ວິ​ນະ​ດາ ພິ​ສາ​ລາດ ຄວ້າ​ຕຳແໜ່ງ​ນາງ​ສາວ​ລາວ ປີ 2019

16:37 | 11/12/2019

ການ​ຄັດ​ເລືອກ​ນາງ​ສາວ​ລາວ ປີ 2019 ຮອບ​ຕັດສິນ ຈັດ​ຂຶ້ນ​ວັນ​ທີ 7 ຕຸລາ 2019 ຢູ່​ສູນ​ການ​ຄ້າ ລາວ-ໄອ​ເຕັກ ໂດຍ​ມີ​ທ່ານ ອາ​ລຸນ​ໄຊ ສູນ​ນະລາດ ເລຂາ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ ປະຕິວັດ​ລາວ ທ່ານ​ນາງ ບັນດິດ ປະທຸມ​ວັນ ຮອງ​ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ທ່ານ ຄົມ​ປັນຍາ ເພັງ​ວິໄນ​ຍາ ປະທານ​ໂຄງການ​ຄັດ​ເລືອກ​ນາງ​ສາວ​ລາວ ປີ 2019 ພ້ອມ​ດ້ວຍ​ຜູ້​ສະໜັບສະໜູນ ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າ​ຮ່ວມ.

ວິ​ນະ​ດາ ພິ​ສາ​ລາດ ຄວ້າ​ຕຳແໜ່ງ​ນາງ​ສາວ​ລາວ ປີ 2019

ວິ​ນະ​ດາ ພິ​ສາ​ລາດ ຄວ້າ​ຕຳແໜ່ງ​ນາງ​ສາວ​ລາວ ປີ 2019

ການ​ຄັດ​ເລືອກ​ນາງ​ສາວ​ລາວ ເປັນ​ເວທີ​ອັນ​ຊົງ​ກຽດ ແລະ ເປັນ​ເວທີ​ສະແດງ​ອອກ​ຄວາມ​ສາມາດ​ຂອງ​ແມ່ຍິງ​ລາວ ໃນ​ການ​ເຜີຍແຜ່​ມູນເຊື້ອ​ວັດທະນະທຳ​ສູ່​ສາຍຕາ​ຊາວ​ໂລກ ໂຄງການ​ຄັດ​ເລືອກ​ນາງ​ສາວ​ລາວ ປີ 2019 ມີ​ຜູ້​ເຂົ້າ​ຮ່ວມ 40 ຄົນ ແຕ່​ເຂົ້າ​ຄັດ​ເລືອກ​ຕົວ​ຈິງ 39 ຄົນ ໂດຍ​ໄດ້​ຄັດ​ເລືອກ​ດ້ານ​ທັກ​ສະ ການ​ສະ ແດງ​ຄວາມ​ສາມາດ ພິບໄຫວ ແລະ ກິລິຍາ​ມາລະຍາດ​ຕ່າງໆ ເຊິ່ງ​ຜ່ານ​ການ​ຄັດ​ເລືອກ​ຜູ້​ທີ່​ຊະນະ​ເລີດ​ໄດ້ແກ່ML 20 ນາງ ວິ​ນະ​ດາ ພິ​ສາ​ລາດ ຈາກ​ແຂວງ​ຫຼວງ​ພະ​ບາງ ໄດ້​ຮັບ​ມົງ​ກຸດ​ເພັດ ມູນ​ຄ່າ 70 ລ້ານ​ກີບ ເງິນ​ລາງວັນ 30 ລ້ານ​ກີບ ພ້ອມ​ສາຍ​ສະພາຍ ແລະ ລາງວັນ​ຈາກ​ຜູ້​ສະໜັບສະໜູນ ຮອງ​ອັນ​ດັບ I ML 23 ນາງ ໂຈ​ແອ້ນ ໂພທິ​ວັດ ຈາກ​ນະຄອນຫຼວງ​ວຽງ​ຈັນ ໄດ້​ຮັບ​ມົງ​ກຸດ ມູນ​ຄ່າ 40 ລ້ານ​ກີບ ເງິນ​ລາງວັນ 15 ລ້ານ​ກີບ ແລະ ລາງວັນ​ອື່ນໆ​ຈາກ​ຜູ້​ສະໜັບສະໜູນ ຮອງ​ອັນ​ດັບ II ML 22 ນາງ ສຸດ​ດາ​ວອນ ປັດສາ​ພັນ ຈາກ​ແຂວງ​ຈຳປາ​ສັກ ໄດ້​ຮັບ​ມົງ​ກຸດ ມູນ​ຄ່າ 40 ລ້ານ​ກີບ ເງິນ​ລາງວັນ 10 ລ້ານ​ກີບ ແລະ ລາງວັນ​ອື່ນໆ​ຈາກ​ຜູ້​ສະໜັບສະໜູນ ຮອງ​ອັນ​ດັບ III ML 4 ນາງ ພອນ​ສະ​ນິດ ລັດຕະນະ​ສັກ ຈາກ​ແຂວງ​ອຸດົມ​ໄຊ ໄດ້​ຮັບ​ມົງ​ກຸດ ມູນ​ຄ່າ 30 ລ້ານ​ກີບ ເງິນ​ລາງວັນ 8 ລ້ານ​ກີບ ແລະ ຂອງ​ລາງວັນ​ອື່ນໆ​ຈາກ​ຜູ້​ສະໜັບສະໜູນ​ຮອງ​ອັນ​ດັບ IV ML 2 ນາງ ບຸດ​ດາວ ຈັນທະ​ລີ ຈາກ​ແຂວງ​ອຸດົມ​ໄຊ ໄດ້​ຮັບ​ມົງ​ກຸດ ມູນ​ຄ່າ 30 ລ້ານ​ກີບ ເງິນ​ລາງວັນ 8 ລ້ານ​ກີບ ແລະ ຂອງ​ລາງວັນ​ອື່ນໆ​ຈາກ​ຜູ້​ສະໜັບສະໜູນ ນອກ​ນີ້ ນາງ​ຜູ້​ໄດ້​ຮັບ​ຕຳແໜ່ງ 1-3 ຍັງ​ໄດ້​ຮັບ​ທຶນ​ການ​ສຶກ​ສາ​ໄປ​ຮຽນ​ຕໍ່​ລະດັບ​ປະລິນຍາ​ຕີ​ຢູ່​ປະເທດ​ຈີນ ມູນ​ຄ່າ 300 ລ້ານ​ກີບ ສ່ວນ​ຜູ້​ໄດ້​ຮັບ ຕຳແໜ່ງ 4-5 ໄດ້​ຮັບ​ທຶນ​ການ​ສຶກ​ສາ​ຮຽນ​ຕໍ່​ລະດັບ​ປະລິນຍາ​ຕີ ຢູ່​ປະເທດ​ໄທ ມູນ​ຄ່າ 150 ລ້ານ​ກີບ.

