ກາດ​ທີ່​ເບີກ​ບານ​ມ່ວນ​ຊື່ມໃນ​ໂອ​ກາດ​ບຸນ​ປີ​ໃໝ່​ລາວ.

ມີ​ນັກ​ສຶກ​ສາ​ລາວ ກ່​ວາ 250 ຄົນ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ຢູ່ ທ໊າຍງວຽນ
ໃນ​ໂອ​ກາດນີ້, ແຂວງ​ທ໊າຍງວຽນ​ໄດ້​ມອບ​ຂອງ​ຂວັນ​ໃຫ້​ແກ່​ບັນ​ດາ​ນັກ​ສຶກ​ສາລາວ

ຍ້ອນ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19, ດັ່ງ​ນັ້ນ​ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍຫຼາຍ​ຄົນ ບໍ່​ສາ​ມາດ​ກັບ​ຄືນ​ປະ​ເທດ​ຕ້ອນ​ຮັບ​ບຸນ​​ປີ​ໃໝ່ ເຖິງ​ຢ່າງ​ໃດ​ກໍ່​ຕາມ, ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ແຂວງ​ທ໊າຍງວຽນ ກໍ່​ຄື​ການ​ນຳ​ບັນ​ດາ​ໂຮງ​ຮຽນ​ໃນ​ບໍ​ລິ​ເວນ, ບັນ​ດາ​ນ້ອງໆ​ໄດ້​ຕ້ອນ​ຮັບ​ບຸ​ນ​ເຕັດ​ທ່າມ​ກາງ​ບັນ​ຍາ​ການ​ອົບ​ອຸ່ນ, ມ່ວນ​ຊື່ມ​ນຳ​ບັນ​ດາ​ຄູ​ອາ​ຈານ ແລະ ນັກ​ສຶກ​ສາ ຫວຽດ​ນາມ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ແກ່​ບັນ​ດາ​ນ້ອງໆ​ຮຽນ​ລາວ ຕ້ອນ​ຮັບ​ບຸນ​ປີ​ໃໝ່​ທີ່​ມີ​ຄວາມ​ໝາຍ​ເມື່ອ​ຢູ່​ໄກ​ຄອບ​ຄົວ ເທົ່າ​ນັ້ນ ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ສາ​ມັກ​ຄີ, ຄວາມ​ສະ​ໜິດ​ຕິ​ດ​ພັນ, ຍາວ​ນານ​ລະ​ຫວ່າງ​ສອງ​ປະ​ເທດ, ສອງ​ຊາດ.

ປັດ​ຈຸ​ບັນ, ແຂວງ​ໄທ​ງວຽນມີ​ນັກ​ສຶກ​ສາ​ລາວ, ນັກ​ສຶກ​ສາ​ກຳ​ປູ​ເຈຍ ພວມ​ຄົ້ນ​ຄ້ວາ, ຮ່ຳ​ຮຽນ​ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ, ວິ​ທະ​ຍາ​ໄລ 11 ແຫ່ງ ໃນ​ບໍ​ລິ​ເວນ​ແຂວງ. ໃນ​ຊຸມ​ປີ​ຜ່ານ​ມາ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ, ລາວ ແຂວງ​ຍາມ​ໃດ​ກໍ່​ສົມ​ທົບ​ກັບ​ບັນ​ດາ​ໂຮງ​ຮຽນ​ສົນ​ໃຈ, ໜູນ​ຊ່ວຍ ໃນ​ການ​ຮ່ຳ​ຮຽນ ແລະ ດຳ​ລົງ​ຊີ​ວິດ​ເພື່ອ​ໃຫ້​ນ້ອງໆ​ນັກ​ຮຽນ​ລາວ​ມີ​ເງື່ອນ​ໄຫວ​ຮ່ຳ​ຮຽນ​ດີ​ທີ່​ສຸດ.

ການ​ຈັດ​ຕັ້ງ​ບຸນ​ປີ​ໃໝ່​ໃຫ້​ບັນ​ດາ​ນ້ອງໆ​ນັກ​ຮຽນ​ລາວ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ປະ​ຈຳ​ປີ​ຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ແຂວງ ທ໊າຍງວຽນ. ຜ່ານ​ການ​ເຄື່ອນ​ໄຫວນີ້, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ແຂວງ​ທ້າຍ​ງວຽນ ສ້າງ​ໂອ​ກາດ​ໃຫ້​ແກ່​ບັນ​ດາ​ນັກ​ສຶກ​ສາ​ລາວ​ໄດ້​ພົບ​ປະ​ພົວ​ພັນ​ກັບ​ນັກ​ສຶກ​ສາ​ຫວຽດ​ນາມ ຊອກ​ຮູ້​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູ​ນ​ເຊື້​ອ​ລະ​ຫວ່າງ​ສອງ​ຝ່າຍ, ຜ່ານ​ນັ້ນ ສ້າງ​ບັນ​ດາ​ຄວາມ​ຊົງ​ຈຳ​ທີ່​ດີ​ໃນ​ຂະ​ບວນ​ການ​ຮ່ຳ​ຮຽ​ນ, ຄົ້ນ​ຄ້​ວາ​ຢູ່​ແຂວງ​ທ໊າຍງວຽນ.

