ວິສາຫະກິດລາວ ສະໜັບສະໜູນກອງທຶນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ

16:06 | 12/06/2021

ເພື່ອຮ່ວມແຮງຮ່ວມໃຈກັບລັດຖະບານ ແລະປະຊາຊົນຫວຽດນາມ ໃນການຕໍ່ສູ້ປ້ອງກັນ, ຕ້ານພະຍາດໂຄວິດ-19, ຕອນເຊົ້າວັນທີ 10 ມິຖຸນາ, ກຸ່ມບໍລິສັດພົງຊັບທະວີ ຈຳກັດຜູ້ດຽວ (ລາວ) ໄດ້ບໍລິຈາກເງິນສົດ ແລະວັດຖຸດ້ວຍມູນຄ່າທັງໝົດ 1 ລ້ານໂດລາສະຫະລັດໃຫ້ແກ່ກອງທຶນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ.

ຄະນະກຳມະການຮ່ວມມືລາວ - ຫວຽດນາມ ແລະ ວິສາຫະກິດລາວ  ແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນພາກກາງຫວຽດນາມ ຄະນະກຳມະການຮ່ວມມືລາວ - ຫວຽດນາມ ແລະ ວິສາຫະກິດລາວ ແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນພາກກາງຫວຽດນາມ
ແຂວງຮ່າຕີ້ງ ສສ.ຫວຽດນາມ ມອບອຸປະກອນການແພດ ໃຫ້ແກ່ແຂວງບໍລິຄໍາໄຊ ສປປ.ລາວ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ -19 ແຂວງຮ່າຕີ້ງ ສສ.ຫວຽດນາມ ມອບອຸປະກອນການແພດ ໃຫ້ແກ່ແຂວງບໍລິຄໍາໄຊ ສປປ.ລາວ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ -19
ບັນຍາກາດທີ່ພິທີມອບ-ຮັບ. ພາບ: ສໍານັກຂ່າວສານຫວຽດນາມ
ບັນຍາກາດທີ່ພິທີມອບ-ຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ພິທີມອບ-ຮັບ, ທ່ານ ພົງສະຫວັດ ເສນາພວນ ປະທານກຸ່ມບໍລິສັດພົງຊັບທະວີ ຈຳກັດຜູ້ດຽວ ຢືນຢັນວ່ານີ້ແມ່ນນ້ຳໃຈຈາກພະນັກງານທຸກຄົນໃນກຸ່ມບໍລິສັດ ດ້ວຍຄວາມປາດຖະໜາຢາກຮ່ວມແຮງຮ່ວມໃຈພ້ອມກັບພັກ, ລັດ ແລະປະຊາຊົນຫວຽດນາມ ໃນການຕໍ່ສູ້ປ້ອງກັນ, ຕ້ານພະຍາດໂຄວິດ-19. ກຸ່ມບໍລິສັດພົງຊັບທະວີ ຈຳກັດຜູ້ດຽວ ຫວັງວ່າຫວຽດນາມ ຈະຄວບຄຸມ ແລະຕ້ານພະຍາດໄດ້ຢ່າງວ່ອງໄວ ເພື່ອໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບປົກກະຕິໂດຍໄວ.

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ໄດ້ສະແດງຄວາມຂອບໃຈຕໍ່ນ້ຳໃຈ ແລະການກະທໍາອັນສູງສົ່ງຂອງພະນັກງານກຸ່ມບໍລິສັດພົງຊັບທະວີ ຈຳກັດຜູ້ດຽວໝົດທຸກຄົນ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າເຖິງວ່າປະຊາຊົນ ແລະປະເທດລາວ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ໃນຊຸມວັນຜ່ານມາ, ບັນດາອົງການ, ຫົວໜ່ວຍ ແລະບັນດາວິສາຫະກິດຂອງລາວ ກໍ່ໄດ້ສະໜັບສະໜູນ ແລະປະກອບສ່ວນເຂົ້າໃນການຕໍ່ສູ້ປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງລັດຖະບານ ແລະປະຊາຊົນຫວຽດນາມ. ນີ້ແມ່ນການສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ.

ບັນດາປະເທດ ອາຊຽນ ສະໜັບສະໜູນຂໍ້ລິເລີ່ມ ຂອງຫວຽດນາມ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19 ບັນດາປະເທດ ອາຊຽນ ສະໜັບສະໜູນຂໍ້ລິເລີ່ມ ຂອງຫວຽດນາມ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19

ຍສໝ - ການນໍາບັນດາປະເທດ ອາຊຽນ ໄດ້ຢັ້ງຢືນວ່າ ບຸລິມະສິດແຖວໜ້າຂອງ ອາຊຽນ ໃນປັດຈຸບັນ ແມ່ນຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງໂລກລະບາດ, ໂດຍສະເພາະແມ່ນການແຜ່ລະບາດຂ້າມຊາຍແດນ.

ໜັງສືພິມຂອງເຢຍລະມັນ ​ຍ້ອງ​ຍໍ​ຊ​ົມ​ເຊີຍ​ຍຸດ​ທະ​ສາດ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດCovid– 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຂອງຫວຽດນາມ ໜັງສືພິມຂອງເຢຍລະມັນ ​ຍ້ອງ​ຍໍ​ຊ​ົມ​ເຊີຍ​ຍຸດ​ທະ​ສາດ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດCovid– 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຂອງຫວຽດນາມ

ຍສໝ - ບົດຂຽນໄດ້ເຕື້ອງເຖິງບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຂອງຫວຽດນາມເລີ່ມແຕ່ທຳອິດຈົນເຖິງປັດຈຸບັດ.

ວິສາຫະກິດຫວຽດນາມ ເພີ່ມທະວີ ການຮ່ວມມື ກັບ ວິສາຫະກິດລາວ ວິສາຫະກິດຫວຽດນາມ ເພີ່ມທະວີ ການຮ່ວມມື ກັບ ວິສາຫະກິດລາວ

ຍສໝ - ນັກທຸລະກິດ ຫວຽດນາມ-ລາວ ກໍາລັງບຸກບືນ ແລະ ການຮ່ວມມື ພັດທະນາ ໃນຫລາຍຂົງເຂດ ເພື່ອເຮັດໃຫ້ສອດຄ່ອງ ກັບ ທ່າແຮງ ແລະ ຄວາມສາມາດບົ່ມຊ້ອນ ຂອງສອງປະເທດ.

la.qdnd.vn

ເຫດການ
302 Found

Found

The document has moved here.