ຍສໝ - ວັນທີ 24 ມິຖຸນາ 2024, ຢູ່ຮ່າໂນ້ຍ, ທ່ານພົນໂທ ເລືອງຕ່າມກວາງ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງຕຳຫຼວດ ໄດ້ມີການພົບປະກັບ ທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ, ເຂົ້າພົບປະຢ້ຽມຢາມເນື່ອງໃນໂອກາດເລີ່ມອາຍຸການປະຕິບັດງານຢູ່ ຫວຽດນາມ.
ຍສໝ - ໃນຂະນະທີ່ການເຄື່ອນໄຫວສົ່ງເສີມການຄ້າຢູ່ນະຄອນຫຼວງວຽງຈັນຂອງລາວ, ຄະນະຜູ້ແທນແຂວງ ບິ່ງທ້ວນ ນຳໂດຍທ່ານ ຟານວັນດັງ - ຮອງປະທານຄະນະກຳມະການປະຊາຊົນແຂວງ ໄດ້ໄປຢ້ຽມຢາມບັນດາສູນການຄ້າ ແລະ ຕະຫຼາດຂາຍສົ່ງໃນນະຄອນຫຼວງວຽງຈັນ.
ຍສໝ - ແຂວງຜົ້ງສາລີໄດ້ຮັບກຽດເປັນເຈົ້າພາບຈັດງານມະຫະກໍາກິລາໂຍນໝາກຄອນ 3 ແຈປະເທດລາວ-ຫວຽດນາມ-ຈີນຄັ້ງທີ VIII ຂຶ້ນໃນວັນທີ 12ທັນວານີ້
ຍສໝ - ໃນ 2 ວັນ (ວັນທີ 10 ແລະ 11 ທັນວາ), ໂຮງຮຽນການເມືອງແຂວງ ໄທຫງວຽນ ໄດ້ຈັດຕັ້ງລາຍການຕ້ອນຮັບ ແລະ ເຮັດວຽກກັບຄະນະປະຕິບັດງານຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລາວ.
ຍສໝ - ງານມະໂຫລານອາຫານສາກົນ 2024 ຢູ່ ຮ່າໂນ້ຍ ໄດ້ໄຂຂຶ້ນດ້ວຍ 130 ກວ່າຮ້ານວາງສະແດງທີ່ມາຈາກ 40 ສະຖານທູດ ແລະ ອົງການຈັດຕັ້ງສາກົນ, ຜ່ານນັ້ນ ກໍ່ຊຸກຍູ້ການຮ່ວມມືສາກົນກ່ຽວກັບກະສິກຳ ແລະ ສະບຽງອາຫານແບບຍືນຍົງ.
ຍສໝ - ແຂວງກວາງຈິ (ຫວຽດນາມ) ແລະ ແຂວງສະຫວັນນະເຂດ (ລາວ) ເຫັນດີສືບຕໍ່ຊີ້ນໍາບັນດາກໍາລັງຄຸ້ມຄອງ, ປ້ອງກັນຊາຍແດນ ພ້ອມດ້ວຍບັນດາອົງການທີ່ກ່ຽວຂ້ອງ, ທ້ອງຖິ່ນສົມທົບກັນຢ່າງແໜ້ນແຟ້ນໃນແລກປ່ຽນປະສົບການ, ແບ່ງປັນຂໍ້ມູນຂ່າວສານໃນວຽກງານການທະຫານ-ການປ້ອງກັນຄວາມສະຫງົບ ແລະ ຊາຍແດນ.
ຍສໝ - ການຫຼຸດລົງຂອງເງິນກີບ (ລາວ) ໃນໄລຍະຍາວເຮັດໃຫ້ລາຄາສິນຄ້າເພີ່ມຂຶ້ນ ແລະ ສົ່ງຜົນກະທົບຕໍ່ຊີວິດປະຈໍາວັນຂອງປະຊາຊົນໃນປະເທດນີ້. ດັ່ງນັ້ນ, ລັດຖະບານລາວ ຈຶ່ງໄດ້ຕົກລົງ ທີ່ຈະປະຕິບັດມາດຕະການເພື່ອແກ້ໄຂບັນຫາລາຄາ.
ຍສໝ - ຄະນະປະຈຳສະພາແຫ່ງຊາດລາວ ໄດ້ເລີ່ມກະກຽມບັນດາດ້ານປະຕິບັດງານຢ່າງຮອບດ້ານ ໃຫ້ການປັບປຸງບາງເນື້ອໃນຂອງລັດຖະທຳມະນູນປີ 2015, ເຊິ່ງຄາດວ່າຈະເຮັດສຳເລັດໃນກາງປີ 2025 ແລະ ສາມາດຍື່ນສະເໜີຕໍ່ສະພາແຫ່ງຊາດລາວ ຊຸດທີ 9 ທີ່ພິຈາລະນາໃນການປະຊຸມປະຈຳ ຄັ້ງທີ 9 ທີ່ຈະມາເຖິງ.
