ການ​ເກີດ​ຂຶ້ນ​ຂອງ​ພັກປະ­ຊາ­ຊົນປະ­ຕິ­ວັດ​ລາວເປັນ​ຂີດ​ໝາຍ​ການ​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວຂອງ​ການ​ປະ­ຕິ­ວັດ​ລາວ

00:54 | 15/05/2019

ໃນ​ປີ 1930 ພາຍ​ໃຕ້​ການ​ລິ​ເລີ່ມ ແລະ ການ​ນຳ­ພາ​ຂອງ​ປະທານ ​ໂຮ່​ຈີ​ມິງ, ພັກ​ກອມ​ມູ​ນິດ​ອິນ­ດູ­ຈີນ ໄດ້​ຮັບ​ການສ້າງ­ຕັ້ງ​ຂຶ້ນ ແລະ ຮັບ​ເອົາ​ພາ­ລະ​ກຳປະ­ຫວັດ­ສາດ ແຫ່ງ​ການ​ນຳ­ພາ​ຂະ­ບວນ​ການ​ປະ­ຕິ­ວັດ​ຂອງ 3 ຊາດ ລາວ, ຫວຽດ­ນາມ, ກຳ​ປູ​ເຈຍ.

ການ​ເກີດ​ຂຶ້ນ​ຂອງ​ພັກປະ­ຊາ­ຊົນປະ­ຕິ­ວັດ​ລາວເປັນ​ຂີດ​ໝາຍ​ການ​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວຂອງ​ການ​ປະ­ຕິ­ວັດ​ລາວ

ປະທານ ໄກສອນ ພົມວິຫານ (ພາບ: ຂປລ)

ການ​ເກີດ​ຂຶ້ນ​ຂອງ​ພັກ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ແມ່ນ​ວິ­ວັດ​ການອັນ​ຈຳ­ເປັນທາງ​ປະ­ຫວັດ­ສາດ, ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການພາ­ວະ​ວິ­ໄສ​ຂອງ​ຂະ­ບວນ​ການ​ຕໍ່­ສູ້ ປະ­ຕິ­ວັດຂອງ​ປະ­ຊາ­ຊົນ​. ໃນ​ປີ 1930 ພາຍ​ໃຕ້​ການ​ລິ​ເລີ່ມ ແລະ ການ​ນຳ­ພາ​ຂອງ​ປະທານ ​ໂຮ່​ຈີ່​ມິງ, ພັກ​ກອມ​ມູ​ນິດ​ອິນ­ດູ­ຈີນ ໄດ້​ຮັບ​ການສ້າງຕັ້ງ​ຂຶ້ນ ແລະ ຮັບ​ເອົາ​ພາ­ລະ​ກຳປະຫວັດສາດແຫ່ງ​ການ​ນຳ­ພາ​ຂະ­ບວນ​ການ​ປະ­ຕິ­ວັດ​ຂອງ 3 ຊາດ ລາວ, ຫວຽດ­ນາມ, ກຳ​ປູ​ເຈຍ. ນັບແຕ່​ນັ້ນ​ມາ, ການ​ຕໍ່ສູ້​ປະ­ຕິ­ວັດຂອງ​ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າໄດ້​ມີ​ທິດ​ທາງ, ມີ​ຈຸດ­ໝາຍ​ອັນ​ຈະ­ແຈ້ງ, ມີແນວ­ທາງ ແລະ ວິ­ທີ​ການ​ຕໍ່­ສູ້ທີ່​ຖືກຕ້ອງ​ເໝາະ​ສົມ, ເຮັດ​ໃຫ້ການ​ປະ­ຕິ­ວັດຂະ­ຫຍາຍ­ຕົວ​ດ້ວຍ​ຄຸນ​ນະ​ພາບ​ໃໝ່.

ມາ​ໃນ​ວັນ​ທີ 22 ມີ­ນາ 1955 ໂດຍ​ຕອບ​ສະ­ໜອງ​ກັບ​ຄວາມ​ຮຽກ­ຮ້ອງຕ້ອງ­ການຂອງ​ພາ­ລະ­ກິດ​ຕໍ່­ສູ້​ກູ້​ຊາດ ແລະ ການ​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວຂອງ​ກຳລັງ​ປະ­ຕິ­ວັດ ຢູ່​ປະ­ເທດ​ລາວ, ທີ່​ເຂດ​ທີ່​ໝັ້ນ​ແຂວງ​ຫົວ­ພັນ, ພັກ​ປະຊາ​ຊົນ​ປະຕິວັດລາວໄດ້​ຮັບ​ການສ້າງ­ຕັ້ງ​ຂຶ້ນ, ສືບ​ທອດ​ພາ­ລະ­ກິດ ອັນ​ມີ​ກຽດສະ­ຫງ່າ ຂອງ​ພັກ​ກອມ​ມູນິດ​ອິນ­ດູ­ຈີນ, ຮັບ​ເອົາ​ພາ­ລະ​ກຳ​ປະຫວັດ​ສາດ​ອັນ​ແສນ​ຫຍຸ້ງ­ຍາກ​ລຳບາກ, ແຕ່​ສະ­ຫງ່າ​ລາ­ສີ​ທີ່​ສຸດ​ແຫ່ງການ​ນຳ­ພາ​ຂະ­ບວນ​ການ​ຕໍ່ສູ້ຂອງ ປະຊາ­ຊົນ​. ນີ້​ເປັນ​ເຫດ­ການ​ອັນ ຍິ່ງ​ໃຫຍ່ ແລະ ສຳ­ຄັນ​ທີ່​ສຸດ ໃນ​ປະ ຫວັດ​ສາດ​ຂອງ​ຊາດ, ເປັນ​ຂີດ​ໝາຍແຫ່ງ​ການ​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວຂອງ​ການ​ປະຕິ­ວັດ ທີ່​ຕິດ​ພັນ​ສະ­ໜິດແໜ້ນ​ກັບ​ການ​ເກີດ​ຂຶ້ນ ແລະ ເຕີບໃຫຍ່ ເຂັ້ມ­ແຂງ​ຂອງ​ພັກ​. ພາຍຫລັງ​ທີ່​ສ້າງ­ຕັ້ງ​ຂຶ້ນ ແລະ ມີ​ການ​ນຳພາ​ຂອງ​ພັກ, ການ​ຕໍ່ສູ້​ຂອງ​ປວງ​ຊົນລາວ​​ຍິ່ງ​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ, ຍາດ​ໄດ້​ໄຊ­ຊະ­ນະ​ໜັກ​ແໜ້ນ​ຂຶ້ນເປັນກ້າວໆ, ຈາກ​ໄຊ­ຊະ­ນະ​ນີ້​ໄປ​ສູ່​ໄຊ​ຊະນະ​ໃໝ່ທີ່​ໃຫຍ່​ຫລວງ​ກວ່າ​ເກົ່າ.

ການ​ເກີດ​ຂຶ້ນ​ຂອງ​ພັກປະ­ຊາ­ຊົນປະ­ຕິ­ວັດ​ລາວເປັນ​ຂີດ​ໝາຍ​ການ​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວຂອງ​ການ​ປະ­ຕິ­ວັດ​ລາວ

