ຍສໝ - ທ່ານ ຫງວຽນດຶກແທງ ອຸປະທູດການຄ້າຫວຽດນາມ ປະຈຳ ອີຕາລີ ໄດ້ແນະນຳກ່ຽວກັບການພັດທະນາຢ່າງຂະຫຍັນຂັນເຄື່ອນຂອງຫວຽດນາມ, ເປັນພື້ນຖານເສດຖະກິດເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງກວ້າງຂວາງທີ່ສຸດໃນພາກພື້ນ.
ບັນດາຜູ້ແທນ, ນັກຮຽນຮູ້, ນັກຄົ້ນຄວ້ານະໂຍບາຍ ແລະ ນັກຊ່ຽວຊານເຕັກໂນໂລຊີ ຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ປຶກສາຫາລື, ແບ່ງປັນບົດຮຽນເພື່ອພັດທະນາພື້ນຖານເສດຖະກິດດີຈີຕອນທີ່ຍຸຕິທຳ, ກວມລວມ ແລະ ຍືນຍົງ
ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານກຳມະການແຫ່ງລັດ, ລັດຖະມົນຕີກະຊວງຕ່າງປະເທດຈີນ ຫວາງອີ ; ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ເດີນທາງມາຢ້ຽມຢາມສາທາລະນະລັດປະຊາຊົນຈີນ ຢ່າງເປັນທາງການແຕ່ວັນທີ 3-4 ທັນວາ 2021.
ຍສໝ - ອົງການການຄ້າ ຫ້ອງການເສດຖະກິດ ແລະ ວັດທະນະທຳຫວຽດນາມ ປະຈຳໄຕ້ຫວັນ (ກະຊວງອຸດສາຫະກຳ ແລະ ການຄ້າ) ໃຫ້ຮູ້ວ່າ: ຫວ່າງມໍ່ໆມານີ້, ປະຕູຖານຂໍ້ມູນເອເລັກໂຕຣນິກພາສີໄຕ້ຫວັນ (ຈີນ) ໄດ້ປະກາດປັບປຸງຕາຕະລາງພາສີນຳເຂົ້າ.
ເວທີປາໄສເສດຖະກິດ ຫວຽດນາມ ປີ 2021 ແມ່ນໂອກາດເພື່ອໃຫ້ສະພາແຫ່ງຊາດ, ບັນດາອົງການຈັດຕັ້ງ, ອົງການທີ່ກ່ຽວຂ້ອງ ຮັບຟັງຄຳເຫັນຈາກນັກຊ່ຽວຊານ, ນັກວິທະຍາສາດຢູ່ພາຍໃນ ແລະ ຕ່າງປະເທດ, ຄູ່ຮ່ວມມືພັດທະນາຂອງ ຫວຽດນາມ.
ຜູ້ຕາງໜ້າບັນດາພະແນກ, ຂະແໜງການຂອງນະຄອນ ໂຮ່ຈີມິນ ໄດ້ແບ່ງປັນກ່ຽວກັບການກຳນົດທິດພັດທະນາເສດຖະກິດ, ໃນນັ້ນມີຂະແໜງທ່ອງທ່ຽວຂອງນະຄອນ
ຍສໝ - ວັນທີ 01 ທັນວາ, ໃນຂອບເຂດການຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການຂອງ ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ, ທີ່ສຳນັກງານຂອງສະມາຄົມປະຊາຊົນ ອາຊີ - ເອີລົບ (ສະມາຄົມ), ທ່ານ ນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ມີການເຮັດວຽກກັບການນຳຂອງສະມາຄົມ.
ສະຫະພັນບັນດາສະມາຄົມວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ຫາກໍ່ຈັດຕັ້ງກອງປະຊຸມສຳມະນາ “ການພັດທະນາເສດຖະກິດທະເລຢູ່ຫວຽດນາມ ແບບຍືນຍົງໃນສະພາບການພະຍາດໂຄວິດ-19 ແລະການປ່ຽນແປງຂອງດິນຟ້າອາກາດ” ພາຍໃຕ້ຮູບການໂດຍກົງກັບທາງໄກ.
