ຫວຽດ​ນາມ​ຮັບ​ປະ​ກັນ​ການ​ອົບ​ພະ​ຍົບ​ຢ່າງ​ປອດ​ໄພ

16:52 | 09/08/2021

ຍ​ສ​ໝ - ໃນ​ສະ​ພາບ​ການ​ບັນ​ດາ​ຂ​ະ​ບວນ​ການ​ຄ້າ​ມະ​ນຸດ, ສົ່ງ​ຜູ້​ອົບ​ພະ​ຍົບ​ໄປ​ຍັງ​ບັນ​ດາ​ປະ​ເທດ​ເອີ​ລົບ​ແບບ​ຜິດ​ກົດ​ໝາຍ​ ຍັງ​ຄົງມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ຫວຽດ​ນາມ ໄດ້ ແລະ ພວມ​ຍາມ​ໃດ​ກໍ່​ໄດ້​ຮັບ​ປະ​ກັນ​ການ​ອົບ​ພະ​ຍົບ​ຢ່າງ​ປອດ​ໄພ, ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະ​ນຸດ ໃນ​ສະ​ພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂ​ວາງ.

ຍົກ​ສູງຄວາມ​ຮັບ​ຜິດ​ຊອບ​ຂ​ອງ​ສື່ມວນ​ຊົນ, ໜັງ​ສ​ື​ພິມ​ໃນ​ການ​ຊຸກ​ຍູ້​ການ​ອົບ​ພະ​ຍົບ​ຢ່າງ​ມີ​ຄວາມ​ສະ​ເໝີ​ພາບ ຍົກ​ສູງຄວາມ​ຮັບ​ຜິດ​ຊອບ​ຂ​ອງ​ສື່ມວນ​ຊົນ, ໜັງ​ສ​ື​ພິມ​ໃນ​ການ​ຊຸກ​ຍູ້​ການ​ອົບ​ພະ​ຍົບ​ຢ່າງ​ມີ​ຄວາມ​ສະ​ເໝີ​ພາບ
ຊາວຕ່າງ​ປະ​ເທດ​ອາ​ໄສ​ຢູ່ ກ໋​ວາງ​ບິ່ງ​ເຂົ້າ​ຮ່ວມ ລາຍ​ການ “ຄວາມ​ອົບ​ອຸ່ນ ​ຍາມ​ບຸນ​ເຕັດ ຫ​ວຽດ​” ຊາວຕ່າງ​ປະ​ເທດ​ອາ​ໄສ​ຢູ່ ກ໋​ວາງ​ບິ່ງ​ເຂົ້າ​ຮ່ວມ ລາຍ​ການ “ຄວາມ​ອົບ​ອຸ່ນ ​ຍາມ​ບຸນ​ເຕັດ ຫ​ວຽດ​”
ຫວຽດ​ນາມ​ຮັບ​ປະ​ກັນ​ການ​ອົບ​ພະ​ຍົບ​ຢ່າງ​ປອດ​ໄພ
ພາບ​ປະ​ກອບ

ປະຈຸບັນ ກະຊວງຕຳຫຼວດ, ກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມ ພວມເພີ່ມທະວີການສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ເພື່ອສະກັດກັ້ນບັນດາການເຄື່ອນໄຫວສົ່ງຄົນງານໄປເຮັດວຽກຢູ່ ເອີລົບ ຢ່າງຜິດກົດໝາຍ, ແຈ້ງຂໍ້ມູນກ່ຽວກັບວິສາຫະກິດ, ສັນຍາແຮງງານຢ່າງໂປ່ງໃສເພື່ອດຶງດູດແຮງງານໄປເຮັດວຽກຢູ່ເອີລົບ ຫຼາຍ​ຂຶ້ນ ຕາມການຈັດຕັ້ງຢ່າງປອດໄພ ແລະ ເໝາະສົມກັບຂໍ້ກຳນົດຂອງກົດໝາຍ.

ໃນຂະນະນັ້ນ ກະຊວງຕຳຫຼວດ ກໍ່ສືບຕໍ່ຜັນຂະຫຍາຍໂຄງການ “ຕໍ່ສູ້ຕ້ານການຄ້າມະນຸດ ແລະ ຂ້າທາດແບບທັນສະໄຫມ: ການສຳຜັດລະຫວ່າງຂະແຫນງປ່ຽນແປງການກະທຳ, ເພີ່ມທະວີການຫນູນຊ່ວຍ, ສຳຜັດກັບນິຕິກຳ ແລະ ການເຊື່ອມຕົວຄືນຂອງຜູ້ຖືກເຄາະຮ້າຍ” ຢູ່ 5 ທ້ອງຖິ່ນໃນທົ່ວປະເທດ ໂດຍລາຊະອານາຈັກ ອັງກິດ ອຸປະຖຳ ຜ່ານອົງການອົບພະຍົບສາກົນ, ສະພາອັງກິດ, ອົງການວິໄສທັດໂລກ.