ຫວ່າງແລ້ວນີ້, ຢູ່ແມ່ທັບນ້ອຍ 15 ໄດ້ຈັດພິທີມອບ-ຮັບນັກຮຽນການທະຫານຂອງລາວ ທີ່ຝຶກອົບຮົມຢູ່ວິທະຍາໄລເຕັກນິກວິຊາຊີບເລກ 21 (ຂຶ້ນກັບແມ່ທັບນ້ອຍ 15).
ຫວ້າງແລ້ວນີ້, ທີ່ນະຄອນໂຮ່ຈີມິນ, ສະຖາບັນການເມືອງ ເຂດ II ຈັດຕັ້ງພິທີຕ້ອນຮັບຄະນະຜູ້ແທນໂຮງຮຽນການເມືອງ-ການປົກຄອງແຂວງຈໍາປາສັກ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວແນໃສ່ສ້າງຕັ້ງ, ເພີ່ມທະວີການພົວພັນອັນເລິກເຊິ່ງລະຫວ່າງສອງຝ່າຍ.
ຍສໝ - ວັນທີ 7 ທັນວາ, ຢູ່ຄ້າຍກວດກາຊາຍແດນ ຮົ່ງໄທ, ປ້ອມປ້ອງກັນຊາຍແດນ ເຍີມ, ຄະນະປະຈຳຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ເມືອງ ອາເລື໋ອຍ ໄດ້ສົມທົບກັບຄະນະຄຸ້ມຄອງບໍລິຫານສະມາຄົມພຸດທະສາສະໜາ ຫວຽດນາມ ເມືອງ, ແນວໂຮມປະເທດຊາດຕາແສງ ກວາງເຍີມ ແລະ ປ້ອມປ້ອງກັນຊາຍແດນ ເຍີມ ຈັດຕັ້ງໂຄງການມອບຂອງຂວັນໃຫ້ປະຊາຊົນ ບ້ານ ເຊຊັບ ເມືອງ ກະລຶມ, ແຂວງເຊກອງ, ສປປ ລາວ.
ຍສໝ - ດ້ວຍຄວາມຮັກແພງຕໍ່ວັດທະນະທຳຫວຽດນາມ, ບັນດາໄວໜຸ່ມລາວ ຄືທ່ານນາງ ເມສາ ບົວວອນ ແລະ ທ່ານ ພູມພິທັດ ອຸປະເສີດ ພວມເຜີຍແຜ່ບັນດາຄຸນຄ່າອັນດີງາມກ່ຽວກັບວັດທະນະທຳຂອງສອງປະເທດ. ໂດຍຜ່ານແຕ່ລະວິດີໂອຢ່າງສັດຊື່ຈິງໃຈ, ພວກເຂົາບໍ່ພຽງແຕ່ສົ່ງແຮງບັນດານໃຈເທົ່ານັ້ນ ຫາກຍັງຕິດພັນນ້ຳໃຈມິດຕະພາບ ຫວຽດນາມ - ລາວ ໃຫ້ນັບມື້ນັບແໜ້ນແຟ້ນ.
ຍສໝ - ດ້ວຍການໜູນຊ່ວຍຈາກບັນດາຜູ້ຊ່ຽວຊານຢູ່ໂຮງໝໍການແພດທະຫານ 103 ຫວຽດນາມ, ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໄດ້ເປັນເຈົ້າເຕັກນິກການປ່ຽນຖ່າຍໝາກໄຂ່ຫຼັງເທື່ອລະກ້າວ, ເປີດສັງກາດໃຫມ່ໃນຂະແໜງການສາທາລະນະສຸກຂອງລາວ. ບັນດາຄວາມມານະພະຍາຍາມດັ່ງກ່າວ ບໍ່ພຽງແຕ່ແມ່ນຂີດໝາຍຄວາມກ້າວໜ້າດ້ານວິຊາສະເພາະເທົ່ານັ້ນ ຫາກຍັງເປັນສັນຍາລັກໃຫ້ແກ່ນ້ຳໃຈມິດຕະພາບແບບພິເສດ ຫວຽດນາມ - ລາວ.
