ຜູ້​ແທນ​ລາວ​ເຂົ້າ​ຮ່ວມ​ກອງ​ປະຊຸມລັດຖະມົນຕີແຮງງານອາຊຽນສະໄໝພິເສດ

08:29 | 02/05/2019

ຄະນະຜູ້ແທນລາວ ນຳໂດຍ ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມ​ຄະນະໄດ້​ເຂົ້າ​ຮ່ວມກອງປະຊຸມ ລັດຖະມົນຕີ ແຮງງານອາຊຽນສະໄໝພິເສດວ່າດ້ວຍວຽກໃນອານາຄົດ, ການນໍາໃຊ້ເຕັກໂນໂລຊີ ແລະ ການເຕີບໂຕແບບມີສ່ວນຮ່ວມແມ່ນຂໍ້ລິເລີ່ມຂອງລັດຖະມົນຕີແຮງງານອາຊຽນ.

ຜູ້​ແທນ​ລາວ​ເຂົ້າ​ຮ່ວມ​ກອງ​ປະຊຸມລັດຖະມົນຕີແຮງງານອາຊຽນສະໄໝພິເສດ

ຜູ້​ແທນ​ລາວ ​ເຂົ້າ​ຮ່ວມ​ກອງ​ປະຊຸມ ລັດຖະມົນຕີແຮງງານອາຊຽນ ສະໄໝພິເສດ

ຄະນະຜູ້ແທນລາວ ນຳໂດຍ ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມ​ຄະນະ ​ໄດ້​ເຂົ້າ​ຮ່ວມກອງປະຊຸມ ລັດຖະມົນຕີ ແຮງງານອາຊຽນ ສະໄໝພິເສດ ວ່າດ້ວຍ ວຽກໃນ ອານາຄົດ, ການນໍາໃຊ້ເຕັກໂນໂລຊີ ແລະ ການເຕີບໂຕ ແບບມີສ່ວນຮ່ວມ ແມ່ນຂໍ້ລິເລີ່ມ ຂອງລັດຖະມົນຕີ ແຮງງານອາຊຽນ ເພື່ອເປັນການຈັດຕັ້ງຜັນຂະ ຫຍາຍຂໍ້ລິເລີ່ມຂອງອົງການ ແຮງງານສາກົນ ກ່ຽວກັບວຽກໃນອານາຄົດ ເນື່ອງໃນໂອກາດ ການສ້າງຕັ້ງ ຂອງອົງການ ແຮງງານສາກົນ ຄົບຮອບ100 ປີ ແລະ ກອງປະຊຸມປິ່ນອ້ອມ ເພື່ອເປັນການແລກປ່ຽນ ບົດຮຽນທີ່ດີເຊິ່ງກັນ ແລະ ກັນ ເຊັ່ນ ກອງປະຊຸມ ຮ່ວມກັບປະເທດ ຄູ່ເຈລະຈາ ແລະ ອົງການຈັດຕັ້ງສາກົນ ​ເຊິ່ງປະກອບ​ມີ ສປ ຈີນ, ຢີປຸ່ນ, ເກົາຫລີ, ອິນເດຍ, ອົດສະຕາລີ, ນິວຊີແລນ ແລະ ອົງການ ແຮງງານສາກົນ, ພ້ອມດ້ວຍ ອົງການຈັດຕັ້ງ ສາມຝ່າຍຈາກ ບັນດາປະເທດ ສະມາຊິກອາຊຽນ. ​ເຊິ່ງຈັດ​ຂຶ້ນ​ໃນ​ວັນ​ທີ 29-30 ​ເມສາ 2019 ຢູ່​ປະ​ເທດ​ສິງກະ​ໂປ.

ກອງປະຊຸມ ຈັດ​ຂຶ້ນ​ເພື່ອປຶກສາຫາລື, ຮັບຮອງ ແລະ ລົງນາມ ໃນຖະແຫລ່ງການຮ່ວມ ຂອງລັດຖະມົນຕີ ແຮງງານອາຊຽນ ວ່າດ້ວຍວຽກໃນອານາຄົດ: ການນໍາໃຊ້ເຕັກໂນໂລຊີ ແລະ ການເຕີບໂຕ ແບບມີສ່ວນຮ່ວມ; ສ້າງຮ່າງ ຂໍ້ແນະນໍາ ການຈັດຕັ້ງປະຕິບັດ ຖະແຫລງການຮ່ວມດັ່ງກ່າວ ແລະ ແລກປ່ຽນບົດຮຽນທີ່ດີ ໃນການຈັດຕັ້ງປະຕິບັດ ກ່ຽວກັບວຽກ ໃນອານາຄົດ ກັບບັນດາ ປະເທດຄູ່ເຈລະຈາ, ອົງການຈັດຕັ້ງສາມຝ່າຍ ແລະ ອົງການ ແຮງງານສາກົນ ໂດຍສະເພາະ ກ່ຽວກັບການນຳໃຊ້ ເຕັກໂນໂລຊີ, ການສົ່ງເສີມ ຄົນເປັນໃຈກາງ ໃນສະຖານທີ່ເຮັດວຽກ, ບົດບາດຂອງອົງການ ຈັດຕັ້ງສາມຝ່າຍ ຕໍ່ກັບການເຕີບໂຕ ແບບຢືນຍົງ ແລະ ແບບມີສ່ວນຮ່ວມ, ສ້າງໂອກາດ ໃນການມີວຽກເຮັດງານທໍາ ໂດຍຜ່ານການນຳ ໃຊ້ເຕັກໂນໂລຊີ, ສ້າງຄວາມເຂັ້ມແຂງ, ວ່ອງໄວ ແລະ ຄວາມກຽມພ້ອມ ຂອງກຳລັງແຮງງານ ​ແລະ ອື່ນໆ.

