ຜ່ານຜ່າຄວາມຫຍຸ້ງຍາກ ດ້ວຍຄຸນທາດ, ການປະດິດສ້າງ ແລະກໍາລັງຄວາມສາມາດຮັບມື

14:00 | 25/02/2022

ຍສໝ - ຫວຽດນາມ ສືບຕໍ່ປະຕິບັດສາມຂອດບຸກທະລຸຍຸດທະສາດ ລວມມີ ການປັບປຸງລະບອບລະບຽບການຢ່າງຄົບຊຸດໃຫ້ສົມບູນແບບ; ພັດ ທະນາແຫຼ່ງຊັບພະຍາກອນມະນຸດ; ສ້າງລະບົບໂຄງປະກອບໂຄງລ່າງ ຢ່າງຄົບຊຸດ, ທັນສະໄໝໃນປີ 2022.

ສະມາຄົມພຸດທະສາສະໜາຫວຽດນາມ ໜູນຊ່ວຍອົງການພຸດທະສາສະໜາສຳພັນລາວ ຜ່ານຜ່າຄວາມຫຍຸ້ງຍາກ ສະມາຄົມພຸດທະສາສະໜາຫວຽດນາມ ໜູນຊ່ວຍອົງການພຸດທະສາສະໜາສຳພັນລາວ ຜ່ານຜ່າຄວາມຫຍຸ້ງຍາກ
ສະມາຄົມພຸດທະສາສະໜາ ຫວຽດນາມ ໜູນຊ່ວຍອົງການພຸດທະສາສະໜາສຳພັນລາວ ຜ່ານຜ່າຄວາມຫຍຸ້ງຍາກ ສະມາຄົມພຸດທະສາສະໜາ ຫວຽດນາມ ໜູນຊ່ວຍອົງການພຸດທະສາສະໜາສຳພັນລາວ ຜ່ານຜ່າຄວາມຫຍຸ້ງຍາກ

ກ່າວຄໍາເຫັນທີ່ເວທີປາໄສວິສາຫະກິດຫວຽດນາມ ປະຈໍາປີ ພາຍໃຕ້ຫົວຂໍ້ “ຟື້ນຟູ ແລະພັດທະນາລະບົບສະໜອງໃນສະພາບການເປັນປົກກະຕິໃໝ່” ທີ່ໄດ້ຈັດຕັ້ງໃນວັນທີ 21 ກຸມພາ ປີ 2022, ທ່ານ ຟ້າມມີງຈີ໊ງ ໃຫ້ຮູ້ວ່າ ຫວຽດນາມ ໄດ້ ແລະພວມປະຕິບັດກິດຈະການປ່ຽນແປງໃໝ່, ໃນນັ້ນ ສຸມໃສ່ກໍ່ສ້າງພື້ນຖານປະຊາທິປະໄຕສັງຄົມນິຍົມ; ກໍ່ສ້າງລັດແຫ່ງ​ອຳ​ນາດນິຕິບັນຍັດສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ; ກໍ່ສ້າງພື້ນຖານເສດຖະກິດຕະຫຼາດ ກໍານົດທິດສັງຄົມນິຍົມ.

ທ່ານ ຟ້າມມີງຈີ໊ງ ເນັ້ນໜັກວ່າ ດ້ວຍທິດນໍາ ຖືປະຊາຊົນ, ວິສາຫະກິດເປັນໃຈກາງ, ເປັນພາກສ່ວນຫຼັກ; ກໍາລັງພາຍໃນເປັນພື້ນຖານ, ຍາວນານ; ກໍາລັງພາຍນອກ ເປັນປັດໄຈສໍາຄັນ, ບຸກທະລຸ, ລັດຖະບານຫວຽດນາມ ສືບຕໍ່ປະຕິບັດສາມຂອດບຸກທະລຸຍຸດທະສາດ. ໃນເບື້ອງຕົ້ນແມ່ນປະຕິບັດໂຄງການຟື້ນຟູ ແລະພັດທະນາເສດຖະກິດ-ສັງຄົມ ຕິດພັນກັບໂຄງການສັງລວມ ກ່ຽວກັບການປ້ອງກັນຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ, ຍູ້ແຮງຍຸດທະສາດສັກຢາວັກຊີນກັນພະຍາດໂຄວິດ-19. ພ້ອມກັນນັ້ນ, ກໍສືບຕໍ່ຮັບປະກັນຄວາມສະຖຽນລະພາບດ້ານເສດຖະກິດ ມະຫາພາກ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ດໍາເນີນທຸລະກິດ; ການຫັນປ່ຽນດີຈີຕອນ; ພັດທະນາເສດຖະກິດີຈີຕອນ; ສັງຄົມດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໜູນວຽນ... ແລະການຮັບມື ກັບການປ່ຽນແປງຂອງດິນຟ້າອາກາດ.

