ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 54 ແລະ ບັນດາກອງປະຊຸມຂັ້ນລັດຖະມົນຕີ ອາຊຽນ ແລະ ບັນດາຄູ່ຮ່ວມມືຄື: ອາເມລິກາ, ຈີນ, ລັດເຊຍ, ສ.ເກົາຫຼີ, ຍີ່ປຸ່ນ... ແມ່ນການເຄື່ອນໄຫວປະຈຳປີສຳຄັນທີ່ສຸດຂັ້ນລັດຖະມົນຕີຂອງ ອາຊຽນ, ໂດຍໄດ້ຮັບການຈັດຕັ້ງທາງອອນລາຍໃນ ລະຫວ່າງ ວັນທີ 2 – 6 ສິງຫາ.
ສູນກາງຊາວໜຸ່ມ ປະຊາຊົນປະຕິວັດ ລາວ ລົງໄປຫໍພັກນັກສຶກສາ ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ ເພື່ອຢື້ຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ມອບຂອງຂວັນມີມູນຄ່າ 12 ລ້ານກີບ ໃຫ້ແກ່ບັນດານັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ ລາວ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາຢາກໃຫ້ບັນດາກຳລັງຢູ່ແນວໜ້າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ສືບຕໍ່ ມີເຈດຈຳນົງ, ສຸດໃຈສຸດໃຈຕໍ່ວຽກງານ, ມີຄວາມເມດຕາປານີ ເພື່ອຮັບໃຊ້ພໍ່ແມ່ປະຊາຊົນ.
ຕາມແຈ້ງການຈາກທຳນຽບຂາວ ໃນວັນທີ 30 ກໍລະກົດ ໄດ້ຄັດສະເໜີຄຳຖະແຫຼງຂອງທ່ານນາງ Symone Sanders, ຫົວໜ້າຄະນະສື່ມວນຊົນຂອງທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris, ໂດຍໃຫ້ຮູ້ວ່າ ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ຈະເດີນທາງໄປຢ້ຽມຢາມສິງກະໂປ ແລະ ຫວຽດນາມ ໃນເດືອນໜ້າ.
ຢູ່ເມືອງ ຮ່ວານກຽມ ເຊິ່ງເປັນສະຖານທີ່ຕ້ອນຮັບແຂກທ່ອງທ່ຽວ ຢ່າງຫຼວງຫຼາຍ ເປັນປະຈຳ ໃນເວລາກ່ອນເກີດໂລກລະບາດໂຄວິດ - 19, ແຕ່ລະວັນ ຈະສັກວັກຊິນກັນໂຄວິດ - 19 ປະມານ 4000 ໂດສ ໃຫ້ແກ່ປະຊາຊົນຢູ່ສູນສັກວັກຊິນ 7 ແຫ່ງ.
ຍສໝ - ທ່ານ ຫວາງອີ ໃຫ້ຮູ້ວ່າ: ນັບແຕ່ຕົ້ນປີມາຮອດປັດຈຸບັນ ການພົວພັນລະຫວ່າງ ຈີນ - ຫວຽດນາມ ມີການພັດທະນາອັນດີງາມ, ການນຳຂັ້ນສູງສອງຝ່າຍຮັກສາການແລກປ່ຽນຍຸດທະສາດ, ການຮ່ວມມືໃນທຸກຂົງເຂດນັບມື້ນັບເຂົ້າສູ່ລວງເລິກ ແລະ ແທດຈິງ.
ຍສໝ - ນອກຈາກ ວັກຊິນ, ຜູ້ຕາງໜ້າໃຫ້ແກ່ບັນດາວິສາຫະກິດຕ່ຳແຜ່ນຕັດຫຍິບ, ເກີບໜັງ ອາເມລິກາ ກໍ່ຮຽກຮ້ອງໃຫ້ລັດຖະບານ ອາເມລິກາ ມອບອຸປະກອນການວິໄຈຫາເຊື້ອ ແລະ PPE ທີ່ໄດ້ຮັບການມອບສິດນຳໃຊ້ໂດຍດ່ວນຂອງ ອາເມລິກາ (EUA) ອະນຸມັດ.
