ລັດ​ຖະ​ບາ​ນ​ຮຽກ​ຮ້ອງ​ພິ​ຈາ​ລະ​ນາ, ດັດ​ປັບ​ການ​ຫຼຸດ​ລົງ​ລາ​ຄາ​ນ້ຳ​ປະ​ປາ, ຄ່າ​ໂທ​ລະ​ຄົມ​ມະ​ນາ​ຄົມ

19:08 | 04/08/2021

ຍ​ສ​ໝ - ລັດ​ຖະ​ບານ​ສືບ​ຕໍ່​ມີ​ເອ​ກະ​ສານ​ຊີ້​ນຳ​ກ່ຽວ​ກັບ​ການ​ພິ​ຈາ​ລະ​ນາ, ດັດ​ປັບ​ລາ​ຄາ​ນ້ຳ​ປະ​ປາ, ຄ່າ​ໂທ​ລະ​ຄົມ​ມະ​ນາ​ຄົມ​ໃຫ້​ແກ່​ປະ​ຊາ​ຊົນ​ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19.

ສະ​ມາ​ຄົມ​ນັກ​ຊ່ຽວ​ຊານຊາວ​ຫວຽດ​ນາມ​ໃນ​ທົ່ວ​ໂລກ​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະ​ເທດ​ຊາດ​ຍູ້​ໂລກ​ລະ​ບາ​ດ​ໂຄວິດ - 19 ໃຫ້​ຖອຍ​ໄປ ສະ​ມາ​ຄົມ​ນັກ​ຊ່ຽວ​ຊານຊາວ​ຫວຽດ​ນາມ​ໃນ​ທົ່ວ​ໂລກ​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະ​ເທດ​ຊາດ​ຍູ້​ໂລກ​ລະ​ບາ​ດ​ໂຄວິດ - 19 ໃຫ້​ຖອຍ​ໄປ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສົ່ງ​ຈົດ​ໝາຍ​ລະ​ດົມ​ກຳ​ລັງ​ໃຈ​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢູ່​ແນວ​ໜ້າ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສົ່ງ​ຈົດ​ໝາຍ​ລະ​ດົມ​ກຳ​ລັງ​ໃຈ​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢູ່​ແນວ​ໜ້າ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ລັດ​ຖະ​ບາ​ນ​ຮຽກ​ຮ້ອງ​ພິ​ຈາ​ລະ​ນາ, ດັດ​ປັບ​ການ​ຫຼຸດ​ລົງ​ລາ​ຄາ​ນ້ຳ​ປະ​ປາ, ຄ່າ​ໂທ​ລະ​ຄົມ​ມະ​ນາ​ຄົມ
ພາບ​ປ​ະ​ກອບ

ວັນ​ທີ 1 ສິງ​ຫາ​ 2021, ຫ້ອງວ່າ​ການ​ລັດ​ຖະ​ບານ​ໄດ້​ປະ​ກາດ​ໃຊ້​ເອ​ກະ​ສານ​ເລກ​ທີ 5257/VPCP-KTTH ສົ່ງ​ໄປ​ຍັງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ, ນະ​ຄອນ​​ຂຶ້ນ​ກັບ​ສູນ​ກາງ ແລະ ເອ​ກະ​ສານ​ເລກ​ທີ 5259/VPCP-KTTH ສົ່ງ​ໄປ​ຍັງ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ການ​ສື່​ສານ​ຫວຽດ​ນາມ ເພື່ອ​​ເຜີຍ​ແຜ່ຄຳ​ເຫັນ​ຊີ້​ນຳ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຄາຍ ກ່ຽວ​ກັບ​ເລື່ອງ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ໜູນ​ຊ່ວຍ, ຫຼຸດ​ຜ່ອນ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ປະ​ຊາ​ຊົນ ແລະ ບັນ​ດາ​ເປົ້າ​ໝາຍ​ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ສະ​ພາບ​ການ​ໂລກ​ລະ​ບາ​ດ​ໂຄວິດ - 19 ທີ່​ພວມ​ມີ​ການ​ຜັນ​ແປ​ຢ່​າ​ງ​ສັບ​ສົນ.

ໃນ​ເອ​ກະ​ສານ​ສົ່ງ​ໄປ​ຍັງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ບັນ​ດາ​ແຂວງ/ນະ​ຄອນ, ລັດ​ຖະ​ບານ ໄດ້​ຮຽກ​ຮ້ອງ​ໃຫ້​ຮີບ​ດ່ວນ​ພິ​ຈາ​ລະ​ນາ, ດັດ​ປັບ​ລາ​ຄາ​ນ້ຳ​​ປະ​ປາ, ເງິນ​​ຄ່ານຳ​ໃຊ້​ນ້ຳ​​ປະ​ປາ​ ເພື່ອໜູນ​ຊ່ວຍ​ປະ​ຊາ​ຊົນທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ແຂວງ, ນະ​ຄອນ ທີ່​​ຂຶ້ນ​ກັບ​ສູນ​ກາງ, ບັນ​ດາ​ເມືອງ, ນະ​ຄອນ​ ຂຶ້ນ​ກັບ​ແຂວງ, ນະ​ຄອນ ທີ່​ພວມ​ປະ​ຕິ​ບັດ​ການ​ລ໋ອກ​ດາວ ຕາມ​ຄຳ​ສັ່ງ​ເລກ​ທີ 16/CT-TTg ລົງ​ວັນ​ທີ 31 ມີ​ນາ 2020 ຂອງນາ​ຍົກ​ລັດ​ຖະ​ມົນ​ຕີ.

ໃນເອ​ກະ​ສານ​ທີ່​ສົ່ງ​ໄປ​ຍັງ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ​ການສື່​ສານ, ລັດ​ຖະ​ບານ​ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ໂທ​ລະ​ຄົມ​ມະ​ນາ​ຄົມ​ພິ​ຈາ​ລະ​ນາ ແລະ ກຳ​ນົດ​ເລື່ອງ​ດັດ​ປັບ​ການຫຼຸດ​ຄ່າ​ໂທ​ລະ​ຄົມ​ມະ​ນາ​ຄົມລົງ ​ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ບັ​ນ​ດາ​ລູກ​ຄ້າ​ທີ່ພວມ​ນຳ​ໃຊ້​ການ​ບໍ​ລິ​ການ, ພິ​ເສດ​ໃນ​ການ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ​ທີ່ພ​ວມ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​, ແກ່​ຍາວ​ໃນ​ປັດ​ຈຸ​ບັນ.

ກ່ອນ​ໜ້າ​ນັ້ນ, ວັນ​ທີ 31 ກໍ​ລະ​ກົດ ລັດ​ຖະ​ບານ​ໄດ້​ປະ​ກາດ​ໃຊ້​ມະ​ຕິ​ເລກ​ທີ 83/NQ-CP, ເຫັນ​ດີ​ເປັນ​ເອ​ກະ​ພາບ​ວິ​ທີ​ການ​ໜູນ​ຊ່ວຍ​ປັບຫຼຸດ​​ລາ​ຄາ​ໄຟ​ຟ້າລົງ, ຫຼຸດ​​ລາ​ຄາ​ໄຟ​ຟ້າລົງ​ເປັນ​ຄັ້ງ​ທີ 4 ໃຫ້​ແກ່​ບັນ​ດາ​ລູກ​ຄ້າ​​ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ຄື​ຂໍ້​ສະ​ເໜີ​ຂອງ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ. ລັດ​ຖະ​ບານມອ​ບ​ໃຫ້​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ​ເປັນ​ປະ​ທານ​ຈັດ​ຕັ້ງ, ສົມ​ທົບ​ກັບ​ກະ​ຊວງ​ການ​ເງິນ ແລະ ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ການ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ຢ່າງ​ຖືກ​ຕ້ອງ​ຕາມ​ຂັ້ນ​ຕອນ, ລະ​ບຽບ​ການ ແລະ ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ.

ໃນ​ວັນ​ທີ 31 ກໍ​ລະ​ກົດ, ກຸ່ມ​ບໍ​ລິ​ສັດ​ໄຟ​ຟ້າ ຫວຽດ​ນາມ ໄດ້​ແນະ​ນຳ​ກ່ຽວ​ກັບ​ລະ​ດັບ​ການ​ໜູນ​ຊ່ວຍ​ໃນກ​ານ​ປັບຫຼຸດ​ລາ​ຄາ​ໄຟ​ຟ້າ​ລົງ. ຕາມ​ນັ້ນ​ແລ້ວ, ບັນ​ດາ​ລູກ​ຄ້າ​​ທີ່​ຊົມ​ໃຊ້​ໄຟ​ຟ້າ​ປະ​ເພດ​ທີ່​ຢູ່​ອາ​ໄສ ຢູ່​ບັນ​ດາ​ແຂວງ, ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ, ບັນ​ດາ​ເມືອງ, ນະ​ຄອນ​ຂຶ້ນ​ກັບ​ແຂວງ, ນະ​ຄອນ ​ໃນໄລ​ຍະ​ວັນ​ທີ 30 ກໍ​ລະ​ກົດ 2021​ ທີ່ພວມ​ປະ​ຕິ​ບັດ​ການ​ແຍກ​ຫ່າງ​ສັງ​ຄົມ ຕາມ​ຄຳ​ສັ່ງ​ເລກ​ທີ 16/CT-TTg ຈະປັບຫຼຸດຄ່າ​ໄຟ​ຟ້າ​ລົງ 15% ໃຫ້​ແກ່​ລູກ​ຄ້າທີ່​ຊົມ​ໃຊ້​ບໍ່​ຮອດ 200 kWh/ເດືອນ. ບັນ​ດາ​ລູກ​ຄ້າ​ທີ່​ຊົມໃຊ້ຫຼາຍ​ກ່​ວາ 200 kWh/ເດືອນ ຈະ​ໄດ້​ຮັບ​ການ​ຫຼຸດ​ລົງ 10%...

ບຸນ​ຄົງ

ເຫດການ
302 Found

Found

The document has moved here.