ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງການເງິນ ຜູ້ເກົ່າ ແລະ ຜູ້ໃໝ່

11:28 | 07/04/2021

ໃນວັນທີ 6 ເມສາ 2021 ທີ່ກະຊວງການເງິນ ໄດ້ມີພິທີມອບ-ຮັບລັດຖະມົນຕີ ກະຊວງການເງິນຜູ້ເກົ່າ ແລະ ຜູ້ໃໝ່ ລະຫວ່າງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງການເງິນ (ຜູ້ເກົ່າ) ແລະ ທ່ານ ບຸນໂຈມ ອຸບົນປະເສີດ (ຜູ້ໃໝ່) ໂດຍການເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີຜູ້ຕາງໜ້າຈາກຄະນະ ຈັດຕັ້ງສູນກາງພັກ, ພະນັກງານຫລັກແຫລ່ງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

ສະມາຄົມ​ມິດຕະພາບ ​ລາວ-​ຫວຽດນາມ ຂັ້ນ​ສູນກາງ ​​ຈັດ​ພິທີ​ມອບ-​ຮັບໜ້າທີ່ ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ສະມາຄົມ​ມິດຕະພາບ ​ລາວ-​ຫວຽດນາມ ຂັ້ນ​ສູນກາງ ​​ຈັດ​ພິທີ​ມອບ-​ຮັບໜ້າທີ່ ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ
ປະເທດລາວ: 40 ມື້ຕິດຕໍ່ກັນບໍ່ພົບຜູ້ຕິດເຊື້ອ Covid-19 ຜູ້ໃໝ່, ໄດ້ເລີ່ມຕົ້ົ້ນເປີດບໍລິການທັງໝົດ ເປັນຕົ້ນ ປະເທດລາວ: 40 ມື້ຕິດຕໍ່ກັນບໍ່ພົບຜູ້ຕິດເຊື້ອ Covid-19 ຜູ້ໃໝ່, ໄດ້ເລີ່ມຕົ້ົ້ນເປີດບໍລິການທັງໝົດ ເປັນຕົ້ນ
ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງການເງິນ ຜູ້ເກົ່າ ແລະ ຜູ້ໃໝ່

ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງການເງິນ ຜູ້ເກົ່າ ແລະ ຜູ້ໃໝ່

ໃນພິທີ ທ່ານ ນາງ ວິໄລວັນ ເພັງສະຫວັດ ໄດ້ຕາງໜ້າຈາກຄະນະ ຈັດຕັ້ງສູນກາງພັກ ຂຶ້ນຜ່ານບັນດານິກຳຕ່າງໆ ເປັນຕົ້ນແມ່ນ ລັດຖະດຳລັດປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 120/ປປທ ລົງວັນທີ 24 ມີນາ 2021 ວ່າດ້ວຍການອອກພັກ ການ-ຮັບອູດໜູນບຳນານ ໂດຍອະນຸມັດໃຫ້ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ອອກພັກການ-ຮັບອຸດໜູນບຳນານ; ລັດຖະດຳລັດປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 135/ປປທ ລົງວັນທີ 29 ມີນາ 2021 ວ່າດ້ວຍການແຕ່ງຕັ້ງ ລັດຖະມົນຕີ ກະຊວງການເງິນ ໂດຍແຕ່ງຕັ້ງໃຫ້ທ່ານ ບຸນໂຈມ ອຸບົນປະເສີດ ເປັນລັດຖະມົນຕີ ກະຊວງການເງິນ (ຜູ້ໃໝ່) ແລະ ດຳລັດຂອງນາຍົກ ລັດຖະມົນຕີ ເລກທີ 285/ນຍ ລົງວັນທີ 2 ເມສາ 2021 ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີ ກະຊວງການເງິນ ໂດຍແຕ່ງຕັ້ງ ທ່ານ ບຸນປອນ ວັນນະຈິດ ເປັນຮອງລັດຖະມົນຕີ ກະຊວງການເງິນຜູ້ໃໝ່.

ໃນພິທີໄດ້ຮັບຟັງການໂອ້ລົມ ຈາກ ທ່ານ ພັນຄຳ ວິພາວັນ ເຊິ່ງທ່ານໄດ້ກ່າວບາງຕອນວ່າ: ກະຊວງການເງິນ ແມ່ນກະຊວງໜຶ່ງທີ່ສຳຄັນ ເປັນເສນາທິການໃຫ້ລັດຖະບານ ໃນການຄຸ້ມຄອງ ວຽກງານການເງິນ ແລະ ງົບປະມານແຫ່ງລັດ, ຂຸດຄົ້ນແຫລ່ງລາຍຮັບເຂົ້າງົບປະມານ ເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວ ວຽກງານຂອງກົງຈັກພັກ-ລັດ, ຮັບໃຊ້ໃຫ້ແກ່ການ ພັດທະນາປະເທດ; ໃຫ້ເພີ່ມທະວີຂຸດຄົ້ນ ທຸກແຫລ່ງລາຍຮັບ ທີ່ບົ່ມຊ້ອນພາຍໃນ ແລະ ສ້າງຖານລາຍຮັບໃໝ່ທີ່ໝັ້ນຄົງ ເພື່ອເກັບລາຍຮັບເຂົ້າງົບປະມານ ໃຫ້ນັບມື້ເພີ່ມ; ສຸມທຸກກຳລັງໃນການຫັນ ການເງິນເປັນທັນສະໄໝ; ຮັບປະກັນການຈັດຕັ້ງປະຕິບັດ ການຈັດເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍ ໃຫ້ມີປະສິດ ທິຜົນສູງກວ່າເກົ່າ; ເພີ່ມທະວີການຊີ້ນຳ ຕໍ່ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2021; ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ຂອງຖັນແຖວ ພະນັກງານ; ປັບປຸງການຈັດຕັ້ງໃຫ້ ມີຄວາມໜັກແໜ້ນເຂັ້ມແຂງ ເພື່ອຕອບສະໜອງກັບໜ້າທີ່ ການເມືອງທີ່ໄດ້ຮັບມອບໝາຍ; ເພີ່ມທະວີການປະຕິບັດ ວິໄນການເງິນ ໃຫ້ມີຄວາມ ເຂັ້ມງວດ ໂດຍສະເພາະເອົາໃຈໃສ່ ຄຸ້ມຄອງລາຍຮັບ-ລາຍຈ່າຍ ງົບປະມານໃຫ້ເຂັ້ມງວດ ບໍ່ຈ່າຍນອກແຜນສ້າງໜີ້ສິນຄຸມເຄືອ ທີ່ຈະກະທົບຕໍ່ສະຖຽນລະພາບ ທາງດ້ານເສດຖະກິດ ການເງິນ ແລະ ເງິນຕາຂອງພວກເຮົາ; ສືບຕໍ່ແກ້ໄຂສະພາບ ປະກົດການຫຍໍ້ທໍ້ພາຍໃນ ຂະແໜງການເງິນ ຕ້ານຄວາມບໍ່ໂປ່ງໃສ; ແກ້ໄຂການສໍ້ລາດບັງຫລວງ ຂອງພະນັກງານ ການເງິນ ແລະ ການສວຍໂອກາດຍາດ ເອົາຜົນປະໂຫຍດສ່ວນຕົວ ແນວຄິດຄອງຄອຍແກ້ໄຂ ບັນຫາທີ່ແກ່ຍາວ ຄື ການແກ້ໄຂບັນຫາຄົນເຫລືອບໍ່ພໍ ປະສິດທິພາບ ການເຮັດວຽກຕ່ຳ ຄາດຄວາມກະຕືລືລົ້ນ ຂາດລະບຽບວິໄນ ແລະ ອື່ນໆ.

ປິດຊຸດບໍາລຸງສ້າງບັນຊາ-ເສນາທິການຂັ້ນສູງບັ້ນຮົບ, ຍຸດທະສາດໄລຍະສັ້ນ, ຊຸດທີ III ໃຫ້ກອງທັບປະຊາຊົນລາວ ປິດຊຸດບໍາລຸງສ້າງບັນຊາ-ເສນາທິການຂັ້ນສູງບັ້ນຮົບ, ຍຸດທະສາດໄລຍະສັ້ນ, ຊຸດທີ III ໃຫ້ກອງທັບປະຊາຊົນລາວ

ຍສໝ - ຊຸດບໍາລຸງສ້າງບັນຊາ-ເສນາທິການຂັ້ນສູງບັ້ນຮົບ, ຍຸດທະສາດ ໄລຍະສັ້ນ, ຊຸດທີ III ໃຫ້ກອງທັບປະຊາຊົນລາວ ຈັດຕັ້ງທີ່ວິທະຍາຄານປ້ອງກັນຊາດ ໃນໄລຍະ 4 ເດືອນ. ນັກສໍາມະນາກອນໄດ້ຄົ້ນຄວ້າບາງເນື້ອໃນ, ຄື: ປະຫວັດສາດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດຂອງຫວຽດນາມ, ລະບົບການເມືອງຂອງຫວຽດນາມ; ນະໂຍບາຍປ້ອງກັນຊາດ ແລະກໍາລັງແຮງດ້ານປ້ອງກັນຊາດຂອງຫວຽດນາມ; ທາດແທ້, ມູນເຊື້ອ ແລະການຈັດຕັ້ງຂອງກອງທັບປະຊາຊົນຫວຽດນາມ...

ປະຊາຄົມສາກົນຕີລາຄາສູງຜົນງານຂອງຫວຽດນາມ, ວາງຄາດຫວັງຫຼາຍຢ່າງກ່ຽວກັບລັດຖະບານຊຸດໃໝ່ ປະຊາຄົມສາກົນຕີລາຄາສູງຜົນງານຂອງຫວຽດນາມ, ວາງຄາດຫວັງຫຼາຍຢ່າງກ່ຽວກັບລັດຖະບານຊຸດໃໝ່

ທົ່ວໂລກໄດ້ຍ້ອງຍໍການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງຫວຽດນາມ, ເສດຖະກິດຫຽດນາມ ຮັກສາລະດັບເຕີບໂຕເປັນຢ່າງດີ.

ການນຳຫຼາຍປະເທດອວຍພອນປະທານປະເທດ ແລະ ນາຍົກລັດຖະມົນຕີຄົນໃໝ່ຂອງຫວຽດນາມ ການນຳຫຼາຍປະເທດອວຍພອນປະທານປະເທດ ແລະ ນາຍົກລັດຖະມົນຕີຄົນໃໝ່ຂອງຫວຽດນາມ

ເນື່ອງໃນໂອກາດທ່ານ ຫງວຽນຊວັນຟຸກ ໄດ້ຮັບການເລືອກຕັ້ງເປັນປະທານປະເທດແຫ່ງສສ.ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງສປປ.ລາວ ທອງລຸນ ສີສຸລິດ ໄດ້ສົ່ງສານ ແລະ ອວຍພອນທາງໂທລະສັບ.

kpl.gov.la

ເຫດການ
302 Found

Found

The document has moved here.