ລາວ ໜູນຊ່ວຍຫວຽດນາມ ປ້ອງກັນ, ຕ້ານພະຍາດໂຄວິດ-19

15:15 | 14/06/2021

ໃນສະພາບທີ່ຫວຽດນາມ ກໍາລັງສຸມໃສ່ຮັບມືກັບການຜັນແປທີ່ສັບສົນຂອງພະຍາດໂຄວິດ-19, ໃນຊຸມວັນຜ່ານມາ, ແຂວງຕ່າງໆຂອງລາວ ໄດ້ສະໜັບສະໜູນເງິນເພື່ອຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ ແລະປະຊາຊົນຫວຽດນາມ ປ້ອງກັນ, ຕ້ານພະຍາດໂຄວິດ-19.

ອົດສະຕາລີ ແລະ UNICEF ໜູນຊ່ວຍຫວຽດນາມ ປະຕິບັດໂຄງການສັກວັກຊິນກັນໂຄວິດ-19 ອົດສະຕາລີ ແລະ UNICEF ໜູນຊ່ວຍຫວຽດນາມ ປະຕິບັດໂຄງການສັກວັກຊິນກັນໂຄວິດ-19
ແຂວງກວາງນາມ: ປ້ອງກັນ ແລະ ສະກັດກັ້ນ ບໍ່ໃຫ້ມີການແຜ່ລະບາດ COVID-19 ເຂົ້າປະເທດ ດ້ວຍທາງທະເລ ແຂວງກວາງນາມ: ປ້ອງກັນ ແລະ ສະກັດກັ້ນ ບໍ່ໃຫ້ມີການແຜ່ລະບາດ COVID-19 ເຂົ້າປະເທດ ດ້ວຍທາງທະເລ
ຕາງໜ້າອໍານາດການປົກຄອງແຂວງຜົ້ງສາລີ, ລາວ ມອບເງິນໜູນຊ່ວຍ 6 ແຂວງຂອງຫວຽດນາມ ຮັບມືກັບພະຍາດໂຄວິດ-19. ພາບ: ສໍານັກຂ່າວສານຫວຽດນາມ.
ຕາງໜ້າອໍານາດການປົກຄອງແຂວງຜົ້ງສາລີ, ລາວ ມອບເງິນໜູນຊ່ວຍ 6 ແຂວງຂອງຫວຽດນາມ ຮັບມືກັບພະຍາດໂຄວິດ-19. ພາບ: ສໍານັກຂ່າວສານຫວຽດນາມ.

ວັນທີ 12 ມິິຖຸນາ, ຕາງໜ້າອໍານາດການປົກຄອງແຂວງຜົ້ງສາລີ ໄດ້ໄປຍັງສະຖານກົງສູນຫວຽດນາມ ປະຈໍາ ແຂວງຫຼວງພະບາງ ເພື່ອມອບເງິນ 150 ລ້ານກີບ (ເທົ່າກັບ 15.900 ໂດລາສະຫະລັດ) ໃຫ້ແຂວງລາຍເຈົາ, ເຊີນລາ, ຝູເທາະ, ວິງຝຸກ, ຕວຽນກວາງ ແລະທ໊າຍງວຽນ ຮັບມືກັບໂລກລະບາດ.

ກ່ອນໜ້ານັ້ນ, ວັນທີ 11 ມິຖຸນາ, ຕາງໜ້າອໍານາດການປົກຄອງແຂວງ ຫຼວງນໍ້າທາ ກໍ່ໄດ້ໄປມອບເງິນ 300 ລ້ານກີບ (ເທົ່າກັບ 31.900 ໂດລາສະຫະລັດ) ຢູ່ສະຖານກົງສູນຫວຽດນາມ ປະຈໍາ ແຂວງຫຼວງພະບາງ ເພື່ອໜູນຊ່ວຍ 4 ແຂວງຂອງຫວຽດນາມ ລວມມີ: ແຂວງດ້ຽນບຽນ, ເຊີນລາ, ຝູເທາະ, ວິງຝຸກ ປ້ອງກັນ, ຕ້ານພະຍາດໂຄວິດ-19.

ກ່າວຄໍາເຫັນທີ່ພິທີມອບ-ຮັບ, ຕາງໜ້າອໍານາດການປົກຄອງແຂວງຕ່າງໆຂອງລາວ ໄດ້ຢັ້ງຢືນວ່າການພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງລາວ ແລະຫວຽດນາມ ພ້ອມທັງປາດຖະໜາຢາກໃຫ້ທ້ອງຖິ່ນຕ່າງໆຂອງ ຫວຽດນາມ ຄວບຄຸມການແຜ່ລະບາດຂອງພະຍາດ, ແກ້ໄຂ, ຜ່ານຜ່າທຸກຄວາມຫຍຸ້ງຍາກໂດຍໄວເພື່ອຟື້ນຟູຊີວິດການເປັນຢູ່, ຟື້ນຟູການຜະລິດ, ດໍາເນີນທຸລະກິດເພື່ອຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ.

