ບ​ົດ​ຂຽ​ນ​ຂອ​ງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຢັ້ງ​ຢືນ​ວິ​ໄສ​ທັດ​ອັນ​ຖືກ​ຕ້ອງ​ຂອງ​ພັກ

10:28 | 05/08/2021

ຍ​ສ​ໝ - ນັກ​ຊ່ຽວ​ຊານ Mohamed Abdoun ​ຂອງ ອານເຊ​ຣີ ໄດ້ໃຫ້​ຂໍ້ສັງ​ເກດ​ບົດ​ຂຽ​ນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ສະ​ແດງ​ໃຫ້​ເຫັນ​ວ່າ ຢູ່ ຫວຽດ​ນາມ ນິ​ຍາມ​ເສດ​ຖະ​ກິດ​ການ​ຕະຫຼາດ​ມີ​ລັກ​ສະ​ນະ​ມະ​ນຸດ​ສະ​ທຳ, ມະ​ນຸດ​ບໍ່​ຖືກ​ຫັນ​ເປັນ​ເງິນ​ຕາ...

ເຊື່ອມ​ຊຶມ​ທິດ​ທຳ​ໃຫຍ່ “ຈະ​ແຈ້ງ, ເຂັ້ມ​ງວດ, ໜັກ​ແຟ້ນ, ປະ​ສິດ​ທິ​ຜົນ” ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ເຊື່ອມ​ຊຶມ​ທິດ​ທຳ​ໃຫຍ່ “ຈະ​ແຈ້ງ, ເຂັ້ມ​ງວດ, ໜັກ​ແຟ້ນ, ປະ​ສິດ​ທິ​ຜົນ” ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ບົດ​ຂຽນ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ສະ​ແດງ​ໃຫ້​ເຫັນ​ການ​ຕັດ​ສິນ​ອັນ​ຖືກ​ຕ້ອງ​ກ່ຽວ​ກັບ​ເສັ້ນ​ທາງ​ພັດ​ທະ​ນາ​ຂອງ ຫວຽດ​ນາມ ບົດ​ຂຽນ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ສະ​ແດງ​ໃຫ້​ເຫັນ​ການ​ຕັດ​ສິນ​ອັນ​ຖືກ​ຕ້ອງ​ກ່ຽວ​ກັບ​ເສັ້ນ​ທາງ​ພັດ​ທະ​ນາ​ຂອງ ຫວຽດ​ນາມ
ບ​ົດ​ຂຽ​ນ​ຂອ​ງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຢັ້ງ​ຢືນ​ວິ​ໄສ​ທັດ​ອັນ​ຖືກ​ຕ້ອງ​ຂອງ​ພັກ
​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ (ພາບ: TTXVN)

ຂໍ້​ສັງ​ເກດກ່ຽວ​ກັບ​ບົດ​ຂຽ​ນ “ບາງ​ບັນ​ຫາ​ທິດ​ສະ​ດີ ແລະ ພຶດ​ຕິ​ກຳ​ຕົວ​ຈິງ ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ ແລະ ເສັ້ນ​ທາງ​ມຸ່ງ​ໄປ​ເຖິງ​ສັງ​ຄົມ​ນິ​ຍົມ ຢູ່ ຫວຽດ​ນາມ” ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ, ທ່ານ Mohamed Abdoun ຜູ້​ອຳ​ນວຍ​ການ​ພິມ​ຈຳ​ໜ່າຍ​ໜັງ​ສື​ພິມ​ເອ​ເລັກ​ໂຕ​ນິກ www.lapatrienews.com ຂອງ ອານເຊ​ຣີ ໄດ້​ສະ​ແດງ​ຄວາມຈັບ​ໃຈ​ດ້ວຍ​ເນື້ອ​ໃນ​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະຫຼາດ​ຕາມ​ການ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ ຢູ່ ຫວຽດ​ນາມ.

