ມອບວັດຖຸອຸປະກອນການແພດໃຫ້ປະເທດລາວ

06:00 | 17/06/2021

ອຸປະກອນການແພດໂດຍແຂວງເງະອານ ມອບໃຫ້ແຂວງຫົວພັນ ລວມມູນຄ່າ 250 ລ້ານດົ່ງ. ກອງບັນຊາການຕໍາຫຼວດແຂວງເງະອານ ມອບສະບຽງອາຫານ, ວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ກອງບັນຊາການປ້ອງກັນຄວາມສະຫງົບແຂວງຫົວພັນ ລວມມູນຄ່າ 100 ລ້ານດົ່ງ.

ໝາກລິ້ນຈີ່ແກ່ນນ້ອຍຫວຽດນາມ ສືບຕໍ່ພິຊິດທ້ອງຕະຫຼາດສິງກະໂປ ໝາກລິ້ນຈີ່ແກ່ນນ້ອຍຫວຽດນາມ ສືບຕໍ່ພິຊິດທ້ອງຕະຫຼາດສິງກະໂປ
ຄົນລຸ້ນໜຸ່ມຫວຽດນາມ ຢູ່ ເອີຣົບ ມີຄວາມປາດຖະໜາຢາກປະກອບສ່ວນເຂົ້າໃນການສ້າງສາປະເທດຊາດ ຄົນລຸ້ນໜຸ່ມຫວຽດນາມ ຢູ່ ເອີຣົບ ມີຄວາມປາດຖະໜາຢາກປະກອບສ່ວນເຂົ້າໃນການສ້າງສາປະເທດຊາດ
ມອບວັດຖຸອຸປະກອນການແພດໃຫ້ປະເທດລາວ
ທ່ານ ບຸ່ຍດີ່ງລອງ ຮອງປະທານຄະນະກໍາມະການປະຊາຊົນແຂວງເງະອານ ມອບສະບຽງອາຫານ, ວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ລວມມູນຄ່າ 250 ລ້ານດົ່ງ ໃຫ້ແຂວງຫົວພັນ. ພາບ: cand.com.vn

ໃນວັນທີ 15 ມິຖຸນາ, ຢູ່ດ່ານຊາຍແດນທົງທຸ, ແຂວງເງະອານ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດແຂວງເງະອານ ສສ. ຫວຽດນາມ ໄດ້ມອບສະບຽງອາຫານ, ວັດຖຸອຸປະກອນການແພດຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ອໍານາດການປົກຄອງ, ກໍາລັງປະກອບອາວຸດແຂວງຫົວພັນ, ລາວ.

ອຸປະກອນການແພດໂດຍແຂວງເງະອານ ມອບໃຫ້ແຂວງຫົວພັນ ລວມມູນຄ່າ 250 ລ້ານດົ່ງ. ກອງບັນຊາການຕໍາຫຼວດແຂວງເງະອານ ມອບສະບຽງອາຫານ, ວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ກອງບັນຊາການປ້ອງກັນຄວາມສະຫງົບແຂວງຫົວພັນ ລວມມູນຄ່າ 100 ລ້ານດົ່ງ.

ທີ່ພິທີມອບ - ຮັບ, ທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງໆຫົວພັນ ສປປ. ລາວ ໄດ້ສົ່ງຄໍາຂອບໃຈຢ່າງເລິກເຊິ່ງເຖິງແຂວງເງະອານ ທີ່ໄດ້ເອົາໃຈໃສ່, ລະດົມກໍາລັງໃຈ, ໜູນຊ່ວຍແຂວງຫົວພັນທັງດ້ານວັດຖຸ ແລະຈິດໃຈ, ເປັນຕົ້ນແມ່ນໃນໄລຍະຫຍຸ້ງຍາກຍ້ອນພະຍາດໂຄວິດ-19 ກໍ່ຂຶ້ນ.

ກ່ອນໜ້ານັ້ນ, ຢູ່ດ່ານຊາຍແດນ ນາມຢາງ (ແຂວງ ກວາງນາມ), ກອງບັນຊາການທະຫານຊາຍແດນແຂວງ ກວາງນາມ ໄດ້ມອບທັນຍາຫານ ແລະ ອຸປະກອນການແພດໃຫ້ແກ່ບັນດາກຳລັງປົກປັກຮັກສາເຂດຊາຍແດນຂອງແຂວງ ເຊກອງ (ລາວ) ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

ມອບວັດຖຸອຸປະກອນການແພດໃຫ້ປະເທດລາວ
ກອງບັນຊາການທະຫານຊາຍແດນແຂວງ ກວາງນາມ ໄດ້ມອບທັນຍາຫານ ແລະ ອຸປະກອນການແພດໃຫ້ແກ່ບັນດາກຳລັງປົກປັກຮັກສາເຂດຊາຍແດນຂອງແຂວງ ເຊກອງ.ພາບ: TTXVN

ທີ່ພິທີມອບ-ຮັບ, ຫົວໜ້າເສນາທິການກອງບັນຊາການທະຫານແຂວງເຊກອງ ໄດ້ສະແດງຄວາມຂອບໃຈຕໍ່ຄວາມເອົາໃຈໃສ່, ຊ່ວຍເຫືຼອຢ່າງທັນການຂອງທະຫານປ້ອງກັນຊາຍແດນແຂວງ ກວາງນາມ. ການໜູນຊ່ວຍດັ່ງກ່າວໄດ້ເພີ່ມທະວີນ້ຳໃຈຄວາມສາມັກຄີແບບພິເສດ ແລະ ການຮ່ວມມືລະຫວ່າງກຳລັງປ້ອງກັນຊາຍແດນ 2 ຝ່າຍ.

