ຫວຽດນາມ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ​ອາ​ຊຽນ - ອີ​ຕາ​ລີ

06:18 | 10/12/2021

ຍສໝ - ທ່ານ ຫງວຽນ​ດຶກ​ແທງ ອຸປະທູດການ​ຄ້າ​ຫວຽດ​ນາມ ປະ​ຈຳ ອີ​ຕາ​ລີ ໄດ້​ແນະ​ນຳ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ​ຫວຽດ​ນາມ, ເປັນ​ພື້ນ​ຖານ​ເສດ​ຖະ​ກິດ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຢ່າງ​ເລິກ​ເຊິ່ງກວ້າງຂວາງ​ທີ່​ສຸດ​ໃນ​ພາກ​ພື້ນ.

ຊຸກ​ຍູ້​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ - ແມ່​ນ້ຳລ້ານ​ຊ້າງ​ໃນ​ການ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ ຊຸກ​ຍູ້​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ - ແມ່​ນ້ຳລ້ານ​ຊ້າງ​ໃນ​ການ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ
ຫວຽດ​ນາມ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສການ​ຮ່ວມ​ມື​ປ່ຽນ​ແປງ​ໃໝ່​ດ້ານ​ສາ​ທາ​ລະ​ນະ​ສຸກ​ສາ​ກົນ ປີ 2021 ຫວຽດ​ນາມ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສການ​ຮ່ວມ​ມື​ປ່ຽນ​ແປງ​ໃໝ່​ດ້ານ​ສາ​ທາ​ລະ​ນະ​ສຸກ​ສາ​ກົນ ປີ 2021
ຫວຽດນາມ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ​ອາ​ຊຽນ - ອີ​ຕາ​ລີ
ຫວຽດນາມ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ​ອາ​ຊຽນ - ອີ​ຕາ​ລີ. ພາບ: VOV

ເວ​ທີ​ປາ​ໄສ​ວິ​ສາ​ຫະ​ກິດ Torino-ອາ​ຊຽນ ຄັ້ງ​ທີ 2 (TOASEAN Business Days) ຈັດ​ຕັ້ງ​ໂດຍ​ຫ້ອງ​ການ​ການ​ຄ້າ Turin, ສະ​ຖາ​ບັນການ​ຄົ້ນຄວ້າ​ສາ​ກົນ Torino (TWAI), ມະຫາວິ​ທະ​ຍາ​ໄລ Turin ແລະ ຄະ​ນະ​ກຳ​ມະ​ການອາ​ຊຽນ ຢູ່ Rome (ACR) ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ Turin, ອີຕາລີ.

ດ້ວຍ 4 ວາລະປະ​ຊຸມ​ຫົວ​ຂໍ້ສະເພາະ (ກ່ຽວກັບປ່ຽນແປງໃໝ່ປະດິດສ້າງ/ອຸດ​ສາ​ຫະ​ກຳ/ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ/ທັນຍາຫານ), ບັນ​ດາ​ນັກປາຖະກະຖາ​ຕາງ​ໜ້າ​ອຳ​ນາດ​ການ​ປົກ​ຄອງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ ອາ​ຊຽນ ປະ​ຈຳ ອີ​ຕາ​ລີ ແລະ ບາງ​ວິ​ສາ​ຫະ​ກິດ​ໄດ້​ແລກ​ປ່ຽນ​ຂໍ້​ມູນ​ຫຼາຍຢ່າງກ່ຽວ​ກັບ​ຄວາມ​ສາ​ມາດບົ່ມຊ້ອນ, ປະ​ສົບການແຫ່ງ​ຜົນ​ສຳ​ເລັດ​ໃນ​ການ​ຮ່ວມ​ມື ແລະ ດຳ​ເນີນ​ທຸ​ລະ​ກິດ​ລະ​ຫວ່າງ ອີ​ຕາ​ລີ ແລະ ບັນ​ດາ​ປະ​ເທດ ອາ​ຊຽນ ກໍ່ຄືບັນດາ​ເຄື່ອງ​ມື​ດ້ານ​ນະ​ໂຍ​ບາຍ​, ​ການ​ເງິນ​ເພື່ອ​​ຫນູນຊ່ວຍ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ມາ​ລົງ​ທຶນ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​.

​ເວທີ​ປາ​ໄສ​ວິ​ສາ​ຫະກິດ Torino - ອາ​ຊຽນ ​ຄັ້ງ​ທີ 2 ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ຜູ້ຕາງໜ້າ​ກະຊວງ​ການ​ຕ່າງປະ​ເທດ ອີ​ຕາ​ລີ, ສະມາຄົມ​ອີ​ຕາ​ລີ - ອາ​ຊຽນ, ອົງການ​ສິນ​ເຊື່ອ​ສົ່ງ​ອອກ​ຂອງ​ອີ​ຕາ​ລີ (SACE), ການ​ນຳ​ຂອງ​ເຂດ Piedmont ​ແລະ ນະຄອນ Turin, ບັນດາອົງການຈັດຕັ້ງການເງິນສິນເຊື່ອຂອງອິຕາລີ.

ທີ່​ເວທີ​ປາ​ໄສ, ການນຳ ​ແລະ ​ວິ​ສາ​ຫະກິດ​ຂອງ​ເຂດ Piedmont ​ແລະ ນະຄອນ Turin ​ໄດ້​ສະໜອງ​ຂໍ້​ມູນ​ຫຼາຍ​ຢ່າງ​ກ່ຽວ​ກັບ​ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ, ພິ​ເສດ​ແມ່ນ​ດ້ານ​ການ​ເງິນ, ເພື່ອສົ່ງເສີມ​ບັນດາ​ວິ​ສາ​ຫະກິດ ອີ​ຕາ​ລີ ຊອກ​ຫາ ​ແລະ ເປີດກວ້າງບັນດາ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ຢູ່ ອາ​ຊຽນ, ພິ​ເສດ​ໃນບັນດາ​ຂົງ​ເຂດ​ເສດຖະກິດສີຂຽວ ແລະ ການຫັນປ່ຽນພະລັງງານ.

ຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ​ອີ​ຕາ​ລີ ​ແລະ ບັນດາ​ຄູ່​ຮ່ວມ​ມື​ອາ​ຊຽນ ​ຍັງ​ໄດ້​ແລກປ່ຽນ​ບົດຮຽນ​ໃນ​ການເຄື່ອນໄຫວ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້; ຕີ​ລາຄາ​ສູງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ພາກ​ພື້ນ, ພິ​ເສດ​ແມ່ນ​ບາງ​ຂົງ​ເຂດ​ທີ່​ອີ​ຕາ​ລີ​ມີ​ທ່າ​ໄດ້​ປຽບ​ໃນ​ປະຈຸ​ບັນ​ເຊັ່ນ: ອຸດສາຫະກຳ​ການ​ຜະລິດ, ການ​ອອກ​ແບບ-ກໍ່ສ້າງ, ທັນຍາຫານ ​ແລະ ​ເສດຖະກິດ​ປະດິດສ້າງ.

ໄຊພອນ

ເຫດການ
302 Found

Found

The document has moved here.