ນາຍົກລັດຖະມົນຕີ ລາວ-ຍີ່ປຸ່ນ ສົນທະນາທາງໄກ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື

13:33 | 08/04/2021

ໃນວັນທີ 7 ເມສາ 2021 ທີ່ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົນທະນາໂທລະສັບ ທາງໄກກັບ ທ່ານ ຊູງະ ໂຢຊິຮິເດະ (Mr. Suga Yoshihide) ນາຍົກລັດຖະມົນຕີຍີ່ປຸ່ນ ເພື່ອເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ.

ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໃນ 3 ໄຕ​ມາດ ທີ່ຍັງ​ເຫຼືອ​ຕ້ອງ​ອີງ​ໃສ່ການສົ່ງ​ອອກ ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໃນ 3 ໄຕ​ມາດ ທີ່ຍັງ​ເຫຼືອ​ຕ້ອງ​ອີງ​ໃສ່ການສົ່ງ​ອອກ
ຊຸມວັນວັດທະນະທໍາ ສ.ເກົາຫຼີ ຢູ່ ກວ໋າງນາມ ປີ 2021 ຊຸມວັນວັດທະນະທໍາ ສ.ເກົາຫຼີ ຢູ່ ກວ໋າງນາມ ປີ 2021
undefined
ທ່ານ ພັນຄໍາ ວິພາວັນ ກໍໄດ້ສະແດງຄວາມພ້ອມ ທີ່ຈະສືບຕໍ່ເຮັດວຽກຮ່ວມກັບ ທ່ານ ຊູງະ ໂຢຊິຮິເດະ ຢ່າງໃກ້ຊິດ ເພື່ອສືບຕໍ່ສົ່ງເສີມ ສາຍພົວ ພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ບົນພື້ນຖານການເປັນ ຄູ່ຮ່ວມຍຸດທະສາດ ຂອງສອງປະເທດ

ໃນການສົນທະນາຄັ້ງນີ້, ທ່ານ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີ ທີ່ໄດ້ໂອ້ລົມກັບ ທ່ານ ຊູງະ ໂຢຊິຮິເດະ ອີກຄັ້ງ ພາຍຫລັງທີ່ໄດ້ມີໂອກາດ ພົບປະກັນ ໃນການຢ້ຽມຢາມຍີ່ປຸ່ນ ເພື່ອຮັບຫລຽນກຽດ ຕິຄຸນອາທິດອຸໄທໃນ ເດືອນພະຈິກ 2019 ທີ່ຜ່ານມາ ແລະ ຂໍຖືໂອກາດນີ້ສະແດງ ຄວາມຂອບໃຈ ຕໍ່ຄໍາຊົມເຊີຍອັນອົບອຸ່ນ ໃນໂອກາດ ທີ່ໄດ້ຮັບຕໍາແໜ່ງໃໝ່. ພ້ອມກັນນີ້, ທ່ານ ພັນຄໍາ ວິພາວັນ ກໍໄດ້ສະແດງຄວາມພ້ອມ ທີ່ຈະສືບຕໍ່ເຮັດວຽກຮ່ວມກັບ ທ່ານ ຊູງະ ໂຢຊິຮິເດະ ຢ່າງໃກ້ຊິດ ເພື່ອສືບຕໍ່ສົ່ງເສີມ ສາຍພົວ ພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ບົນພື້ນຖານການເປັນ ຄູ່ຮ່ວມຍຸດທະສາດ ຂອງສອງປະເທດ ແລະ ປະກາດຮັບຮອງແຜນປະຕິບັດງານ ເພື່ອຄວາມກ້າວໜ້າ ຂອງການເປັນຄູ່ຮ່ວມ ຍຸດທະສາດ ລະ ຫວ່າງ ສປປ ລາວ ແລະ ຍີ່ປຸ່ນ.

