ກວາງບິ່ງ ເພີ່ມທະວີການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ເຂດຊາຍແດນຫວຽດນາມ-ລາວ

10:26 | 28/04/2021

ຍສໝ - ທະຫານຊາຍແດນແຂວງກວາງບິ່ງ ໄດ້ດຳເນີນການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການຊາຍແດນ, ການຜັນແປຂອງໂລກພະຍາດກັບກຳລັງປະກອບອາວຸດປະເທດລາວ ແລະຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ບັນດາກຳລັງທີ່ກ່ຽວຂ້ອງໃນບໍລິເວນ.

ເພີ່ມທະວີການປ້ອງກັນ ແລະ ຄວບຄຸມ COVID-19 ເພື່ອຮັບປະກັນໃຫ້ປະຊາຊົນສະຫຼອງບຸນປີໃໝ່ຢ່າງປອດໄພ ເພີ່ມທະວີການປ້ອງກັນ ແລະ ຄວບຄຸມ COVID-19 ເພື່ອຮັບປະກັນໃຫ້ປະຊາຊົນສະຫຼອງບຸນປີໃໝ່ຢ່າງປອດໄພ
ປ້ອງກັນການລະບາດພະຍາດ COVID-19 ຢູ່ເຂດຊາຍແດນຫວຽດນາມ ປ້ອງກັນການລະບາດພະຍາດ COVID-19 ຢູ່ເຂດຊາຍແດນຫວຽດນາມ
ພາບປະກອບ
ພາບປະກອບ

ໃນໄລຍະຜ່ານມາ, ທະຫານຊາຍແດນແຂວງກວາງບິ່ງ ໄດ້ເປັນເຈົ້າການຜັນຂະຫຍາຍບັນດາມາດຕະການວຽກງານ, ປະຕິບັດ “ໜ້າທີ່ຄວບຄູ່”, ທັງຄຸ້ມຄອງ, ທັງປ້ອງກັນຊາຍແດນ, ຕໍ່ສູ້ຕ້ານອາດຊະຍາກຳປະເພດຕ່າງໆຢ່າງມີປະສິດທິຜົນທັງປະຕິບັດບັນດາມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19. ທະຫານຊາຍແດນແຂວງກວາງບິ່ງ ໄດ້ດຳເນີນການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການຊາຍແດນ, ການຜັນແປຂອງໂລກພະຍາດກັບກຳລັງປະກອບອາວຸດປະເທດລາວ ແລະຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ບັນດາກຳລັງທີ່ກ່ຽວຂ້ອງໃນບໍລິເວນ.

ການນຳທະຫານຊາຍແດນແຂວງກວາງບິ່ງ ຮຽກຮ້ອງບັນດາກົມກອງຊາບຊຶມ, ປະຕິບັດບັນດາຄຳສັ່ງ, ມະຕິ, ຄຳແນະນຳຂອງຂັ້ນເທິງ ແລະຜູ້ບັນຊາການ, ການນຳຂອງກອງບັນຊາການທະຫານຊາຍແດນແຂວງກວາງບິ່ງກ່ຽວກັບວຽກງານປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ; ເປັນເຈົ້າການໃນວຽກງານກຳແໜ້ນສະພາບການ ແລະກຽມພ້ອມສູ້ຮົບບໍ່ໃຫ້ປະມາດ, ເຜີຕົວໃນທຸກສະຖານະການ; ສະກັດກັ້ນ, ແກ້ໄຂທຸກການເຄື່ອນໄຫວເຂົ້າອອກເມືອງຢ່າງຜິດກົດໝາຍ; ຮັກສາ, ຄຸ້ມຄອງຄົນ, ພາຫະນະຢ່າງເຄັ່ງຄັດ ແລະຮັບປະກັນຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມ, ເພື່ອຄວາມສະຫງົບສຸກຂອງປະຊາຊົນ.

