ຫວ່າງແລ້ວນີ້, ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂພຣ ແຄລີ (Paul Kelly) ເອກອັກຄະລັດຖະທູດ ແຫ່ງ ອົດສະຕາລີ ປະຈຳ ສປປ ລາວ ໃນໂອກາດມາດໍາລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ຄົນໃໝ່ ປະຈຳ ສປປ ລາວ.
ຍສໝ - ອີງຕາມວັດຖຸພັນທີ່ຊອກໄດ້, ສາມາດກຳນົດວ່າບັນດາອັດຖິດັ່ງກ່າວແມ່ນທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຕໍ່ສູ້ຕ້ານອາເມລິກາ ຢູ່ລາວ.
ຜົນການສຳຫລວດກຳລັງແຮງງານ ແລະ ແຮງງານເດັກ ຢູ່ ສປປ ລາວ ໃນປີ 2010 ມີເດັກອາຍຸລະຫວ່າງ 5-17 ປີ ມີ 1.767.109 ຄົນ ກວມເອົາ 30% ຂອງປະຊາກອນທັງໝົດ, ໃນນັ້ນ 266.509 ຄົນ ແມ່ນເດັກເຮັດວຽກ ເພື່ອເສດຖະກິດ ໃນນັ້ນເດັກຈໍານວນ 178.014 ຄົນ ເປັນແຮງງານເດັກ. ຜົນການສຳຫລວດ ດັດສະນີໝາຍສັງຄົມ ປີ 2017 ມີອັດຕາການນໍາໃຊ້ ແຮງງານເດັກ ກວມ 42%.
ທ່ານ ຈະເລີນ ພານິດ ໄດ້ໃຫ້ຮູ້ວ່າ: ສຳລັບປະເພດແຄນ ທີ່ຈະຜະລິດ ມີແຄນທີ່ເປັນ ຂອງທີ່ລະນຶກ, ແຄນປະດັບປະເພດຕ່າງໆ ແລະ ແຄນທີ່ ປະດັບປະຕູ ທາງເຂົ້າສະຖານທີ່ຕ່າງໆ ເຊິ່ງການຜະລິດ ແລະ ຕິດຕັ້ງ ແມ່ນອອກແບບເປັນ ແບບດຽວບາງປະເພດ, ອອກແບບຕາມຄວາມຕ້ອງການ ແລະ ສັ່ງຈອງຂອງລູກຄ້າ; ກຸ່ມເປົ້າໝາຍຜູ້ຊົມໃຊ້ ແມ່ນພາກສ່ວນອົງການ, ສຳນັກງານພາກ, ບັນດາແຂວງ, ເມືອງ ແລະ ບ້ານທົ່ວປະເທດ, ພາກສ່ວນອົງການ ສາກົນປະຈຳລາວ, ພາກສ່ວນສະຖານທູດ ຕ່າງປະເທດປະຈຳລາວ, ພາກສ່ວນບໍລິສັດ, ຮ້ານອາຫານ, ໂຮງແຮມ, ສະຖານທີ່ທ່ອງທ່ຽວ, ວັດວາອາຮາມ, ພາກສ່ວນ ນັກທ່ອງທ່ຽວ ແລະ ບຸກຄົນທົ່ວໄປ.
ສຳລັບ ສປປ ລາວ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແມ່ນຄາດໝາຍສູ້ຊົນໄລຍະຍາວຂອງພັກ ແລະ ລັດຖະບານ.
ຫວ່າງແລ້ວນີ້, ພະແນກສາທາລະນະສຸກ ນະຄອນຫລວງວຽງຈັນ ໄດ້ເປີດຂະບວນການ ສັກວັກແຊງກັນພະຍາດ ໂຄວິດ-19 ເຂັມທຳອິດໃຫ້ບຸກຄົນທົ່ວໄປ ແລະ ບຸກຄົນທີ່ມີຄວາມສ່ຽງສູງ ທົ່ວນະຄອນຫລວງວຽງຈັນ ຢ່າງເປັນທາງການ ຢູ່ໂຮງໝໍຊຸມຊົນ ເມືອງຈັນທະບູລີ ນະຄອນ ຫລວງວຽງຈັນ.