ໃນໂອກາດດຽວກັນ, ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕໍ່ການສະເຫລີມ ສະຫລອງວັນສ້າງຕັ້ງ ສາຍພົວພັນການທູດ ຄົບຮອບ 65 ປີ (5 ມີນາ 1955-5 ມີນາ 2020) ແລະ ການເປັນຄູ່ຮ່ວມຍຸດທະສາດ ຄົບຮອບ 5 ປີ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃນປີ 2020 ຜ່ານມາ, ເຖິງແມ່ນວ່າຈະມີສະພາບ ການແຜ່ລະບາດຂອງ ພະຍາດໂຄວິດ-19, ແຕ່ສອງປະເທດ ກໍພ້ອມພາກັນສະເຫລີມສະ ຫລອງ ສອງວັນປະຫວັດສາດດັ່ງກ່າວ ດ້ວຍຜົນສໍາເລັດຢ່າງຈົບງາມ. ພ້ອມກັນນີ້, ສອງຝ່າຍ ຍັງຕີລາຄາສູງ ທີ່ເຫັນວ່າ ຕະຫລອດໄລຍະເວລາ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນ ການທູດຮ່ວມກັນ, ສອງປະເທດ ໄດ້ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ໃນດ້ານຕ່າງໆ ໃນຫລາຍຂົງເຂດ ໃຫ້ນັບມື້ນັບຂະຫຍາຍຕົວ ຂຶ້ນຢ່າງບໍ່ຢຸດຢັ້ງ. ສອງຝ່າຍ ຍັງໄດ້ປຶກສາຫາລືກັນ ກ່ຽວກັບ ທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນ ການຮ່ວມມືທາງດ້ານ ວຽກງານປ້ອງກັນຊາດ ແລະ ການລົງທຶນ ຢູ່ ສປປ ລາວ, ລວມທັງໂຄງການ ຊ່ວຍເຫລືອຕ່າງໆຈາກຍີ່ປຸ່ນ ແລະ ສອງຝ່າຍຍັງໄດ້ປຶກສາ ຫາລືບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ທ່ານ ພັນຄຳ ວິພາວັນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ການ ຊ່ວຍເຫລືອຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ຊຶ່ງເປັນການປະກອບສ່ວນສໍາຄັນ ໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະ ການສະກັດກັ້ນການ ແຜ່ລະບາດ ຂອງພະຍາດ ໂຄວິດ-19 ທີ່ຍັງສືບຕໍ່ເປັນອຸປະສັກ ຕໍ່ການພັດທະນາເສດ ຖະກິດ ກໍຄືການດໍາລົງຊີວິດ ຂອງປະຊາຊົນໃນທົ່ວໂລກ. ໂອກາດນີ້ ໄດ້ອວຍພອນໃຫ້ ທ່ານ ຊູງະ ໂຢຊິຮິເດະ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ ໃນໜ້າທີ່ອັນມີກຽດຂອງທ່ານ.

ມີຫຼາຍກິດຈະກຳເຄື່ອນໄຫວໃນປີທ່ອງທ່ຽວແຫ່ງຊາດນີງບິ່ງ 2021 ມີຫຼາຍກິດຈະກຳເຄື່ອນໄຫວໃນປີທ່ອງທ່ຽວແຫ່ງຊາດນີງບິ່ງ 2021

ວັນທີ 6 ເມສາ, ຢູ່ນະຄອນນີງບິ່ງ, ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງນີງບິ່ງ ຈັດກອງປະຊຸມຂ່າວແນະນຳກ່ຽວກັບປີທ່ອງທ່ຽວແຫ່ງຊາດນີງບິ່ງ 2021-ຮວາລື, ນີງບິ່ງ.

ບູລະນະການນຳບາງກຳມາທິການຂອງສະພາແຫ່ງຊາດ ບູລະນະການນຳບາງກຳມາທິການຂອງສະພາແຫ່ງຊາດ

ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ XIV ໄດ້ປ່ອນບັດເລືອກຕັ້ງການນຳບາງກຳມາທິການສະພາແຫ່ງຊາດ, ເລຂາທິການໃຫຍ່ສະພາແຫ່ງຊາດ.

ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸ້ງ ອວຍພອນບຸນປີໃໝ່ສະຖານທູດລາວ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸ້ງ ອວຍພອນບຸນປີໃໝ່ສະຖານທູດລາວ

ຍສໝ - ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີຫງວຽນກວກຢຸງ ໄດ້ສະແດງຄວາມຊົມເຊີຍປະເທດລາວ ໃນການຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດລາວຄັ້ງທີ 9 ຢ່າງຈົບງາມ.

kpl.gov.la

ເຫດການ
302 Found

Found

The document has moved here.