ໜັງສືພິມລາວ ໄດ້ຕີລາຄາສູງສະພາແຫ່ງຊາດຫວຽດນາມ ສຳເລັດການແຕ່ງຕັ້ງບັນດາຕຳແໜ່ງການນຳຂອງກົງຈັກລັດ

16:55 | 08/04/2021

ຍສໝ - ສຳນັກຂ່າວສານປະເທດລາວ KPL ມີບົດຂຽນທີ່ມີຫົວຂໍ້ວ່າ ສະພາແຫ່ງຊາດຫວຽດນາມ ສຳເລັດການແຕ່ງຕັ້ງບັນດາຕຳແໜ່ງການນຳຂອງກົງຈັກລັດ...

ສະພາແຫ່ງຊາດຫວຽດນາມ ຊຸດທີ XIV ໄດ້ເລືອກຕັ້ງສະຫາຍ ຫງວຽນຊວນຟຸກ, ກໍາມະການກົມການເມືອງ ໃຫ້ດໍາລົງຕໍາແໜ່ງປະທານປະເທດ ແຫ່ງ ສສ ຫວຽດນາມ ສະພາແຫ່ງຊາດຫວຽດນາມ ຊຸດທີ XIV ໄດ້ເລືອກຕັ້ງສະຫາຍ ຫງວຽນຊວນຟຸກ, ກໍາມະການກົມການເມືອງ ໃຫ້ດໍາລົງຕໍາແໜ່ງປະທານປະເທດ ແຫ່ງ ສສ ຫວຽດນາມ
ສະພາແຫ່ງຊາດຫວຽດນາມ ຜ່ານບົດລາຍງານ ສະໄໝ XIV ສະພາແຫ່ງຊາດຫວຽດນາມ ຜ່ານບົດລາຍງານ ສະໄໝ XIV

ຕາມສຳນັກຂ່າວສານຫວຽດນາມປະຈຳລາວ, ໃນຕອນບ່າຍວັນທີ 6 ເມສານີ້, ສຳນັກຂ່າວ KPL ຂອງປະເທດລາວ ມີບົດຂຽນທີ່ມີຫົວຂໍ້ວ່າ ສະພາແຫ່ງຊາດຫວຽດນາມ ສຳເລັດການແຕ່ງຕັ້ງບັນດາຕຳແໜ່ງການນຳຂອງກົງຈັກລັດ ແລະ ໃຫ້ການຕີລາຄາກ່ຽວກັບການເລືອກຕັ້ງຕຳແໜ່ງສຳຄັນຂອງສະພາແຫ່ງຊາດຫວຽດນາມ, ໃນນັ້ນມີຕຳແໜ່ງປະທານປະເທດ, ປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ.

ບັນດາສະຫາຍທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕຳແໜ່ງການນຳປະທານປະເທດ, ສະພາແຫ່ງຊາດ ແລະລັດຖະບານລ້ວນແຕ່ມີປະສົບຜົນສຳເລັດດ້ວຍຄວາມມານະພະຍາຍາມ, ມີຫົວຄິດປະດິດສ້າງ ແລະຄວາມຮັບຜິດຊອບສູງໃນຕຳແໜ່ງ.

ໜັງສືພິມລາວ ໄດ້ຕີລາຄາສູງສະພາແຫ່ງຊາດຫວຽດນາມ ສຳເລັດການແຕ່ງຕັ້ງບັນດາຕຳແໜ່ງການນຳຂອງກົງຈັກລັດ

ສະພາແຫ່ງຊາດຫວຽດນາມໄດ້ເລືອກຕັ້ງທ່ານ ຫງວຽນຊວນຟຸກ ກຳມະການກົມການເມືອງ, ສະມາຊິກສະພາແຫ່ງຊາດຊຸດທີ XIV ໃຫ້ດຳລົງຕຳແໜ່ງປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. (ພາບ: vietnamplus)