ຕອນເຊົ້າວັນທີ 27 ພະຈິກ, ຢູ່ນະຄອນ Bern, ປະເທດສະວິດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Schneider Ammann, ອະດີດປະທານາທິບໍດີ ແລະ ລັດຖະມົນຕີເສດຖະກິດສະວິດ, ແລະ ທ່ານ Philipp Roesler, ກົງສຸນກິຕິມະສັກ ຫວຽດນາມ ປະຈຳ ສະວິດ, ອະດີດຮອງນາຍົກລັດຖະມົນຕີ , ລັດຖະມົນຕີກະຊວງເສດຖະກິດ ແລະ ວິທະຍາສາດເຕັກໂນໂລຊີ ເຢຍລະມັນ (2009-2013), ອະດີດປະທານພັກ ປະຊາທິປະໄຕ ເສລີເຢຍລະມັນ (FDP).
ຍສໝ - ໜ້າເວັບໄຊ໌ ihsmarkit.com ຂອງບໍລິສັດຄົ້ນຄວ້າການຕະຫຼາດ IHS Markit (ອັງກິດ) ຫາກໍລົງພິມບົດຂຽນຄາດຄະເນ ກ່ຽວກັບຄວາມສາມາດໃນການຟື້ນຟູເສດຖະກິດຂອງຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ສະຖາບັນເສດຖະກິດຫວຽດນາມ, ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາທາງອອນລາຍ ຫົວຂໍ້: “ເສດຖະກິດທະເລສະອາດ: ກາລະໂອກາດ, ສິ່ງທ້າທາຍ ແລະ ທິດທາງການພັດທະນາແບບຍືນຍົງ”.
ຍສໝ - ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ສະເໜີໃຫ້ນະຄອນໂຮ່ຈິມິນ ຕ້ອງຟື້ນຟູເສດຖະກິດ ແລະ ນຳເອົາຖານະບົດບາດ, ພາບລັກຂອງນະຄອນຄືນມາໃນທຸກດ້ານ.
ທີ່ກອງປະຊຸມ, ຜູ້ຕາງໜ້າທ້ອງຖິ່ນຕ່າງໆຄື: ບັກຢາງ, ບັກກ້ານ, ລ້າງເຊີນ, ຮ່າຢາງ, ກາວບັ່ງ, ຟູເທາະ… ໄດ້ສະເໜີວ່າ ການພັດທະນາເສດຖະກິດລະຫວ່າງເຂດພູພຽງ ແລະ ເຂດພູດອຍທາງພາກເໜືອ ຫວຽດນາມ ຕ້ອງໄວ ແລະ ຍືນຍົງ.
ໃນບົດລາຍງານອັບເດດສະພາບເສດຖະກິດມະຫາພາກຫວຽດນາມ ທີ່ຫາກໍ່ປະກາດ, ທະນາຄານໂລກ (WB)ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຕ້ອງປະເຊີນໜ້າກັບສິ່ງກີດຂວາງຫຼາຍຢ່າງໃນການຟື້ນຟູພື້ນຖານເສດຖະກິດພາຍຫຼັງການຮັກສາໄລຍະຫ່າງໃນສັງຄົມທີ່ຖືກແກ່ຍາວ, ແຕ່ເສດຖະກິດຫວຽດນາມ ກໍາລັງສະແດງໃຫ້ເຫັນບັນດາສັນຍານທີ່ດີ ແລະຟື້ນຟູ.
ວັນທີ 15 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຮັດວຽກກັບການນຳແຂວງ ກາວບັ່ງ ກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມ ປີ 2021 ແລະ ທິດທາງ, ໜ້າທີ່ໃນໄລຍະຈະມາເຖິງ.
