ແຂວງ ຊອັກຈັງ ແມ່ນຫນຶ່ງໃນບັນດາທ້ອງຖິ່ນ ທີ່ມີຈຳນວນຜູ້ຕິດເຊື້ອໂຄວິດໃນລະດັບສູງ ແລະ ຖືກແຍກອອກຫ່າງຈາກສັງຄົມ ຍ້ອນໂລກລະບາດໂຄວິດ -19. ໂດຍເຂົ້າໃຈໄດ້ຄວາມຫຍຸ້ງຍາກລຳບາກຂອງກຳລັງເຂົ້າຮ່ວມການປ້ອງກັນຕ້ານໂລກລະບາດກໍ່ຄືຜູ້ທີ່ພວມຖືກແຍກຫ່າງ, ຄູ່ຜົວເມຍອ້າຍ ເຟືອກແລ່ງ ແລະ ເອື້ອຍ ຮີ່ງທິທູຮັ່ງ ຢູ່ ບ້ານ ອານແຈກ ຕາແສງ ອານຮຽບ ເມືອງ ເຈົາແທ່ງ ໄດ້ພ້ອມກັນເຂົ້າຮ່ວມການແຕ່ງຄາບເຂົ້າຫນູນຊ່ວຍປະຊາຊົນຢູ່ຕາມເຂດແຍກຫ່າງຕ່າງໆ ເພື່ອພ້ອມກັບອຳນາດການປົກຄອງທ້ອງຖິ່ນທຸກຂັ້ນເບິ່ງແຍງດູແລປະຊາຊົນໃຫ້ດີທີ່ສຸດ.
ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາວ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 06 – 08 ທັນວາ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 46 ປີແຫ່ງວັນຊາດປະເທດ ສປປ ລາວ (2-12-1975 / 2-12-2021) ແລະ 101 ປີແຫ່ງວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ (13-12-1920 / 13-12-2021), ຕອນບ່າຍວັນທີ 1 ທັນວາ, ທ່ານ ຫງວຽນກວກຢຸ້ງ ຮອງລັດຖະມົນຕີຕ່າງປະເທດຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນກະຊວງການຕ່າງປະເທດໄປອວຍພອນສະຖານທູດລາວ ປະຈໍາ ຮ່າໂນ້ຍ.
ນັ້ນແມ່ນຄໍາຢັ້ງຢືນຂອງທ່ານ ເຈິ່ນແທັງຫາຍ ຮອງປະທານຜູ້ປະຈໍາການສະຫະພັນໃຫຍ່ແຮງງານຫວຽດນາມ ຢູ່ການພົບປະຊົມເຊີຍສະເຫຼີມສະຫຼອງວັນຊາດ ສປປ ລາວ ຄົບຮອບ 46 ປີ (2-12-1975/2-12-2021).
ການກຳເນີດຂອງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ, ບໍ່ພຽງແຕ່ສ້າງໜ້າປະຫວັດສາດອັນສະຫງ່າລາສີທີ່ສຸດຂອງປະຊາຊົນລາວ ບັນດາເຜົ່າອ້າຍນ້ອງ, ນຳປະເທດລາວ ກ້າວເຂົ້າສູ່ສັງກາດພັດທະນາໃໝ່, ສົດໃສເທົ່ານັ້ນຫາກຍັງມີຄວາມໝາຍຍຸກສະໄໝຢ່າງເລິກເຊິ່ງ, ເປັນຂີດໝາຍບາດລ້ຽວໃໝ່ໃນພູມສາດການເມືອງໃນພາກພື້ນ, ພ້ອມທັງເປັນຂີດໝາຍທີ່ຮຸ່ງເຮືອງເຫຼືອງເຫຼື້ອມໃນພາລະກິດການປະຕິວັດລວມຂອງສອງປະເທດຫວຽດນາມ ແລະລາວ.
ຍສໝ - ວັນທີ 1 ທັນວາ 2021, ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ-ລາວ ນຳໜ້າໂດຍ ທ່ານພົນຕີ ຫງວຽນຕຽນລອງ, ຮອງປະທານສະມາຄົມ ໄດ້ໄປທີ່ສະຖານທູດລາວ ປະຈຳ ຮ່າໂນ້ຍ ເນື່ອງໃນໂອກາດວັນຊາດ ສປປ ລາວ ຄົບຮອບ 46 ປີ (2 ທັນວາ 1975 - 2 ທັນວາ 2021).