ຍສໝ - ວັນທີ 28 ກໍລະກົດ, ທ່ານ ຟ້າມບິ່ງດ່າມ ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຮົ່ງກົງ (ຈີນ) ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບບາງມະຫາວິທະຍາໄລຢູ່ ຮົ່ງກົງ ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານການສຶກສາ ລະຫວ່າງ ຫວຽດນາມ ກັບ ຮົ່ງກົງ...
ຍສໝ - ພາຍຫຼັງເຂົ້າຮ່ວມອົງການການສຶກສາ, ວິທະຍາສາດ ແລະວັດທະນະທໍາຂອງສະຫະປະຊາຊາດ (UNESCO) ເປັນເວລາ 45 ປີ, ຫວຽດນາມ ຍາມໃດກໍແມ່ນສະມາຊິກທີ່່ເຄື່ອນໄຫວຢ່າງຫ້າວຫັນ, ຕັ້ງໜ້າ ແລະ ເຮັດວຽກດ້ວຍການມຸ່ງໄປເຖິງເປົ້າໝາຍທີ່ສູງກວ່າ.
ຕາມແຫຼ່ງຂ່າວຈາກກະຊວງການຕ່າງປະເທດ ຫວຽດນາມ ແລ້ວ, ວັນທີ 28 ກໍລະກົດ 2021, ລັດຖະບານ ອັງກິດ ໄດ້ປະກາດຈະຊ່ວຍເຫຼືອວັກຊິນກັນພະຍາດໂຄວິດ - 19 ຈຳນວນ 415.000 ໂດສ ໃຫ້ແກ່ ຫວຽດນາມ.
ພາຍຫຼັງເຮັດວຽກມາເປັນເວລາ 9 ວັນ, ກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ໄດ້ອັດລົງໃນຕອນບ່າຍວັນທີ 28 ກໍລະກົດ, ຢູ່ຮ່າໂນ້ຍ. ເຂົ້າຮ່ວມພິທີອັດກອງປະຊຸມ ມີທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້, ພ້ອມດ້ວຍອະດີດການນຳພັກ, ລັດ ແລະ ບັນດາສະມາຊິກສະພາແຫ່ງຊາດຊຸດທີ XV.
ຍສໝ - ທ່ານເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ ໄດ້ສະແດງຄວາມເຊື່ອໝັ້ນດ້ວຍຈິດໃຈຄື Moncada, ສອງປະເທດ ຫວຽດນາມ - ກູບາ ຈະເອົາຊະນະ ໂຄວິດ - 19, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ພ້ອມກັນສາມັກຄີ ແລະ ຍາດໄດ້ໄຊຊະນະ.
ຍສໝ - ທ່ານເລຂາທິການໃຫຍ່ Alberto Anaya Gutiérrez ໄດ້ສະແດງຄວາມເຊື່ອໝັ້ນວ່າ ບັນດາຜົນງານເຊິ່ງ ຫວຽດນາມ ບັນລຸ ໄດ້ຮັບປະກັນໄຊຊະນະໃໝ່ໃຫ້ແກ່ພາລະກິດແຫ່ງການກໍ່ສ້າງ ສັງຄົມນິຍົມ.
ນີ້ແມ່ນງວດວັກຊິນໃນຈຳນວນວັກຊິນ 80 ລ້ານໂດສ ເຊິ່ງທ່ານ Joe Biden ປະທານາທິບໍດີ ອາເມລິກາ ໃຫ້ຄຳໝັ້ນສັນຍາຊ່ວຍເຫຼືອ ເພື່ອຕອບສະໜອງຄວາມຕ້ອງການສັກວັກຊິນໃນທົ່ວໂລກ.
