ການນຳແຂວງເທືອທຽນເຫວ້ອວຍພອນບຸນສົງການປີໃໝ່ຢູ່ສອງແຂວງຂອງລາວ

14:50 | 07/04/2022

ຍ​ສ​ໝ - ວັ​ນ​ທີ 6 ເມ​ສາ​ນີ້, ເນື່ອງ​ໃນ​ໂອ​ກາດ​ບຸນ​ສົງ​ການ​ປີ​ໃໝ່​ຂອງ ສ​າ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ການ​ນຳ​ແຂວງ​ເທືອ​ທຽນ​ເຫວ້​ໄດ້​ມາ​ຢ້ຽມ​ຢາມ ແລະ ອວຍ​ພອນ​ປີ​ໃໝ່​ບັນ​ດາ​ກຳ​ລັງ​ວິ​ຊາ​ສະ​ເພາະ​ຂອງ​ສອງ​ແຂວງ​ສາ​ລະ​ວັນ ແລະ ເຊກອງ ທີ່​ກຳ​ລັງ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ເຂດ​ຊາຍ​ແດນ​ຕິດ​ຈອດ​ກັນ.

ເອກອັກຄະລັດຖະທູດ ແລະພະນັກງານສະຖານທູດຫວຽດນາມ ປະຈຳ ເຢຍລະມັນ ໄດ້ໄປຍັງສະຖານທູດລາວ ປະຈຳ Berlin ເພື່ອອວຍພອນປີໃໝ່ລາວ ເອກອັກຄະລັດຖະທູດ ແລະພະນັກງານສະຖານທູດຫວຽດນາມ ປະຈຳ ເຢຍລະມັນ ໄດ້ໄປຍັງສະຖານທູດລາວ ປະຈຳ Berlin ເພື່ອອວຍພອນປີໃໝ່ລາວ
ຫຼາຍຈຸດພິເສດໃນພິທີຕ້ອນຮັບບຸນປີໃໝ່ລາວຂອງນັກສຶກສາລາວ ຫຼາຍຈຸດພິເສດໃນພິທີຕ້ອນຮັບບຸນປີໃໝ່ລາວຂອງນັກສຶກສາລາວ

ຄະ​ນະ​ຜູ້​ແທນ​ໄດ້​ມາ​ຢ້ຽມ​ຢາມ​ຫ້ອງ​ການ​ຕຳຫຼວດ​ໂຄໄຕ, ຕາ​ວັງ, ກອງ​ຮ້ອຍ​ປ້ອງ​ກັນ​ຊາຍ​ແດນ 531, 511 ທີ່​ຂຶ້ນ​ກັບ​ແຂວງ​ເຊກອງ ແລະ ສາ​ລະ​ວັນ (ລາວ). ທ່ານ ຫງວຽນ​ວັນ​ເຟືອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ເທືອ​ທຽນ​ເຫວ້ ໄດ້​ກ່າວ​ຄຳ​ອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ບຸນ​ສົງ​ການ​ປີ​ໃໝ່​ລາວ.

ທ່ານ ເຟືອງ ໃຫ້​ຊາບ​ວ່າ: ໄລ​ຍະ​ເວ​ລາ​ຜ່ານ​ມາ ກອງ​ທະ​ຫານ​ຊາຍ​ແດນ​ແຂວງ​ເທືອ​ທຽນ​ເຫວ້ ແລະ ກອງ​ກຳ​ລັງ​ວິ​ຊາ​ສະ​ເພາະ​ຂອງ​ສອງ​ແຂວງ​ສາ​ລະ​ວັນ ແລະ ເຊກອງ ໄດ້​ມີ​ການ​ປະ​ສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໜ້າ​ທີ່​ການ​ຄຸ້ມ​ຄອງ, ປ້ອງ​ກັນ​ຊາຍ​ແດນ; ຕໍ່​ສູ້​ຕ້ານ ແລະ ສະ​ກັດ​ກັ້ນ​ການ​ກະ​ທຳ​ຜິດ​ຕ່າງໆ​ຜ່ານ​ຊາຍ​ແດນ ແລະ ຮັກ​ສາ​ຄວາມ​ສະ​ຫງົບ​, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ເຂດ​ຊາຍ​ແດນ; ພິ​ເສດ​ແມ່ນ​ໄດ້​ປະ​ສານ​ງານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ປ້ອງ​ກັນ, ຕ້ານ ແລະ ສະ​ກັດ​ກັ້ນ​ພະ​ຍາດ​ໂຄວິດ-19.

ການນຳແຂວງເທືອທຽນເຫວ້ອວຍພອນບຸນສົງການປີໃໝ່ຢູ່ສອງແຂວງຂອງລາວ
ການນຳແຂວງເທືອທຽນເຫວ້ອວຍພອນບຸນສົງການປີໃໝ່ຢູ່ສອງແຂວງຂອງລາວ

ດັ່ງ​ນັ້ນ​ຈຶ່ງ​ເປັນ​ການ​ປະ​ກອບ​ສ່ວນ​ສ້າງແນວ​ຊາຍ​ແດນຕິດ​ຈອດ​ລະ​ຫວ່າງ​ແຂວງ​ເທືອ​ທຽນ​ເຫວ້ກັບ​ສອງ​ແຂວງ​ສາ​ລະ​ວັນ ແລະ ເຊກອງ - ສ​ປ​ປ ລາວ ໃຫ້​ມີ​ສັນ​ຕິ​ພາບ, ມິດ​ຕະ​ພາບ, ສະ​ຖຽນ​ລະ​ພາບ ແລະ ຂະ​ຫຍາຍ​ຕົວ, ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ, ຄວາມ​ສະ​ຫງົບ ແລະ ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ພື້ນ​ທີ່​ເຂດ​ຊາຍ​ແດນ “ສວຍ​ສົດ​ງົດ​ງາມ ແລະ ຍືນ​ຍົງ​ຕະຫຼອດ​ໄປ”.

ທ່ານ ພູ​ທອນ ຄຳ​ມະ​ນີ​ວົງ ຮອງ​ເຈົ້າແຂວງ​ແຂວງ​ສາ​ລະ​ວັນ ໄດ້​ກ່າວ​ຂອບ​ໃຈ​ຕໍ່​ກັບ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ຄະ​ນະ​ຊີ້​ນຳ​ວຽກ​ງານ​ຊາຍ​ແດນ​ແຂວງ​ເທືອ​ທຽນ​ເຫວ້ ແລະ ກອງ​ບັນ​ຊາ​ການ​ທະ​ຫານ​ຊາຍ​ແດນ​ແຂວງ​ເທືອ​ທຽນ​ເຫວ້. ພ້ອມ​ທັງ​ຢືນ​ຢັນ​ວ່າ​ຍາມ​ໃດ​ກໍ​ຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ​ບັນ​ດາ​ກອງ​ຮ້ອຍ​ຊາຍ​ແດນ​ຕາມ​ແນວ​ຊາຍ​ແດນ​ແຜນ​ດິນ​ຕິດ​ຈອດ​ກັນ​ຂອງ​ແຂວງ​ເທືອ​ທຽນ​ເຫວ້ ເພື່ອ​ຮ່ວມ​ມື​ກັນ​ສ້າງ​ສາ​ຊາຍ​ແດນ​ທີ່​ສັນ​ຕິ​ພາບ, ມິດ​ຕະ​ພາບ, ຮ່ວມ​ມື ແລະ ຂະ​ຫຍາຍ​ຕົວ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.