ສື່​ມວນ​ຊົນ ອົດ​ສະ​ຕາ​ລີ: ບັນ​ດາ​ປັດ​​ໄຈ​ເສດ​ຖະ​ກິດ ຫວຽດ​ນາມ ຍັງ​ມີ​ການ​ເຕີບ​ໂຕ​ຢ່າງ​ແຮງ

16:55 | 09/08/2021

ຍ​ສ​ໝ - ເວັບ​ໄຂ​ intheblack.com ຂອງ ອົດ​ສະ​ຕາ​ລີ ຫວ່າງ​ແ​ລ້​ວນີ້ ໄດ້​ລົງ​ບົດ​ຂຽນຂອງ ທ່ານນັກ​ຂ່າວ​ອາ​ວຸ​ໂສ​ຂອງ ອົດ​ສະ​ຕາ​ລີ, ໂດຍ​ຍົກ​ໃຫ້​ເຫັນ​ບັນ​ດ​າ​ປັດ​ໄຈ​ພື້​ນ​ຖານ​ທີ່​ຊ່ວຍ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ປັດ​ຈຸ​ບັນ, ພິ​ເສດ​ແມ່​ນ​ຜົນ​ກະ​ທົບ​ຈາກ​ໂລກ​ລ​ະ​ບາດ ໂຄວິດ - 19.

ໝາກເສົາແຊ​ເຢັນ ຈຳ​ນວນ 22 ໂຕນ ໄດ້​ສົ່ງ​ອອກ​ໄປ​ຍັງ ອົດ​ສະ​ຕາ​ລີ ເປັນ​ຄັ້ງ​ທຳ​ອິດ ໝາກເສົາແຊ​ເຢັນ ຈຳ​ນວນ 22 ໂຕນ ໄດ້​ສົ່ງ​ອອກ​ໄປ​ຍັງ ອົດ​ສະ​ຕາ​ລີ ເປັນ​ຄັ້ງ​ທຳ​ອິດ
ລິ້ນ​ຈີ ຫວຽດ​ນາມ ຂາຍ​ໄດ້ 53 ລ້ານ​ດົ່ງ/ກີ​ໂ​ລກຼາມຢູ່ ອົດ​ສະ​ຕາ​ລີ ລິ້ນ​ຈີ ຫວຽດ​ນາມ ຂາຍ​ໄດ້ 53 ລ້ານ​ດົ່ງ/ກີ​ໂ​ລກຼາມຢູ່ ອົດ​ສະ​ຕາ​ລີ
ສື່​ມວນ​ຊົນ ອົດ​ສະ​ຕາ​ລີ: ບັນ​ດາ​ປັດ​​ໄຈ​ເສດ​ຖະ​ກິດ ຫວຽດ​ນາມ ຍັງ​ມີ​ການ​ເຕີບ​ໂຕ​ຢ່າງ​ແຮງ
ພາບ​ປະ​ກອບ: TTXVN

