ກອງ​ປະຊຸມ​ສໍາ​ມະ​ນາ “ພຸດທະສາສະໜາຫວຽດນາມ ຢູ່​ລາວ”

08:35 | 10/12/2019

ຕອນເຊົ້າວັນທີ 9 ທັນວາ ຢູ່ນະຄອນຫຼວງວຽງຈັນ ໄດ້ດໍາເນີນກອງປະຊຸມສໍາມະນາ ວິທະຍາສາດສາກົນ ດ້ວຍຫົວຂໍ້ “ພຸດທະສາສະໜາຫວຽດນາມ ຢູ່ລາວ: ປະຫວັດຄວາເປັນມາ, ສະພາບຕົວຈິງ ແລະ ການກໍານົດທິດພັດທະນາ”.

ກອງ​ປະຊຸມ​ສໍາ​ມະ​ນາ “ພຸດທະສາສະໜາຫວຽດນາມ ຢູ່​ລາວ”

ກອງປະຊຸມສໍາມະນາ ວິທະຍາສາດສາກົນ ດ້ວຍຫົວຂໍ້ ພຸດທະສາສະໜາຫວຽດນາມ ຢູ່ລາວ: ປະຫວັດຄວາເປັນມາ, ສະພາບຕົວຈິງ ແລະ ການກໍານົດທິດພັດທະນາ

ກອງປະຊຸມສໍາມະນາເພື່ອແນໃສ່ເຮັດແຈ້ງກ່ຽວກັບການສ້າງຕັ້ງ, ຂະຫຍາຍຕົວ ແລະ ສະພາບຕົວຈິງຂອງພຸດທະສາສະໜາຫວຽດນາມ ຢູ່ລາວ, ບັນດາການປະກອບສ່ວນຂອງພຸດທະສາສະໜາຫວຽດນາມ ຢູ່ລາວ ທີ່ມີຕໍ່ວົງຄະນະຍາດຊາວຫວຽດນາມ ອາໄສຢູ່ ລາວ ກໍຄືທີ່ມີຕໍ່ການສ້າງສາ ແລະ ພັດທະນາປະເທດລາວ, ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບແບບພິເສດລະຫວ່າງຫວຽດນາມ ແລະ ລາວ. ພະມະຫາອາຈານ ທິກບ໋າວງຽມ, ຮອງປະທານສະພາບໍລິຫານງານສູນກາງສະມາຄົມພຸດທະສາສະໜາຫວຽດນາມ ໃຫ້ຮູ້ວ່່າ:

“ກອງປະຊຸມສໍາມະນາຄັ້ງນີ້ ແມ່ນເພື່ອຄົ້ນຄວ້າການຂະຫຍາຍຕົວຂອງພຸດທະສາສະໜາຫວຽດນາມ ຢູ່ລາວ. ຈາກນັ້ນ, ກໍານົດທິດໃຫ້ແກ່ສາຍພົວພັນມິດຕະພາບລະຫວ່າງພຸດທະສາສະໜາຂອງສອງປະເທດ. ພ້ອມກັນນັ້ນກໍສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ ແລະ ລັດຖະບານ ທີ່ມີຕໍ່ຄວາມຕ້ອງການທາງດ້ານການເຫຼື້ອມໃສສາສະໜາ, ຄວາມຕ້ອງການໃນການບວດຂອງຊາວຫວຽດນາມ ຢູ່ຕ່າງປະເທດ, ທັງນີ້ກໍເປັນການຊ່ວຍເຫຼືອຊາວຫວຽດນາມ ອາໄສຢູ່ຕ່າງປະເທດສ້າງການດໍາລົງຊີວິດເປັນປົກກະຕິ ແລະ ມີຄວາມເຊື່ອໝັ້ນຕໍ່ການເຫຼື້ອມໃສສາສະໜາຢູ່ປະເທດລາວ”.

(ແຫຼ່ງ​ຂໍ້​ມູນ​: http://vovworld.vn)

302 Found

Found

The document has moved here.