ໃນເຫດການທີ່ກ່ຽວຂ້ອງ, ຕໍ່ໜ້າສະພາບພະຍາດໂຄວິດ-19 ມີການຜັນແປຢ່າງສັບສົນຢູ່ລາວ ໃນໄລຍະຜ່ານມານັ້ນ, ໂດຍເສີມຂະຫຍາຍຈິດໃຈສາມັກຄີ ແລະມິດຕະພາບແບບພິເສດລະຫວ່າງປະຊາຊົນຫວຽດນາມ ແລະປະຊາຊົນລາວບັນດາເຜົ່າ, ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ລະດົມບໍລິສັດຫຸ້ນສ່ວນນາມທ້ວນ (ເງະອານ) ສະໜັບສະໜູນຜ້າອັດປາກ-ອັດດັງ 200.000 ອັນ, ແລະມອບໃຫ້ປະຊາຊົນລາວ ເພື່ອຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.

ການເຄື່ອນໄຫວດັ່ງກ່າວແນໃສ່ສະແດງໃຫ້ເຫັນຄວາມສາມັກຄີ, ມິດຕະພາບແບບພິເສດ ແລະການແບ່ງປັນຂອງປະຊາຊົນຫວຽດນາມ ເວົ້າລວມ, ສູນກາງສະມາຄົມມິດຕະພາບຫວຽດນາມ-ລາວ ເວົ້າສະເພາະຕໍ່ໜ້າຄວາມຫຍຸ້ງຍາກ ເຊິ່ງປະຊາຊົນລາວ ພວມປະເຊີນໜ້າ, ປະກອບສ່ວນໜູນຊ່ວຍລາວ ໃນການຕໍ່ສູ້ປ້ອງກັນ, ຕ້ານພະຍາດໂຄວິດ -19.

ວິສາຫະກິດຫວຽດນາມຢູ່ຕ່າງປະເທດ Steve Bui & Friends ໄດ້ປະກອບສ່ວນເຂົ້າ ໃນກອງທຶນສັກວັກຊີນຕ້ານ COVID-19 ວິສາຫະກິດຫວຽດນາມຢູ່ຕ່າງປະເທດ Steve Bui & Friends ໄດ້ປະກອບສ່ວນເຂົ້າ ໃນກອງທຶນສັກວັກຊີນຕ້ານ COVID-19

ຍສໝ - ກອງທຶນ Steve Bui & Friends ແລະ ບັນດາບໍລິສັດ ໄດ້ບໍລິຈາກເງິນຈຳນວນ 50 ລ້ານດົ່ງ ແລະ ອຸປະກອນການແພດ ໃຫ້ຄະນະກຳມະການແຫ່ງລັດ ສຳລັບຊາວຕ່າງປະເທດຫວຽດນາມ, ແຂວງບັກນິງ ແລະ ແຂວງບັກຢາງ ເພື່ອສະໜັບສະໜູນການປ້ອງກັນການລະບາດ.

ຊຸກຍູ້ການເຄື່ອນໄຫວໂຄສະນາເຜີຍແຜ່ດ້ວຍທາງອິນເຕີເນັດ ກ່ຽວກັບວັນມະຫາສະມຸດໂລກ, ສັບປະດາທະເລ ແລະ ໝູ່ເກາະ ຫວຽດນາມ ຊຸກຍູ້ການເຄື່ອນໄຫວໂຄສະນາເຜີຍແຜ່ດ້ວຍທາງອິນເຕີເນັດ ກ່ຽວກັບວັນມະຫາສະມຸດໂລກ, ສັບປະດາທະເລ ແລະ ໝູ່ເກາະ ຫວຽດນາມ

ຍສໝ - ສັບປະດາທະເລ ແລະ ໝູ່ເກາະ ຫວຽດນາມ 2021 ດ້ວຍຫົວຂໍ້ “ການປົກປ້ອງຮັກສາມະຫາສະໝຸດ ແລະ ການພັດທະນາແບບຍືນຍົງຂອງການຫາລ້ຽງຊີບຢູ່ທະເລ ຫວຽດນາມ”.

ມອ​ບຫຼຽນ​ກາມິດ​ຕະ​ພາບ​ຂອງຫວຽດ​ນາມ​ໃຫ້​ແກ່​ຊາວ​ເຢຍ​ລະ​ມັນ​ສອງ​ຄົນ ມອ​ບຫຼຽນ​ກາມິດ​ຕະ​ພາບ​ຂອງຫວຽດ​ນາມ​ໃຫ້​ແກ່​ຊາວ​ເຢຍ​ລະ​ມັນ​ສອງ​ຄົນ

ຍສໝ - ​ທີ່​ພິ​ທີ, ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວ​ຽນ​ມິງວູ ໄດ້​ຢັ້ງ​ຢືນ​ວ່າ ​ທ່ານ Siegfried Sommer ແລະທ່ານ Paul Hoffmann ແມ່ນເພື່ອນ​ມິດ​ສະ​ໜິດ​ສະ​ໜົມ, ແທດ​ຈິງ, ສະ​ໜິດ​ຕິດ​ພັນ​ກັບຫວຽດ​ນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.