ຮຽກຮ້ອງສະໜັບສະໜຸນພົນລະເມືອງໃນກຸ່ມອາຊຽນ (ASEAN) ປ້ອງກັນເຊື້ອຈຸລະໂລກ COVID-19 ໃນກໍລະນີຈຳເປັນ

11:24 | 18/02/2020

ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ - ເປັນປະທານອາຊຽນປີ 2020 ໄດ້ຮຽກຮ້ອງບັນດາອົງການຕາງໜ້າທາງການທູດ ຂອງບັນດາປະເທດສະມາຊິກອງຊຽນປະຈຳຢູ່ປະເທດທີ 3 ໜູນຊ່ວຍດ້ານກົງສູນໃຫ້ພົນລະເມືອງອາຊຽນໃນກໍລະນີຈຳເປັນ, ກໍ່ຄືການຮ່ວມມືກັນຢ່າງມີປະສິດທິຜົນສະກັດກັ້ນຂໍ້ມູນຂ່າວທີ່ຜິດເຂວກ່ຽວກັບເຊື້ອພະຍາດ COVID-19.

ຕໍ່ໜ້າສະພາບການທີ່ສັບສົນຂອງເຊື້ອພະຍາດ COVID-19, ພາຍຫຼັງການແລກປ່ຽນກັບບັນດາປະເທດສະມາຊິກອາຊຽນ, ໃນບົດບາດເປັນປະທານອາຊຽນປີ 2020, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ອອກຖະແຫຼງການຂອງປະທານອາຊຽນກ່ຽວກັບການຮັບມືລວມຂອງອາຊຽນຕໍ່ໜ້າການລະບາດຂອງເຊື້ອພະຍາດດັ່ງກ່າວ.

ປະທານອາຊຽນສະແດງຄວາມວິຕົກກັງວົນຂອງການນຳບັນດາປະເທດອາຊຽນຕໍ່ການຜັນແປທີ່ສັບສົນຂອງເຊື້ອພະຍາດ, ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຊີວິດຂອງປະຊາຊົນ ແລະ ການພັດທະນາຂອງບັນດາປະເທດອາຊຽນ ກໍ່ຄືໃນເຂດ ແລະ ທົ່ວໂລກ.

ຮຽກຮ້ອງສະໜັບສະໜຸນພົນລະເມືອງໃນກຸ່ມອາຊຽນ (ASEAN) ປ້ອງກັນເຊື້ອຈຸລະໂລກ COVID-19 ໃນກໍລະນີຈຳເປັນ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ - ປະທານອາຊຽນປີ 2020. (viettimes.vn)

ພ້ອມທັງເນັ້ນໜັກເຖິງຄວາມສາມັກຄີຂອງອາຊຽນ ແລະ ນໍ້າໃຈ “ເປັນເຈົ້າການໃນການສະໜິດຕິດພັນ ແລະ ເໝາະສົມ” ຂອງປະຊາຄົມ, ການນຳຂອງບັນດາປະເທດອາຊຽນກໍ່ໄດ້ຢືນຢັນສັນຍາໃນການຮ່ວມມືກັນຢ່າງເຂັ້ມແຂງແຮງກ້າໃນການຄວບຄຸມກວດກາ ແລະ ສະກັດກັ້ນການລະບາດຂອງເຊື້ອພະຍາດ, ຮັບປະກັນໃຫ້ປະຊາຊົນມີຊີວິດທີ່ສະຫງົບສຸກ. ຖະແຫຼງຫານກໍ່ຢືນຢັນຄວາມສາມັກຄີ ແລະ ໜູນຊ່ວຍຂອງອາຊຽນກັບຄວາມບຸກບືນຢ່າງໃຫຍ່ຫຼວງຂອງລັດຖະບານ ແລະ ປະຊາຊົນຈີນ ກໍ່ຄືປະຊາຄົມໂລກເວົ້າໂດຍທົ່ວໄປໃນການຮບມືກັບເຊື້ອພະຍາດດັ່ງກ່າວ.

ຖະແຫຼງການສະບັບດັ່ງກ່າວກໍ່ໄດ້ເນັ້ນໜັກວ່າ ບັນດາປະເທດອາຊຽນຈະສືບຕໍ່ນະໂຍບາຍເປີດປະຕູ; ເອກະສັນກັນຕໍ່ການສົມທົບໃນວຽກງານກວດກາສາທາລະນະສຸກຢູ່ດ່ານຊາຍແດນຕ່າງຽຂອງບັນດາປະເທດສະມາຊິກ; ຮຽກຮ້ອງບັນດາອົງການຕາງໜ້າທາງການທູດຂອງບັນດາປະເທດສະມາຊິກອາຊຽນປະຈຳຢູ່ປະເທດທີ3 ໜູນຊ່ວຍດ້ານກົງສູນໃຫ້ພົນລະເມືອງໃນກໍລະນີຈຳເປັນ ກໍ່ຄືການຮ່ວມມືຢ່າງມີປະສິດທິຜົນສະກັດກັ້ນຂໍ້ມູນຂ່າວທີ່ຜິດເຂວກ່ຽວກັບເຊື້ອພະຍາດ COVID-19.

(ຄໍາຮຸ່ງ)

ເຫດການ
302 Found

Found

The document has moved here.