ບົດຂຽນຊີ້ແຈ້ງໃຫ້ຫູ້ວ່າ, ສະຫາຍ ຫງວຽນຊວນຟຸກ ໄດ້ຖືກເລືອກຕັ້ງຈາກສະມາຊິກສະພາແຫ່ງຊາດ ເປັນນາຍົກລັດຖະມົນຕີ ໃນປີ 2016, ໃນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດຊຸດທີ XIII. ໃນໄລຍະດໍາລົງຕໍາແໜ່ງ 5 ປີທີ່ຜ່ານມາ, ສະຫາຍໄດ້ປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫລາຍຢ່າງ, ໂດຍສະເພາະແມ່ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ປະສົບເປັນຄັ້ງທໍາອິດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ດ້ວຍພາລະໜ້າທີ່ອັນສໍາຄັນຂອງຜູ້ເປັນຫົວໜ້າລັດຖະບານຫວຽດນາມ ຍາມໃດກໍ່ຢຶດໝັ້ນໃນຈິດໃຈວ່າຕ້ອງ “ເຮັດແທ້ທໍາຈິງ”, ເຊິ່ງເປັນກຸນແຈສຳລັບຄະນະລັດຖະບານ ແລະນາຍົກລັດຖະມົນຕີ ຊອກຫາໄດ້ມາດຕະການແກ້ໄຂສຳລັບຂໍ້ຫຍຸ້ງຍາກ ແລະຂໍ້ຄົງຄ້າງໃນໄລຍະດຳລົງຕຳແໜ່ງເມື່ອຫວນຄືນເບິ່ງ 5 ປີທີ່ຜ່ານມາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະຄະນະລວມໝູ່ຂອງລັດຖະບານໄດ້ປະເຊີນ​​ໜ້າ ແລະເອົາຊະນະຄື້ນກະແສຟອງ ແລະ ຄວາມຜັນຜວນທີ່ໜ້າປະທັບໃຈທັງຢູ່ພາຍໃນ ແລະຕ່າງປະເທດ. ຫວຽດນາມ ໄດ້ຮັກສາລະດັບເຕີບໂຕສູງ ແລະ ສະຖຽນລະພາບເສດຖະກິດມະຫາພາກ ແມ່ນບັນດາຂີດ ໝາຍເສດຖະກິດດີເດັ່ນໃນໄລຍະດຳລົງຕຳແໜ່ງນາຍົກລັດຖະມົນຕີ ຂອງທ່ານຫງວຽນຊວນຟຸກ.

ສະຫາຍ ເວືອງດິ່ງເຫ້ວ ເປັນຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະປະຈໍາລັດຖະບານ ແລະຄະນະລັດຖະບານ ກໍ່ໄດ້ປະສົບຜົນສຳເລັດສຳຄັນເຮັດໃຫ້ເສດຖະກິດມະຫາພາກມີຄວາມໝັ້ນຄົງເຂັ້ມແຂງກວ່າເກົ່າ, ປະກອບສ່ວນເຮັດໃຫ້ ເສດຖະກິດເຕີບໂຕເຂັ້ມແຂງທີ່ສຸດໃນຮອບ 10 ປີທີ່ຜ່ານມາ ແລະແຜ່ຂະຫຍາຍຜົນສຳເລັດດ້ານເສດຖະກິດ ແລະແນວຄິດໃໝ່ ຕະຫລອດຮອດເຂດຊົນນະບົດ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ມີການພົບປະຫລາຍຄັ້ງກັບຫລາຍກະຊວງ, ຂະແໜງການ ແລະທ້ອງຖິ່ນທີ່ກ່ຽວຂ້ອງເພື່ອຊອກຫາວິທີແກ້ໄຂປັບໂຄງສ້າງຂອງໜີ້ສາທາລະນະຄືນໃໝ່, ຫລຸດຜ່ອນອັດຕາສ່ວນໜີ້ສາທາລະນະ ແລະຄວາມກົດດັນໃນການຈ່າຍໜີ້; ເປັນເສນາທິການໃຫ້ແກ່ລັດຖະບານ ແລະສະພາແຫ່ງຊາດ ປະກາດໃຊ້ມະຕິສະບັບເລກ 42/2017/ສພຊ 14 ກ່ຽວກັບການແກ້ໄຂໜີ້ທວງຍາກຂອງເສດຖະກິດ, ປັບປຸງກົດໝາຍວ່າດ້ວຍສະຖາບັນສິນເຊື່ອ.