ທ່ານ Mohamed Abdoun ໄດ້​ຢ້ຳ​ຄືນ​ຂໍ້​ສະ​ເໜີ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ໃນ​ບົດ​ຂຽນ: “ຍົກ​ອອກ​ທັດ​ສະ​ນະ​ຄະ​ຕິ​ພັດ​ທະ​ນາ​ເສດ​ຖະ​ກິດ​ການ​ຕະຫຼາດ​ຕາມ​ທິດ​ສັງ​ຄົມ​ນິ​ຍົມ ແມ່ນ​ບາດ​ກ້າວ​ບຸກ​ທະ​ລຸ​ທິດ​ສະ​ດີ​ພື້ນ​ຖານ​ທີ່​ສຸດ ແລະ ​ຄວາມ​ຄິດ​ປະ​ດິດ​ສ້າງ​ຂອງ​ພັກ, ແມ່ນ​ໝາກ​ຜົນ​ທິດ​ສະ​ດີ​ສຳ​ຄັນ​ໃນ 35 ປີ​ແຫ່ງ​ການ​ປະ​ຕິ​ບັດ​ແນວ​ທາງ​ປ່ຽນ​ແປງ​ໃໝ່, ເລີ່ມ​ຈາກ​ພຶດ​ຕິ​ກຳຕົວ​ຈິງ ຫວຽດ​ນາມ ແລະ ການຮັບ​ເອົາ​ບົດ​ຮຽນ​ປະ​ສົບ​ການ​ຂອງ​ໂລກ​ທີ່​ມີ​ການ​​ເລືອກເຟັ້ນ”.

ຕາມ​ທ່ານ Mohamed Abdoun ແລ້ວ, ບັນ​ດາ​ເນື້ອ​ໃນ​ພື້ນ​ຖານ​ກ່ຽວ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະ​ຫຼາດ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ​ຢູ່ ຫວຽດ​ນາມ ກໍ່​ໄດ້​ເຕື້ອງ​ເຖິງ​ໃນ​ບັນ​ດາ​ເອ​ກະ​ສານ​ຂອງ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ທີ 25 ມັງ​ກອນ ຫາ​ວັນ​ທີ 1 ກຸມ​ພາ 2021, ໃນ​ນັ້ນ​ມີ​ພາກ​ສະຫຼຸບ​ພຶດ​ຕິ​ກຳ​ຕົວ​ຈິງ, ຄົ້ນ​ຄ້​ວາ​ທິດ​ສະ​ດີ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ວິ​ວັດ​ການ​ປ່ຽນ​ແປງ​ໃໝ່​ຂອງ​ປະ​ເທດ​ຊາດ.

ດ້ວຍ​ຄວາມ​ສາ​ມາດປ່ຽ​ນ​ແປງ​ໃໝ່ດ້ວ​ຍ​ຕົນ​ເອງ, ຮັບ​ມື​ກັບ​ສະ​ພາບການ​ໃໝ່ ແລະ ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ອັນ​ໃຫຍ່ຫຼວງດ້ວ​ຍ​ຕົນ​ເອງ, ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄດ້​ມີ​ການ​ປ່ຽນ​ແປງ​ໃໝ່​ອີກ​ຄັ້ງ​ໜຶ່ງ​ດ້ວຍ​ວິ​ທີ​ການ​ຊຸກ​ຍູ້​ບາງ​ນິ​ຍາມ​ທີ່​ມີ​ລັກ​ສະ​ນະ​ປະ​ຕິ​ວັດ​ກ່ຽວ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະຫຼາດ​ຕາມ​ທິດ​ສັງ​ຄົມ​ນິ​ຍົມ, ໃນ​ຂະ​ນະ​ທີ່​ຍັງ​ຮັກ​ສາ​​ບັນ​ດາຫຼັກ​ການ​ພື້ນ​ຖານ​ຂອງ ລັດ​ທິ ມາກ - ເລ​ນິນ.

