ຮ່າຕິງ ມອບໂຄງການສຸກສາລາ ບ້ານ ມາກເຟືອງໃຫ້ແກ່ແຂວງ ຄຳມ່ວນ (ລາວ)

11:21 | 09/04/2021

ຍ​ສ​ໝ - ຕາມ​ໜັງ​ສື​ພິມ​ຮ່າ​ຕິງ​ແລ້ວ, ປີ 2020, ແຂວງ​ຮ່າ​ຕິງ​ໄດ້​ໜູນ​ຊ່ວຍ​ແຂວງ​ຄຳ​ມ່ວນ​ສ້າງ ບ້ານ​ມາກ​ເຟືອງ, ເມືອງ​ນາ​ກາຍ, ແຂວງ​ຄຳ​ມ່ວນ ທີ່​ມີ​ມຸ​ນ​ຄ່າ 2 ຕື້ ດົ່ງ. ພາຍຫຼັງ​ການ​ກໍ່​ສ້າງ​ມາ​ເປັນ​ເວ​ລາ 7 ເດືອນ, ມາ​ຮອດ​ປັດ​ຈຸ​ບັນ ໂຄງ​ການ​ໄດ້​ກໍ່​ສ້າງ​ສຳ​ເລັດ ​ແລະ​ນຳ​ເຂົ້າ​ການ​ເຄື່ອນ​ໄຫວ.

ໜັງສືພິມລາວ ໄດ້ຕີລາຄາສູງສະພາແຫ່ງຊາດຫວຽດນາມ ສຳເລັດການແຕ່ງຕັ້ງບັນດາຕຳແໜ່ງການນຳຂອງກົງຈັກລັດ ໜັງສືພິມລາວ ໄດ້ຕີລາຄາສູງສະພາແຫ່ງຊາດຫວຽດນາມ ສຳເລັດການແຕ່ງຕັ້ງບັນດາຕຳແໜ່ງການນຳຂອງກົງຈັກລັດ
ນາຍົກລັດຖະມົນຕີ ລາວ-ຍີ່ປຸ່ນ ສົນທະນາທາງໄກ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ນາຍົກລັດຖະມົນຕີ ລາວ-ຍີ່ປຸ່ນ ສົນທະນາທາງໄກ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື
ຮ່າຕິງ ມອບໂຄງການສຸກສາລາ ບ້ານ ມາກເຟືອງໃຫ້ແກ່ແຂວງ ຄຳມ່ວນ (ລາວ)

ວັນ​ທີ 19 ມິ​ຖຸ​ນາ 2020 ຢູ່​ດ່ານ​ຊາຍ​ແດນ​ສາ​ກົນ​ເກົ່າ​ແຈ​ວ, ແຂ​ວ​ງ​ຮ່າ​ຕິງ ໄດ້​ມອບ​ເງິນ​ເປັນ​ຈຳ​ນວນ 2 ຕື້​ດົ່ງ​ໃຫ້​ແກ່​ແຂວງ​ຄຳ​ມ່ວນ

ຫວ່າງ​ແລ້ວນີ້, ຢູ່​ດ່ານ​ຊາຍ​ແດນ​ສາ​ກົນ ຈາ​ລໍ, ແຂວງ​ກ໋​ວາງ​ບິ່ງ ຄະ​ນະປະ​ຕິ​ບັດ​ງານ​ແຂວງ​ຮ່າ​ຕິງ ໄດ້​ມາ​ອວຍ​ພອນ​ບຸນ​ປີ​ໃໝ່ 2021 ແລະ ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ລາວ ແຂວງ​ຄຳ​ມ່ວນ. ເນື່ອງ​ໃນ​ໂອ​ກາດນີ້, ຮ່າ​ຕິ້ງ​ກໍ່​ໄດ້​ມອບ​ໂຄງ​ການ​ສຸກ​ສາ​ລາບ້ານ​ມາກ​ເຟືອງ, ເມືອງ​ນາ​ກາຍ​ໃຫ້​ແກ່​ແຂວງ.

