ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງສປປ ລາວ ໄດ້ສົ່ງສານຊົມເຊີຍ ໂດຍເຊື່ອໝັ້ນວ່າ: ປະທານປະເທດ ແລະ ການນຳຊຸດໃໝ່ ຈະນຳພາ ສສ ຫວຽດນາມ ບັນລຸຜົນງານຢ່າງໃຫຍ່ຫລວງ ແລະ ທັງສອງຜູ້ນຳໄດ້ເຫັນດີວ່າສອງ ຝ່າຍຄວນສືບຕໍ່ປະສານສົມທົບກັນ, ປະຕິບັດບັນດາຂໍ້ ຕົກລົງຂັ້ນສູງ, ຊຸກຍູ້ການຮ່ວມມື ລະຫວ່າງ ສອງປະເທດໃນທຸກຂົງເຂດ.
ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ປະກາດ ການແຕ່ງຕັ້ງ ທ່ານ ນາງ ພອນວັນ ອຸທະວົງ (ຫົວໜ້າກົມແຜນການ) ເປັນຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ການໂຍກຍ້າຍ ທ່ານ ກອງຄຳ ໄຊສົງຄາມ (ຮອງຫົວໜ້າຫ້ອງການ) ມາເປັນຮອງ ຫົວໜ້າກົມກວດກາ.
ໃນໂອກາດສົ່ງທ້າຍປີເກົ່າ “ ປີຊວດ” ແລະ ຕ້ອນຮັບປີໃໝ່ “ ປີສະຫລູ” ພ.ສ 2564, ຂ້າພະເຈົ້າ ຂໍຖືໂອກາດເອົາ ເລີກງາມຍາມດີ ວັນທີ່ເປັນ ມົງຄຸນນີ້, ສົ່ງຄໍາ ອວຍພອນໄຊອັນປະເສີດ ມາຍັງພີ່ນ້ອງຮ່ວມຊາດ ຕະຫລອດເຖິງພີ່ນ້ອງ ເຊື້ອຊາດລາວ ທີ່ອາໄສຢູ່ຕ່າງປະເທດ ກໍຄືຊາວຕ່າງ ປະເທດທີ່ດໍາລົງຊີວິດ, ປະຕິບັດໜ້າທີ່ ແລະ ທໍາມາຫາກິນ ຢູ່ ສປປ ລາວ ຂໍໃຫ້ທຸກໆທ່ານ ຈົ່ງປາ ສະຈາກໂລກໄພໄຂ້ເຈັບ, ປອດໄພ ຈາກພະຍາດ ໂຄວິດ-19, ມີພະລານາໄມສົມບູນ, ສຸກກາຍສຸກໃຈ ແລະ ມີຄວາມຈະເລີນ ກ້າວໜ້າທຸກປະການ.
ໃນວັນທີ 12 ເມສາ 2021 ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົນທະນາທາງ ໂທລະສັບແບບທາງໄກ ກັບ ສົມເດັດ ອັກຄະມະຫາ ເສນາ ບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ເພື່ອເສີມຂະຫຍາຍ ສາຍພົວພັນມິດຕະ ພາບ ອັນເປັນມູນເຊື້ອ, ການພົວພັນແບບຄູ່ຮ່ວມ ຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະ ຫວ່າງ ສອງປະເທດ ລາວ-ກໍາປູເຈຍ.
ຍສໝ - ເສັ້ນທາງບໍລິການຂົນສົ່ງທາງທະເລພາຍໃນປະເທດເຊື່ອມຕໍ່ສິນຄ້າລະຫວ່າງຫ໋າຍຟ່ອງ-ຫວູງອ໊າງ-ນະຄອນໂຮ່ຈີມິນ ແລະກົງກັນຂ້າມ ແມ່ນໝາກຜົນເບື້ອງຕົ້ນຂອງ “ບົດບັນທຶກຊ່ວຍຈຳ” ລະຫວ່າງເຕິນກ໋າງໄຊງ່ອນ ແລະຄະນະກໍາມະການປະຊາຊົນແຂວງຮ່າຕິ້ງ ຕົ້ນປີ 2021.
