ສະຖານທູດ ຫວຽດນາມ ຢູ່ຕ່າງປະເທດ ຕັກ​ເຕ​ືອນ​ຊາວ ຫວຽດ​ນາມອ​າ​ໄສ​ຢູ່​ລາວ, ໄທ ລະ​ງັ​ບ​ໃຈ ແລະ ຈຳ​ກັດ​ການ​ເຄື່ອນ​​ຍ້າຍໄປ​ມາ

20:45 | 25/03/2020

ຍສໝ - ສະຖານທູດ ຫວຽດນາມ ຢູ່ ລາວ ແລະ ຢູ່ ໄທ ໄດ້ຕັກເຕືອນວົງຄະນະຍາດຊາວຫວຽດນາມພວມຮ່ຳຮຽນ, ເຮັດວຽກ ແລະ ດຳລົງຊີວິດຢູ່ລາວ ແລະ ຢູ່ ໄທ ບໍ່ຕ້ອງເປັນຫ່ວງ, ຈຳກັດການເຄື່ອນຍ້າຍໄປມາຢ່າງຫຼາຍທີ່ສຸດ, ຈຳກັດການສຳຜັດກັບຜູ້ອື່ນ, ປະຕິບັດການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຕາມການແນະນຳຂອງກະຊວງສາທາລະນະສຸກ ຫວຽດນາມ ກໍ່ຄືບັນດາຂໍ້ກຳນົດຂອງປະເທດປະຈຳຖິ່ນຢ່າງເຂັ້ມງວດ.

ໃນວັນທີ 24 ມີນາ 2020 ຜ່ານມາ ໄດ້ຮັບຜົນກວດ 8 ກໍລະນີ ຈາກນະຄອນຫລວງວຽງຈັນ, ເຊິ່ງ 7 ກໍລະນີ ບໍ່ພົບຜູ້ຕິດເຊື້ອ ແຕ່ມີ 1 ກໍລະນີທີ່ພົບເຊື້ອ ຊື່ ທ້າວ ແຈມບອນ ອາຍຸ 26 ປີ ອາຊີບ ນັກທຸລະກິດ, ຢູ່ບ້ານ ຫ້ວຍຫ້ອມ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ເຊິ່ງໄດ້ມີການພົວພັນກັບ ທ້າວ ສີລິສັກ ຜູ້ຕິດເຊື້ອຢູ່ໂຮງແຮມ ຄຮາວພາຊາ.

ສະຖານທູດ ຫວຽດນາມ ຢູ່ຕ່າງປະເທດ ຕັກ​ເຕ​ືອນ​ຊາວ ຫວຽດ​ນາມອ​າ​ໄສ​ຢູ່​ລາວ, ໄທ ລະ​ງັ​ບ​ໃຈ ແລະ ຈຳ​ກັດ​ການ​ເຄື່ອນ​​ຍ້າຍໄປ​ມາ

ສະຖານທູດ ຫວຽດນາມ ປະຈຳໄທ.(ພາບ:TTXVN)

ປັດຈຸບັນ ມີຜູ້ຕິດເຊື້ອແລ້ວ 3 ຄົນ ແລະ ໄດ້ເຂົ້າຮັບການປິ່ນປົ່ວເປັນທີ່ຮຽບຮ້ອຍແລ້ວ. ນອກຈາກນີ້, ຍັງມີຜູ້ທີ່ໃກ້ຊິດ ແລະ ສຳຜັດ ກັບ 2 ຄົນທີ່ຕິດເຊື້ອມາກ່ອນໜ້ານີ້ ມີ 133 ຄົນ ແລະ ໄດ້ນໍາຕົວຢ່າງມາວິໄຈຈໍານວນ 13 ກໍລະນີ ແລະ ຍັງລໍຖ້າຜົນກວດຢູ່.

ສະຖານທູດ ຫວຽດນາມປະຈຳລາວໄດ້ຕັກເຕືອນວົງຄະນະຍາດຊາວຫວຽດນາມພວມຮ່ຳຮຽນ, ເຮັດວຽກ ແລະ ດຳລົງຊີວິດຢູ່ລາວບໍ່ຕ້ອງເປັນຫ່ວງ, ຈຳກັດການເຄື່ອນຍ້າຍໄປມາຢ່າງຫຼາຍທີ່ສຸດ, ຈຳກັດການສຳຜັດກັບຜູ້ອື່ນ, ປະຕິບັດການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຕາມການແນະນຳຂອງກະຊວງສາທາລະນະສຸກ ຫວຽດນາມ ກໍ່ຄືບັນດາຂໍ້ກຳນົດຂອງປະເທດປະຈຳຖິ່ນຢ່າງເຂັ້ມງວດ.

ຫຼັງຈາກລັດຖະບານໄທແຈ້ງວ່າຈະປະກາດໃຊ້ສະພາວະສຸກເສີນໃນທົ່ວປະເທດນັບແຕ່ວັນທີ 26 ມີນາ - 30 ເມສາ, ສະຖານທູດ ຫວຽດນາມ ປະຈຳໄທໄດ້ຕັກເຕືອນພົນລະເມືອງ ຫວຽດນາມພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ປະເທດໄທ ຈົ່ງມີຄວາມທຸ່ມທ່ຽງ, ຢູ່ບ່ອນພັກເຊົ່າອາໄສ ພ້ອມທັງປະຕິບັດບັນດາມາດຕະການແຍກຕົວ, ປ້ອງກັນ, ສະກັດກັ້ນໂລກລະບາດດ້ວຍຕົນເອງ.

(ໄຊພອນ)

ເຫດການ
302 Found

Found

The document has moved here.