ຕາມ​ໜັງ​ສື​ພິມ​ຮ່າ​ຕິງ​ແລ້ວ, ປີ 2020, ແຂວງ​ຮ່າ​ຕິງ​ໄດ້​ໜູນ​ຊ່ວຍ​ແຂວງ​ຄຳ​ມ່ວນ​ສ້າງ ບ້ານ​ມາກ​ເຟືອງ, ເມືອງ​ນາ​ກາຍ, ແຂວງ​ຄຳ​ມ່ວນ ທີ່​ມີ​ມຸ​ນ​ຄ່າ 2 ຕື້ ດົ່ງ. ພາຍຫຼັງ​ການ​ກໍ່​ສ້າງ​ມາ​ເປັນ​ເວ​ລາ 7 ເດືອນ, ມາ​ຮອດ​ປັດ​ຈຸ​ບັນ ໂຄງ​ການ​ໄດ້​ກໍ່​ສ້າງ​ສຳ​ເລັດ​ແລະ​ນຳ​ເຂົ້າ​ການ​ເຄື່ອນ​ໄຫວ.

ໂຄງ​ການສຸກ​ສາ​ລາຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວຽກ​ງານ​ກວດ​ພະ​ຍາດ, ປິ່ນ​ປົວ​ພະ​ຍາດໃຫ້​ແກ່​ປະ​ຊາ​ຊົນ​ເມືອງ​ນາ​ກາຍ ເຊິ່ງ​ດຳ​ລົງ​ຊີ​ວິດ​ຢູ່​ລຽ​ບ​ຕາມ​ເສັ້ນ​ຊາຍ​ແດນ​ຕິດ​ພັນ​ກັບ ຫວຍດ​ນາມ, ທັງ​ສະ​ແດງ​ໃຫ້​ເປັນ​ມູນ​ເຊື້ອ​ສາ​ມັກ​ຄີ, ມິດ​ຕະ​ພາບ​ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ເວົ້າ​ລວມ ແລະ ແຂວງ​ຮ່າ​ຕິ້ງ - ຄຳ​ມ່ວນ​ເວົ້າ​ສະ​ເພາະ.

ຮ່າຕິງ ມອບໂຄງການສຸກສາລາ ບ້ານ ມາກເຟືອງໃຫ້ແກ່ແຂວງ ຄຳມ່ວນ (ລາວ)

ການ​ນຳ​ແຂວງ​ຮ່າ​ຕິງ ໄດ້​ມອບ​ໂຄງ​ການ​ສຸກ​ສາ​ລາ​ໃຫ້​ແກ່​ແຂວງ​ຄຳ​ມ່ວ​ນ

ໃນ​ໂອ​ກາດ​ບຸນ​ປີ​ໃໝ່ 2021 ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ລາວ, ໂດຍ​ຕາງ​ໜ້າ​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ, ປະ​ຊາ​ຊົນ​ແຂວງ​ຮ່າ​ຕິ້ງ, ທ່ານ ຮ່​ວາງ​ຈຸງ​ຢຸງ ເລ​ຂາ​ຄະ​ນະ​ພັກ​ແຂວງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ໄດ້​ອວຍ​ພອນ​ບັນ​ດາ​ສະ​ຫານ​ໃນ​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ລາວ​ແຂວງ​ຄຳ​ມ່ວນ​ຈົ່ງ​ມີ​ສຸ​ຂະ​ພາບ​ທີ່​ເຂັ້ມ​ແຂງ, ຄວາມ​ຜາ​ສຸກ, ປະ​ສົບ​ຜົນ​ສຳ​ເລັດ​ໃນ​ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ, ກໍ່​ຄື​ສືບ​ຕໍ່​ອຸ​ທິດ​ສ່ວນຫຼາຍ​ກ່​ວາ​ອີກ​ເຂົ້າ​ພາ​ລະ​ກິດ​ສ້າງ​ສາ​ປະ​ເທດ​ຊາດ ແລະ ການ​ພົວ​ພັນຮ່ວມ​ມື​ມິດ​ຕະ​ພາບ​​ລະ​ຫວ່າງ​ສອງ​ຝ່າຍ. ອວຍ​ພອນ​ໃຫ້​ນ້ຳ​ໃຈ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ພິ​ເດ, ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ເວົ້າ​ລວມ, ແຂວງ​ຮ່າ​ຕິ້ງ ແລະ ຄຳ​ມ່ວນ​ເວົ້າ​ສະ​ເພາະນັບ​ມື້​ນັບ​ແຕກດອກ​ອອກ​ຜົນ, ໝັ້ນ​ຄົງ​ທະ​ນົງ​ແກ່ນ​ຊົ່ວ​ກາ​ລະ​ນານ.