ຍສໝ - ການນໍາກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ສົ່ງຄໍາອວຍພອນປີໃໝ່ອັນດີງາມມາຍັງໝູ່ຄະນະພະນັກງານ, ນັກຮົບກໍາລັງປະກອບອາວຸດ ແລະພະນັກງານ, ປະຊາຊົນລາວບັນດາເຜົ່າຢູ່ແຂວງຫົວພັນ, ຊຽງຂວາງ ແລະບໍລິຄໍາໄຊ ເນື່ອງໃນໂອກາດບຸນປີໃໝ່ລາວ
ຍສໝ - ລາຍການລວມມີບັນດາການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ, ສະແດງສິລະປະ, ຈັດຕັ້ງການຢ້ຽມຢາມ ແລະ ອວຍພອນປີໃໝ່ນັກສຶກສາລາວທີ່ພວມດຳລົງຊີວິດ, ຮ່ຳຮຽນຢູ່ບັນດາມະຫາວິທະຍາໄລ, ວິທະຍາໄລໃນບໍລິເວນແຂວງ ເງະອານ.
ຍສໝ - ຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນໂຮ່ຈີມິນ ໄດ້ສົມທົບກັບກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງ ກ໋ວາງຈິ ແລະ ສະມາຄົມ ຊາວ ຫວຽດນາມ ອາໄສຢູ່ ແຂວງ ຈຳປາສັກ (ລາວ) ຈັດຕັ້ງພິທີມອບເງິນເພື່ອຊື້ອຸປະກອນການຮຽນເປັນຈຳນວນ 590 ລ້ານດົ່ງ ໃຫ້ແກ່ໂຮງຮຽນປະຖົມ ມິດຕະພາບແຂວງ ຈຳປາສັກ.
ຍສໝ - ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ 2021 ຂອງລາວ, ໃນວັນທີ 12 ເມສາ, ຄະນະຜູ້ແທນຂອງວາລະສານຍຸກສະໄໝ ນຳໂດຍ ທ່ານ ເລ ກວາງ ທ້ຽນ ບັນນາທິການໃຫຍ່ ວາລະສານຍຸກສະໄໝ ໄດ້ມາຢ້ຽມຢາມ ແລະອວຍພອນປີໄໝ່ ພະນັກງານ, ພາລະກອນສະຖານທູດລາວ ທີ່ ຮ່າໂນ້ຍ.
ຍສໝ - ໃນວັນທີ 11 ເມສາ ນີ້ຢູ່ມະຫາວິທະຍາໄລກົດໝາຍຮ່າໂນ້ຍ, ຄະນະຜູ້ແທນນັກສຶກສາລາວ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງປີໃໝ່ປະຈຳຊາດ Bunpimay 2021 - ປະຕິທິນພຸດທະສາສະໜາ 2564 ຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ສຳລັບນັກສຶກສາລາວ ທີ່ປະຈຸບັນກຳລັງຮໍ່າຮຽນສືກສາຢູ່ໂຮງຮຽນ.
ຍສໝ - ລາຍການສະແດງສິລະປະ ແລະ ພິທີບາສີສູ່ຂວັນໃນໂອກາດບຸນປີໃໝ່ໄດ້ຈັດຕັ້ງທີ່ ສູນລວມນັກສຶກສາສາກົນຮ່າໂນ້ຍ, ນີ້ແມ່ນການເຄື່ອນໄຫວປະຈຳປີ ຂອງ ນັກສຶກສາລາວພວມສຶກສາຮ່ຳຮຽນຢູ່ໂຮງຮຽນຕ່າງໆໃນນະຄອນຫຼວງ ຮ່າໂນ້ຍ, ເຊີ່ງໄດ້ດຶງດູດນັກສຶກສາປະເທດ ລາວ ແລະ ຫວຽດນາມ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.
ຍສໝ - ທີ່ພິທີບັນດາພິທີກຳທີ່ເປັນມູນເຊື້ອຂອງບຸນປີໃໝ່ໄດ້ຮັບການຈັດຕັ້ງຢ່າງສົມກຽດ ແລະ ອົບອຸ່ນ. ເປີດສາກລາຍການແມ່ນພິທີຫົດນ້ຳດ້ວຍຄວາມຫວັງ ຂັບໄລ່ຄວາມອິດເມື່ອຍ, ໂຊກເສົ້າຂອງປີກ່ອນ, ນຳມາເຊິ່ງຄວາມແຕກດອກອອກຜົນ, ຄວາມອີ່ມໜຳສຳລາມສົມບຸນພູມສຸກ ໃຫ້ແກ່ທຸກສິ່ງທຸກຢ່າງໃນໂອກາດປີໃໝ່.
