ນ​າ​ຍົກ​ລັດ​ຖະ​ມົນ​ຕີ ຕ້ອນ​ຮັບ​ອາ​ສາ​ສະ​ໝັກ​ຍີ່​ປຸ່ນ ທີ່​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ລາວ

09:53 | 12/07/2019

ຫວ່າງແລ້ວນີ້, ທີ່​ນະ​ຄອ​ນ​ຫລວງວຽງ​ຈັນ, ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ປ​ປ ລາວ ໄດ້​ຕ້ອ​ນ​ຮັບ​ ການ​ເຂົ້າ​ຢ້ຽ​ມ​ຂ່ຳ​ນັບ​ຂອງ ອາ​ສາ​ສະ​ໝັກ ​ປະ​ເທດ​ຍີ່​ປຸ່ນ ທີ່​ປະ​ຕິ​ບັດ​ໜ້າ​ທີ່​ຢູ່ ສ​ປ​ປ ລາວ ປະ​ຈຳ​ປີ 2019.

ນ​າ​ຍົກ​ລັດ​ຖະ​ມົນ​ຕີ ຕ້ອນ​ຮັບ​ອາ​ສາ​ສະ​ໝັກ​ຍີ່​ປຸ່ນ ທີ່​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ລາວ

ນ​າ​ຍົກ​ລັດ​ຖະ​ມົນ​ຕີ ຕ້ອນ​ຮັບ​ອາ​ສາ​ສະ​ໝັກ​ຍີ່​ປຸ່ນ ທີ່​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ລາວ

ໃນ​ໂອ​ກາດ​ດັ່ງ​ກ່າວ, ທ່ານ ນາງ ສີ​ສົມ​ບູນ ອຸ​ນາ​ວົງ ຫົວ​ໜ້າ​ກົມ​ຮ່ວມ​ມື ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ: ນັບ​ແຕ່​ປີ 1965 ຈົນ​ເຖິງ​ປັດ​ຈຸ​ບັນ ອົງ​ການ​ໃຈ​ກາ (JICA) ໄດ້​ສົ່ງ​ອາ​ສາ​ສະ​ໝັກ​ຫລາຍກວ່າ 1.004 ຄົນ ທີ່​ໄດ້​ມາ​ປະ​ກອບ​ສ່ວນ ໃນ​ການ​ຈັດຕັ້ງ ​ປະ​ຕິ​ບັດ ​ໜ້າ​ທີ່​ວຽກ​ງານ ​ຂອງ​ຕົນ ຢູ່​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ຂອງ ສ​ປ​ປ ລາວ ລວ​ມ​ທັງ​ຢູ່​ຂັ້​ນ​ສູນ​ກາງ, ຂັ້ນ​ແຂວງ, ​ຂັ້ນ​ເມືອງ, ຍົກ​ເວັ້ນ​ແຂວງ​ຜົ້ງ​ສາ​ລີ ແລະ ແຂວງ​ຫົວ​ພັນ ອັນ​ເນື່ອງ​ມາ​ຈາກ ​ການ​ຄົມ​ມະ​ນາ​ຄົມ​ບໍ່​ສະ​ດວກ.

ປັດ​ຈຸ​ບັນ ມີ​ອາ​ສາ​ສະ​ໝັກ​ອາ​ວຸ​ໂສ ແລະ ອາ​ສາ​ສະ​ໝັກ​ໜຸ່ມ ຈຳ​ນວນ 32 ທ່ານ, ຍິງ 19 ທ່ານ ແລະ ຈະ​ມີ​ອາ​ສາ​ສະ​ໝັກ​ໜຸ່ມງວດ​ທີ 1 ປະ​ຈຳ​ ປີ 2019 ມາ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່ ສ​ປ​ປ ລາວ ຈຳ​ນວນ 9 ທ່ານ, ຍິງ 6 ທ່ານ ແລະ ຈະ​ເດີນ​ທາງ​ມາ ສ​ປ​ປ ລາວ ໃນ​ທ້າຍ​ເດືອນ​ກໍ​ລະ​ກົດ​ນີ້ ເພື່ອ​ໄປະ​ຈຳ​ຢູ່​ຂະ​ແໜງ​ການ​ຕ່າງໆ​ ເຊັ່ນ: ສຶກ​ສາ​ທິ​ການ ແລະ ກິ​ລາ, ສາ​ທາ​ລະ​ນະ​ສຸກ, ກະ​ສິ​ກຳ-ປ່າ​ໄມ້, ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ຂົງ​ເຂດ​ອື່ນໆ​ອີກ.

ນ​າ​ຍົກ​ລັດ​ຖະ​ມົນ​ຕີ ຕ້ອນ​ຮັບ​ອາ​ສາ​ສະ​ໝັກ​ຍີ່​ປຸ່ນ ທີ່​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ລາວ

ພ້ອມ​ນີ້, ທ່ານ ທອງ​ລຸນ ສີ​ສຸ​ລິດ ສະແດງຄວາມຍິນດີ ຕ້ອນຮັບຢ່າງ​ອົບ​ອຸ່ນ ຕໍ່​ບັນ​ດາ​ ອາ​ສາ​ສະ​ໝັກ​ຍີ່​ປຸ່ນ, ພ້ອມ​ທັງ ສະແດງຄວາມຂອບອົກຂອບໃຈ ຕໍ່ກັບການມາ ປະກອບສ່ວນ ປະຕິບັດໜ້າທີ່ ຂອງຕົນຢ່າງຫ້າວຫັນ ແລະ ເອົາໃຈໃສ່ ເຮັດວຽກກັບທຸກໆ ພາກສ່ວນ ທີ່ກ່ຽວຂ້ອງ ດ້ວຍຄວາມ ຮັບຜິດຊອບສູງ, ໂດຍສະ ເພາະກັບ ພາກສ່ວນທີ່ຕົນສັງກັດຢູ່.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.