ການນຳແຂວງກາເມົ່າ ຢ້ຽມຢາມ ແລະ ອວຍພອນບຸນປີໃໝ່ສົງການທີ່ແຂວງຄຳມ່ວນ (ລາວ)

20:09 | 05/04/2022

ຍ​ສ​ໝ - ວັນ​ທີ 3 ເມ​ສາ, ຄະ​ນະ​ຜູ້​ແທນ​ເຮັດ​ວຽກ​ຂອງ​ແຂວງ​ກາ​ເມົ່າ ນຳ​ໂດຍ​ທ່ານ ໂຮ່​ຈຸງ​ຫວຽດ​, ກຳ​ມະ​ການ​ຄະ​ນະ​ປະ​ຈຳ, ຫົວ​ໜ້າ​ຄະ​ນະໂຄ​ສະ​ນາ​ອົບ​ຮົມ​ແຂວງ​ກາ​ເມົ່າ ເປັນ​ຫົວ​ໜ້າ​ຄະ​ນະ ໄດ້​ມາ​ຢ້ຽມ​ຢາມ ແລະ ອວຍ​ພອນ​ບຸນ​ປີ​ໃໝ່​ສົງ​ການ​ແຂວງ​ຄຳ​ມ່ວນ, ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ (ສ​ປ​ປ) ລາວ.

ການນໍານະຄອນດ່ານັ້ງ ຢ້ຽມຢາມ ແລະອວຍພອນວັນຊາດ ລາວ ຄົບຮອບ 46 ປີ ການນໍານະຄອນດ່ານັ້ງ ຢ້ຽມຢາມ ແລະອວຍພອນວັນຊາດ ລາວ ຄົບຮອບ 46 ປີ
ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ຢ້ຽມຢາມ  ສປປ ລາວ ເພື່ອຮັດແໜ້ນການຮ່ວມມື ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ຢ້ຽມຢາມ ສປປ ລາວ ເພື່ອຮັດແໜ້ນການຮ່ວມມື

ສອງ​ຝ່າຍ​ໄດ້​ລາຍ​ງານ​ຕໍ່​ກັນ​ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ແລກ​ປ່ຽນ​ປະ​ສົບ​ການ​ການ​ຄຸ້ມ​ຄອງ​ເສດ​ຖະ​ກິດ-ສັງ​ຄົມ ໃນ​ທ້ອງ​ຖິ່ນ. ນີ້​ເປັນ​ໂອ​ກາດ​ທີ່​ສອງ​ແຂວງ​ໄດ້​ພົບ​ປະ ແລະ ຕີ​ລາ​ຄາ​ສະ​ພາບ​ການ​ຮ່ວມ​ມື​ມິດ​ຕະ​ພາບ​ໃນ​ບັນ​ດາ​ຂົງ​ເຂດ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ທີ່​ທັງ​ສອງ​ຝ່າຍ​ໄດ້​ເຊັນ​ໃນ​ເດືອນພຶດ​ສະ​ພາ 2014; ບົດ​ບັນ​ທຶກ​ການ​ຮ່ວມ​ມື​ລະ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ແຂວງ​ກາ​ເມົ່າ ແລະ ພະ​ແນກ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລ​ະ ທ່ອງ​ທ່ຽວ​ແຂວງ​ຄຳ​ມ່ວນ ໄດ້​ເຊັນ​ໃນ​ເດືອນມີ​ນາ 2018.

ການນຳແຂວງກາເມົ່າ ຢ້ຽມຢາມ ແລະ ອວຍພອນບຸນປີໃໝ່ສົງການທີ່ແຂວງຄຳມ່ວນ (ລາວ)
ການນຳແຂວງກາເມົ່າ ຢ້ຽມຢາມ ແລະ ອວຍພອນບຸນປີໃໝ່ສົງການທີ່ແຂວງຄຳມ່ວນ (ລາວ). ພາບ: camau.gov.vn

ທ່ານ ໂຮ່​ຈຸງ​ຫວຽດ ໄດ້​ສົ່ງ​ຄຳ​ອວຍ​ພອນ​ອັນ​ປະ​ເສີດ​ເຖິງ​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ຊາວ​ແຂວງ​ຄຳ​ມ່ວນ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ສົງ​ການ 2022; ສະ​ແດງ​ຄວາມ​ປາດ​ຖະ​ໜາ​ໃຫ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື, ຄວາມ​ສາ​ມັກ​ຄີ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ສອງ​ຊາດ​ ຫວຽດ​ນາມ-ລາວ ເວົ້າ​ລວມ ແລະ ລະ​ຫວ່າງງ​ສອງ​ແຂວງ ກາ​ເມົ່າ-ຄຳ​ມ່ວນ ເວົ້າ​ສະ​ເພາະ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຊຸກ​ຍູ້​ສົ່ງ​ເສີມ ແລະ ເປີດກວ້າງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ທີ່​ມີ​ປະ​ສິດ​ທິ​ຜົນ​ໃນ​ຕໍ່​ໜ້າ.

ທ່ານ ວັນ​ໄຊ ພົງ​ສະ​ຫວັນ​, ກຳ​ມະ​ການ​ສູນ​ກາ​ງ​ພັກ​ປະ​ຊາ​ຊົນປະ​ຕິ​ວັດ​ລາວ, ເລ​ຂາ​ຄະ​ນະ​ພັກ​ແຂວງ, ເຈົ້າ​ແຂວງ​ແຂວງ​ຄຳ​ມ່ວນ ໄດ້​ສົ່ງ​ຝາກ​ຄຳ​ຂອບ​ໃຈ​ເຖິງ​ການ​ນຳ​ແຂວງ​ກາ​ເມົ່າ​ທີ່​ໄດ້​ໃຫ້​ຄວາມ​ເອົາ​ໃຈ​ໃສ່ ແລະ ແຕ່ງ​ຕັ້ງ​ຄະ​ນະ​ຜູ້​ແທນ​ເຮັດ​ວຽກ​ມາ​ຢ້ຽມ​ຢາມ ແລະ ອວຍ​ພອນ​ບຸນ​ປີ​ໃໝ່​ສົງ​ການ; ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ແຂວງ​ກາ​ເມົ່າ ແລະ ແຂວງ​ຄຳ​ມ່ວນ ຈະ​ນັບ​ມື້​ນັບ​ພັດ​ທະ​ນາ​ຂຶ້ນ​ໄປ​ໃນ​ຕໍ່​ໜ້າ.

ໃນ​ໂອ​ກາດ​ນີ້, ຄະ​ນະ​ຜູ້​ແທນ​ເຮັດ​ວຽກ​ແຂວງ​ກາ​ເມົ່າ ໄດ້​ມອບ​ຂອງ​ຂວັນ​ໃຫ້​ແກ່​ແຂວງ​ຄຳ​ມ່ວນ ຊຶ່ງ​ເປັນ​ອຸ​ປະ​ກອນ​ການ​ແພດ​ຮັບ​ໃຊ້​ໃນ​ວຽກ​ງານ​ຕ້ານ ແລະ ສະ​ກັດ​ກັ້ນ​ພະ​ຍາດ​ໂຄວິດ-19 ຂອງ​ທ້ອງ​ຖິ່ນ​ແຂວງ.

ວິ​ລະ​ຊົນ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