ຄະນະໂຄສະນາສຶກສາສູນກາງພັກ ອວຍພອນບຸນປີໃໝ່ຢູ່ສະຖານທູດລາວ

12:58 | 12/04/2022

ຫວ່າງແລ້ວນີ້, ຄະນະປະຕິບັດງານຂອງຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ນໍາໂດຍທ່ານ ຫງວຽນເກວເລິມ ຫົວໜ້າກົມຖະແຫຼງຂ່າວການຕ່າງປະເທດ ແລະຮ່ວມມືສາກົນ ໄດ້ໄປຢ້ຽມຢາມ ແລະອວຍພອນພະນັກງານ, ພາລະກອນສະຖານທູດລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ລາວ.

ປະທານ​ແນວ​ໂຮມ​ປະ​ເທດ​ຊາດ ອວຍພອນພໍ່ແມ່ປະຊາຊົນ​ຊາວ​ຂະ​ແມ​ ເນື່ອງໃນ​ໂອກາດ​ບຸນເຕັດ Chol Chnam Thmay ປະທານ​ແນວ​ໂຮມ​ປະ​ເທດ​ຊາດ ອວຍພອນພໍ່ແມ່ປະຊາຊົນ​ຊາວ​ຂະ​ແມ​ ເນື່ອງໃນ​ໂອກາດ​ບຸນເຕັດ Chol Chnam Thmay
ທ່ານ​ເລຂາ​ຄະນະພັກ​ນະ​ຄອນຮ່າ​ໂນ້ຍ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio ທ່ານ​ເລຂາ​ຄະນະພັກ​ນະ​ຄອນຮ່າ​ໂນ້ຍ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio

ທ່ານ ຈັນທະພອນ ຄຳມະນີຈັນ, ອຸປະທູດຊົ່ວຄາວ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຕ້ອນຮັບ ແລະເຮັດວຽກກັບຄະນະປະຕິບັດງານ.

ຄະນະໂຄສະນາສຶກສາສູນກາງພັກ ອວຍພອນບຸນປີໃໝ່ຢູ່ສະຖານທູດລາວ
ທ່ານ ຫງວຽນເກວເລິມ ຫົວໜ້າກົມຖະແຫຼງຂ່າວການຕ່າງປະເທດ ແລະຮ່ວມມືສາກົນ ມອບດອກໄມ້ອວຍພອນສະຖານທູດລາວ. ພາບ: dangcongsan.vn.

ທ່ານ ຈັນທະພອນ ຄຳມະນີຈັນ ຂອບໃຈຕໍ່ການສົມທົບກັນ, ການຊ່ວຍເຫຼືອຂອງຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໃນໄລຍະຜ່ານມາ ແລະປາດຖະໜາວ່າ ວຽກງານໂຄສະນາຂໍ້ມູນຂ່າວສານ, ສົມທົບກັນດ້ານການທູດລະຫວ່າງຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ແລະຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ກ່ຽວກັບການເຄື່ອນໄຫວສະເຫຼີມສະຫຼອງຂອງສອງປະເທດໃນປີ 2022 ຈະໄດ້ຮັບການໂຄສະນາໃຫ້ປະຊາຊົນຢ່າງທົ່ວເຖິງ, ເປັນຕົ້ນແມ່ນຮຸ່ນໜຸ່ມສາມາດເຂົ້າໃຈກ່ຽວກັບການພົວພັນແບບພິເສດ, ມິດຕະພາບອັນຍິ່ງໃຫຍ່ຂອງສອງປະເທດຫວຽດນາມ-ລາວ ຢ່າງເລິກເຊິ່ງ ແລະຈະແຈ້ງຂຶ້ນຕື່ມ.

ທ່ານ ຫງວຽນເກວເລິມ ໄດ້ຫວນຄືນບັນດາຜົນງານທີ່ພົ້ນເດັ່ນໃນການພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ ແລະເນັ້ນໜັກວ່າ ປີ 2022 ແມ່ນປີມີຄວາມໝາຍພິເສດສໍາຄັນສໍາລັບປະຊາຊົນສອງປະເທດຫວຽດນາມ-ລາວ; ແມ່ນປີສອງປະເທດສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5-9-1962 / 5-9-2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ (18-7-1977 / 18-7-2022). ຕາມນັ້ນແລ້ວ, ຫຼາຍເຫດການມິດຕະພາບສໍາຄັນຂອງສອງປະເທດຈະໄດ້ສອງພັກ, ສອງລັດຈະຈັດຕັ້ງຢ່າງສະຫງ່າຜ່າເຜີຍ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.