ຫວຽດນາມ ໄດ້ປະກາດໃຊ້ນະໂຍບາຍ ແລະ ເອກະສານນິຕິກຳຫຼາຍສະບັບ ເພື່ອແນໃສ່ປ້ອງກັນ ສະກັດກັ້ນໄພການຄ້າມະນຸດ. ແຕ່ປີ 2016 ລັດຖະບານໄດ້ເຊັນອະນຸມັດກຳນົດເອົາ ວັນທີ 30 ກໍລະກົດ ຂອງທຸກປີ ແມ່ນ “ວັນທົ່ວປວງຊົນປ້ອງກັນ, ຕ້ານການຄ້າມະນຸດ”. ທ່ານນາຍົກລັດຖະມົນຕີກໍ່ໄດ້ເຊັນອະນຸມັດໂຄງການປ້ອງກັນ, ຕ້ານການຄ້າມະນຸດ ໄລຍະ 2021 – 2025 ແລະ ການກຳນົດທິດຮອດປີ 2030.

ຫວຽດນາມ ໄດ້ໃຫ້ສັດຕະຍາບັນ ສົນທິສັນຍາ ອາຊຽນ ວ່າດ້ວຍການປ້ອງກັນ, ຕ້ານການຄ້າມະນຸດ ພິເສດ ແມ່ນ ແມ່ຍິງ ແລະ ເດັກນ້ອຍ ເມື່ອວັນທີ 13 ທັນວາ ປີ 2016, ເຂົ້າຮ່ວມແຜນການເຄື່ອນໄຫວ Bohol ກ່ຽວກັບການຕ້ານການຄ້າມະນຸດ (2017-2020), ຕັ້ງຫນ້າເຂົ້າຮ່ວມ ວິວັດການ Bali ແລະ ວິວັດການ COMMIT ກ່ຽວກັບການປ້ອງກັນຕ້ານການສົ່ງຄົນອົບພະຍົບຂ້າມຊາຍແດນຢ່າງຜິດກົດໝາຍ. ຫວຽດນາມ ໄດ້ລົງນາມໃນຂໍ້ຕົກລົງສອງຝ່າຍກັບບັນດາປະເທດຄື: ຈີນ, ໄທ, ກຳປູເຈຍ, ລາວ ໃນການປ້ອງກັນ ຕ້ານການຄ້າມະນຸດ.

ຫວຽດນາມ ສືບຕໍ່ຊຸກ​ຍູ້ກ​ານ​ສຳຫຼວດ​, ຊອກ​ຮູ້, ເຈລະຈາເພື່ອ​ກ້າວໄປເຖິງການລົງນາມບັນດາສັນຍາ, ຂໍ້ຕົກລົງກ່ຽວກັບການຮ່ວມມືແຮງງານກັບບັນດາປະເທດທີ່​ມີ​ຄວາມ​ສາ​ມາດ​ຮັບ​ແຮງ​ງານ​ຫວຽດ​ນາມ ຄື ຣູ​ມາ​ນີ, ເຢຍ​ລະ​ມັນ... ແລະ ຄົ້ນຄ້ວາຄວາມເປັນໄປໄດ້ໃນການເຂົ້າຮ່ວມສົນທິສັນຍາກ່ຽວກັບການຕ້ານການສົ່ງຄົນອົບພະຍົບຢ່າງຜິດກົດໝາຍດ້ວຍທາງບົກ, ທາງທະເລ ແລະ ທາງອາກາດ, ເພີ່ມເຕີມສົນທິສັນຍາ ສປຊ ກ່ຽວກັບການຕ້ານອາດຊະຍາກຳໂດຍມີການຈັດຕັ້ງຂ້າມຊາຍແດນ.

ເຖິງຢ່າງໃດກໍຕາມ, ຢູ່ ເອີລົບ ໃນ 6 ເດືອນຕົ້ນປີ 2021 ໄດ້ເກີດບັນດາກໍລະນີສົ່ງຄົນຫວຽດນາມ ອົບພະຍົບຢ່າງຜິດກົດໝາຍລະຫວ່າງບັນດາປະເທດໃນພາກພື້ນ​ຢ່າງ​ລຽນ​ຕິດ ສ່ວນຫລາຍແມ່ນໄປຍັງອັງກິດ. ພ້ອມກັນນັ້ນ ບັນດາຂະບວນການຈັດສົ່ງຄົນຫວຽດນາມ ອອກເມືອງຢ່າງຜິດກົດໝາຍໄປຍັງບັນດາປະເທດບ້ານໃກ້ເຮືອນຄຽງຄື: ກຳປູເຈຍ, ຈີນ ຍັງສືບຕໍ່ດຳເນີນໂດຍບໍ່ຫົວຊາຕໍ່ການກຳນົດກ່ຽວກັບການເຂົ້າອອກເມືອງໃນຊ່ວງເວລາເກີດໂລກລະບາດໂຄວິດ 19.

