ຍສໝ - ທ່ານ Gareth Ward ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງລາຊະອານາຈັກອັງກິດ ແລະອຽກລັງເໜືອ ປະຈໍາ ຫວຽດນາມ ເວົ້າວ່າ, ຂ້າພະເຈົ້າປາດຖະໜາຢາກໄດ້ສົ່ງຄໍາຂອບໃຈຢ່າງຈິງໃຈມາຍັງບັນດາແພດໝໍ ແລະບັນດາອົງການຂອງລັດຖະບານຫວຽດນາມ ເພາະໄດ້ຊ່ວຍພວກຂ້າພະເຈົ້າໜູນຊ່ວຍໃຫ້ບັນດາພົນລະເມືອງອັງກິດ ໃນໄລຍະຜ່ານມາ.
ຍສໝ - ກະຊວງການຕ່າງປະເທດຫວຽດນາມ ຕັກເຕື່ອນວ່າ, ພົນລະເມືອງຫວຽດນາມ ບໍ່ຄວນໄປສິງກະໂປ ຖ້າຫາກບໍ່ມີຄວາມຈຳເປັນ ແລະ ຖ້າຫາກມີແຜນການໄປສິງກະໂປ ຫຼື ໄປຕ່າງປະເທດຄວນອັບເດັດຂໍ້ກຳນົດຂອງປະເທດນັ້ນໆ ແລະ ບັນດາບໍລິສັດການບິນ...
ຍສໝ - ນັບແຕ່ວັນທີ 16 ມີນາ 2020, ຝ່າຍຫວຽດນາມ ໄດ້ຮຽກຮ້ອງວ່າ, ຊາວຕ່າງປະເທດຢູ່ຫວຽດນາມ ກໍຄືພົນລະເມືອງຫວຽດນາມ ຕ້ອງປະຕິບັດການໃຊ້ຜ້າອັດປາກຢູ່ບັນດາເຂດສາທາລະນະທີ່ເຕົ້າໂຮມຫຼາຍຄົນຢ່າງເຂັ້ມງວດ (ຄື: ຮ້ານສັບພະສິນຄ້າ, ສະໜາມບິນ, ສະຖານີລົດໄຟ, ຂິວລົດເມ…).
ຍສໝ - ກະຊວງການຕ່າງປະເທດ ແລະ ບັນດາອົງການທີ່ຕ່າງໜ້າ ຫວຽດນາມ ໃນຊຸມມື້ຜ່ານມາໄດ້ສືບຕໍ່ເປັນເຈົ້າການ, ຕັ້ງໜ້າຜັນຂະຫຍາຍຫລາຍມາດຕະການ ເພື່ອໜູນຊ່ວຍ ແລະ ປົກປ້ອງພົນລະເມືອງ ຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກ ແລະ ທ່ອງທ່ຽວຢູ່ຕ່າງປະເທດ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ - ເປັນປະທານອາຊຽນປີ 2020 ໄດ້ຮຽກຮ້ອງບັນດາອົງການຕາງໜ້າທາງການທູດ ຂອງບັນດາປະເທດສະມາຊິກອງຊຽນປະຈຳຢູ່ປະເທດທີ 3 ໜູນຊ່ວຍດ້ານກົງສູນໃຫ້ພົນລະເມືອງອາຊຽນໃນກໍລະນີຈຳເປັນ, ກໍ່ຄືການຮ່ວມມືກັນຢ່າງມີປະສິດທິຜົນສະກັດກັ້ນຂໍ້ມູນຂ່າວທີ່ຜິດເຂວກ່ຽວກັບເຊື້ອພະຍາດ COVID-19.
ຍສໝ - ກະຊວງການຕ່າງປະເທດຫວຽດນາມ ໄດ້ເປັນເຈົ້າການ, ສົມທົບກັບສະຖານທູດຫວຽດນາມ ປະຈຳປັກກິ່ງ, ປະເທດຈີນ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງ ດຳເນີນຖ້ຽວບິນ HVN68 ອອກເດີນທາງໃນເວລາ 9 ໂມງແລງຂອງວັນທີ 9 ກຸມພາຈາກ ສະໜາມບິນ ໂນຍບາຍ (ຮ່າໂນ້ຍ) ຂົນສົ່ງສິນຄ້າ ແລະ ອຸປະກອນການແພດໄປເມືອງ Wuhan (Hubei, ປະເທດຈີນ) ໃນເວລາ 1 ໂມງຂອງວັນທີ 10 ກຸມພາ (ຕາມເວລາທ້ອງຖິ່ນ). ພາຍຫຼັງທີ່ຂົນສົ່ງ, ເຮືອບິນໄດ້ຕ້ອນຮັບພົນລະເມືອງຫວຽດນາມ 30 ຄົນ (ລວມມີນັກສຶກສາ ແລະ ຍາດຕິພີ່ນ້ອງ, ນັກທ່ອງທ່ຽວຫວຽດນາມ…) ກັບປະເທດ, ໄດ້ລົງຈອດຢູ່ສະໜາມບິນ ເວີນໂດນ ໃນເວລາ 5:04 ຂອງວັນທີ 10 ກຸມພາ.
ຍສໝ - ມາຮອດປະຈຸບັນ, ບັນດາຄະນະຕົວແທນການທູດ ຫວຽດນາມ ປະຈຳຈີນ ໄດ້ຮັບຄຳຮຽກຮ້ອງ 29 ຂໍ້ຈາກພົນລະເມືອງ ຫວຽດນາມ ໃນບໍລິເວນລະບາດພະຍາດໄວຣັດ nCoV ປາດຖະໜາຢາກກັບເມືອບ້ານ, ພິເສດແມ່ນແຂວງ Hubei. ກະຊວງການຕ່າງປະເທດກຳລັງເຮັດວຽກຮ່ວມກັບບັນດາກະຊວງທີ່ກ່ຽວຂ້ອງ ເພື່ອນຳພົນລະເມືອງຫວຽດນາມກັບຄືນມາປະເທດ.
ຍສໝ - ບັນດາພົນລະເມືອງທີ່ຫາກໍ່ໄດ້ຖືສັນຊາດຫວຽດນາມ ນັ້ນໄດ້ພ້ອມກັນຍົກຈອກເຫຼົ້າໄຫ, ອວຍພອນຊິ່ງກັນ ແລະກັນຕ້ອນຮັບປີໃໝ່ທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ອົບອຸ່ນ, ຮັກແພງກັນ.
ຫວ່າງແລ້ວນີ້, ທີ່ພະແນກພາຍໃນ ນະຄອນຫລວງວຽງຈັນ ໄດ້ຈັດພິທີມອບສັນຊາດລາວ ໃຫ້ຄົນຕ່າງປະເທດ ຫລື ຄົນທີ່ບໍ່ມີສັນຊາດ ອາໄສຢູ່ ສປປ ລາວ ແລະ ມີເງື່ອນໄຂຄົບຖ້ວນ ຕາມກົດໝາຍວ່າດ້ວຍສັນຊາດລາວ, ເຊິ່ງມອບໂດຍ ທ່ານ ບຸນໜາ ຜາທຸມມະວົງ ຫົວໜ້າພະແນກພາຍໃນ ນະຄອນຫລວງວຽງຈັນ, ມີບັນດາຜູ້ຕາງໜ້າ ຈາກຫົວໜ້າກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ, ປກສ ນະຄອນ ຫລວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຍສໝ - ວັນທີ 21 ທັນວາ, ໂດຍປະຕິບັດຕາມການມອບສິດຂອງປະທານປະເທດ ສສ ຫວຽດນາມ, ແຂວງກວາງນາມ ໄດ້ມອບຂໍ້ຕົກລົງເຂົ້າສັນຊາດຫວຽດນາມໃຫ້ແກ່ພົນລະເມືອງລາວ 20 ຄົນ.
ຍສໝ - ພາຍຫຼັງຫຼາຍປີ ທີ່ດຳລົງຊີວິດຢູ່ແຂວງ ເຫງ້ອານ, ໂດຍໄດ້ຮັບການເຫັນດີຂອງສອງປະເທດ, ປະຊາຊົນລາວ ຈຳນວນ 70 ຄົນ ໄດ້ຮັບສັນຊາດຫວຽດນາມໂດຍປະທານສາທາລະນະລັດສັງຄົມນິຍົມຫວຽດນາມ.
ຍສໝ - ມື້ວານນີ້, ຢູ່ເມືອງມົກເຈົາ ໄດ້ຈັດພິທີປະກາດ ແລະ ມອບຂໍ້ຕົກລົງ ປະທານປະເທດ ສະບັບເລກທີ 1372 / QD-CTN ລົງວັນທີ 14 ສິງຫາ 2019, ວ່າດ້ວຍ ການໃຫ້ສັນຊາດຫວຽດນາມແກ່ພົນລະເມືອງລາວ ຈຳນວນ 88 ຄົນ, ທີ່ອົບພະຍົບຢ່າງເສລີ, ແຕ່ງງານໂດຍບໍ່ຮັບອະນຸຍາດ ຢູ່ເມືອງມົກເຈົາ. ເຂົ້າຮ່ວມໃນພິທີປະກາດຄັ້ງນີ້ປະກອບມີ ຜູ້ຕາງໜ້າກະຊວງຍຸຕິທຳ; ການນຳພະແນກ, ອົງການຈັດຕັ້ງຂັ້ນແຂວງແລະ ເມືອງມົກເຈົາ.
ຍສໝ - ວັນທີ 6 ກັນຍາ, ຢູ່ເຂດພູດອຍແຂວງ ອ່າເລ໋ອຍ, ຄະນະກຳມະການປະຊາຊົນແຂວງ ເທື່ອ ທຽນ ເຫວ້ ໄດ້ຈັດພິທີປະກາດ ແລະ ມອບຄຳຕັດສິນຂອງປະທານປະເທດ ໃນການມອບສິດເຂົ້າສັນຊາດ ຫວຽດນາມໃຫ້ພົນລະເມືອງລາວ ຈຳນວນ 9 ຄົນ ທີ່ອົບພະຍົບ ຫລື ສົມລົດບໍ່ມີທະບຽນແຕ່ງງານໃນເຂດຊາຍແດນຫວຽດນາມ - ລາວ, ປະຈຸບັນອາໄສຢູ່ເມືອງ ອ່າເລ໋ອຍ.