ໜັງສືພິມລາວ ໄດ້ຕີລາຄາສູງສະພາແຫ່ງຊາດຫວຽດນາມ ສຳເລັດການແຕ່ງຕັ້ງບັນດາຕຳແໜ່ງການນຳຂອງກົງຈັກລັດ

ສະພາແຫ່ງຊາດໄດ້ເລືອກຕັ້ງທ່ານ ເວືອງດິ່ງເຫ້ວ ກຳມະການກົມການເມືອງ, ສະມາຊິກສະພາແຫ່ງຊາດຊຸດທີ XIV, ເລຂາຄະນະພັກນະຄອນຫລວງຮ່າໂນ້ຍ ໃຫ້ດຳລົງຕຳແໜ່ງປະທານສະພາແຫ່ງຊາດຊຸດທີ XIV, ປະທານສະພາແຫ່ງຊາດ. (ພາບ: vietnamplus)

ກ່ຽວກັບນາຍົກລັດຖະມົນຕີຄົນໃໝ່ ທ່ານຟ້າມມີງຈິງ, ບົດຂຽນຍັງຕີລາຄາວ່າ, ໃນຖານະເປັນເລຂາຄະນະພັກແຂວງກວາງນິງ (2011-2015), ສະຫາຍ ຟ້າມມິນຈິ້ງ ໄດ້ປະສົບຜົນສຳເລັດຢ່າງຈົບງາມໃນຫລາຍດ້ານ. ທ່ານໄດ້ພະຍາຍາມຊຸກຍູ້ການປະຕິຮູບດ້ານບໍລິຫານຂອງແຂວງກວາງນິງ ຕາມສອງທິດ ຄື: ກ່ອນອື່ນໝົດແມ່ນປັບປຸງສະພາບແວດລ້ອມການຜະລິດ ແລະການດຳເນີນທຸລະກິດ, ການຮັບໃຊ້ວິສາຫະກິດ; ທີສອງແມ່ນການຮັບໃຊ້ປະຊາຊົນ ຕ້ອງໃຫ້ດີກວ່າເກົ່າ. ສະນັ້ນ, ການດໍາເນີນຂັ້ນຕອນປະກອບເອກະສານຕ່າງໆຂອງປະຊາຊົນ ແລະວິສາຫະກິດຢູ່ທີ່ນີ້ໄດ້ເຮັດໂດຍໄວ ແລະສະດວກຫລາຍຂຶ້ນ. ສິ່ງດັ່ງກ່າວໄດ້ພິສູດໃຫ້ເຫັນວ່າໃນຊຸມປີມໍ່ໆມານີ້, ແຂວງກວາງນິງ ຍາມໃດກໍ່ນອນໃນກຸ່ມ ບັນດາແຂວງນຳໜ້າໃນການປະຕິຮູບການບໍລິຫານລັດ. ໃນປີ 2019, ແຂວງນີ້ໄດ້ຈັດຢູ່ລະດັບທີໜຶ່ງໃນທົ່ວປະເທດກ່ຽວກັບດັດຊະນີຂອງການປະຕິຮູບດ້ານການບໍລິຫານ ແລະດັດສະນີຄວາມເພິ່ງພໍໃຈຂອງປະຊາຊົນ. ກວາງນິງ ກໍ່ແມ່ນທ້ອງຖິ່ນໜຶ່ງທີ່ກຳລັງດຶງດູດແຫລ່ງກຳລັງແຮງຈາກຄູ່ຮ່ວມມືພາກລັດ-ເອກະຊົນ ເພື່ອລົງທຶນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງເປັນຕົ້ນແມ່ນ: ສະໜາມບິນ, ທ່າເຮືອ, ທາງດ່ວນ. ນີ້ແມ່ນແຂວງທີ່ມີລະບົບ ພື້ນຖານໂຄງລ່າງທີ່ທັນສະໄໝຢ່າງຍິ່ງເມື່ອທຽບກັບຫລາຍທ້ອງຖິ່ນອື່ນ, ເປັນແຂວງທີ່ມີສະໜາມບິນທີ່ມີການລົງທຶນຂອງເອກະຊົນຄັ້ງທຳອິດຢູ່ຫວຽດນາມ; ມີທາງດ່ວນເຊື່ອມຕໍ່ລະຫວ່າງແຂວງຍາວທີ່ສຸດໃນປະເທດຫວຽດນາມ. ບັນດາຜົນສໍາເລັດໄດ້ຮັບໃນມື້ນີ້ແມ່ນມີການປະກອບສ່ວນທີ່ສໍາຄັນຂອງທ່ານເລຂາຄະນະພັກແຂວງ ຟ້າມມິນຈິ້ງ.

