ຄະນະຜູ້ແທນລາວ ນຳໂດຍ ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະໄດ້ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີ ແຮງງານອາຊຽນສະໄໝພິເສດວ່າດ້ວຍວຽກໃນອານາຄົດ, ການນໍາໃຊ້ເຕັກໂນໂລຊີ ແລະ ການເຕີບໂຕແບບມີສ່ວນຮ່ວມແມ່ນຂໍ້ລິເລີ່ມຂອງລັດຖະມົນຕີແຮງງານອາຊຽນ.
ຄະນະຜູ້ແທນລາວ ນຳໂດຍ ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີ ແຮງງານອາຊຽນ ສະໄໝພິເສດ ວ່າດ້ວຍ ວຽກໃນ ອານາຄົດ, ການນໍາໃຊ້ເຕັກໂນໂລຊີ ແລະ ການເຕີບໂຕ ແບບມີສ່ວນຮ່ວມ ແມ່ນຂໍ້ລິເລີ່ມ ຂອງລັດຖະມົນຕີ ແຮງງານອາຊຽນ ເພື່ອເປັນການຈັດຕັ້ງຜັນຂະ ຫຍາຍຂໍ້ລິເລີ່ມຂອງອົງການ ແຮງງານສາກົນ ກ່ຽວກັບວຽກໃນອານາຄົດ ເນື່ອງໃນໂອກາດ ການສ້າງຕັ້ງ ຂອງອົງການ ແຮງງານສາກົນ ຄົບຮອບ100 ປີ ແລະ ກອງປະຊຸມປິ່ນອ້ອມ ເພື່ອເປັນການແລກປ່ຽນ ບົດຮຽນທີ່ດີເຊິ່ງກັນ ແລະ ກັນ ເຊັ່ນ ກອງປະຊຸມ ຮ່ວມກັບປະເທດ ຄູ່ເຈລະຈາ ແລະ ອົງການຈັດຕັ້ງສາກົນ ເຊິ່ງປະກອບມີ ສປ ຈີນ, ຢີປຸ່ນ, ເກົາຫລີ, ອິນເດຍ, ອົດສະຕາລີ, ນິວຊີແລນ ແລະ ອົງການ ແຮງງານສາກົນ, ພ້ອມດ້ວຍ ອົງການຈັດຕັ້ງ ສາມຝ່າຍຈາກ ບັນດາປະເທດ ສະມາຊິກອາຊຽນ. ເຊິ່ງຈັດຂຶ້ນໃນວັນທີ 29-30 ເມສາ 2019 ຢູ່ປະເທດສິງກະໂປ.
ໃນໂອກາດບຸນປີໃໝ່ລາວ ພສ 2562 ອາສາກູ້ໄພນະຄອນຫຼວງວຽງຈັນ (ນວ) ໄດ້ກະກຽມຮັບໃຊ້ຊ່ວຍເຫຼືອສັງຄົມຫຼາຍດ້ານ ໂດຍໄດ້ແບ່ງກຳລັງການເຄື່ອນໄຫວຊ່ວຍເຫຼືອຜູ້ປະສົບໄພທັງໝົດອອກເປັນ 5 ຈຸດ ແລະ ມີອາສາສະໝັກ 185 ຄົນ.
ໃນຕອນເຊົ້າວັນທີ 19 ມິຖຸນາ ດ້ວຍເຮືອບິນຂອງ ສາຍການບິນຫວຽດນາມ, ຮອງປະທານປະເທດ ສສ ຫວຽດນາມ ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ຖິ້ງ ຢ້ຽມຢາມລາວຢ່າງເປັນທາງການ.
ຍສໝ- ການເປີດໂຕເວບໄຊນີ້ເປົ້າໝາຍແມ່ນເພື່ອ ຮັດແໜ້ນ, ເພີ່ມທະວີສາຍພົວພັນມິດຕະພາບ ລະຫວ່າງຫວຽດນາມ ແລະ ບັນດາປະເທດທີ່ມີຊາຍແດຍຕິດຈອດກັນ.
ໃນຕົ້ນເດືອນ ພຶດສະພາທີ່ຜ່ານມາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ຈັດຕັ້ງກອງປະຊຸມສົມທົບກັນປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດຕິດພັນກັບການພັດທະນາເສດຖະກິດ-ວັດທະນະທໍາ-ສັງຄົມໃນບໍລິເວນນະຄອນຫຼວງຮ່າໂນ້ຍ ແລະນະຄອນໂຮ່ຈິມິນ, ໄຕມາດທີ I-2018.