ວົງ​ຄະນະ​ຍາດ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ສະກັດ​ກັ້ນ​ໂລກລະບາດ

06:30 | 30/03/2020

ປັດຈຸບັນ, ຊາວຫວຽດນາມພວມດໍາລົງຊີວິດທໍາມາຄ້າຂາຍຢູ່ທຸກໆແຂວງ, ນະຄອນໃນທົ່ວປະເທດລາວ ພວມມີບັນດາການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາປະເທດລາວ, ກໍຄືໃນວຽກງານສະກັດກັ້ນໂລກລະບາດໂຄວິດ - 19.

ວົງ​ຄະນະ​ຍາດ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ສະກັດ​ກັ້ນ​ໂລກລະບາດ

ຈຸດແຈກຢາຍຜ້່າອັດປາກຢູ່ວັດ ບາງລອງ ຢູ່ນະຄອນຫຼວງວຽງຈັນ

ທ້າວເລວັນມິງເຈົາ ເວົ້າວ່າ: “ເຮົາໄດ້ກໍານົດເຖິງພາລະບົດບາດຂອງຕົນໃນການຮັກສາສຸຂະພາບ, ດັ່ງນັ້ນ ກໍບໍ່ມີຄວາມເປັນຫ່ວງຫຍັງເລີຍ. ຢູ່ບ່ອນໃດກໍຄວນຢູ່ບ່ອນນັ້ນເລີຍ, ບໍ່ເຄື່ອນຍ້າຍ, ບໍ່ເຕົ້າໂຮມຫຼາຍຄົນ, ບໍ່ໄປຮ້ານດື່ມກາເຟ”.

ສ່ວນທ້າວ ຫວູດຶກຕ໊ວນ ເຈົ້າຂອງຮ້ານປິ້ງໄກ ຢູ່ນະຄອນຫຼວງວຽງຈັນ ກໍໄດ້ຕິດຕາມຂ່າວ ກ່ຽວກັບວຽກງານສະກັດກັ້ນ ໂລກລະບາດໂຄວິດ - 19 ຂອງລັດຖະບານລາວ ແລະ ສະຖານທູດຫວຽດນາມ ຢ່າງເປັນປະຈໍາ. ທ້າວຕ໊ວນເວົ້າວ່າ: “ຜ່ານການລາຍງານຂອງກະຊວງສາທາລະນະສຸກລາວ ແລະສະຖານກົງສູນກ່ຽວກັບວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດ, ພວກຂ້າພະເຈົ້າກໍໄດ້ປິດປະຕູຮ້ານຕາມການກໍານົດ, ຊື້ນໍ້າຢາລ້າງມື, ຜ້າອັດປາກ ໃຫ້ແກ່ພາລະກອນ ເພື່ອຮັບປະກັນການຕິດເຊື້ອໄວຣັດ”.

(ແຫຼ່ງ​ຂໍ້​ມູນ​: vovworld.vn)

ເຫດການ
302 Found

Found

The document has moved here.