ສ່ວນ​ທ່ານ ວັນໄຊ ພອນ​ສະ​ຫວັນ ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ເລ​ຂາ ເຈົ້າ​ແຂວງ ແຂວງ​ຄຳ​ມ່ວນ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ບັນ​ດາ​ນ້ຳ​ໃຈ​ພິ​ເສດ​ເຊິ່ງ ການ​ນຳ ແລະ ປະ​ຊາ​ຊົນ​ແຂວງ​ຮ່າ​ຕິງ ສະ​ຫງວນ​ໃຫ້​ປະ​ຊາ​ຊົນລາວ​ບັນ​ດາ​ເຜົ່າ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ. ພິ​ເສດ​ແມ່ນ​ໃນ​ປີ​ຜ່ານ​ມາ, ຄຳ​ມ່ວນ​ໄດ້​ຮັບ​ການ​ໜູນ​ຊ່ວຍຫຼາຍ​ຢ່າງ​ຈາກ​ແຂວງ​ຮ່າ​ຕິ້ງ​ໃນ​ຂົງ​ເຂດ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລ​ະ​ບາດ​ໂຄວິດ - 19 ດ້ວຍ​ອຸ​ປະ​ກອນ, ຮາກ​ຖານ​ໂຄງ​ລ່າງ​ການ​ແພດ, ປະ​ກອບ​ສ່ວນ​ຊ່ວຍ​ໃຫ້​ແຂວງ​ປ້ອງ​ກັນ ສະ​ກັດ​ກັ້ນ​ໄດ້​ໂລກ​ລະ​ບາດ​ໂຄວິດ - 19.

ໜັງສືພິມລາວ ໄດ້ຕີລາຄາສູງສະພາແຫ່ງຊາດຫວຽດນາມ ສຳເລັດການແຕ່ງຕັ້ງບັນດາຕຳແໜ່ງການນຳຂອງກົງຈັກລັດ ໜັງສືພິມລາວ ໄດ້ຕີລາຄາສູງສະພາແຫ່ງຊາດຫວຽດນາມ ສຳເລັດການແຕ່ງຕັ້ງບັນດາຕຳແໜ່ງການນຳຂອງກົງຈັກລັດ

ຍສໝ - ສຳນັກຂ່າວສານປະເທດລາວ KPL ມີບົດຂຽນທີ່ມີຫົວຂໍ້ວ່າ ສະພາແຫ່ງຊາດຫວຽດນາມ ສຳເລັດການແຕ່ງຕັ້ງບັນດາຕຳແໜ່ງການນຳຂອງກົງຈັກລັດ...

ນາຍົກລັດຖະມົນຕີ ລາວ-ຍີ່ປຸ່ນ ສົນທະນາທາງໄກ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ນາຍົກລັດຖະມົນຕີ ລາວ-ຍີ່ປຸ່ນ ສົນທະນາທາງໄກ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື

ໃນວັນທີ 7 ເມສາ 2021 ທີ່ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົນທະນາໂທລະສັບ ທາງໄກກັບ ທ່ານ ຊູງະ ໂຢຊິຮິເດະ (Mr. Suga Yoshihide) ນາຍົກລັດຖະມົນຕີຍີ່ປຸ່ນ ເພື່ອເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ...

ມອບ-ຮັບ ລັດຖະມົນຕີກະຊວງຖະແຫລງ ຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ມອບ-ຮັບ ລັດຖະມົນຕີກະຊວງຖະແຫລງ ຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ

ໃນວັນທີ 7 ເມສາ 2021, ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໄດ້ພິທີມອບ-ຮັບ ເລຂາຄະນະພັກ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ລະຫວ່າງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ຖວທ (ຜູ້ເກົ່າ) ແລະ ທ່ານ ນາງ ສວນສະຫວັນ ...

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.