ຮອງ​ປະທານ​ປະ​ເທດ​ ສສ ຫວຽດນາມ ຢ້ຽມຢາມ​ລາວ​ຢ່າງ​ເປັນ​ທາງ​ການ

13:28 | 19/06/2018

​ໃນ​ຕອນ​ເຊົ້າ​ວັນ​ທີ 19 ມິຖຸນາ ​​ດ້ວຍ​ເຮືອບິນ​ຂອງ ​ສາຍ​ການບິນຫວຽດນາມ, ຮອງ​ປະທານ​ປະ​ເທດ​ ສສ ຫວຽດນາມ ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ຖິ້ງ ຢ້ຽມຢາມ​ລາວ​ຢ່າງ​ເປັນ​ທາງ​ການ.

ຮອງ​ປະທານ​ປະ​ເທດ​ ສສ ຫວຽດນາມ ຢ້ຽມຢາມ​ລາວ​ຢ່າງ​ເປັນ​ທາງ​ການ

ຮອງ​ປະທານ​ປະ​ເທດ​ ສສ ຫວຽດນາມ ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ຖິ້ງ.

ຕອບສະໜອງຕາມຄຳເຊີນຂອງ ສະຫາຍ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ຖິ້ງ ຮອງປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມຄະນະຜູ້ແທນຂັ້ນສູງ ໄດ້ທຳການຢ້ຽມຢາມສປປ ລາວ ຢ່າງເປັນທາງການລະຫວ່າງ ວັນທີ 19-22 ມິຖຸນາ 2018.

ຄະນະ​ຜູ້​ແທນ​ດັ່ງກ່າວ​ ໄດ້​ເດີນທາງ​ມາ​ເຖິງສະໜາມ​ບິນ​ສາກົນ​ວັດ​ໄຕ ​ໃນ​ຕອນ​ເຊົ້າ​ວັນ​ທີ 19 ມິຖຸນາ ​​ດ້ວຍ​ເຮືອບິນ​ຂອງ ​ສາຍ​ການບິນຫວຽດນາມ ​​ໂດຍ​ມີ ສະຫາຍ ກິ່ງ​ມະ​ໂນ ພົມ​ມະຫາ​ໄຊ ຮອງ​ລັດຖະມົນຕີ, ຮອງຫົວໜ້າ​ຫ້ອງ​ວ່າການ​ປະທານ​ປະ​ເທດ, ສະຫາຍ​ ຫງຽວນ ບາ​ ຮຸ່ງ ​ເອກ​ອັກ​ຄະ​ລັດຖະທູດ ​ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ພ້ອ​ມດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ລາວ ​ເຂົ້າ​ຮ່ວມ​ພິທີ​ຕ້ອນຮັບ.
​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ຖິ້ງ ພ້ອມ​ດ້ວຍ​ຄະນະ ຈະ​ໄດ້​ພົບ​ປະ​ສອງ​ຝ່າຍ​ກັບ ສະຫາຍ ພັນຄຳ ວິພາວັນ, ຈາກ​ນັ້ນ ຄະນະ​ຜູ້​ແທນ​ຈະ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ ສະຫາຍ ບຸນ​ຍັງ ວໍລະ​ຈິດ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ​ແລະ ​ເດີນທາງ​ໄປ​ພົບ​ປະ​ຢ້ຽມຢາມ ສະຫາຍ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ທີ່​ສຳນັກງານ​ນາຍົກລັດຖະມົນຕີ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