ທີ່ການຕ້ອນຮັບ, ທ່ານ ຫງວຽນດັງຮຸ່ງ ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈຳແຂວງ ຫຼວງພະບາງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ອາລົມຈິດອັນສູງສົ່ງຂອງອໍານາດການປົກຄອງແຂວງຕ່າງໆຂອງລາວ ທີ່ມີຕໍ່ລັດຖະບານ ແລະປະຊາຊົນຫວຽດນາມ.

ທ່ານໄດ້ເນັ້ນໜັກວ່າ ນີ້ແມ່ນການພະຍານຫຼັກຖານທີ່ພິສູດໃຫ້ເຫັນຢ່າງຈະແຈ້ງກ່ຽວກັບການພົວພັນມິດຕະພາບອັນຍິ່ງໃຫຍ່, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ-ລາວ.

ຊາວຫວຽດນາມໃນທົ່ວສະຫະພັນລັດເຊຍ ປ້ອງກັນ ແລະ ຕ້ານ COVID-19 ຈັດຕັ້ງການສະຫລຸບວຽກງານປີ 2021 ຊາວຫວຽດນາມໃນທົ່ວສະຫະພັນລັດເຊຍ ປ້ອງກັນ ແລະ ຕ້ານ COVID-19 ຈັດຕັ້ງການສະຫລຸບວຽກງານປີ 2021

ຍສໝ - ໃນວັນທີ 28 ທັນວາ, ສະຖານທູດຫວຽດນາມ ປະຈຳສະຫະພັນລັດເຊຍ ໄດ້ຈັດກອງປະຊຸມເຄືອຂ່າຍຊາວຫວຽດນາມ ໃນທົ່ວສະຫະພັນລັດເຊຍປ້ອງກັນ ແລະ ຕ້ານ COVID-19 ໂດຍການເປັນປະທານຂອງທ່ານເອກອັກຄະລັດຖະທູດ ໂຫງດຶດແມັ້ງ.

ຍົກສູງປະສິດທິຜົນການຮ່ວມມື, ສົມທົບກັນໃນການຮັບປະກັນຄວາມປອດໄພທາງເຄືອຂ່າຍອິນເຕີແນັດ ແລະ ປ້ອງກັນ, ຕ້ານອາດຊະຍາກຳອິນເຕີແນັດຂອງບັນດາປະເທດອາຊຽນ +3 ຍົກສູງປະສິດທິຜົນການຮ່ວມມື, ສົມທົບກັນໃນການຮັບປະກັນຄວາມປອດໄພທາງເຄືອຂ່າຍອິນເຕີແນັດ ແລະ ປ້ອງກັນ, ຕ້ານອາດຊະຍາກຳອິນເຕີແນັດຂອງບັນດາປະເທດອາຊຽນ +3

ຍ​ສ​ໝ - ທີ່ກອງ​ປະ​ຊຸມ​, ບັນ​ດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ຜູ້​ຕາງ​ໜ້າ ຫວຽດ​ນາມ​ຂອງ​ກຸ່ມ​ປະ​ຕິ​ບັດ​ງານ​ຂອງ ອາ​ຊຽນ​ກ່ຽວ​ກັບ​ອາດ​ຊະ​ຍາ​ກຳອິນເຕີແນັດ ຢູ່​ອົງ​ກາ​ນ​ທົ່ວ​ໂລກ ຂອງ INTERPOL ສະ​ເໜີ​ກ່ຽວ​ກັບ​ທ່າ​ອ່ຽງ​ອາດ​ຊະ​ຍາ​ກຳ​ໃນ​ພາກ​ພື້ນ ອາ​ຊຽນ

ການທົດລອງວັກຊີນ ປ້ອງກັນ ແລະ ຕ້ານ COVID-19 ຢູ່ຫວຽດນາມ ການທົດລອງວັກຊີນ ປ້ອງກັນ ແລະ ຕ້ານ COVID-19 ຢູ່ຫວຽດນາມ

ຫວຽດນາມໄດ້ທົດສອບວັກຊີນ ປ້ອງກັນ ແລະ ຕ້ານ COVID-19 ຢ່າງເປັນທາງການ ໃນວັນທີ 10 ທັນວາ ດ້ວຍແຜນທີ່ເສັ້ນທາງການທົດສອບເບື້ອງຕົ້ນ ສຳຫຼັບຜູ້ອາສາສະໝັກ ປະມານ 20 ຄົນ.

la.qdnd.vn

ເຫດການ
302 Found

Found

The document has moved here.