ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ ເພີ່ມ​ທະ​ວີ​​ການ​ພ​ົວ​ພັນ​​ດ້ານ​ປ້ອງ​ກັນ​ຊາດ, ການ​ຮ່ວມ​ມື​ດ້ານ​ເຕັກ​ນິກ​ການ​ທະ​ຫານ

10:16 | 05/08/2021

ຕອນເຊົ້າວັນທີ 4 ສິງຫາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Bezdetko Gennady Stepanovich, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງສະຫະພັນລັດເຊຍ ປະຈຳ ຫວຽດນາມ.

ພັດ​ທະ​ນາ​ການ​ພົວ​ພັນຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ຫວຽດ​ນາມ - ຈີນ ພັດ​ທະ​ນາ​ການ​ພົວ​ພັນຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ຫວຽດ​ນາມ - ຈີນ
ຮັດ​ແໜ້ນ​ສາຍ​ພ​ົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​​ແບບພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກູ​ບາ ໃຫ້​ຍິ່ງກວ່າ​ອີກ ຮັດ​ແໜ້ນ​ສາຍ​ພ​ົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​​ແບບພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກູ​ບາ ໃຫ້​ຍິ່ງກວ່າ​ອີກ
ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ ເພີ່ມ​ທະ​ວີ​​ການ​ພ​ົວ​ພັນ​​ດ້ານ​ປ້ອງ​ກັນ​ຊາດ, ການ​ຮ່ວມ​ມື​ດ້ານ​ເຕັກ​ນິກ​ການ​ທະ​ຫານ
ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຕ້ອນຮັບທ່ານ Bezdetko Gennady Stepanovich, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງສະຫະພັນລັດເຊຍ ປະຈຳ ຫວຽດນາມ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ເຖິງວ່າຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ກໍຕາມ, ແຕ່ກະຊວງປ້ອງກັນປະເທດສອງປະເທດ ຍັງຮັກສາສາຍພົວພັນດ້ານປ້ອງກັນຊາດ, ການຮ່ວມມືດ້ານເຕັກນິກການທະຫານໄດ້ເປັນຢ່າງດີ, ສຸມໃສ່ບັນດາຂົງເຂດຄື ແລກປ່ຽນ, ສົນທະນາແບບທາງໄປ; ບຳລຸງສ້າງ, ຮ່ວມມືດ້ານເຕັກນິກການທະຫານ…

ທ່ານລັດຖະມົນຕີ ຟານວັນຢາງ ໃຫ້ຮູ້ວ່າ ກະຊວງປ້ອງກັນປະເທດ ຫວຽດນາມ ສືບຕໍ່ສະໜັບສະໜູນ ແລະ ຈັດສົ່ງຄະນະໄປເຂົ້າຮ່ວມງານມະຫາກຳກິລາການທະຫານສາກົນ (Army Games) 2021 ແລະ ເວທີປາໄສ ເຕັກນິກການທະຫານ Army – 2021 ຢູ່ ສະຫະພັນ ລັດເຊຍ, ຈັດສົ່ງກຳປັ່ນຮົບ 2 ລຳ ເຂົ້າຮ່ວມພິທີສວນສະໜາມ ກ່ຳປັນຮົບ ຢູ່ ນະຄອນ Vladivostok; ພ້ອມທັງສືບຕໍໍ່ຊຸກຍູ້ຄວາມກຳລັງຄວາມສາມາດໃນການສົມທົບກັນສ້າງຜະລິດຕະພັນ ນອນໃນ “ຊຸດເອກະສານ 70 ປີແຫ່ງວັນສ້າງຕັ້ງສາຍພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ລັດເຊຍ”.

ສ່ວນທ່ານເອກອັກຄະລັດຖະທູດ Bezdetko Gennady Stepanovich ຢັ້ງຢືນວ່າ ຈະມານະພະຍາຍາມປະກອບສ່ວນເພື່ອພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ໃນນັ້ນ ມີສາຍພົວພັນດ້ານປ້ອງກັນຊາດ, ການຮ່ວມມືດ້ານເຕັກນິກການທະຫານອີກດ້ວຍ.

​vovworld.vn

ເຫດການ
302 Found

Found

The document has moved here.