ພາບ: ຂປລ

ພາຍ​ໃຕ້​ການ​ນຳ­ພາ​ຂອງ​ພັກ, ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ​ໄດ້​ສາມັກ​ຄີ​ກັນເປັນ​ຈິດ​ໜຶ່ງ​ໃຈ​ດຽວ ເຂົ້າ​ຮ່ວມ​ໃນ​ແນວ​ໂຮມ​ກູ້​ຊາດ​ອັນ​ກວ້າງຂວາງດຳ­ເນີນ​ການ​ຕໍ່­ສູ້​ອັນ​ລະ​ອິດລະ​ອ້ຽວ, ຍຶດ​ເຍື້ອ​ຍາວ​ນານ​ພາຍ​ໃຕ້ຄັນ​ທຸງ​ການ​ປະ­ຕິ­ວັດ​ຊາດ-​ປະ­ຊາ­ທິ­ປະ­ໄຕ, ຜາບ​ແພ້​ຜູ້​ຮຸກ​ຮານ ແລະ ລູກ­ແຫລ້ງ​ຕີນ​ມື, ປະ­ຕິ­ບັດ​ຄວາມ​ຖືກ­ຕ້ອງ​ປອງ​ດອງ​ຊາດ, ກໍ່­ສ້າງ​ປະ­ເທດລາວ​ສັນ­ຕິ­ພາບ, ເປັນ­ກາງ, ເອ­ກະ­ລາດ, ປະ­ຊາ­ທິ­ປະ­ໄຕ, ເອ­ກະ​ພາບ ແລະ ວັດ­ທະ­ນາ​ຖາ​ວອນ. ພັກ​​ໄດ້​ສືບ​ທອດ ແລະ ເສີມ​ຂະ­ຫຍາຍ​ມູນ ເຊື້ອ​ອັນ​ດີ­ງາມ​ຂອງ​ຊາດ, ໝູນ​ໃຊ້ ທິດ​ສະ​ດີ​ປະ­ຕິ­ວັດ​ເຂົ້າ​ໃນ​ການ​ວາງ​ແຜນ​ແນວ­ທາງ​ສົງ­ຄາມ​ປະ­ຊາ­ຊົນ ຢູ່​ປະ­ເທດ​ລາວຢ່າງ​ຖືກຕ້ອງ​ສອດ­ຄ່ອງ, ສົມ­ທົບ​ຢ່າງ​ກົມ­ກຽວ​ການ​ຕໍ່­ສູ້​ດ້ວຍ​ກຳ­ລັງ​ອາ­ວຸດ​ກັບ​ການ​ຕໍ່­ສູ້​ທາງ​ດ້ານ​ການ­ເມືອງ ແລະ ການ​ຕ່າງ­ປະ­ເທດ, ສົມ­ທົບ​ການ​ການ​ຕໍ່­ສູ້​ປິດ​ລັບ​ກັບ​ການ​ຕໍ່­ສູ້​ເປີດເຜີຍ​ຖືກ​ກົດໝາຍ, ທັງ​ຕີ​ທັງ​ໝູນ​ໜີບ, ທັງ​ເຈ­ລະ­ຈາ, ມີ​ການ​ຫັນ​ທິດ​ສະ​ດີ​ຕໍ່­ສູ້​ຢ່າງ​ມີ​ໄຫວ​ພິກ​ທັນ​ການ​ເຖິງ 3 ຄັ້ງ ແລະ ເຂົ້າ​ຮ່ວມ​ປະ­ສົມ​ກັບ​ຝ່າຍ​ກົງ­ກັນ­ຂ້າມ​ເຖິງ 3 ເທື່ອ, ສົມ­ທົບ​ຢ່າງ​ແໜ້ນ​ແຟ້ນ​ກັບ​ກຳ­ລັງ​ແຮງ​ສັງ​ລວມ​ຂອງ​ຊາດ ກັບ​ການ​ຮ່ວມ​ສຳ­ພັນ​ສູ້​ຮົບ ລາວ-​ຫວຽດ­ນາມ-​ກຳ­ປູ­ເຈຍ, ຍາດ​ແຍ່ງ​ຄວາມ​ເປັນ­ໃຈ, ສະ­ໜັບ­ສະ­ໜູນ ແລະ ການ​ຊ່ວຍ­ເຫລືອ​ຈາກ​ສາ­ກົນ​ຢ່າງ​ກວ້າງ​ຂວາງ. ພັກ​​ໄດ້​ຮູ້​ສ້າງ​ໂອ­ກາດ ແລະ ໝູນ​ໃຊ້​ກາລະ​ໂອ­ກາດ​ໄດ້​ຢ່າງ​ເຕັມ​ສ່ວນເພື່ອ​ປັບ­ປຸງ ແລະ ຂະ­ຫຍາຍ​ກຳ­ລັງ​ຕົວ​ຈິງ​ຂອງ​ການ​ປະ­ຕິ­ວັດ, ຕີ​ສັດ­ຕູ​ໃຫ້​ຖອຍ​ໄປ​ເທື່ອ​ລະ​ກ້າວ, ຍາດ​ເອົາ​ໄຊ­ຊະ­ນະ​ຢ່າງ​ຕໍ່​ເນື່ອງ ເປັນ​ແຕ່​ລະ​ພາກ­ສ່ວນ, ກ້າວ​ຂຶ້ນ​ຍາດ​ໄຊ­ຊະ­ນະ​ຢ່າງ​ສົມ­ບູນ ດ້ວຍ 3 ບາດ​ຄ້ອນ​ຍຸດ­ທະ­ສາດ ແລະ ການ​ລຸກ​ຮື້​ຂຶ້ນ ໃນ​ເດືອນ​ພຶດ­ສະ­ພາ ປີ 1975.

ໄຊ​ຊະ​ແບບ “ບົວ​ບໍ່​ຊໍ້ານໍ້າ​ບໍ່​ຂຸ້ນ ແຕ່​ຈັບ​ປາ​ໄດ້” ດັ່ງ­ກ່າວ​ໄດ້​ພາ​ໄປເຖິງ​ການ​ສະ​ຖາ​ປາ​ນາ­ສາ​ທາ​ລະ­ນະ​ລັດ ປະ­ຊາ­ທິ­ປະ­ໄຕ ປະ­ຊາ ຊົນ​ລາວ ໃນ​ວັນ 2 ທັນ­ວາ ປີ 1975, ລົບ​ລ້າງ​ແອກ​ປົກ­ຄອງ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ ແລະ ສັກ​ດີ​ນາ, ໄຂ​ສັງກາດ​ໃໝ່ອັນ​ສະ­ຫວ່າງ​ສະ­ໄຫວແຫ່ງ​ຄວາມ​ເປັນ​ເອ­ກະ­ລາດ, ອິດ​ສະ­ລະ​ພາບ ແລະ ວັດ­ທະ­ນາ​ຖາ­ວອນຂອງ​ຊາດ​.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.