VUFO, ສະມາຄົມມິດຕະພາບຫວຽດນາມ-ລາວ ອວຍພອນບຸນປີໃໝ່ລາວ 2022

08:12 | 07/04/2022

ຍສໝ - ເມື່ອເນື່ອງໃນໂອກາດບຸນປີໃໝ່ລາວ 2022, ວັນທີ 4 ເມສາ, ຄະນະສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO), ສະມາຄົມມິດຕະພາບຫວຽດນາມ-ລາວ ໄດ້ໄປຢ້ຽມຢາມ ແລະອວຍພອນ ບຸນປີໃໝ່ລາວ ຢູ່ສະຖານທູດລາວ ປະຈໍາ ຮ່າໂນ້ຍ.

ນະຄອນ ດ່າໜັງ ຈະ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເວທີ​ປາ​ໄສ​ພັດທະນາ​ເສັ້ນທາງການບິນ ​ອາຊີ 2022- Routes Asia 2022 ນະຄອນ ດ່າໜັງ ຈະ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເວທີ​ປາ​ໄສ​ພັດທະນາ​ເສັ້ນທາງການບິນ ​ອາຊີ 2022- Routes Asia 2022
ລາວ​ຈັດ​ຕັ້ງ​ຫຼາຍ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ​ປີ​ແຫ່ງ​ການ​ພົວ​ພັນ​ມິດ​ຕະ​ພາບລະ​ຫວ່າງ​ຫວຽດ​ນາມ - ລາວ 2022 ລາວ​ຈັດ​ຕັ້ງ​ຫຼາຍ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ​ປີ​ແຫ່ງ​ການ​ພົວ​ພັນ​ມິດ​ຕະ​ພາບລະ​ຫວ່າງ​ຫວຽດ​ນາມ - ລາວ 2022

ທ່ານ ເຈິ່ນວັນຕຸຍ ປະທານສະມາຄົມມິດຕະພາບຫວຽດນາມ-ລາວ ສະແດງ ຄວາມປິຕິຊົມຊື່ນ ແລະ ຄວາມພາກພູມໃຈກ່ຽວກັບການພົວພັນມິດຕະພາບທີ່ ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຫວຽດນາມ-ລາວ ທີ່ໄດ້ຮັບການປັບປຸງ, ພັດທະນາ ຢ່າງບໍ່ຢຸດຢັ້ງ, ນັບມື້ນັບຍືນຍົງ, ເລິກເຊິ່ງ, ແມ່ນຊັບສິນລໍ້າຄ່າໃຫ້ບັນດາ ຮຸ່ນປະຈຸບັນ ແລະ ອະນາຄົດ.

VUFO, ສະມາຄົມມິດຕະພາບຫວຽດນາມ-ລາວ ອວຍພອນບຸນປີໃໝ່ລາວ 2022
ຄະນະ VUFO, ສະມາຄົມມິດຕະພາບຫວຽດນາມ-ລາວ ໄປຢ້ຽມຢາມ ແລະ ອວຍພອນບຸນປີໃໝ່ລາວ 2022 ຢູ່ສະຖານທູດລາວ ປະຈໍາ ຫວຽດນາມ. ພາບ: thoidai.com.vn

ກ່າວຄໍາເຫັນທີ່ພິທີ, ທ່ານ ແສງເພັດ ຮຸ່ງບຸນຍວງ ໄດ້ຂອບໃຈຄະນະ VUFO, ສະມາຄົມມິດຕະພາບຫວຽດນາມ-ລາວ ທີ່ໄດ້ໄປອວຍພອນສະຖານທູດລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ລາວ. ນີ້ແມ່ນແຫຼ່ງປຸກລະດົມກຳລັງໃຈສໍາຄັນທີ່ສຸດເພື່ອພະນັກງານ, ພາລະກອນສະຖານທູດລາວ ປະຈໍາ ຫວຽດນາມ ມີກໍາລັງໃຈຕື່ມອີກ ເພື່ອປະຕິບັດໜ້າທີ່ຂອງຕົນໃນປີໃໝ່ໃຫ້ປະສົບຜົນສໍາເລັດ, ປະກອບສ່ວນປັບປຸງ, ພັດທະນານໍ້າໃຈມິດຕະພາບອ້າຍນ້ອງ ຫວຽດນາມ-ລາວ.

ທ່ານ ແສງເພັດ ຮຸ່ງບຸນຍວງ ກໍ່ຢັ້ງຢືນວ່າ ໃນຖານະຕໍາແໜ່ງຂອງຕົນ ຈະພ້ອມກັບພະນັກງານ, ພາລະກອນສະຖານທູດມານະພະຍາຍາມກວ່າອີກເພື່ອ ແນໃສ່ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດ, ໃນນັ້ນສືບຕໍ່ ບຸລິມະສິດຍູ້ແຮງບັນດາການເຄື່ອນໄຫວການພົວພັນຕ່າງປະເທດປະຊາຊົນລະຫວ່າງສອງປະເທດ.

ບູນມີ

ເຫດການ
302 Found

Found

The document has moved here.