​ໂອກາດ​ນີ້, ທ່ານ ນາງ ໃບຄຳ ຂັດທິຍະ ກໍ​ໄດ້ປະກອບຄວາມເຫັນ ຕໍ່ກອງປະຊຸມ ໂດຍເນັ້ນໃສ່ຜົນສຳເລັດ ແລະ ຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ, ເປົ້າໝາຍ ການພັດທະນາ ແບບຍືນຍົງ ໂດຍສະເພາະແມ່ນ ເປົ້າໝາຍທີ 8 ກ່ຽວກັບວຽກທີ່ມີຄຸນຄ່າ-ເປັນທຳ ແລະ ການເຕີບໂຕແບບມີສ່ວນຮ່ວມ, ການຈັດຕັ້ງປະຕິບັດ ກົດໝາຍແຮງງານ ແລະ ກົດໝາຍ ປະກັນສັງຄົມ ເພື່ອເປັນການ ສົ່ງເສີມສິດ ແລະ ຜົນປະໂຫຍດ ຂອງແຮງງານ. ການຈັດຕັ້ງຜັນຂະຫຍາຍ ຖະແຫລງການວຽງຈັນ ວ່າດ້ວຍການຫັນປ່ຽນ ການຈ້າງງານນອກລະບົບ ສູ່ການຈ້າງງານ ໃນລະບົບ ເພືື່ອກ້າວສູ່ການສົ່ງ ເສີມວຽກທີ່ມີຄຸນຄ່າ ແລະ ເປັນທຳໃນອາຊຽນ. ພ້ອມ​ນີ້, ທ່ານຍັງໄດ້ ແຈ້ງໃຫ້ກອງປະຊຸມຊາບວ່າ ສປປ ລາວ ກຳລັງສຸມໃສ່ການຮ່າງຍຸດທະສາດ ວ່າດ້ວຍການຈ້າງງານຊົນນະບົດ ແລະຍຸດທະສາດວ່າດ້ວຍການ ປົກປ້ອງສັງຄົມ ເພື່ອເປັນການ ປະກອບສ່ວນ ຕໍ່ຂໍ້ລິເລີ່ມຂອງອາຊຽນ, ຂໍ້ລິເລີ່ມຂອງອົງການ ແຮງງານສາກົນ ວ່າດ້ວຍວຽກໃນອານາຄົດ ແລະ ເສດຖະກິດສີຂຽວ ໂດຍສະເພາະແມ່ນ ວຽກເພື່ອອານາຄົດທີ່ສົດໃສ່ ໂດຍສຸມໃສ່ການສົ່ງເສີມ ການພັດທະນາ ສີມືແຮງງານ ເພື່ອຕອບສະໜອງ ຕໍ່ຕະຫລາດແຮງງານ ແລະ ສົ່ງເສີມການມີສ່ວນຮ່ວມ ຂອງອົງການ ຈັດຕັັ້ງສາມຝ່າຍ.

ໃນໂອກາດດຽວກັນນີ້, ຄະນະຜູ້ແທນລາວ ຍັງໄດ້ພົບປະ ສອງຝ່າຍ ເພື່ອສົ່ງເສີມ ການຮ່ວມມືດ້ານ ວຽກງານແຮງງານ ກັບມຽນມາ ເພື່ອເປັນການປົກປ້ອງສິດ ແລະ ຜົນປະໂຫຍດ ແຮງງານ ຂອງສອງປະເທດ. ພ້ອມ​ທັງ​ໄດ້ພົບປະກັບ ທ່ານ ກາຍ ລາຍເດີ ຜູ້ອຳນວຍການໃຫຍ່ ຂອງອົງການແຮງງານ ສາກົນ ເພື່ອປຶກສາຫາລືກ່ຽວກັບ ການຮ່ວມມື ດ້ານວຽກງານແຮງງານ, ການຈັດຕັ້ງປະຕິບັດ ແຜນວຽກທີ່ມີຄຸນຄ່າ ແລະ ເປັນທຳ, ການຈັດຕັ້ງ ປະຕິບັດ ກ່ຽວກັບວຽກໃນອານາຄົດ ແລະ ການຈັດຕັ້ງປະຕິບັດ ໂຄງການຮ່ວມ ມືກັບໄອໂລ ທີ່ກ່ຽວຂ້ອງ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.