ຕ​າມ​ບົດ​ຂຽນ​ແລ້ວ, ໃນ​ຂະ​ນະ​ທີ່​ບໍ​ລິ​ສັດ​ການ​ຄ້າຫຼາຍ​ແຫ່ງ​ໄດ້​ຮັບ​ມື​ກັບ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19, ທ່ານນາງ Jewel ຫງວຽນ ນັກ​ທຸ​ລະ​ກິດ ຢູ່​ນະ​ຄອ​ນ​ໂຮ່​ຈີ​ມິນ ໄດ້​ຟ້າວ​ຟັ່ງ​​ຕອບ​ສະ​ໜອງຫຼາຍ​ໃບ​ສັ່ງ​ຊຶ້​ສິນ​ຄ້າຢ່າງ​ຮີບ​ດ່ວນ. ໃນປີ​ຜ່ານ​ມາ, ບໍ​ລິ​ສັດ Viego Global ໂດຍ ທ່ານນາງ Jewel ສ້າງ​ຕັ້ງ ແລະ ບໍ​ລິ​ຫານ​ ໄດ້​ປຶກ​ສາ​ຫາ​ລື​ກັບນັບຫຼາຍ​ຮ້ອຍ​ຜູ້​​ຈຳ​ໜ່າຍ, ສາ​ຂ​າ​ຈຳ​ໜ່າຍ ແລະ​ ນາຍ​ໜ້າ ເພື່ອ​ສະ​ໜອ​ງບ​ັນ​ດາ​ຜະ​ລິດ​ຕະ​ພັນ​ຄື ກາ​ເຟ, ​ໝາກ​ພ້າວ, ​ເຄື່ອງຕ່ຳ​ແຜ່ນ​ຕັດ​ຫ​ຍິບ ແລະ ​ຜະ​​ລິດ​ຕະ​ພັນການ​ຢາ. ບໍ​ລິ​ສັດ​ໄດ້​ຮັບ​ບັນ​ດາ​ຄຳ​ຮຽກ​ຮ້ອງ​ຈາກຫຼາຍ​ຕ​ະຫຼາດ​ຄື ອາ​ເມ​ລິ​ກາ, ອາ​ຣັບ​ບິ ຊາ​ອຸ​ດິ, ອີ​ຣານ, ສ.ເກົາຫຼີ ແລະ ພາກ​ພື້ນ ກາ​ຣີ​ເບ ເຊິ່ງ​ແມ່ນ​ໝາກ​ຜົນ​ທີ່​ດີ​ບໍ່​ແມ່ນ​ໜ້ອຍ​ສຳ​ລັບ​ບໍ​ລິ​ສັດ Startup. ທ່ານນາງ ໃຫ້​ຮູ້​ວ່າ ລູກ​ຄ້າ​ໝົດ​ທຸກ​ຄົນຂອງບໍ​ລິ​ສັດ​ລ້ວນ​ແຕ່​ແມ່ນ​ລູກ​ຄ້າ​ໃໝ່ ເຊິ່ງ​ບໍ​ລິ​ສັດ​ຍັງບໍ່​ຮູ້​ຈັກເທື່ອ. ຜົນ​ສຳ​ເລັດ​ໃນ​ການ​ດຶງ​ດູດ​ລູກ​ຄ້ານີ້ ສ່ວນ​ໜຶ່ງແມ່ນຍ້ອນ​ບໍ​ລິ​ສັດ​ໄດ້​ຍາດ​ແຍ່ງວິ​ທີ​ການ​ໂຄ​ສະ​ນ​າ​ທາງ​ອອນ​ລາຍ.

ຜົນ​ສຳ​ເລັດ​ຢ່າງ​ໄວ​ວາ​ກ່ຽວ​ກັບ​ດ້ານ​ການ​ຄ້າຂອງ ບໍ​ລິ​ສັດ Viego Global ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກ່ຽວ​ກັບ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ. ຕາມ​ທ່ານ​ນາງ Jewel ແລ້ວ, ຫວຽດ​ນາມ ໄດ້​ປະ​ຕິ​ບັດ​ດີ​ກ່​ວາ​ບັນ​ດາ​ປະ​ເທດ​ເກືອບ​ທັງ​ໝົດ ໃນໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19. ໃນ​ບັນ​ຊີ​ລາຍ​ຊື່​ຈັດ​ອັນ​ດັບ ເກືອບ 100 ປະ​ເທດ ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19, ສະ​ຖາ​ບັນ Lowy ໂດຍ​ເປັນ​ສະ​ຖາ​ບັນ​ໃຫ້​ຄຳ​ປຶກ​ສາ​ທີ່​ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່ ນະ​ຄອນ Sydney, ໄດ້​ຊັບ​ຊ້ອນ​ຫວຽດ​ນາມ ຢູ່​ລະ​ດັບ​ທີ 2, ຖັດ​ຈາກ ນິວ​ຊີ​ແລນ. ທ່າ​ນາງ Jewel ໃຫ້​ຮູ້​ວ່າ ບັນ​ດາ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ​ດັ່ງ​ກ່າວ ກໍ່​ພວມ​ສົ່ງ​ເສີມ​ຄື້ນ​ກະ​ແສ​ໃໝ່​ໃຫ້​ແກ່​ຊາວ ຫວຽດ​ນາມ ທີ່​ມີ​ຄວາມ​ຮູ້, ບັນ​ດາ​ນັກ​ຊ່ຽວ​ຊານ ແລະ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຫຼາຍ​ຄົນ ກັບ​ຄືນ​ເມືອ​ປະ​ເທດ ເຮັດ​ວຽກ ແລະ ປະ​ກອບ​ສ່ວນ​ໃຫ້​ແກ່​ປະ​ເທດ​ຊາດ.

