Business Times: ຫວຽດນາມ ກະກຽມບາດກ້າວກະໂດດຂັ້ນໃນປີ 2022

07:07 | 16/02/2022

ຍສໝ - ບົດຂຽນ “ສຽງຄໍາລາມຂອງເສືອໂຕໃໝ່ພາກພື້ນອາຊີ” ຫວ່າງແລ້ວນີ້ຢູ່ໜັງສືພິມ Business Times (ສິງກະໂປ), ໜັງສືພິມການເງິນໜຶ່ງດຽວຂອງສິງກະໂປ ໃຫ້ຂໍ້ສັງເກດວ່າ ພື້ນຖານເສດຖະກິດຫວຽດນາມ ໄດ້ມີບັນດາບາດກ້າວກະໂດດຂັ້ນ ແລະພວມຢູ່ໃນທ່າບືນຕົວເປັນ “ເສືອໂຕໃໝ່ ພາກພື້ນອາຊີ”, ດ້ວຍການພັດທະນາຂອງຕະຫຼາດອະສັງຫາລິມະຊັບ ແລະຊັ້ນຄົນຮັ່ງມີ.

The New York Times: ເຂດ​ທົ່ງ​ພຽງ​ແມ່​ນ້ຳ​​ແດງ​ທາງ​ພາກເໜືອ ນອນ​ໃນ​ບັນຊີ​ລາຍ​ຊື່ສະ​ຖານ​ທີ່​ທ່ອງ​ທ່ຽວ 52 ແຫ່ງ​ໃນ​ປີ 2022 The New York Times: ເຂດ​ທົ່ງ​ພຽງ​ແມ່​ນ້ຳ​​ແດງ​ທາງ​ພາກເໜືອ ນອນ​ໃນ​ບັນຊີ​ລາຍ​ຊື່ສະ​ຖານ​ທີ່​ທ່ອງ​ທ່ຽວ 52 ແຫ່ງ​ໃນ​ປີ 2022
ການເຄື່ອນໄຫວຢ້ຽມຢາມ ແລະ ມອບຂອງຂວັນ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ 2022 ການເຄື່ອນໄຫວຢ້ຽມຢາມ ແລະ ມອບຂອງຂວັນ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ 2022

ຕາມໜັງສືພິມນີ້, ຫວຽດນາມ ຮັບຮູ້ລະດັບເຕີບໂຕ GDP 2,6% ໃນປີ 2021, ແລະການຟື້ນຟູເສດຖະກິດຫຼັງພະຍາດໂຄວິດ-19 ຄາດຄະເນຈະເພີ່ມລະດັບ ໃນປີ 2022. Business Times ກໍ່ຄັດສະເໜີການຄາດຄະເນ ຂອງບໍລິສັດຄົ້ນຄວ້າການເງິນ DBS (ສິງກະໂປ) ໃຫ້ຮູ້ວ່າ ການເຕີບໂຕ GDP ຂອງຫວຽດນາມ ຈະບັນລຸ 8% ໃນປີ 2022, ໄດ້ຮັບການຊຸກຍູ້ຈາກນະໂຍບາຍ ເງິນຕາທີ່ສອດຄ່ອງ.

ຄຽງຂ້າງກັນນັ້ນ, ບົດລາຍງານກ່ຽວກັບການກໍາມະສິດຊັບສິນສະບັບຫຼ້າສຸດ ຂອງບໍລິສັດທີ່ປຶກສາອະສັງຫາລິມະຊັບ Knight Frank (ອັງກິດ) ຄາດຄະເນວ່າ ມີເສດຖີລ້ານໂດລາສະຫະລັດປະມານ 19.500 ຄົນ (ມີຊັບສິນ ທີ່ມີມູນຄ່າໜ້ອຍສຸດ 1 ລ້ານໂດລາສະຫະລັດ) ຢູ່ ຫວຽດນາມ ໄລ່ມາຮອດປີ 2020.

Business Times: ຫວຽດນາມ ກະກຽມບາດກ້າວກະໂດດຂັ້ນໃນປີ 2022
ພາບປະກອບ: TTXVN

Business Times ກໍ່ຊີ້ອອກການປ່ຽນແປງໃໝ່ຢ່າງແຮງຂອງພື້ນຖານເສດຖະ ກິດຫວຽດນາມ ໃນຊຸມປີມໍ່ໆມານີ້. ນັ້ນແມ່ນ: ທີໜຶ່ງ, ຊັ້ນຄົນຮ່ັງມີເພີ່ມຂຶ້ນ. ທີສອງແມ່ນສະພາບແວດລ້ອມສົ່ງເສີມການເລີ່ມທຸລະກິດ. ຫວຽດນາມ ໄດ້ຮູ້ຈັກເຖິງແມ່ນສູນກາງຊ໊ອບແວຂອງອາຊີຕາເວັນອອກສ່ຽງໃຕ້, ແມ່ນສະຖານທີ່ ທີ່ແຮງງານມີລະດັບຄວາມຮູ້ສູງ ແລະເງິນເດືອນກໍາລັງແມ່ນສະຖານທີ່ດຶງດູດ ເພື່ອໃຫ້ບັນດາບໍລິສັດເຕັກໂນໂລຢີສ້າງພື້ນຖານພັດທະນາ.

ທີສາມແມ່ນການ ເສີມຂະຫຍາຍພະລັງງານທົດແທນ. ປະຈຸບັນ, ຫວຽດນາມແມ່ນປະເທດ ມີສະມັດຕະພາບພະລັງງານແສງຕາເວັນໃຫຍ່ທີ່ສຸດອາຊີຕາເວັນອອກສ່ຽງໃຕ້, ດ້ວຍສະມັດຕະພາບກໍາລັງຕິດຕັ້ງ 16,6 gigawatt ໄລ່ມາຮອດ ປີ 2020. ທີສີ່, ຄຽງຂ້າງກັບການພັດທະນາກ່ຽວກັບຊັບສິນ ແລະຟື້ນຟູເສດຖະກິດ ຢ່າງແຮງ, ການພັດທະນາຢ່າງແຮງຂອງຕະຫຼາດອະສັງຫາລິມະຊັບຢູ່ ຫວຽດນາມ ໄດ້ດຶງດູດທຶນຈາກຫຼາຍບໍລິສັດອະສັງຫາລິມະຊັບສິງກະໂປ.

ແລະສຸດທ້າຍແມ່ນຄວາມຕ້ອງການພັດທະນາພື້ນຖານໂຄງລ່າງທີ່ໃຫຍ່. ຂະແໜງກໍ່ສ້າງຫວຽດນາມຄາດຄະເນຈະສືບຕໍ່ຟື້ນຟູໃນປີ 2022, ເມື່ອບາງໂຄງການພື້ນຖານໂຄງລ່າງຂະໜາດໃຫຍ່ຫັນປ່ຽນໄປສູ່ໄລຍະພັດທະນາໃໝ່.

ບູນມີ

ເຫດການ