ຍສໝ - ກຳລັງທະຫານຊາຍແດນ ຫວຽດນາມ ແລະ ລາວ ໄດ້ເປັນເຈົ້າການ, ຕັ້ງໜ້າໃນການສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນ ແລະ ບັນລຸໄດ້ບັນດາໝາກຜົນພົ້ນເດັ່ນໃນການຄຸ້ມຄອງປ້ອງກັນຊາຍແດນ, ຮັກສາຄວາມປອດໄພ, ກໍ່ສ້າງເສັ້ນຊາຍແດນສາມັກຄີ, ສັນຕິພາບ, ມິດຕະພາບຂອງສອງປະເທດ.
ຍສໝ - ບໍ່ພຽງແຕ່ອອກອາກາດບັນດາຜະລິດຕະພັນສື່ມວນຊົນກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຫວຽດນາມ - ລາວ, ສື່ມວນຊົນຂອງສອງປະເທດຍັງໄດ້ເປີດຕົວບັນດາໜ້າເວັບ, ການຮ່ວມມື ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນເພື່ອພ້ອມກັນພັດທະນາ.
ຍສໝ - ຫວ່າງມໍ່ໆນີ້, ວິທະຍາຄານສັນຕິບານປະຊາຊົນ ໄດ້ຈັດພິທີປິດຊຸດອົບຮົມຫົວຂໍ້ສະເພາະກ່ຽວກັບວຽກງານຕ້ານການເຄື່ອນໄຫວສວຍໃຊ້ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດເພື່ອລ່ວງລະເມີດຄວາມໝັ້ນຄົງແຫ່ງຊາດ ໃຫ້ແກ່ພະນັກງານກະຊວງປ້ອງກັນຄວາມສະຫງົບ ລາວ. ທ່ານ ສາດສະດາຈານ, ປະລິນຍາເອກ, ພັນເອກ ຫງວຽນເຈືອງທໍ້, ຮອງຫົວໜ້າວິທະຍາຄານສັນຕິບານປະຊາຊົນ ເປັນປະທານພິທີ.
ກອງບັນຊາການທະຫານຊາຍແດນແຂວງກວາງຈິ ໄດ້ສົມທົບກັບກອງບັນຊາການທະຫານແຂວງສາລະວັນ ດໍາເນີນການລາດຕະເວນສອງຝ່າຍຢູ່ເສັ້ນຊາຍແດນຫວຽດນາມ-ລາວ, ແຕ່ຫຼັກໝາຍຊາຍແດນແຫ່ງຊາດທີ 634 ເຖິງ 636.
ຍສໝ - ຕອນບ່າຍວັນທີ 5 ພະຈິກ, ຢູ່ຮ່າໂນ້ຍ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ໄດ້ຈັດຕັ້ງພິທີເປີດຊຸດອົບຮົມໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ກ່ຽວກັບວິຊາສະເພາະວຽກງານກຳມະບານໃນກອງທັບ ປີ 2024.
ຍສໝ - ການຈັດງານຕະຫຼາດນັດການຄ້າລະຫວ່າງຫວຽດນາມ - ລາວ ເປັນປະຈຳ ບໍ່ພຽງແຕ່ມີບົດບາດເປັນຂົວຕໍ່ຢ່າງມີປະສິດທິຜົນໃຫ້ບັນດາວິສາຫະກິດ, ນັກລົງທຶນໄດ້ພົບປະ, ແລກປ່ຽນປະສົບການ, ຖ່າຍທອດເຕັກໂນໂລຢີ, ການຮ່ວມມືດ້ານການລົງທຶນ, ຮ່ວມທຸລະກິດເທົ່ານັ້ນ, ຫາກຍັງແມ່ນເຫດການການເມືອງ, ເສດຖະກິດ - ສັງຄົມທີ່ມີຄວາມໝາຍ ເພື່ອປະກອບສ່ວນປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ - ລາວ.
ຍສໝ - ໃນວຽກງານປ້ອງກັນອັກຄີໄພ ແລະ ກູ້ຊີບກູ້ໄພ, 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ມີການຮ່ວມມືທີ່ລະອຽດ ແລະ ແທດຈິງໃນການຝຶກອົບຮົມ ແລະ ສົມທົບກັນ, ໜູນຊ່ວຍວຽກງານດັບເພີງ ແລະ ກູ້ຊີບກູ້ໄພຢູ່ເຂດຊາຍແດນ ເຮັດໃຫ້ການພົວພັນອັນດີງາມລະຫວ່າງກຳລັງປະຕິບັດໜ້າທີ່ຂອງ 3 ປະເທດເລິກເຊິ່ງກວ່າ.