ຜ່ານຜ່າຄວາມຫຍຸ້ງຍາກ ດ້ວຍຄຸນທາດ, ການປະດິດສ້າງ ແລະກໍາລັງຄວາມສາມາດຮັບມື
ທ່ານ ຟ້າມມີງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ . ພາບ: TTXVN

ທ່ານ ຟ້າມມີງຈີ໊ງ ຢັ້ງຢືນວ່າ ລັດຖະບານຫວຽດນາມສ້າງສະພາບແວດ ລ້ອມສະເໝີພາບ ລະຫວ່າງບັນດາພາກສ່ວນເສດຖະກິດ; ສົ່ງເສີມການລົງທຶນ ພາກເອກະຊົນ, ການລົງທຶນຈາກຕ່າງປະເທດ, ການລົງທຶນເຂົ້າຂະແໜງອຸສາ ຫະກໍາເຕັກໂນໂລຢີສູງ, ອຸດສາຫະກໍາສໍາຮອງ; ກະສິກໍາສະຫຼາດ; ການປົກ ປັກຮັກສາສິ່ງແວດລ້ອມ, ພະລັງງານຜະລິດຄືນໃໝ່. ສ້າງໂຄງປະກອບ ໂຄງລ່າງ ແລະບັນດາໂຄງການຮັບໃຊ້ການຮັບປະກັນຊີວິດສັງຄົມ; ການຫັນປ່ຽນສີຂຽວ. ຫວຽດນາມ ສຸມໃສ່ບັນດາມາດຕະການ ເພື່ອແນໃສ່ຟື້ນຟູລະບົບສະໜອງ, ຮັບປະກັນການຈາລະຈອນສິນຄ້າ, ເຮັດໃຫ້ແຫຼ່ງເຊື້ອເພີງເປັນປົກກະຕິ; ຮັບປະກັນ ການເຄື່ອນໄຫວຜະລິດ, ດໍາເນີນທຸລະກິດຂອງວິສວາຫະກິດຢ່າງປອດໄພ, ລຸລ່ວງໃນສະພາບການເປັນປົກກະຕິໃໝ່; ຈຸດສຸມແມ່ນບຸລິມະສິດບັນດາມາດຕະການຮັບປະກັນຄວາມປອດໄພ ໃນສະພາບ ເກີດພະຍາດໂຄວິດ-19, ເຮັດໃຫ້ລະບຽບການບໍລິຫານເປັນງ່າຍດາຍ, ແກ້ໄຂຂໍ້ ຕິດຂັດກ່ຽວກັບກົນໄກ, ນະໂຍບາຍດ້ານພາສີ, ສິນເຊື່ອ, ຊັບພະຍາກອນມະນຸດ, ພື້ນຖານໂຄງລ່າງ… ພິເສດແມ່ນການພັດທະນາຕະຫຼາດທຶນ, ຕະຫຼາດອະສັງຫາລິມະຊັບ, ຕະຫຼາດຊັບພະຍາກອນ, ຕະຫຼາດ ວິທະຍາສາດເຕັກໂນໂລຢີ, ພູມປັນຍາຕາມທິດແກ່ງແຍ້ງກວ່າ, ມີປະສິດທິ ຜົນກວ່າ ແລະຍືນຍົງກວ່າ.

ທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ຢືນຢັນວ່າ ດ້ວຍຫົວຂໍ້ຂອງປີ 2022 ແມ່ນ “ສາມັກຄີມີວິໄນ, ເປັນເຈົ້າການຮັບມືຢ່າງປອດໄພ ແລະມີປະສິດທິຜົນ, ຟື້ນຟູພັດທະນາ”, ລັດຖະບານຫວຽດນາມ ຈະອີງຕາມສະພາບການໃນຕົວຈິງ ເພື່ອຊີ້ນໍາ, ບໍລິຫານງານຢ່າງເປັນເຈົ້າການ, ຂ້ຽວຂາດ, ປະດິດສ້າງ, ມີຄວາມຮັບຜິດຊອບ, ມີລະບຽບວິໄນ, ​ມີ​ຄວາມບໍລິສຸດສັດຊື່. ທ່ານ ຟ້າມມີງຈີ໊ງ ກໍ່ສະແດງຄວາມປາດຖະໜາຢາກໃຫ້ປະຊາຄົມວິສາຫະກິດ ຮ່ວມເດີນທາງພ້ອມກັບລັດຖະບານ ແລະປະຊາຊົນຫວຽດນາມ ພ້ອມກັນຜ່ານ ຜ່າຄວາມຫຍຸ້ງຍາກ ເພື່ອນໍາປະເທດຊາດ ນັບມື້ນັບພັດທະນາແບບຍືນຍົງ.

ບູນມີ

ເຫດການ
302 Found

Found

The document has moved here.