ສະຖານທູດຫວຽດນາມ ປະຈຳ ລາວ ກ່າວເຕືອນພົນລະເມືອງ ຫວຽດນາມ ບໍ່ຄວນຟ້າວກັບເມືອປະເທດຍ້ອນ COVID-19

17:37 | 22/03/2020

ຍສໝ - ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ອອກປະກາດກ່າວເຕືອນ ໃຫ້ພໍ່ແມ່ປະຊາຊົນມີຄວາມ ອຸ່ນອ່ຽງໃຈ, ບໍ່ ຟ້າວກັບເມືອປະເທດ, ເພາະວ່າລັດຖະບານ ລາວ ພວມຜັນຂະຫຍາຍວຽກງານປ້ອງກັນ, ສະກັດກັ້ນເຊື້ອພະຍາດຢ່າງຕັ້ງໜ້າ.

ມາຮອດວັນທີ 21 ມີນາ ນີ້, ລັດຖະບານລາວ ຢືນຢັນວ່າ ປະເທດລາວບໍ່ໄດ້ບັນທຶກກໍລະນີຕິດເຊື້ອໃດໜຶ່ງ. ນອກຈາກນີ້, ເພື່ອປ້ອງກັນຄວາມສ່ຽງຂອງການຕິດເຊື້ອພະຍາດ Covid-19 ທີ່ເຂົ້າມາໃນລາວ, ລັດຖະບານ ສປປ.ລາວ ໄດ້ຍົກລະດັບການປ້ອງກັນພາຍໃນປະເທດໃຫ້ສູງທີ່ສຸດ, ລວມທັງມາດຕະການຕ່າງໆເຊັ່ນ: ປິດໂຮງຮຽນທຸກລະດັບ ຢ່າງຊົ່ວຄາວ, ຍົກເລີກທຸກໆເຫດການທີ່ມີຫຼາຍຄົນ, ປິດປະຕູຊາຍແດນສ່ວນໃຫຍ່ຕາມຊາຍແດນ ຫວຽດນາມ ແລະ ໄທ, ຍົກເລີກຖ້ຽວບິນສ່ວນໃຫຍ່ໄປຕ່າງປະເທດ...

ສະຖານທູດຫວຽດນາມ ປະຈຳ ລາວ ກ່າວເຕືອນພົນລະເມືອງ ຫວຽດນາມ ບໍ່ຄວນຟ້າວກັບເມືອປະເທດຍ້ອນ COVID-19

ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ອອກປະກາດກ່າວເຕືອນ ໃຫ້ພໍ່ແມ່ປະຊາຊົນມີຄວາມ ອຸ່ນອ່ຽງໃຈ, ບໍ່ຟ້າວກັບເມືອປະເທດ. (ພາບ: TTXVN)

ເພາະສະນັ້ນ, ການປະກາດຂອງສະຖານທູດ ຫວຽດນາມ ປະຈຳ ລາວ ໃຫ້ຮູ້ວ່າ: ຕໍ່ໜ້າສະພາບການໂລກລະບາດ Covid-19 ໃນໂລກພວມຜັນແປຢ່າງສັນສົນນັ້ນ, ເຖິງວ່າຍັງບໍ່ທັນມີຜູ້ໃດຕິດເຊື້ອ Covid-19 ຢູ່ ລາວກໍ່ຕາມ, ແຕ່ລັດຖະບານ ລາວ ພວມຜັນຂະຫຍາຍວຽກງານປ້ອງກັນ, ສະກັດກັ້ນເຊື້ອພະຍາດຢ່າງຕັ້ງໜ້າ. ລັດຖະບານ ລາວ ໄດ້ຍົກລະດັບການປ້ອງກັນ, ສະກັດກັ້ນໃນປະເທດຂຶ້ນລະດັບສູງສຸດ ດ້ວຍບັນດາມາດຕະການຄື: ໃຫ້ນັກຮຽນ ແຕ່ຊັ້ນອະນຸຊົນເຖິງຊັ້ນມະຫາວິທະຍາໄລໃນທົ່ວປະເທດ ພັກໂຮງຮຽນ, ຢຸດຕິຫລາຍເຫດການ, ງານບຸນທີ່ມີຄົນເຕົ້າໂຮມກັນ ຫລາຍ, ປິດປະຕູບັນດາດ່ານຊາຍແດນທ້ອງຖິ່ນ ແລະ ດ່ານປະເພນີ ເກືອບທັງໝົດກັບ ຫວຽດນາມ, ໄທ ແລະ ກຳປູເຈຍ; ໂຈະ ຖ້ຽວບິນສາກົນເປັນສ່ວນຫຼາຍ.

ແຕ່ເວລາ 00 ໂມງ 00 ນາທີຂອງວັນທີ 22 ມີນາປີ 2020. ຜູ້ເຂົ້າເມືອງຫວຽດນາມຕ້ອງປະຕິບັດຢ່າງຖືກຕ້ອງຕາມຂັ້ນຕອນການກວດສຸຂະພາບແລະປະຕິບັດການແຍກຕົວຢູ່ບ່ອນທີ່ກຳນົດໄວ້, ຍົກເວັ້ນກໍລະນີເຂົ້າເມືອງດ້ວຍຈຸດປະສົງທາງການທູດ, ທາງລັດຖະການແລະບັນດາກໍລະນີພິເສດທີ່ໄດ້ປະຕິບັດການແຍກຕົວຢ່າງເໝາະສົມຢູ່ຮາກຖານ ພັກເຊົາຕາມຂໍ້ກຳນົດ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.