ຍສໝ - ສຳລັບຜູ້ທີ່ໄດ້ຮັບການຄັດເລືອກ, ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ຈ່າຍເງິນເດືອນ 720 ໂດລາສະຫະລັດ/ເດືອນ, ປະກັນສຸຂະພາບ, ຄ່າປີ້ຍົນໄປກັບເທື່ອໜຶ່ງໃຫ້ທັງອາຍຸການປະຕິບັດງານ.
ອີງຕາມບົດລາຍງານຜົນການສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III 2019 – 2020 ໃຫ້ຮູ້ວ່າ: ຫົວໜ່ວຍພື້ນຖານເສດຖະກິດແບ່ງຕາມຂະໜາດວິສາຫະກິດ ໂດຍອີງຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 25/ລບ ລົງວັນທີ 16 ມັງກອນ ປີ 2017 ວ່າດ້ວຍການຈັດແບ່ງວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ ເຊິ່ງໄດ້ຈັດແບ່ງອອກເປັນ 3 ຂະໜາດ ຄື: ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະວິສາຫະກິດຂະໜາດກາງ. ຈາກຜົນການສຳຫຼວດຕົວຈິງໄດ້ສະແດງໃຫ້ເຫັນວ່າ ຈຳນວນຫົວໜ່ວຍພື້ນຖານເສດຖະກິດສ່ວນໃຫຍ່ 94,2% ແມ່ນຈັດໃນປະເພດຈຸນລະວິສາຫະກິດ, ຮອງລົງມາແມ່ນວິສາຫະກິດຂະໜາດນ້ອຍ 4,9% ແລະສ່ວນທີ່ເຫຼືອ 0,7 ແລະ 0,2%.
ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົມທົບກັບຄະນະພັກແຂວງກວ໋າງຈິ ຈັດຕັ້ງກອງປະຊຸມຂ່າວແນະນໍາກອງປະຊຸມສໍາມະນາວິທະຍາສາດກ່ຽວກັບ “ໄຊຊະນະຢູ່ທາງເລກ 9 - ພາກໃຕ້ລາວ” ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະຢູ່ທາງເລກ 9 - ພາກໃຕ້ລາວ (1971-2021).
ຫວ່າງແລ້ວນີ້, ທີ່ສູນກາງແນວລາວສ້າງຊາດ ນະຄອນຫລວງວຽງຈັນ, ສະ ຖານເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ແລະ ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມສົນທະນາ ກ່ຽວກັບການເຊື່ອມໂຍງ ພຸດທະສາສະໜາ ລະຫວ່າງລາວ-ອິນເດຍ ສະ ເຫລີມສະຫລອງ ການສ້າງຕັ້ງສາຍ ພົວພັນທາງການທູດ ລະຫວ່າງ ອິນເດຍ ແລະ ສປປ ລາວ ຄົບ ຮອບ 65 ປີ.
ຍສໝ - ໃນການຮ່ວມມືລະຫວ່າງກຳລັງປ້ອງກັນຊາຍແດນຂອງສອງປະເທດ, ກອງບັນຊາການທະຫານຊາຍແດນໄດ້ສົມທົບ ແລະເຈລະຈາເປັນປະຈຳ ກັບທະຫານຊາຍແດນຂອງລາວ. ບົນພື້ນຖານນັ້ນ, ໝາກຜົນແຫ່ງການຮ່ວມມືດ້ານປ້ອງກັນຊາຍແດນຫວຽດນາມ - ລາວ ບັນລຸໄດ້ໝາກຜົນແທດຈິງຫຼາຍຢ່າງ.
