ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າກອງປະຊຸມ ບັນດາຜູ້ນໍາອາຊຽນ

17:26 | 25/04/2021

ທ່ານສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ເຊິ່ງຖືກມອບໝາຍເປັນຜູ້ຕາງໜ້າພິເສດ ຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມຜູ້ນໍາອາຊຽນ, ຊຶ່ງໄດ້ຈັດຂຶ້ນໃນຕອນບ່າຍ ຂອງວັນທີ 24 ເມສາ 2021, ທີ່ສໍານັກງານກອງເລຂາອາຊຽນ, ນະຄອນຫລວງ ຈາກາກຕາ, ສາທາລະນະລັດ ອິນໂດເນເຊຍ, ພາຍໃຕ້ການເປັນປະທານ ຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍແຫ່ງ ບຣູໄນ ດາຣູຊາລາມ, ໃນຖານະປະທານໝູນວຽນອາຊຽນ ປີ 2021, ພາຍໃຕ້ຄໍາຂວັນ: “ພວກເຮົາຫ່ວງໄຍ, ພວກເຮົາກຽມພ້ອມ, ພວກເຮົາພ້ອມກັນຈະເລີນ”. ກອງປະຊຸມຄັ້ງນີ້, ຖືເປັນຄັ້ງທໍາອິດ ທີ່ບັນດາຜູ້ນໍາອາຊຽນ ໄດ້ມີໂອກາດພົບປະກັນ ແບບເຊິ່ງໜ້າ ພາຍຫລັງທີ່ມີການແຜ່ລະບາດ ຂອງພະຍາດໂຄວິດ-19 ນັບຕັ້ງແຕ່ທ້າຍປີ 2019 ເປັນຕົ້ນມາ.

ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຮຽກຮ້ອງບັນດາປະເທດພັດທະນາສືບຕໍ່ນໍາໜ້າກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດ ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຮຽກຮ້ອງບັນດາປະເທດພັດທະນາສືບຕໍ່ນໍາໜ້າກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດ
ຍີ່ປຸ່ນ ປາດຖະໜາວ່າ ຫວຽດນາມ ຈະເສີມຂະຫຍາຍກຳລັງຄວາມສາມາດໃນການສຳຫຼວດກວດກາຊັບພະຍາກອນສິ່ງແວດລ້ອມທະເລ ຍີ່ປຸ່ນ ປາດຖະໜາວ່າ ຫວຽດນາມ ຈະເສີມຂະຫຍາຍກຳລັງຄວາມສາມາດໃນການສຳຫຼວດກວດກາຊັບພະຍາກອນສິ່ງແວດລ້ອມທະເລ
undefined
ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າກອງປະຊຸມ ບັນດາຜູ້ນໍາອາຊຽນ

ໃນກອງປະຊຸມບັນດາຜູ້ນໍາອາຊຽນ ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງອາຊຽນ ໃນການສືບຕໍ່ສະກັດກັ້ນ, ຄວບຄຸມແລະ ແກ້ໄຂຜົນກະທົບ ດ້ານທາງດ້ານສຸຂະພາບ ແລະ ການພັດທະນາ ເສດຖະກິດ-ສັງຄົມ ຈາກການແຜ່ລະບາດ ຂອງພະຍາດໂຄວິດ-19 ພ້ອມທັງໄດ້​ຮັບ​ຊາບ​ຄວາມ​ຄືບ​ໜ້າ ໃນການຈັດຕັ້ງປະຕິບັດວິໄສທັດ ການສ້າງປະຊາຄົມອາຊຽນ 2025; ການສ້າງຕັ້ງສູນສາທາລະນະສຸກເສີນ ແລະ ພະຍາດລະບາດອາຊຽນ ຮ່ວມມືກັບຍີ່ປຸ່ນ; ການຈັດຊື້ຢາວັກແຊັງ ໂດຍນໍາໃຊ້ກອງທຶນ ຕອບໂຕ້ພະຍາດໂຄວິດ-19 ອາຊຽນ; ການຈັດຕັ້ງປະຕິບັດ ແຜນງານໂຄງການ ພາຍໃຕ້ແຜນ ຟື້ນຟູຮອບດ້ານອາຊຽນ; ການຮ່າງຂອບຂໍ້ຕົກລົງວ່າດ້ວຍ ການສ້າງແລວການເດີນທາງ ພິເສດອາຊຽນ ແລະ ອື່ນໆ.