ຍສໝ - ວັນທີ 26 ສິງຫາ, ທ່ານ Joko Widodo ປະທານາທິບໍດີ ອິນໂດເນເຊຍ ໄດ້ປະກາດວ່ານະຄອນຫຼວງໃໝ່ ຂອງປະເທດນີ້ຈະຖືກຍົກຍ້າຍຈາກ Jakarta ໃນເກາະ Java ໄປເຖິງແຂວງ Kalimantan ຕາເວັນອອກເທິງ, ແຂວງ Borneo.
ຍສມ - ອະດີດນາຍົກລັດຖະມົນຕີໄທ ທ່ານນາງ ຍິ່ງລັກ ຊິນນະວັດ ໄດ້ຮັບສະຖານະເປັນພົນລະເມືອງກວ່າໜຶ່ງເດືອນແລ້ວ ຢູ່ໃນປະເທດໜຶ່ງ ທາງພາກຕາເວັນອອກສຽງໃຕ້ ເອີຣົບ ນັ້ນຄືປະເທດ ເຊີເບຍ.
ຍສໝ - ຕອນຄໍ່າວັນທີ 5 ສິງຫາ, ທ່ານ ຫວູວັນດາດ, ປະທານຄະນະກໍາມະການປະຊາຊົນເມືອງກວານເຊີນ, ແຂວງແທັງຮວ໊າ ໃຫ້ຮູ້ວ່າອໍານາດການປົກຄອງ ຫາກໍ່ໄດ້ຮັບຈົດໝາຍທາງການຂອງເມືອງວຽງໄຊ, ແຂວງຫົວພັນ (ປະເທດລາວ) ສະເໜີ ຫວຽດນາມໜູນຊ່ວຍຊອກຫາພົນລະເມືອງລາວ ຖືກຫາຍສາບສູນຈາກໄພນໍ້າຖ້ວມ 7 ຄົນ.
ຍສໝ - ພາຍໃຕ້ການຮ່ວມເປັນສັກຂິພິຍານຂອງການນໍາກະຊວງຍຸຕິທໍາ, ການນໍາແຂວງຄໍາມ່ວນ ສປປ ລາວ, ຄະນະກໍາມະທິການປະຊາຊົນແຂວງກວາງບີ່ງທີ່ໄດ້ແຈ້ງການ ແລະ ມອບຂໍ້ຕົກລົງກ່ຽວກັບການອະນຸຍາດໃຫ້ຖືສັນຊາດຫວຽດນາມໃຫ້ແກ່ພົນລະເມືອງລາວ 18 ຄົນ ທີ່ກໍາລັງດໍາລົງຊິວີດຢູ່ແຂວງກວາງບີ່ງ.
ກະຊວງຍຸຕິທໍາຫວຽດນາມ ສົມທົບກັບຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ມອບຂໍ້ຕົກລົງຂອງປະທານປະເທດແຫ່ງ ສສ.ຫວຽດນາມ ກ່ຽວກັບເລື່ອງເຂົ້າສັນຊາດຫວຽດນາມ ໃຫ້ພົນລະເມືອງລາວ 76 ຄົນ ທີ່ສົມລົດໂດຍບໍ່ມີການຈົດທະບຽນໃນບໍລິເວນເມືອງດ້ຽນບຽນ (ແຂວງດ້ຽນບຽນ).
ໃນໂອກາດກອງປະຊຸມຜູ້ຊົງຄຸນວຸດທິ ບັນດາເຜົ່າທົ່ວປະເທດຄັ້ງທີ III ປີ 2018 ໃນວັນທີ 13 ທັນວາ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເປັນກຽດໂອ້ລົມຕໍ່ກອງປະຊຸມ, ຊຶ່ງກ່ອນອື່ນ ທ່ານໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາທ່ານຜູ້ຊົງຄຸນວຸດທິ ທີ່ໄດ້ມາຮ່ວມກອງປະຊຸມ ອັນມີຄວາມໝາຍສໍາຄັນນີ້. ພ້ອມນີ້, ທ່ານໄດ້ຝາກ ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມຮັກແພງ ແລະ ເປັນຫ່ວງເປັນໃຍຕໍ່ພີ່ນ້ອງບັນດາເຜົ່າ, ຊັ້ນຄົນ, ເພດ, ໄວທົ່ວປະເທດ ກໍຄື ພີ່ນ້ອງລາວຢູ່ຕ່າງປະເທດ.
ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ພວມສ້າງແຜນການພົບປະກັບທ່ານປະທານາທິບໍດີອາເມລິກາ Donald Trump ກ່ອນທີ່ດຳເນີນການພົບປະຂັ້ນສຸດຍອດອາເມລິກາ - ສປປ.ເກົາຫຼີ ຄາດວ່າຈະຈັດຂື້ນຢູ່ສິງກະໂປ .