ຍສໝ - ເຂົ້າຮ່ວມພິທີ ມີການຮອງສາດສະດາຈານ ປ.ອ ເວືອງດຶກຮ່ວາງກວນ - ປະທານ HUFO, ທ່ານນາງ ເຈິ່ນແຄງເວິນ ຮອງປະທານ HUFO, ຜູ້ຕາງໜ້າຄະນະບໍລິຫານງານສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ຫວຽດນາມ - ກຳປູເຈຍ ຢູ່ນະຄອນໂຮ່ຈີມິນ ພ້ອມກັບນັກສຶກສາ 20 ຄົນ ທີ່ເປັນຜູ້ຕາງໜ້າໃຫ້ແກ່ນັກສຶກສາລາວ ແລະ ກຳປູເຈຍ 240 ຄົນທີ່ພວມຮ່ຳຮຽນຢູ່ນະຄອນໂຮ່ຈີມິນ.
ກ່າວຄຳເຫັນທີ່ພິທີສະແດງຄວາມຮູ້ບຸນຄຸນ, ທ່ານ ພົນຈັດຕະວາ ຮ່ວາງກວາງເຮື໊ອງ, ຫົວໜ້າອົງການຕາງໜ້າກະຊວງຕຳຫຼວດ ຫວຽດນາມ ປະຈຳລາວໃຫ້ຮູ້ວ່າ: ວັນທີ 22 ມີນາ 1961, ຕາມຄວາມຮຽກຮ້ອງຕ້ອງການຂອງສອງພັກ, ສອງລັດ, ກຸ່ມນັກຊ່ຽວຊານທຳອິດ ຂອງ ຫວຽດນາມ ໄດ້ສົ່ງໄປຍັງເມືອງວຽງໄຊ, ແຂວງຫົວພັນ ເພື່ອໜູນຊ່ວຍຄະນະຕຳຫຼວດສູນກາງ, ແມ່ນ ກະຊວງປ້ອງກັນຄວາມສະຫງົບລາວ ປະຈຸບັນ.
ກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດ ແຂວງຫລວງພະບາງ ຄັ້ງທີ VII ໄດ້ໄຂຂຶ້ນໃນວັນທີ 16 ມີນາ 2021 ຢູ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການແຂວງ, ໂດຍມີ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫລວງພະບາງ, ພ້ອມດ້ວຍ ພະເຖ ຣາ-ນຸເຖຣະ ແລະ ຜູ້ແທນສົມບູນ ຈຳນວນ 161 ທ່ານ, ໃນນີ້ມີີແຂກຮັບເຊີນ 48 ທ່ານ, ຜູ້ແທນສົມບູນທັງໝົດ 113 ທ່ານ, ຍິງ 15 ທ່ານ, ພະສົງ 3 ອົງ, ມາຈາກ 7 ຊົນເຜົ່າ, ເປັນຕົວແທນໃຫ້ແກ່ 13 ຊົນເຜົ່າ ໃນທົ່ວແຂວງ ເຂົ້າຮ່ວມ.
ຫວ່າງແລ້ວນີ້, ທີ່ທໍານຽບປະທານາທິບໍດີ ນະຄອນຫລວງ ໄຄໂຣ, ສາທາລະນະລັດ ອາຣັບ ເອຢິບ, ທ່ານ ບຸນແນມ ຈວງຫອມ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ ອັບເດວ ຟາຕາ ອານ-ສິສິ (Abdel Fattah Al-Sisi), ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາຣັບ ເອຢິບ, ເພື່ອດໍາລົງ ຕໍາແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ປະຈໍາ ສາທາລະນະລັດ ອາຣັບ ເອຢິບ, ໂດຍມີສໍານັກງານຕັ້ງ ຢູ່ ນະຄອນຫລວງນິວເດນລີ, ປະເທດອິນເດຍ.