ນອກຈາກນີ້, ຜູ້ນໍາອາຊຽນ ຍັງໄດ້ຕີລາຄາສູງຕໍ່ຜົນສໍາເລັດ ໃນການພົວພັນຮ່ວມມື ກັບພາຍນອກໃນໄລຍະຜ່ານມາ, ເຊິ່ງສະແດງອອກໃນບົດບາດ ຄວາມເປັນແກນກາງ ແລະ ບົດບາດຄວາມເປັນຜູ້ນໍາພາ ກໍຄື ຫລັກການຄວາມເປັນ ເອກະສັນຂອງອາຊຽນ, ອັນໄດ້ເຮັດໃຫ້ບັນດາ ປະເທດນອກພາກພື້ນ ສະແດງຄວາມສົນໃຈ ເຂົ້າເປັນຄູ່ຮ່ວມມືກັບອາຊຽນ ແລະ ເຂົ້າເປັນພາຄີຂອງ ສົນທິສັນຍາໄມຕີຈິດ ແລະ ການຮ່ວມມື ໃນອາຊີຕາເວັນອອກສ່ຽງໃຕ້ ນັບມື້ນັບເພີ່ມຂຶ້ນ; ພິເສດ, ແມ່ນການສະເໜີ ຂໍເຂົ້າເປັນຄູ່ເຈລະຈາອາຊຽນຂອງອັງກິດ, ເຊິ່ງທັງໝົດນີ້ເປັນການປະກອບສ່ວນ ເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ. ຄຽງຄູ່ກັນນີ້, ຜູ້ນໍາອາຊຽນຍັງໄດ້ຢໍ້າຄືນ ຄວາມສໍາຄັນຂອງການຍຶດຖື ຫລັກການຮ່ວມມືຫລາຍຝ່າຍ ເພື່ອຮັບມື ແລະ ແກ້ໄຂບັນດາສິ່ງທ້າທາຍ ທີ່ອາດຈະເກີດຂຶ້ນ ຢູ່ລະດັບພາກພື້ນ ແລະ ສາກົນ ລວມທັງການຮັບປະກັນ ການເຂົ້າເຖິງ ແລະ ການສະໜອງຢາວັກແຊັງ ຕ້ານໂຄວິດ ຜ່ານໂຄງການຮ່ວມມື ຢາວັກແຊັງຫລາຍຝ່າຍ ຫລື ໂຄແວັກ (COVAX). ບັນດາຜູ້ນໍາອາຊຽນ ຍັງໄດ້ແລກປ່ຽນທັດສະນະ ຕໍ່ບັນຫາທີ່ພົ້ນເດັ່ນ ຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ລວມທັງສະພາບການຢູ່ມຽນມາ.