ຍສໝ - ເນື່ອງໃນໂອກາດກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ 11 ຂອງແນວລາວສ້າງຊາດ ໄລຍະ 2021-2026 ໄດ້ດຳເນີນໄປຢ່າງສຳເລັດຜົນ, ຫວ່າງແລ້ວນີ້, ທ່ານປະທານຄະນະກຳມະການສູນກາງແນວໂຮມແຫ່ງຊາດຫວຽດນາມ ໂດວັນຈຽນ ໄດ້ສົ່ງຈົດໝາຍອວຍພອນ.
ຍສໝ - ແຂວງກວາງບິ່ງ ແລະ ແຂວງຄໍາມ່ວນ (ລາວ) ມີສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ສະໜິດແໜ້ນ. ໃນໄລຍະທີ່ຜ່ານມາ, ສອງແຂວງໄດ້ມານະພະຍາຍາມຢ່າງຕັ້ງໜ້າເພື່ອພ້ອມກັນຕ້ານພະຍາດໂຄວິດ-19 ແລະ ພັດທະນາເສດຖະກິດ.
ໃນໂທລະເລກ, ການນຳພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ ຫວຽດນາມ ໄດ້ຕີລາຄາສູງຕໍ່ຜົນງານອັນຍິ່ງໃຫຍ່, ມີຄວາມໝາຍທາງດ້ານປະຫວັດສາດເຊີ່ງ ພັກ, ລັດ ແລະ ປະຊາຊົນ ລາວ ບັນດາເຜົ່າ ຍາດມາໄດ້ໃນພາລະກິດປົກປັກຮັກສາ, ສ້າງສາປະເທດຊາດໃນຕະຫຼອດ 46 ປີຜ່ານມາ
ຕອນເຊົ້າວັນທີ 1 ທັນວາ, ຄະນະຜູ້ແທນນະຄອນໂຮ່ຈີມິນ ໂດຍທ່ານ ຫງວຽນໂຮ່ຫ໋າຍ, ຮອງເລຂາພັກນະຄອນນຳໜ້າໄດ້ໄປສະຖານກົງສູນໃຫຍ່ ແຫ່ງ ສປປ.ລາວ ປະຈຳນະຄອນໂຮ່ຈີມິນ ເພື່ອອວຍພອນວັນຊາດລາວ (ຄືວັນທີ 2 ທັນວາ 1975 – 2 ທັນວາ 2021).
ຫວ່າງແລ້ວນີ້, ທ່ານ ເລືອງຫງວຽນມິງຈ໊ຽດ ຮອງເລຂາຜູ້ປະຈໍາການຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນດ່ານັ້ງ ໄດ້ນໍາໜ້າຄະນະການນໍານະຄອນໄປຢ້ຽມຢາມ ແລະອວຍພອນທ່ານ ວຽງໄຊ ພົມມະຈັນ ຫົວໜ້າສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈໍາດ່ານັ້ງ ເນື່ອງໃນໂອກາດສະເຫຼີມສະຫຼອງ 46 ປີແຫ່ງວັນສະຖາປະນາປະເທດ ສປປ ລາວ (2-12-1975 / 2-12-2021) ແລະ 101 ປີແຫ່ງວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ (13-12-1920 – 13-12-2021).
ຫວ່າງແລ້ວນີ້, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການຍ້ອງຍໍຊົມເຊີຍ “ນັກສຶກສາ ລາວ - ກຳປູເຈຍ ຜູ້ດີເດັ່ນ” ປີ 2021. ເນື່ອງໃນໂອກາດນີ້, ມີນັກສຶກສາ ລາວ ແລະ ກຳປູເຈຍ ຈຳນວນ 107 ຄົນ ທີ່ພວມຮ່ຳຮຽນຢູ່ ນະຄອນ ໂຮ່ຈີມິນ ໄດ້ຮັບການຍ້ອງຍໍຊົມເຊີຍ ຍ້ອນມີຜົນງານທີ່ດີເດັ່ນໃນການຮ່ຳຮຽນ ແລະ ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຂະບວນການ.