ໃນຕ້ອນທ້າຍຂອງບົດຂ່າວ ໄດ້ລະບູວ່າ, ໂດຍການຮວບຮວມເລືອກຕັ້ງເອົາບັນດາຕຳແໜ່ງການນຳຂັ້ນສູງຂອງປະທານປະເທດ, ສະພາແຫ່ງຊາດ ແລະລັດຖະບານ, ບັນດາສະມາຊິກສະພາແຫ່ງຊາດຫວຽດນາມ ມີຄວາມຫວັງສູງຕໍ່ກົງຈັກການນຳຊຸດໃໝ່ຈະສືບຕໍ່ເສີມຂະຫຍາຍສະຕິປັນຍາ ແລະຄວາມສາມາດຂອງຕົນ ເພື່ອກ້າວຕໍ່ປະຕິບັດຕາມຜົນສຳເລັດຂອງໄລຍະກ່ອນ, ນຳພາປະເທດໃຫ້ນັບມື້ນັບພັດທະນາຍິ່ງຂຶ້ນ, ຫັນຄວາມມູ່ງມາດປາຖະໜາຢາກນຳພາປະເທດຫວຽດນາມ ໃຫ້ເຂັ້ມແຂງ ແລະຈະເລີນຮຸ່ງເຮືອງບົນຈິດໃຈມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໃຫ້ປະກົດຜົນເປັນຈິງ.

ປິດກອງປະຊຸມຄັ້ງທີ 54 ຄະນະປະຈຳສະພາແຫ່ງຊາດ ປິດກອງປະຊຸມຄັ້ງທີ 54 ຄະນະປະຈຳສະພາແຫ່ງຊາດ

ຄະນະປະຈຳສະພາແຫ່ງຊາດໄດ້ພິຈາລະນາຢ່າງລະມັດລະວັງ, ເຖິງຖອງ ແລະ ໄດ້ມີຂໍ້ສະຫຼຸບສຸດທ້າຍກ່ຽວກັບບັນດາເນື້ອໃນທີ່ຍັງເຫຼືອເພື່ອກະກຽມໃຫ້ແກ່ກອງປະຊຸມສຸດທ້າຍຂອງສະພາແຫ່ງຊາດຊຸດທີ 15.

ທ່ານນາງ ຫງວຽນທິກີມເງິນ  ປະທານສະພາແຫ່ງຊາດຫວຽດນາມ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ສະພາແຫ່ງຊາດສອງປະເທດ  ຫວຽດນາມ ແລະ ລາວ ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ສະພາແຫ່ງຊາດສອງປະເທດ ຫວຽດນາມ ແລະ ລາວ

ຍສໝ - ໃນຕອນບ່າຍຂອງວັນທີ 6 ທັນວາ 2020 ຢູ່ ຫໍສະພາແຫ່ງຊາດ ສສ.ຫວຽດນາມ, ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ສສ.ຫວຽດນາມ ໄດ້ມີການພົບປະກັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ.ລາວ .

ສະພາແຫ່ງຊາດຫວຽດນາມ ຊ່ວຍເຫຼືອປະເທດອາເຈນຕິນາ ໃນການປ້ອງກັນການພະຍາດ COVID-19 ສະພາແຫ່ງຊາດຫວຽດນາມ ຊ່ວຍເຫຼືອປະເທດອາເຈນຕິນາ ໃນການປ້ອງກັນການພະຍາດ COVID-19

ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງຊວນຢຸງ ໄດ້ຢືນຢັນວ່າ ຂອງຂວັນຊ່ວຍເຫຼືອໃນຄັ້ງນີ້ແມ່ນນ້ຳໃຈອັນຈິງໃຈຂອງລັດ ແລະ ປະຊາຊົນຫວຽດນາມ, ແມ່ນການແບ່ງປັນ ແລະ ຊ່ວຍເຫລືອໝູ່ເພື່ອນອາເຈນຕິນາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.