ເພີ​່​ມ​ທະ​ວີ​ການ​ຄົ້ນ​ຫາ, ທ້ອນໂຮມ​ອັດຖິ ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດເພື່ອ​ຊາ​ດຢ​ູ່​ລາວ

16:51 | 03/01/2020

ຍສໝ - ຕອນບ່າຍວັນທີ 2 ມັງກອນ 2019, ຄະນະຊີ້ນຳແຫ່ງຊາດ 515 ໄດ້ຈັດຕັ້ງກອງປະຊຸມຕີລາຄາໝາກຜົນຂອງປີ 2019, ຜັນຂະຫຍາຍໜ້າທີ່ຈຸດສຸມປີ 2020 ຕໍ່ ແຜນຮ່າງຄົ້ນຫາ, ທ້ອນໂຮມ ອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ແຜນຮ່າງ ຢັ້ງຢືນອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດທີ່ຍັງຂາດຂໍ້ມູນ.

ເພີ​່​ມ​ທະ​ວີ​ການ​ຄົ້ນ​ຫາ, ທ້ອນໂຮມ​ອັດຖິ ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດເພື່ອ​ຊາ​ດຢ​ູ່​ລາວ

ບັນຍາກາດທີ່ກອງປະຊຸມ.(ພາບ:TTXVN)

ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດ 515, ໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ຫົວໜ່ວຍສຸມໃສ່ຍູ້ແຮງການຄົ້ນຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດທັງຢູ່ພາຍໃນ ແລະ ຕ່າງປະເທດ. ພ້ອມກັນນັ້ນ, ຜັນຂະຫຍາຍການເຄື່ອນໄຫວສູນສຳເນົາພື້ນຖານຂໍ້ມູນ ADN, ຍູ້ໄວຄວາມຄືບໜ້າໃນການຢັ້ງຢືນຊື່ ແລະ ນາມສະກຸນຂອງ ອັດຖິ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດທີ່ຍັງຂາດຂໍ້ມູນ; ເປີດກ້ວາງການຮ່ວມມືສາກົນກ່ຽວກັບການຄົ້ນຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ ແລະ ນາມສະກຸນກັບບັນດາປະເທດ, ບັນດາອົງການຈັດຕັ້ງ, ບັນດາສ່ວນບຸກຄົນທີ່ກ່ຽວຂ້ອງ…

ນັບແຕ່ປີ 1984 ມາຮອດປະຈຸບັນ, ກອງຂຸດຄົ້ນ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດຂອງແຂວງເງະອານ ໄດ້ຂຸດຄົ້ນ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກວ່າ 12.000 ອັດຖິ. ໃນນັ້ນ, ໄດ້ຈັດຕັ້ງການຈັດສົ່ງອັດຖິນັກຮົບທີ່ເສຍສະຫຼະຊີວິດທີ່ໄດ້ກໍານົດຊື່ ແລະນາມສະກຸນ, ບ້ານເກີດໃຫ້ກວ່າ 900 ອັດຖິ ເພື່ອໃຫ້ອໍານາດການປົກຄອງທ້ອງຖິ່ນ ແລະຄອບຄົວຈັດຕັ້ງພິທີໄວ້ອາໄລ, ປົງອັດຖິຢູ່ບ້ານເກີດເມືອງນອນ. ສະເພາະລະດູແຫ້ງປີ 2018-2019, ກົມກອງໄດ້ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດ 98 ອັດຖິ.

(ໄຊພອນ)

ເຫດການ
302 Found

Found

The document has moved here.