ບົດ​ຂຽນ​ຂອງ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ສະ​ແດງໃຫ້​ເຫັນ​ວ່າ ຢູ່ ຫວຽດ​ນາມ ນິ​ຍາມ​ເສດ​ຖະ​ກິດ​ການ​ຕະຫຼາດ​ມີ​ລັກ​ສະ​ນະ​ມະ​ນຸດ​ສະ​ທຳ, ມະ​ນຸດ​ບໍ່​ຖືກຫັນ​ເປັນ​ເງິນ​ຕາ. ແບບ​ຢ່າງ​ການ​ຄຸ້ມ​ຄ​ອງ​ໃນ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ພິ​ສູດ​ໃຫ້​ເຫັນ​ບັນ​ດາ​ລັກ​ສະ​ນະ​ທີ່​ຖືກ​ຕ້ອງ​ໃນ​ວິ​ໄສ​ທັດ ກໍ່​ຄື​ບັນ​ດາ​ເລືອກເຟັ້ນ ແລະ ການ​ກຳ​ນົດ​ທິດ ເຊິ່ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄດ້​ຮັບ​ຮອງ​ເອົາ.

ພັກ​ກອ​ມ​ມູ​ນິດ ຫວຽດ​ນາມ ກໍ່​ຢຶດ​ໝັ້ນ​ກັບ​ເປົ້າ​ໝາຍ​ສຸດ​ທ້າຍ​ແມ່ນ​ສັງ​ຄົມ​ນິ​ຍົມ​ທີ່​ແທ້​​ຈິງ, ໄດ້​ປະ​ກອບດ້ວຍ​ເຄື່ອງ​ມື​​ທ​ຳ​ກ​ານຜະ​ລິດ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ ແລະ ທັນ​ສະ​ໄໝ, ​ເຊິ່ງ​ເປັນພື້ນ​ຖານ​ກະ​ສິ​ກຳທີ່​ຕອບ​ສະ​ໜອງ​​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ, ແລະ​ຍິ່ງ​ໄປ​ກ່​ວາ​ນັ້ນ, ຖ້າ​​ມີ​ຄວາມຕ້ອງ​ການ ກໍ່​ອາດ​ຈະ​ຊ່ວຍ​ເຫຼືອ​ບາງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ໄດ້.

ໂດຍ​ຜ່ານ​ຜ່າ​ບັ້ນ​ສົງ​ຄ​າມຫຼາຍ​ຄັ້ງ, ປະ​ເທດ​ຫວຽດ​ນາມ ຖືກ​ທຳ​ລາຍ​ຢ່າງ​ສິ້ນ​ເຊິງ, ນັບ​ທັງ​ບັນ​ດາ​ໂຄງ​ປະ​ກອບ​ເສດ​ຖະ​ກິດ, ແຕ່​ວ່າ ພາຍ​ໃຕ້​ການ​ນຳ​ພາ​ອັນ​ສະຫຼາດ​ສ່ອງ​ໄສ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ຜູ້​ນຳທີ່​ຍິ່ງ​ໃຫຍ່ ໂຮ່​ຈີ​ມິນ, ຫວຽດ​ນາມ ໄດ້​ຟື້ນ​ຟູ​ ແລະ ພັດ​ທະ​​ນາຢ່າງໄວວ​າ.

ບົດ​ຂຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ກໍ່​ເນັ້ນ​ໜັກ​ເຖິງ​ເສັ້ນ​ທາງ​ມຸ່ງ​ໄປ​ເຖິງ​ສັງ​ຄົມ​ນິ​ຍົມ ​ຍັງ​ຍາວໄກ ແລະ ມີ​ຄວາມ​ຫຍຸ້ງ​ຍາກ​ກາກ​ກຳ​ບໍ່​ໜ້ອຍ.

ບົນ​ເສັ້ນ​ທາງ​ນັ້ນ ​ຈະບໍ່​ເຮັດ​ໃຫ້​ເສຍ​ທາດ​ຂາດ​ຄຸ​ນສັງ​ຄົມ ແລະ ປະ​ຊາ​ຄົມ​ຂອງ​ປະ​ເທດ​ຊາດ - ຊົນ​ຊາດ​ຢ່າງ​ເດັດ​ຂາດ, ໝາຍ​ຄວາມ​ວ່າ ​ມີຄວາມ​ຍຸ​ຕິ​ທຳ​ສັງ​ຄົມ ແລະຄວາມສະ​ເໝີ​ພາບ ໃນ​ການ​ແຈກ​ຢາຍ​ຊັບ​ສິນ​ ເພື່ອ​ນຳ​ຜົນ​ປະ​ໂຫຍດ​ມາ​ໃຫ້​ທຸກ​ຄົນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.