ດ້ວຍ​ເລື່ອງ​ບັນ​ດາ​ວິ​ສາ​ຫະ​ກິດ​ໃນ​ຂົງ​ເຂດ​ການ​ບໍ​ລິ​ການ ແລະ Logistics ເວົ້າ​ສະ​ເພາະ ພວມ​ໄດ້​ຮັບ​ກາ​ນ​ຟື້ນ​ຟູ​ຢ່າງ​ແຮງ​ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19, ທະ​ນາ​ຄານ​ໂລກ (WB) ຄາດ​ວ່າ​ການ​ເຕີບ​ໂຕ​ເສດ​ຖະ​ກິດຂອງ ຫວຽດ​ນາມ ຈະ​ບັນ​ລຸ​ປະ​ມານ 6 – 6,5% ໃນ​ປີ 2021.

ທ່ານ Warrick Cleine ຜູ້​ອຳ​ຍວຍ​ການ​ຝ່າຍ​ບໍ​ລິ​ຫານ KPMG ປະ​ຈຳ ຫວຽດ​ນາມ ຖື​ວ່າ ການ​ຄ​າດ​ຄະ​ເນ​ຂອງ WB ແມ່ນ​ມີ​ພື້ນ​ຖານ ໂດຍ​ອີງ​ໃສ່ 4 ເຫດ​ຜົນ. ທີໜຶ່ງ ແມ່ນ ໃນ​ປີ 2020 ແລະ ຕົ້ນ​ປີ 2021, ຫວຽດ​ນາມ​ໄດ້​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ດີ​ກ່​ວາ​ເມື່ອ​ທຽບ​ໃສ່​ກັບ​ບັນ​ດາ​ປະ​ເທດ​ຕ່າງໆ. ທີ 2, ຫວຽດ​ນາມ ພວມ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ ກ່​ວາ 2 ທົດ​ສະ​ວັດ​ດ້ວຍ​ຖາ​ນະ​ເປັນ ຄູ່​ຮ່ວມ​ມື​ທີ່​ເຂັ້ມ​ງວດໃນ​ການ​ຄ້າ ແລະ ການ​ຜະ​ລິດ​ທົ່ວ​ໂລກ. ທີ 3 ຫວຽດ​ນາມ ​ອີງ​​ເຂົ້າໃສ່​ການ​ທ່ອງ​ທ່ຽວໜ້ອຍກວ່າ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອ​ນ​ຄຽງ. ທີ 4 ປະ​ຊາ​ກອນ​ໜຸ່ມ ຫວຽດ​ນາມ ພວມ​ຊ່ວຍ​ຊຸກ​ຍູ້​ພື້​​ນ​ຖານ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດໃຫ້​ພັດ​ທະ​ນາ​ຢ່າງ​ແຮງ ຕໍ່​ໜ້າ​ຜົນ​ກະ​ທົບ​ຂ​ອງ​ການ​ຊຸດ​ຊົມ​ທົ່ວ​ໂລກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.