WB: ​ເສດຖະກິດ​ຫວຽດນາມ​ສືບ​ຕໍ່ໄດ້ຮັບການ​ປັບປຸງ​ຍ້ອນ​ອຸດສາຫະກຳ​ຟື້ນ​ຟູ​ຢ່າງ​ແຮງ

06:35 | 17/12/2021

ທະນາຄານ​ໂລກ (WB) ໃຫ້ຂໍ້ສັງເກດວ່າ ​ເສດຖະກິດ​ຫວຽດນາມ ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ, ດັດ​ຊະ​ນີ​ການ​ຜະລິດ​ອຸດສາຫະກຳ ​ແລະຍອດການ​ຂາຍຍ່ອຍ​​ຂອງ​ສິນຄ້າ, ລາຍຮັບການ​ບໍລິການບໍລິໂພກລ້ວນ​ແຕ່​ມີ​ການ​ເຕີບ​ໂຕ.

ຫວຽດນາມ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ​ອາ​ຊຽນ - ອີ​ຕາ​ລີ ຫວຽດນາມ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ​ອາ​ຊຽນ - ອີ​ຕາ​ລີ
ມ​ຸ່ງ​ໄປ​ເຖິງ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ ມ​ຸ່ງ​ໄປ​ເຖິງ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ

ອີງ​ຕາມ​ບົດ​ລາຍ​ງານ​ສະ​ພາບ​ການ​ເສດ​ຖະ​ກິດ​ມະ​ຫາ​ພາກ​ຂອງ​ຫວຽດ​ນາມ​ ໃນ​ເດືອນ​ທັນ​ວາ ​ຂອງ WB (ລາຍ​ງານ​ໃນ​ວັນ​ທີ 14 ທັນ​ວາ), ດັດ​ຊະ​ນີ​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ​ຂອງ​ຫວຽດ​ນາມ​ ໃນ​ເດືອນ​ພະ​ຈິກ ​ໄດ້​ລື່ນ​ກາຍ​ລະ​ດັບໃນ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ຂະ​ແໜງ​ການ​ທີ່​ຟື້ນ​ຕົວ​ຢ່າງ​​ແຮງ​ແມ່ນ​ຂະ​ແໜງ​ການ​ຜະ​ລິດ, ການ​ປຸງ​ແຕ່ງ​ສະ​ບຽງ​ອາ​ຫານ...

WB: ​ເສດຖະກິດ​ຫວຽດນາມ​ສືບ​ຕໍ່ໄດ້ຮັບການ​ປັບປຸງ​ຍ້ອນ​ອຸດສາຫະກຳ​ຟື້ນ​ຟູ​ຢ່າງ​ແຮງ
ພາບປະກອບ: TTXVN

ບົດ​ລາຍ​ງານ​ຂອງ WB ​ສະ​ແດງ​ໃຫ້​ເຫັນ​ວ່າ ອັດຕາ​ເງິນ​ເຟີ້​ເພີ່ມ​ຂຶ້ນ​ເລັກ​ໜ້ອຍ​ຍ້ອນ​ລາຄາ​ນ້ຳມັນ​ເຊື້ອ​ໄຟ​ເພີ່ມ​ຂຶ້ນ, ​ຄວາມ​ຕ້ອງການບໍລິໂພກ​ສິນຄ້າຕ່າງໆ ຍົກເວັ້ນ ສະບຽງ​ອາຫານ​, ທັນຍາຫານພາຍໃນປະເທດກຳລັງຟື້ນຟູ ແລະຄ່າ​ຂົນ​ສົ່ງ​ເພີ່ມ​ຂຶ້ນ, ​ໃນ​ຂະນະ​ທີ່​ການ​ເຕີບ​ໂຕ​ດ້ານ​ສິນ​ເຊື່ອ​ຍັງ​ຢູ່ລະດັບຄົງທີ່...

ບັນດາ​ຜູ້​ຊ່ຽວຊານ​ທະນາຄານ​ໂລກ ສະເໜີ​ແນະ​ວ່າ: ນະ​ໂຍບາຍ​ດໍາລົງຊີວິດຮ່ວມກັບ​ພະຍາດ​ໂຄ​ວິດ-19 ​ຮຽກຮ້ອງ​ໃຫ້​ທຸກຂັ້ນທີ່ມີສິດອໍານາດຕ້ອງ​ສືບ​ຕໍ່​ມີ​ຄວາມ​ລະມັດລະວັງ ​ແລະມີການກະທໍາຢ່າງວ່ອງໄວ; ​ສືບ​ຕໍ່ຍູ້ແຮງການສັກວັກຊິນ, ມີບັນດາມາດຕະການກ່ຽວກັບການແຍກຫ່າງສັງຄົມຢ່າງລະມັດລະວັງ....

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.