ໃນວັນທີ 15 ມີນາແມ່ນໄດ້ເກັບຕົວຢ່າງກໍລະນີສົງໄສໄປກວດອີກເກືອບ 500 ຄົນ ແຕ່ບໍ່ພົບຜູ້ຕິດເຊື້ອໃໝ່ເພີ່ມ ສ່ວນຜູ້ເຈັບປ່ວຍຍັງສືບຕໍ່ປິ່ນປົວຢູ່ໂຮງໝໍຈຳນວນ 4 ກໍລະນີ ເຖິງແນວໃດກໍຕາມ ຄະນະສະເພາະກິດ ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນທຸກຄົນເອົາໃຈໃສ່ປະຕິບັດມາດຕະການປ້ອງກັນທີ່ຄະນະສະເພາະກິດໄດ້ວາງອອກຢ່າງເຂັ້ມງວດ ເພື່ອປ້ອງກັນບໍ່ໃຫ້ມີການຕິດເຊື້ອໃໝ່ເພີ່ມຂຶ້ນພາຍໃນປະເທດຂອງເຮົາ.
ເມື່ອອາທິດຜ່ານມາ, ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ, ໄດ້ມີພິທີເຊັນສັນຍາ ໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ສັນຍາ 1, ກິໂລແມັດ 71 ຫາກິໂລແມັດ 111 ແຂວງບໍລິຄໍາໄຊ ລະຫວ່າງ ກົມຂົວທາງກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ບໍລິສັດທັງລ່ອງຈ່ອຍ ສະໂຕກ ກໍໂປເຣຊັນ ແລະ ບໍລິສັດສຸພາພອນກໍ່ສ້າງ ສຳຫລວດອອກແບບ ແລະ ຂົວທາງຈຳກັດຜູ້ດຽວ ຮ່ວມລົງນາມລະຫວ່າງ ທ່ານ ສີສົມພັນ ພິມສີປະສົມ ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ແລະ ທ່ານ ສຸກສະໝອນ ບານຸວົງ ຫົວໜ້າບໍລິສັດ ສຸພາພອນ ກໍ່ສ້າງ, ສຳຫລວດ-ອອກແບບ ແລະ ຂົວທາງ ຈຳກັດຜູ້ດຽວ, ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມາຮອດປັດຈຸບັນ ສະເພາະການກໍ່ສ້າງ ຫ້ອງປະຊຸມໃຫຍ່ ສະພາແຫ່ງຊາດ ແມ່ນສຳເລັດ 100%, ພາຍໃນຫ້ອງປະຊຸມ ແມ່ນມີຄວາມພ້ອມ ໃນທຸກດ້ານ ເພື່ອຮັບ ໃຊ້ກອງປະຊຸມ ຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະຈັດຂຶ້ນຢ່າງເປັນ ທາງການ ໃນລະຫວ່າງ ວັນທີ 22-26 ມີນາ 2021 ນີ້.
ຍສໝ - ເມື່ອບໍ່ດົນມານີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ນາຍົກລັດຖະມົນຕີ ສປປ. ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງ ສປປ.ລາວ ມາຢ້ຽມຢາມສະຖານທີ່ກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່. ນີ້ແມ່ນຂອງຂວັນຂອງພັກ, ລັດ ແລະປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະປະຊາຊົນລາວ.
ສອງຝ່າຍໄດ້ເປັນ ເອກະພາບຕີລາຄາສູງ ຕໍ່ສາຍພົວພັນຮ່ວມມື ມິດຕະພາບທີ່ປັນມູນເຊື້ອ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ໃນໄລຍະຜ່ານມາ, ປຶກສາຫາລືກ່ຽວກັບ ທິດທາງການຮ່ວມມື ລະຫວ່າງສອງພັກ ໃນຊຸມປີຕໍ່ໜ້າ, ພ້ອມທັງໄດ້ແລກປ່ຽນ ທັດສະນະ ຕໍ່ສະພາບການພາກພື້ນ ແລະ ສາກົນ ຈຳນວນໜຶ່ງທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ.