ຍສໝ - ທ່ານວັນໄຊ ພອງສະຫວັນ ເລຂາພັກແຂວງ, ເຈົ້າແຂວງໆຄໍາມ່ວນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຄວາມເອົາໃຈໃສ່, ໜູນຊ່ວຍຢ່າງທັນການຂອງອົງຄະນະພັກ, ອໍານາດການປົກຄອງ, ປະຊາຊົນແຂວງກວ໋າງບິ່ງ ທີ່ມີຕໍ່ແຂວງຄໍາມ່ວນ.
ຍສໝ - ມາຮອດປັດຈຸບັນ ຕົວເລກຜູ້ຕິດເຊື້ອສະສົມຢູ່ປະເທດ ລາວ ມີ 672 ຄົນ. ໃນນີ້ ປິ່ນປົວດີ 50 ຄົນ ແລະ ຍັງປິ່ນປົວຢູ່ສະຖານທີ່ຕ່າງໆກໍານົດໄວ້ທົ່ວປະເທດຈໍານວນ 622 ຄົນ.
ຍສໝ - ວົງເງິນນຳເຂົ້າຂອງຫວຽດນາມ ຈາກລາວ ບັນລຸ 197 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 41,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, ກວມເອົາ 1,7% ໃນຍອດວົງເງິນນຳເຂົ້າຈາກອາຊຽນ.
ຕົວເລກຜູ້ຕິດເຊື້ອ ໂຄວິດ-19 ໃນ ສປປ ລາວ ຍັງໜ້າເປັນຫ່ວງ, ຜົນກວດວັນທີ 27 ເມສາ 2021 ພົບຜູ້ຕິດເຊື້ອ ອີກ 93 ຄົນ; ໃນນີ້ ຢູ່ນະຄອນຫຼວງວຽງຈັນ 75 ຄົນ, ຈຳປາສັກ 11 ຄົນ, ຢູ່ສະຫວັນນະເຂດ 3 ຄົນ, ຫຼວງພະບາງ 4 ຄົນ, ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມທົ່ວປະເທດ 604 ຄົນ, ປິ່ນປົວດີສະສົມ50 ຄົນ (ໃໝ່1ຄົນ).
ຍສໝ - ທ່ານ ເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຍິນດີຕໍ່ການພົວພັນສາມັກຄີແບບພິເສດລະຫວ່າງ ລາວ ຫວຽດນາມ ທີ່ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງແຂວງ, ທ່ານສະແດງຄວາມຂອບອົກຂອບໃຈຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ໄດ້ສະຫງວນໃຫ້ແກ່ ພັກ, ລັດ ແລະ ປະຊາຊົນ ລາວ ການຊ່ວຍເຫຼືອອັນຍິ່ງໃຫຍ່, ສຸດຈິດສຸດໃຈ ແລະ ມີປະສິດທິຜົນທີ່ສຸດແຕ່ກ່ອນມາຮອດປັດຈຸບັນ.
ຍສໝ - ນີ້ແມ່ນປະຖົມປັດໄຈ ແລະແມ່ນພື້ນຖານສຳຄັນ ເພື່ອໃຫ້ສອງຝ່າຍເພີ່ມທະວີຄວາມສະໜິດຕິດພັນ, ການຮ່ວມມືຢ່າງແໜ້ນແຟ້ນ ແລະມີປະສິດທິຜົນເພື່ອພັດທະນາການພົວພັນຮ່ວມມືສອງຝ່າຍໃນຫຼາຍດ້ານລະຫວ່າງຫວຽດນາມ ແລະລາວ ກວ່າອີກ.
ຍສໝ - ທະຫານຊາຍແດນແຂວງກວາງບິ່ງ ໄດ້ດຳເນີນການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການຊາຍແດນ, ການຜັນແປຂອງໂລກພະຍາດກັບກຳລັງປະກອບອາວຸດປະເທດລາວ ແລະຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ບັນດາກຳລັງທີ່ກ່ຽວຂ້ອງໃນບໍລິເວນ.
ຍສໝ - ກໍລະນີພົນລະເມືອງຫວຽດນາມ ມີຄວາມຕ້ອງການຢາກກັບປະເທດ, ແມ່ນໃຫ້ສືບຕໍ່ລົງທະບຽນຂໍກັບປະເທດຢູ່ສະຖານທູດ ແລະສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ລາວ.
ໃນວັນທີ 26.04.2021 ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດທັງໝົດ ຈໍານວນ 113 ຄົນ, ສູງສຸດ ຕັ້ງແຕ່ມີການລະບາດຂອງເຊື້ອ ມາແຕ່ປີ 2020, ຜູ້ຕິດເຊື້ອສະສົມລວມ 436 ຄົນ ແລະ ເສຍຊີວິດ 0 ຄົນ.
ຍສໝ - ທີ່ວັນບຸນ, ບັນດານັກສຶກສາ ຫວຽດນາມ, ລາວ, ກຳປູເຈຍໄດ້ພ້ອມກັນພົວພັນແລກປ່ຽນ, ເຂົ້າຮ່ວມພິທີບາສີສູ່ຂວັນ ແລະ ຫົດນ້ຳ ແມ່ນບັນດາພິທີອວຍພອນປີໃໝ່ພາວະນາຄວາມໂສກດີ ແລະ ຍາມໃດກໍ່ໄດ້ນຳໃຊ້ເພື່ອຮັບແຂກດ້ວຍຄວາມໝາຍອວຍພອນຄວາມຜາສຸກ, ຜົນສຳເລັດ ແລະ ຄວາມໂສກດີເນື່ອງໃນໂອກາດບຸນປີໃໝ່ຂອງ ລາວ ແລະ ກຳປູເຈຍ.
ກອງປະຊຸມປຶກສາຫາລື ກ່ຽວກັບການເຝົ້າລະວັງ, ຄວບຄຸມ-ສະກັດກັ້ນ ແລະ ແກ້ໄຂບັນຫາການລະບາດ ຂອງພະຍາດໂຄວິດ-19 ພາຍໃນເມືອງຈອມເພັດ ໄດ້ຈັດຂຶ້ນໃນວັນທີ 23 ເມສາ 2021 ທີ່ສະໂມສອນຂອງເມືຶອງ, ໂດຍເປັນປະທານຂອງ ທ່ານ ສົມສັກ ສິລີວົງ ຮອງເຈົ້າເມືອງຈອມເພັດ, ມີຄະນະສະເພາະກິດຂັ້ນເມືອງ, ອຳນວຍການໂຮງໝໍຊຸມຊົນ, ອຳນວຍການໂຮງໝໍນ້ອຍ ແລະຫົວໜ້າກຸ່ມທົ່ວເມືອງ ເຂົ້າຮ່ວມ.
ເພື່ອລະນຶກວັນສ້າງຕັ້ງ ສາຍພົວພັນທາງການທູດ ລາວ-ຈີນ ຄົບຮອບ 60 ປີ, ວັນທີ 25 ເມສາ ປີ 1961 ລາວ ແລະ ຈີນ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດນຳກັນ ຢ່າງເປັນທາງການ, ເຊິ່ງໄດ້ເປີດປະຫວັດສາດໜ້າໃໝ່ ແຫ່ງການໄປມາຫາສູ່ກັນ ບົນຈິດໃຈມິດຕະພາບ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ. ຜ່ານໄລຍະ 60 ປີມານີ້, ປະຊາຊົນສອງຊາດ ໄດ້ຊ່ວຍຊູຍູ້ໜູນກັນ ແລະ ຮັກແພງກັນ, ການຮ່ວມມືລະຫວ່າງສອງຝ່າຍ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ມິດຕະພາບລະຫວ່າງ ສອງປະເທດໝັ້ນຄົງຂະໜົງແກ່ນ, ສອງປະເທດລາວ-ຈີນ ມີສາຍພູ ແລະ ແມ່ນ້ຳຕິດຈອດກັນ, ເປັນປະເທດບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ. ຈີນ ໄດ້ຖືເອົາການພົວພັນ ຈີນ-ລາວ ເປັນວຽກງານຈຸດສຸມ ໃນວຽກງານທາງ ການທູດກັບປະເທດໃກ້ຄຽງ.
ຫວ່າງແລ້ວນີ້, ທີ່ນະຄອນຫຼວງວຽງຈັນ, ລາວ, ພະອາຈານ ທິກມີງກວາງ, ເຈົ້າອະທິການວັດເຟີດຕິກນະຄອນຫຼວງວຽງຈັນ ໄດ້ມອບໝີ່ສຳເລັດຮູບ 1000 ແກັດໃຫ້ແກ່ອົງການພຸດທະສາສະໜາສຳພັນລາວ.
ການລະບາດຂອງພະຍາດໂຄວິດ-19 ຖືວ່າເປັນປັນຫາທາງ ດ້ານສາທາລະນະສຸກ ໃນທົ່ວໂລກ ລວມທັງ ສປປ ລາວ ທີ່ກວດຜູ້ຕິດເຊື້ອ ເພິ່ມທະວີຂຶ້ນຢ່າງເນື່ອງ, ດັ່ງນັ້ນ ຄະນະສະເພາະກິດ ກໍຄື ກະຊວງສາທາລະນະສຸກ ໄດ້ຮ່ວມກັບ ພາກສ່ວນກ່ຽວຂ້ອງ ໄດ້ມີການຄົ້ນຄວ້າກະກຽມ ໂຮງໝໍພາກສະໜາມ ໃນແຕ່ລະຈຸດ ໂດຍສະເພາະ ຢູ່ໃນນະຄອນ ຫລວງວຽງຈັນ ເພື່ອໃຫ້ບໍລິການ ແລະ ດູແລປິ່ນປົວຜູ້ຕິດເຊື້ອ ຢ່າງທົ່ວເຖິງໃຫ້ຫລາຍຂຶ້ນ.