ຕອນບ່າຍວັນທີ 26 ກໍລະກົດ, ສະພາແຫ່ງຊາດຫວຽດນາມ ໄດ້ເລືອກຕັ້ງທ່ານ ຟ້າມມິງຈິ໊ງ, ກຳມະການກົມການເມືອງ ຊຸດທີ XIII, ນາຍົກລັດຖະມົນຕີ ຫວຽດນາມ ອາຍຸການ 2016 – 2021 ແຕ່ເດືອນເມສາປີ 2021, ສືບຕໍ່ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ອາຍຸການ 2021 – 2026.
ກອງປະຊຸມສຳມະນາກ່ຽວກັບວຽກເຮັດງານທຳແບບທາງໄກ ດ້ວຍຫົວຂໍ້ “VNYA 2021 Career Fair” ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າກຸ່ມບໍລິສັດ ຫວຽດນາມ ຈຳນວນໜຶ່ງ ພ້ອມດ້ວຍ ນັກສຶກສາ, ອະດີດນັກສຶກສາ ຫວຽດນາມ ກວ່າ 600 ຄົນ ທີ່ມາຈາກ 13 ປະເທດ ແລະ ເຂດແຄວ້ນໃນໂລກ.
ຍສໝ - ວັນທີ 21 ກໍລະກົດ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ເປັນປະທານກອງປະຊຸມທາງອອນລາຍກຸ່ມເພື່ອນມິດຂອງ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS) ດ້ວຍຫົວຂໍ້ “ຄວາມສຳຄັນຂອງ UNCLOS ໃນການປະຕິບັດ, ເປົ້າໝາຍພັດທະນາແບບຍືນຍົງເລກທີ 14 ຂອງ ສປຊ ກ່ຽວກັບການອະນຸລັກຮັກສາ ແລະ ນຳໃຊ້ທະເລ ແລະ ມະຫາສະໝຸດແບບຍືນຍົງ (SDG 14)”.
ຍສໝ - ຕອນເຊົ້າວັນທີ 22 ກໍລະກົດ ຢູ່ດ່ານຊາຍແດນສາກົນທາງບົກ ລາວກາຍ ຫວຽດນາມ - ຮ່າເຄົາ (ຈີນ), ຄະນະຜູ້ແທນທະຫານປ້ອງກັນຊາຍແດນແຂວງ ລາວກາຍ ຫວຽດນາມ ໄດ້ມີການໂອ້ລົມເຈລະຈາວີຊາການ ກັບຄະນະຜູ້ແທນໜ່ວຍຄຸ້ມຄອງຊາຍແດນຮົ່ງຮ່າ ສັງກັດປ້ອມກວດກາຊາຍແດນເຂົ້າອອກ ຢຸນນານ (ຈີນ).
ຍສໝ - ວັນທີ 28 ເມສາ, ເປັນຄັ້ງທຳອິດ ສະມັດຊາໃຫຍ່ ສປຊ ໄດ້ຮອບຮອງເອົາມະຕິວ່າດ້ວຍການປ້ອງກັນ, ຕ້ານໄພຈົມນ້ຳ ແລະ ກຳນົດເອົາວັນທີ 25 ກໍລະກົດ ຂອງທຸກປີ ແມ່ນວັນທົ່ວໂລກປ້ອງກັນ, ຕ້ານການຈົມນ້ຳ ດ້ວຍການເຫັນດີເຫັນພ້ອມຂອງ 79 ປະເທດ.
ຕອນບ່າຍວັນທີ 23 ກໍລະກົດ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ກູບາ Orlando Nicolás Hernández Guillén ເຂົ້າຢ້ຽມຂ່ຳນັບ ເນື່ອງໃນໂອກາດມາປະຕິບັດໜ້າທີ່ທາງການທູດ ຢູ່ ຫວຽດນາມ.