DAFO ຢ້​ຽມ​ຢາມ ແລະ ອວຍ​ພອນ​ບຸນ​ປີ​ໃໝ່​ການ​ນຳ​ສະ​ຖານ​ທູດ ລາວ ປະ​ຈຳ ດ່າ​ນັ້ງ DAFO ຢ້​ຽມ​ຢາມ ແລະ ອວຍ​ພອນ​ບຸນ​ປີ​ໃໝ່​ການ​ນຳ​ສະ​ຖານ​ທູດ ລາວ ປະ​ຈຳ ດ່າ​ນັ້ງ

ຍ​ສ​ໝ - ທ່ານ ຫງວຽນ​ງອກ​ບິ່ງ - ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ນະ​ຄອ​ນ​ດ່າ​ນັ້ງ ໄດ້​ສົ່ງ​ຄຳ​ອວນ​ພອນ​ອັນ​ດີ​ງາມ​ໄປ​ຍັງ​ທ່ານ ວຽງ​ໄຊ ພົມ​ມະ​ຈັນ​ດ ຫົວ​ໜ້າ​ກົມ​ສູນ​ໃຫຍ່​ລາວ​ປະ​ຈຳ ດັ່ງ​ນັ້ງ ພ້ອມ​ກັບ​ພັນ​ລະ​ຍາ ແລະ ບັນ​ດາ​ພະ​ນັກ​ງານ​ທີ່​ພວມ​ປະ​ຕິ​ບັດ​ງານ​ຢູ່​ກົງ​ສູນ​ໃຫຍ່. ພ້ອມ​ທັງ, ສົ່ງ​ຄຳ​ອວຍ​ພອນ​ໄປ​ຍັງ​ບັນ​ດາ​ສະ​ຫາຍ​ການ​ນຳ​ພັກ, ລັດ ແລະ ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ.

ຮ່າ​ຕິງອວຍ​ພອນ​ບຸນ​ປີ​ໃໝ່​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ ບໍ​ລິ​ຄຳ​ໄຊ, ລາວ ຮ່າ​ຕິງອວຍ​ພອນ​ບຸນ​ປີ​ໃໝ່​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ ບໍ​ລິ​ຄຳ​ໄຊ, ລາວ

ຍ​ສ​ໝ - ຫວ່າງ​ແລ້ວນີ້, ຢູ່​ດ່ານ​ຊາຍ​ແດນ​ສາ​ກົນ ເກົ່າ​ແຈວ (ຮ່າ​ຕິງ), ຄະ​ນະ​ປະ​ຕິ​ບັດ​ງານ​ແຂວງ​ຮ່າ​ຕິງ ໄດ້​ໄປ​ອວຍ​ພອນ​ບຸນ​ປີ​ໃໝ່​ອຳ​ນາດ​ການ​ປົກ​ຄອງ​ແຂວງ​ບໍ​ລິ​ຄຳ​ໄຊ ແລະ ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ລາວ.

ໜູນ​ຊ້ວຍ​ເຂົ​້​າ​ສານ​ເກືອບ 10.000 ໂຕນ​ໃນ​ໂອ​ກາດ​ບຸນ​ເຕັດ ປີ 2021 ໃຫ້​ແກ່ 10 ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ ໜູນ​ຊ້ວຍ​ເຂົ​້​າ​ສານ​ເກືອບ 10.000 ໂຕນ​ໃນ​ໂອ​ກາດ​ບຸນ​ເຕັດ ປີ 2021 ໃຫ້​ແກ່ 10 ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ

ຍ​ສ​ໝ - ຕາມ​ກົມ​ຄຸ້​ມ​ຄອງ​ສິນ​ຄ້າ​ສຳ​ຮອງ​ແລ້ວ, ຈຳ​ນວນ​ເຂົ້​າ​ສານ​ໄດ້​ຮັບ​ກ​ານ​ສະ​ໜັບ​ສະ​ໜູນ ຕ​າມ​ຂໍ້​ຕົກ​ລົງ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ຈະ​ຕາມ​ການ​ສະເໜີ​ຂອງ​ພະ​ນັກ​ແຮງ​ງານ, ທະ​ຫານ​ອົງ​ຄະ​ ແລະ ສັງ​ຄົມ ຢູ່​ບາງ​ແຂວງ​ໃນ​ໂອ​ກາດ​ບຸນ​ເຕັດ​ປີນີ້​ສູ​ງ​ກ່​ວາ​ປີ 2020 ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ແກ່​ຍາວ​ຕະຫຼອດ​ປີ 2020 ຈົນ​ຮອດ​ປັດ​ຈຸ​ບັນ, ນອກ​ຈາກ​ນັ້ນໄພ​ທຳ​ມະ​ຊາດ​ນ້ຳ​ຖ້ວມກໍ່​ຜົນ​ສະ​ທ້ອນ​ຢ່າ​ງ​ຍິ່ງ​ຕໍ່​ປະ​ຊາ​ຊົນ, ພິ​ເສດ​ແມ່ນ​ບັນ​ດາ​ແຂວງ​ພາກ​ກາງ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.