ທ່ານສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ເຊິ່ງຖືກມອບໝາຍເປັນຜູ້ຕາງໜ້າພິເສດ ຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມຜູ້ນໍາອາຊຽນ, ຊຶ່ງໄດ້ຈັດຂຶ້ນໃນຕອນບ່າຍ ຂອງວັນທີ 24 ເມສາ 2021, ທີ່ສໍານັກງານກອງເລຂາອາຊຽນ, ນະຄອນຫລວງ ຈາກາກຕາ, ສາທາລະນະລັດ ອິນໂດເນເຊຍ, ພາຍໃຕ້ການເປັນປະທານ ຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍແຫ່ງ ບຣູໄນ ດາຣູຊາລາມ, ໃນຖານະປະທານໝູນວຽນອາຊຽນ ປີ 2021, ພາຍໃຕ້ຄໍາຂວັນ: “ພວກເຮົາຫ່ວງໄຍ, ພວກເຮົາກຽມພ້ອມ, ພວກເຮົາພ້ອມກັນຈະເລີນ”. ກອງປະຊຸມຄັ້ງນີ້, ຖືເປັນຄັ້ງທໍາອິດ ທີ່ບັນດາຜູ້ນໍາອາຊຽນ ໄດ້ມີໂອກາດພົບປະກັນ ແບບເຊິ່ງໜ້າ ພາຍຫລັງທີ່ມີການແຜ່ລະບາດ ຂອງພະຍາດໂຄວິດ-19 ນັບຕັ້ງແຕ່ທ້າຍປີ 2019 ເປັນຕົ້ນມາ.
ວຽກງານຕອບໂຕ້ການລະບາດ ຂອງພະຍາດໂຄວິດ-19 ຂອງໂຮງໝໍມິດຕະພາບ ທີ່ໄດ້ເຮັດຢູ່ປະຈຸບັນ, ຄືດັ່ງທີ່ທ່ານຮູ້ນຳກັນ ແລ້ວວ່າ ໂຮງໝໍດັ່ງກ່າວໄດ້ຖືກມອບໝາຍ ໃຫ້ເປັນໂຮງໝໍໜຶ່ງ ໃນໂຮງໝໍທີ່ຮັບຄົນເຈັບ ທີ່ຕິດເຊື້ອໂຄວິດ-19 ເຂົ້າມາປິ່ນປົວ ຕັ້ງແຕ່ເລີ່ມມີການລະບາດ, ແຕ່ໄລຍະທີ່ມີການລະບາດ ໃນຊຸມຊົນຄັ້ງນີ້ ພວກເຮົາກໍໄດ້ຮັບຄົນເຈັບເຂົ້າມາ ນອນນັບແຕ່ກໍລະນີທີ 59 ເປັນຕົ້ນມາ ແລະ ມີຄົນເຈັບເພີ່ມຂຶ້ນໃນແຕ່ລະມື້...
ຫວ່າງແລ້ວນີ້, ຢູ່ຊາປາ (ລາວກາຍ), ຄະນະກຳມະການປະຊາຊົນແຂວງລາວກາຍ ໄດ້ຈັດລາຍການຊຸກຍູ້ຄວາມຕ້ອງການດ້ານທ່ອງທ່ຽວໃຫຍ່ທີ່ສຸດໃນປີ 2021, ດ້ວຍຫົວຂໍ້ “ຄວາມສວຍງາມຂອງລາວກາຍ”.
ຕອນເຊົ້າວັນທີ 24 ເມສາ, ທີ່ນະຄອນຫລວງ ວຽງຈັນ, ລາວ, ພະອາຈານໃຫຍ່ ທິກມິງກວາງ, ເຈົ້າອະທິການວັດ ເຟີດຕິກ ນະຄອນຫລວງ ວຽງຈັນ ໄດ້ມອບໝີ່ສຳເລັດຮູບ 1000 ແກັດໃຫ້ແກ່ອົງການພຸດທະສາສະໜາສຳພັນລາວ.
ປັດຈຸບັນ, ສປປ ລາວ ເລັ່ງສັກວັກຊີນ ປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ພະນັກງານ-ລັດຖະກອນ ລວມເຖິງປະຊາຊົນ ທົ່ວໄປໃນຂອບເຂດທົ່ວປະເທດ, ເຊິ່ງໃນຕອນເຊົ້າໃນວັນທີ 24 ເມສາ 2021 ນີ້, ໂຮງໝໍແມ່ ແລະ ເດັກ ກໍໄດ້ຈັດຕັ້ງຊັກວັກຊີນ ແອສຕາເຊເນກາ ແລະ ຊີໂນຟາມ ໃຫ້ແກ່ຄະນະພັກ-ຄະນະນໍາ ແລະ ບັນດາສື່ມວນຊົນ ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເກືອບ 200 ຄົນ.
ໃນວັນທີ 24 ເມາສາ 2021, ທີ່ຫ້ອງປະຕິບັດງານ ເຫດການສຸກເສີນ ດ້ານສາທາລະນະສຸກ ພະແນກສາທາລະນະສຸກ ແຂວງຈຳປາສັກ, ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ ຜູ້ປະ ຈຳການ-ຫົວໜ້າ ສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 ຂັ້ນແຂວງ.