ຍສໝ - ເນື່ອງໃນໂອກາດທີ່ ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) ຄັ້ງທີ 28 ແຕ່ວັນທີ 11-12 ພະຈິກ 2021 ດ້ວຍຮູບແບບອອນລາຍ, ທ່ານຮອງລັດຖະມົນຕີການຕ່າງປະເທດ ດັ້ງຮ່ວາງຢາງ ໄດ້ມີການແລກປ່ຽນກັບນັກຂ່າວ ກ່ຽວກັບສະພາບການຮ່ວມມື APEC ໃນຊຸມປີທີ່ຜ່ານມາ, ການປະກອບສ່ວນຂອງຫວຽດນາມ ເຂົ້າໃນ APEC ແລະ ຄວາມຕັ້ງຫວັງໃນເວທີປາໄສນີ້.
ຍສໝ - ເມື່ອບໍ່ດົນມານິ້, ຢູ່ນະຄອນຫຼວງ Praha, ສະຖານທູດຫວຽດນາມ ປະຈໍາສາທະລະນະລັດເຊັກ ສົມທົບກັບສະມາຄົມຄຸ້ມຄອງ Czech ຈັດຕັ້ງກອງປະຊຸມສຳມະນາວິສາຫະກິດ ເຊັກ-ຫວຽດນາມ ແນໃສ່ເພື່ອຊ່ວຍໜູນວິສາຫະກິດຕ່າງໆ ຊອກຫາກາລະໂອກາດ, ຊຸກຍູ້ການຄ້າ ແລະ ການລົງທືນໃນຕະຫຼາດຂອງແຕ່ລະປະເທດ, ຊອກຫາມາດຕະການເພື່ອຊ່ວຍໃຫ້ພື້ນຖານເສດຖະກິດຫວຽດນາມ-ເຊັກ ຟື້ນຟູຄືນຫຼັງໂລກລະບາດ ໂຄວິດ-19.
ຍສໝ - ອົດສະຕາລີ ແມ່ນຄູ່ຮ່ວມມືໃນຊຸມປີຜ່ານມາທີ່ໄດ້ຊ່ວຍເຫຼືອ ຫວຽດນາມ ໃນການປະຕິບັດການຄົ້ນຄ້ວາໃຫຍ່ກ່ຽວກັບເຕັກໂນໂລຢີ, ປະກອບສ່ວນສຳຄັນເຂົ້າໃນການຕີລາຄາ ແລະກໍານົດນະໂຍບາຍຂອງຫວຽດນາມ ໃຫ້ເປັນຮູບເປັນຮ່າງ. ວັນທີ 3 ພະຈິກ, ບົດລາຍງານໂດຍ ອົດສະຕາລີ ສົມທົບປະຕິບັດໄດ້ຮັບການເປີດຕົວ ເພື່ອຕີລາຄາຜົນກະທົບຂອງເຕັກໂນໂລຢີເຖິງການເຕີບໂຕເສດຖະກິດຂອງຫວຽດນາມ.
ຫວ່າງແລ້ວນີ້, ເວັບໄຊ thearmchairtrader.com ໄດ້ລົງບົດຂຽນໃນນັ້ນໃຫ້ຂໍ້ສັງເກດວ່າ ຫວຽດນາມ ມີພື້ນຖານເສດຖະກິດເຂັ້ມແຂງທີ່ສຸດ ແລະນັບມື້ນັບຈະດີຂຶ້ນໄປເລື້ອຍໆ.
ຍສໝ - ເມື່ອບໍ່ດົນມານີ້, ຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍໄດ້ຈັດຕັ້ງກອງປະຊຸມ “ສົນທະນາ ເພື່ອແກ້ໄຂຄວາມຫຍຸ້ງຍາກສຳລັບບັນດາວິສາຫະກິດ ທີ່ມີເງິນລົງທຶນຈາກຕ່າງປະເທດໃນບໍລິເວນນະຄອນ ໃນສະພາບການໂລກລະບາດໂຄວິດ - 19”.