ຍສໝ - ຫວ່າງແລ້ວນີ້, Viettel ໄດ້ປະກາດໂຄງການທົດລອງເຄືອຂ່າຍ 5G ຢ່າງເປັນທາງການ - ການເຄື່ອນໄຫວນີ້ນອນໃນໂຄງການຮ່ວມມືລະຫວ່າງຄະນະກໍາມະການປະຊາຊົນແຂວງວິ້ງຟຸກ ແລະ ກຸ່ມບໍລິສັດອຸດສາຫະກໍາ ແລະ ໂທລະຄົມມະນາຄົມກອງທັບ.
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາປະເທດ ສປປ ລາວ ຄົບຮອບ 46 ປີ (2-12-1975/2-12-2021), ວັນທີ 23 ພະຈິກ, ຄະນະຜູ້ແທນສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ຫຼວງພະບາງ ແລະບັນດາອົງການຂອງຫວຽດນາມຢູ່ຄຽງຂ້າງສະຖານກົງສູນໃຫຍ່ພ້ອມກັບຜູ້ຕາງໜ້າບັນດາວິສາຫະກິດຫວຽດນາມ ຢູ່ບໍລິເວນໄປຍັງອວຍພອນອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງຫຼວງພະບາງ.
ຍອດຈຳນວນເງິນ 1 ຕື້ດົ່ງທີ່ມອບໃຫ້ຊາວຫວຽດນາມ ອາໄສຢູ່ລາວ ທີ່ປະສົບກັບຄວາມຫຍຸ້ງຍາກ ແລະປະຊາຊົນລາວ ໃນໂອກາດນີ້ ໂດຍນະຄອນໂຮ່ຈີມິນ ຫັກຈາກກອງທຶນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງນະຄອນ.
ຕອນເຊົ້າວັນທີ 16 ພະຈິກ ແມ່ນວັນເຮັດວຽກທໍາອິດຂອງຄູອາຈານຫວຽດນາມ ທີ່ໄປສອນພາສາຫວຽດນາມ ຢູ່ ສປປ ລາວ ໄລຍະ 2021-2023.
ວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ, ວິທະຍາຄານການແພດກອງທັບ ໄດ້ຈັດພິທີປະດັບຫຼຽນໄຊແຮງງານຂອງ ສປປ ລາວ ໃຫ້ບັນດາໝູ່ຄະນະ ແລະບຸກຄົນຂອງວິທະຍາຄານການແພດກອງທັບ (ກະຊວງປ້ອງກັນປະເທດຫວຽດນາມ).
ນີ້ແມ່ນຫ້ອງການຕຳຫຼວດບ້ານແຫ່ງທຳອິດໃນຈຳນວນຫ້ອງການ 278 ຫຼັງ ເຊິ່ງກະຊວງຕຳຫຼວດ ຫວຽດນາມ ໜູນຊ່ວຍກະຊວງຕຳຫຼວດ ລາວ ທີ່ຈະກໍ່ສ້າງໃນໄລຍະຈະມາເຖິງ.
ຍສໝ - ແຂວງກວ໋າງນາມ ໄດ້ສົມທົບກັບແຂວງເຊກອງ ແລະຈໍາປາສັກ (ລາວ) ພ້ອມກັບອົງການການທູດຂອງສອງປະເທດ ເພື່ອປະຕິບັດສຳເລັດລະບຽບການເຂົ້າເມືອງຫວຽດນາມຕາມຂໍ້ກໍານົດ ເພື່ອດໍາເນີນພິທີມອບ ແລະຮັບນັກສຶກສາລາວມາຮຽນ ຢູ່ ແຂວງກວ໋າງນາມ.
ວັນທີ 4 ພະຈິກ, ຄະນະກໍາມະການປະຊາຊົນແຂວງທ໊າຍບິ່ງ ແລະແຂວງໄຊຍະບູລີ ໄດ້ຈັດພິທີເຊັນຂໍ້ຕົກລົງຮ່ວມມືມິດຕະພາບລະຫວ່າງສອງແຂວງໄລຍະ 2021-2026.