ທີ່ກອງປະຊຸມຄະນະປະຈຳລັດຖະບານ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ທີ່ດຳເນີນໃນຕອນເຊົ້າວັນທີ 26 ເມສາ 2021. ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາອົງການຈັດຕັ້ງ, ຫົວໜ່ວຍ ແລະ ປະຊາຊົນແຕ່ລະຄົນບໍ່ໃຫ້ປະໝາດຢ່າງເດັດຂາດ, ຍົກສູງສະຕິຄວາມຮັບຮູ້ເພື່ອສຸຂະພາບຂອງປະຊາຄົມ ແລະ ສ່ວນບຸກຄົນ, ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດທີ່ໄດ້ວາງອອກຢ່າງເຂັ້ມງວດ. ຫົວໜ້າບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ ແລະ ຜູ້ນຳໜ້າບັນດາຂັ້ນທ້ອງຖິ່ນຊີ້ນຳການສົມທົບກັນ, ອັບເດັດຂໍ້ມູນຢູ່ພາຍໃນປະເທດ ແລະ ຕ່າງປະເທດ, ກວດກາເພື່ອສ້າງບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ສົມບູນແບບ ແລະ ຈັດຕັ້ງການປະຕິບັດ ໃນຂອບເຂດທີ່ຕົນຄຸ້ມຄອງໃຫ້ເໝາະສົມກັບສະພາບການຂອງໂລກລະບາດ ແລະ ຄວາມຮຽກຮ້ອງຕົວຈິງ.

ແຂວງຮ່າຕີ້ງ ສສ.ຫວຽດນາມ ມອບອຸປະກອນການແພດ ໃຫ້ແກ່ແຂວງບໍລິຄໍາໄຊ ສປປ.ລາວ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ -19 ແຂວງຮ່າຕີ້ງ ສສ.ຫວຽດນາມ ມອບອຸປະກອນການແພດ ໃຫ້ແກ່ແຂວງບໍລິຄໍາໄຊ ສປປ.ລາວ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ -19

ຍສໝ - ຫວ່າງແລ້ວນີ້, ແຂວງຮ່າຕີ໋ງ ໄດ້ມອບອຸປະກອນການແພດ ລວມຍອດມູນຄ່າ 1,5 ຕື້ດົ່ງໃຫ້ແຂວງບໍລິຄໍາໄຊ ແລະ ແຂວງຄໍາມ່ວນ (ລາວ) ແນໃສ່ຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.

ພິທີເຂົ້າສັນຊາດຫວຽດນາມ ໃຫ້ປະຊາຊົນ ລາວ 350 ຄົນ ຢູ່ເຂດຊາຍແດນຫວຽດນາມ - ລາວ ພິທີເຂົ້າສັນຊາດຫວຽດນາມ ໃຫ້ປະຊາຊົນ ລາວ 350 ຄົນ ຢູ່ເຂດຊາຍແດນຫວຽດນາມ - ລາວ

ຍສໝ - ການມອບໃບຢັ້ງຢືນເຂົ້າສັນຊາດຫວຽດນາມ ສະແດງນໍ້າໃຈມະນຸດສະທຳ ຂອງພັກ ແລະ ລັດຖະບານຫວຽດນາມ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ຜູ້ອົບພະຍົບເສລີ ເພື່ອເຮັດໃຫ້ຊີວິດມີສະຖຽນລະພາບ, ເຊື່ອມໂຍງເຂົ້າກັບຊຸມຊົນ ແລະ ໄດ້ຊົມໃຊ້ສິດຜົນປະໂຫຍດ, ນະໂຍບາຍຂອງພັກ ແລະ ລັດຫວຽດນາມ.

ທະຫານແຂວງສະຫວັນນະເຂດ ແລະ ທະຫານຊາຍແດນແຂວງກວາງຈິ, ກວາງບິ່ງ ສືບຕໍ່ຂະຫຍາຍການຮ່ວມມືກັນ. ທະຫານແຂວງສະຫວັນນະເຂດ ແລະ ທະຫານຊາຍແດນແຂວງກວາງຈິ, ກວາງບິ່ງ ສືບຕໍ່ຂະຫຍາຍການຮ່ວມມືກັນ.

ທະຫານລາວ-ຫວຽດນາມ ປຶກສາຫາລື ແລະ ເອກະພາບກັນ ກ່ຽວກັບວິທີການຕ້ານ ແລະ ສະກັດກັ້ນການເຄື່ອນໄຫວຂອງກຸ່ມຄົນບໍ່ດີທີ່ຢູ່ລຽບຕາມຊາຍແດນ.

ໄຊພອນ

ເຫດການ
302 Found

Found

The document has moved here.