ສະຫາຍ ບຸ່ຍ ເຖ ຢຸງ ກົງສູນໃຫຍ່ ຫວຽດນາມ ປະຈຳພາກໃຕ້ລາວ ໄດ້ນຳເອົາຄຳອວຍພອນໄຊອັນປະເສີດ ມາຍັງບັນດາສະຫາຍ ຄະນະພັກ, ອົງການປົກຄອງແຂວງ ແລະ ປະຊາຊົນຊາວແຂວງຈຳປາສັກ ໃນໂອກາດຂຶ້ນປີໃໝ່ລາວ ພ.ສ 2564 ຈົ່ງມີສຸຂະພາບແຂງແຮງ ມີພາລະນາໄມສົມບູນ ມີຜົນສຳເລັດໃນໜ້າທີ່ ການງານທຸກປະການ.
ຍສໝ - ລາຍການມີການເຂົ້າຮ່ວມຂອງຜູ້ຕາງໜ້າການນຳສະຖານທູດ ລາວ ປະຈຳ ຫວຽດນາມ, ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ, ການນຳບັນດາພະແນກ, ຂະແໜງຂອງແຂວງພ້ອມກັບນັກສຶກສາລາວ, ກຳປູເຈຍ 250 ຄົນທີ່ພວມຮ່ຳຮຽນ, ສຶກສາຢູ່ບັນດາໂຮງຮຽນໃນບໍລິເວນແຂວງ.
ຍສໝ - ທ່ານນາງ ປ.ອ ຟານທິຕິ່ງ ໄດ້ສົ່ງຄຳອວຍພອນໄປຍັງບັນດານັກສຶກສາລາວເນື່ອງໃນໂອກາດວັນບຸນປີໃໝ່. ພ້ອມທັງຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ, ເນື້ອໃນຈິດໃຈຜ່ານຜ່າຄວາມຫຍຸ້ງຍາກຕັ້ງໜ້າໃນການຮ່ຳຮຽນຂອງນ້ອງໆນັກສຶກສາລາວ.
ຍສໝ - ຕາງໜ້າຄະນະປະຕິບັດງານກອງບັນຊາການທະຫານ ແລະກອງບັນຊາການ ປກສ ແຂວງຫົວພັນ, ທ່ານພົນຈັດຕະວາ ສຸລິນພອນ ຄຳພະຈັນ ໄດ້ສົ່ງຄໍາຂອບໃຈມາຍັງພະນັກງານ, ນັກຮົບທະຫານຊາຍແດນແຂວງເຊີນລາ ທີ່ໄດ້ຊ່ວຍເຫຼືອ ແລະສະຫງວນອາລົມຈິດພິເສດໃຫ້ປະຊາຊົນ ແລະກໍາລັງປ້ອງກັນຊາຍແດນແຂວງຫົວພັນ, ລາວ.
ຍສໝ - ຫວ່າງແລ້ວນີ້, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບລັດຖະມົນຕີກະຊວງການຕ່າງປະເທດລາວ.
ຍສໝ - ຕາງໜ້າກະຊວງປ້ອງກັນປະເທດຫວຽດນາມ, ທ່ານພັນເອກພິເສດ ຟ້າມແມ້ງທັງ ໄດ້ອວຍພອນພະນັກງານ, ພາລະກອນຢູ່ສະຖານທູດລາວ ເນື່ອງໃນໂອກາດບຸນປີໃໝ່ລາວ. ທ່ານຢັ້ງຢືນວ່າ ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍແມ່ນເສົາຄໍ້າສໍາຄັນໃນການພົວພັນຫວຽດນາມ-ລາວ.
ຍສໝ - ຕາມໜັງສືພິມຮ່າຕິງແລ້ວ, ປີ 2020, ແຂວງຮ່າຕິງໄດ້ໜູນຊ່ວຍແຂວງຄຳມ່ວນສ້າງ ບ້ານມາກເຟືອງ, ເມືອງນາກາຍ, ແຂວງຄຳມ່ວນ ທີ່ມີມຸນຄ່າ 2 ຕື້ ດົ່ງ. ພາຍຫຼັງການກໍ່ສ້າງມາເປັນເວລາ 7 ເດືອນ, ມາຮອດປັດຈຸບັນ ໂຄງການໄດ້ກໍ່ສ້າງສຳເລັດ ແລະນຳເຂົ້າການເຄື່ອນໄຫວ.
ຍສໝ - ສຳນັກຂ່າວສານປະເທດລາວ KPL ມີບົດຂຽນທີ່ມີຫົວຂໍ້ວ່າ ສະພາແຫ່ງຊາດຫວຽດນາມ ສຳເລັດການແຕ່ງຕັ້ງບັນດາຕຳແໜ່ງການນຳຂອງກົງຈັກລັດ...