ໃນສະພາບການນັ້ນ ຫວຽດນາມ ໄດ້ມີບັນດານະໂຍບາຍຮອບດ້ານເພື່ອຮັບປະກັນໃຫ້ການອົບພະຍົບ​ທີ່ມີຄວາມປອດໄພ ແລະ ປ້ອງກັນ ຕ້ານການຄ້າມະນຸດ. ກ່ອນອື່ນໝົດ ​ແມ່ນວຽກງານຄຸ້ມຄອງການເຂົ້າອອກເມືອງ, ຕໍ່ສູ້, ຄົ້ນພົບ ແລະ ສະກັດກັ້ນສະພາບການອົບພະຍົບຢ່າງຜິດກົດໝາຍ, ສົ່ງຄົນອົບພະຍົບຢ່າງຜິດກົດໝາຍ ກໍ່ຄືໂຄສະນາບັນດາວິທີການ, ເລ່ລ່ຽມຂອງອາດຊະຍາກອນສົ່ງຄົນອົບພະຍົບຢ່າງຜິດກົດໝາຍ, ບັນດາຄວາມສ່ຽງເມື່ອອົບພະຍົບຜ່ານຊ່ອງທາງບໍ່ເປັນທາງການ ສືບຕໍ່ໄດ້ຮັບການຍູ້ແຮງ.

ບັນດາອົງການ​ທີ່ກ່ຽວຂ້ອງຂອງຫວຽດນາມ ຕັ້ງຫນ້າເຂົ້າຮ່ວມບັນດາກົນໄກຮ່ວມມືກັບບັນດາປະເທດ, ອົງການທີ່ກ່ຽວຂ້ອງເພື່ອແລກປ່ຽນ, ແກ້ໄຂບັນດາກໍລະນີອົບພະຍົບຢ່າງຜິດກົດໝາຍ ແລະ ສົ່ງຄົນອົບພະຍົບຢ່າງຜິດກົດໝາຍໃຫ້ທັນການ. ພົ້ນ​ເດັ່ນ ຄື​ຍຸ​ດ​ທະ​ສາດ Turquessa II ຂອງ​ອົງ​ການ​ຕຳຫຼວດ​ອາ​ຍາ ສາ​ກົນ (Interpol) ກ່ຽວ​ກັບ​ການ​ປ້ອງ​ກັນ​ຕ້ານ​ອາດ​ຊະ​ຍາ​ກຳ​ການ​ຄ້າ​ມະ​ນຸດ ແລະ ​ສົ່ງ​ຜູ້​ອົບ​ພະ​ຍົບ​ແບບ​​ຜິດກົດ​ໝາຍ, ກຸ່ມ​ເຮັດ​ວຽກ​ກ່ຽວ​ກັບ​ການ​ທັບ​ມ້າງ​ຂ​ະ​ບວນ​​ສົ່​ງ​ຜູ້​ອົບ​ພະ​ຍົບ​ແບບ​​ຜິດ​ກົດ​ໝາຍ ແລະ ການ​ຄ້າ​ມະ​ນຸດ​ໃນ​ຂອບ​ເຂດ​ວິ​ວັດ​ການ Bali ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສົ່ງຜູ້​ອົບ​ພະ​ຍົບ​ແບບ​ຜິດ​ກົດ​ໝາຍ, ການ​ຄ້າ​ມະ​ນຸດ ແລະ ອາດ​ຊະ​ຍາ​ກຳ​ຂ້າມ​ຊາຍ​ແດນທີ່ກ່ຽວ​ຂ້ອງ.

ຫວຽດນາມ ກໍ່ໄດ້ປະກາດໃຊ້ ແລະ ປະຈຸບັນພວມປະຕິບັດແຜນການຜັນຂະຫຍາຍຂໍ້ຕົກລົງທົ່ວໂລກກ່ຽວກັບການອົບພະຍົບຢ່າງຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ (ຂໍ້ຕົກລົງ GCM) ຕາມຂໍ້ຕົກລົງເລກທີ 402 ຂອງນາຍົກລັດຖະມົນຕີ ລົງວັນທີ 20 ມີນາ ປີ 2020 ດ້ວຍຫຼາຍມາດຕະການລະອຽດ, ຄົບຊຸດ, ເປັນເອກະພາບ ຈາກສູນກາງລົງຮອດທ້ອງຖິ່ນ ເພື່ອແນໃສ່ຮັບປະກັນໃຫ້ການອົບພະຍົບທີ່ຖືກຕ້ອງກັບກົດໝາຍ ມີຄວາມປອດໄພ ກໍ່ຄືສິດ ແລະ ຜົນປະໂຫຍດອັນຊອບທຳຂອງຊາວອົບພະຍົບ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.