ນອກ​ນີ້ ຍັງ​ມີ​ລາງວັນ​ພິເສດ 10 ລາງວັນ ລາງວັນ​ລະ 5 ລ້ານ​ກີບ ພ້ອມ​ສາຍ​ສະພາຍ ແລະ ຂອງ ຂວັນ​ຈາກ​ຜູ້​ສະໜັບສະໜູນ ຄື: ລາງວັນ​ນາງ​ສາວ​ຜິວ​ພັນ​ສວຍ​ງາມ ML 7 ນາງ ເຈນ​ນີ່ ຫຼວງ​ວົງ ຈາກ​ແຂວງ​ວຽງ​ຈັນ ລາງວັນ​ນາງ​ສາວ​ໜ້າ​ອ່ອນ​ກ່ອນ​ໄວ ML 26 ນາງ ມະນີ​ພອນ ສິງຫາ​ໄຊ​ຍະ​ແສງ ຈາກ​ແຂວງ​ອຸດົມ​ໄຊ ລາງວັນ​ນາງ​ສາວ​ບຸກ​ຄະ​ລິກ​ກະ​ພາບ​ດີ ML 22 ນາງ ສຸດາ​ວອນ ປັດ​ພັນ​ສາ ຈາກ​ແຂວງ​ຈຳປາ​ສັກ ລາງວັນ​ນາງ​ສາວ​ແຕ່ງ​ໜ້າ​ງາມ ML 11 ນາງ ແສງ​ມະນີ ພູ​ວັນ​ໂນ ຈາກ​ແຂວງ​ເຊ​ກອງ ລາງວັນ​ນາງ​ສາວ​ຜິວ​ໜ້າ​ຊຸ່ມ​ຊື່ນ​ສຸຂະພາບ​ດີ ML 1 ນາງ ດາວ​ພະ​ສຸກ ພົມ​ມະຫາ​ໄຊ ຈາກ​ແຂວງ​ຈຳປາ​ສັກ ລາງ ວັນ​ນາງ​ສາວ ໜ້າ​ໃສ​ສຸຂະພາບ​ດີ ML 30 ນາງ ຈູມ​ມະ​ລີ ໄຊ​ວຸດ​ທິ ຈາກ​ແຂວງ​ໄຊ​ຍະ​ບູ​ລີ ລາງວັນ​ນາງ​ສາວ​ຂວັນ​ໃຈ​ຊ່າງ​ພາບ ML 16 ນາງ ວິ​ດາ ແຊ້​ພານ ຈາກ​ນະຄອນຫຼວງ​ວຽງ​ຈັນ ລາງວັນ​ຂວັນ​ໃຈ​ມິດ​ຕະ ພາບ ML 22 ນາງ ສຸດາ​ວອນ ປັດ​ພັນ​ສາ ຈາກ​ແຂວງ​ຈຳປາ​ສັກ ລາງວັນ​ນາງ​ສາວ​ຂວັນ​ໃຈ​ມະຫາຊົນ ML 26 ນາງ ມະນີ​ພອນ ສິງຫາ​ໄຊ​ຍະ​ແສງ ຈາກ​ແຂວງ​ອຸດົມ​ໄຊ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.