ສານ​ອວຍພອນ​ວັນຊາດ​ລາວ

09:02 | 02/12/2019

ສະເຫຼີມສະຫຼອງ 44 ປີ ແຫ່ງວັນສະຖາປະນາປະເທດແຫ່ງ ສປປ.ລາວ (02/12/1975 – 02/12/2019).

ສານ​ອວຍພອນ​ວັນຊາດ​ລາວ

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດລາວ.(ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 44 ປີ ແຫ່ງວັນສະຖາປະນາປະເທດແຫ່ງ ສປປ.ລາວ (02/12/1975 – 02/12/2019). ວັນທີ 01 ທັນວາ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສົ່ງສານອວຍພອນເຖິງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດລາວ, ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ,ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ. ໃນສານອວຍພອນ, ການນໍາພັກ, ລັດ, ລັດຖະບານ, ສະພາແຫ່ງຊາດຫວຽດນາມ ອວຍພອນປະຊາຊົນ ລາວ ອ້າຍນ້ອງ ສືບຕໍ່ຍາດໄດ້ໄຊຊະນະໃໝ່ຫຼາຍຢ່າງກວ່າອີກ ໃນການປະຕິບັດບັນດາຄາດໝາຍ ເຊິ່ງ ມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ ຄັ້ງທີ 8 (2016 – 2020) ຢ່າງມີໄຊ, ສ້າງສາປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນາຖາວອນ ຢ່າງສໍາເລັດຜົນ; ຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນປະສົບຜົນສໍາເລັດ ກ້າວໄປເຖິງກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ 11 ຂອງພັກ ໃຫ້ສໍາເລັດຜົນ ແລະ ປະຕິບັດຍຸດທະສາດພັດທະນາແຫ່ງຊາດຢ່າງມີໄຊ ເປັນຕົ້ນແມ່ນຍຸດທະສາດ ປີ 2025, ວິໄສທັດປີ 2030.

(ແຫຼ່ງ​ຂໍ້​ມູນ​: http://vovworld.vn)

ເຫດການ
302 Found

Found

The document has moved here.