ທ່ານ ສະເຫລີມໄຊ ກົມມະສິດ ໄດ້ມີຄໍາເຫັນຕໍ່ທີ່ປະຊຸມ ໂດຍໄດ້ຕີລາຄາສູງ ຕໍ່ຜົນສໍາເລັດຂອງອາຊຽນ ໃນໄລຍະຜ່ານມາ, ພ້ອມທັງ ຊຸກຍູ້ໃຫ້ຂະແໜງການ ກ່ຽວຂ້ອງຂອງອາຊຽນ ສືບຕໍ່ເລັ່ງລັດການຟື້ນຟູບັນດາຂົງເຂດ ທີ່ໄດ້ຮັບຜົນກະທົບ ຈາກພະຍາດໂຄວິດ-19 ເປັນຕົ້ນ: ການຈັດຕັ້ງປະຕິບັດ ແຜນຟື້ນຟູຮອບດ້ານອາຊຽນ ໃຫ້ເປັນຮູບປະທໍາ; ການສ້າງຊ່ອງທາງເດີນພິເສດອາຊຽນ; ການຫັນເປັນເສດຖະກິດດີຈິຕອນ, ໂດຍສະເພາະ ສະໜັບສະໜູນ ຈຸລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງເພື່ອໃຫ້ສາມາດ ດໍາເນີນທຸລະກິດ ທາງເອເລັກໂຕນິກ; ການເຊື່ອມຈອດອາຊຽນ; ການຮັດແຄບຄວາມແຕກໂຕນ ພາຍໃນອາຊຽນ; ການພັດທະນາ ຊັບພະຍາກອນມະນຸດ; ແລະ ການພັດທະນາ ແບບຍືນຍົງ.

ຫວຽດນາມ ອາດຈະກາຍເປັນປະເທດມະຫາອຳນາດກ່ຽວກັບພະລັງງານທົດແທນ ຫວຽດນາມ ອາດຈະກາຍເປັນປະເທດມະຫາອຳນາດກ່ຽວກັບພະລັງງານທົດແທນ

ຍສໝ - ຫວຽດນາມ ລົງທຶນ 7,4 ຕື້ໂດລາສະຫະລັດເຂົ້າໄຟຟ້າໃຊ້ພະລັງແຮງລົມ, ໄຟຟ້າແສງຕາເວັນ, ດ້ວຍຄວາມສາມາດບົ່ມຊ້ອນຂອງຕົນ, ຫວຽດນາມ ອາດຈະກາຍເປັນປະເທດມະຫາອຳນາດກ່ຽວກັບພະລັງງານທົດແທນ.

ຫວຽດນາມ ໄດ້ເພີ່ມທະວີ ແລະ ເປີດກວ້າງການພົວພັນຄູ່ຮ່ວມມືຍຸດທະສາດກັບອິນໂດເນເຊຍ ຫວຽດນາມ ໄດ້ເພີ່ມທະວີ ແລະ ເປີດກວ້າງການພົວພັນຄູ່ຮ່ວມມືຍຸດທະສາດກັບອິນໂດເນເຊຍ

ຍສໝ - ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຫຼຸດຜ່ອນ ສິ່ງກີດຂວາງດ້ານການຄ້າ, ກຳຈັດຄວາມຫຍຸ້ງຍາກ ແລະ ບັນຫາຕ່າງໆໃຫ້ວິສາຫະກິດຂອງສອງປະເທດ ໃນການນຳວົງເງິນການຄ້າສອງຝ່າຍຂຶ້ນເປັນ 10 ຕື້ໂດລາສະຫະລັດໂດຍໄວ ຕາມທ່າອຽງຫຼຸດຜ່ອນການຂາດດຸນການຄ້າຂອງຫວຽດນາມ.

ສະມາຄົມພຸດທະສາສະໜາ ຫວຽດນາມ ໜູນຊ່ວຍອົງການພຸດທະສາສະໜາສຳພັນລາວ ຜ່ານຜ່າຄວາມຫຍຸ້ງຍາກ ສະມາຄົມພຸດທະສາສະໜາ ຫວຽດນາມ ໜູນຊ່ວຍອົງການພຸດທະສາສະໜາສຳພັນລາວ ຜ່ານຜ່າຄວາມຫຍຸ້ງຍາກ

ຕອນເຊົ້າວັນທີ 24 ເມສາ, ທີ່ນະຄອນຫລວງ ວຽງຈັນ, ລາວ, ພະອາຈານໃຫຍ່ ທິກມິງກວາງ, ເຈົ້າອະທິການວັດ ເຟີດຕິກ ນະຄອນຫລວງ ວຽງຈັນ ໄດ້ມອບໝີ່ສຳເລັດຮູບ 1000 ແກັດໃຫ້ແກ່ອົງການພຸດທະສາສະໜາສຳພັນລາວ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.