ເມືອງວຽງໄຊ (ປະເທດລາວ) ສະເໜີ ຫວຽດນາມໜູນຊ່ວຍຊອກຫາພົນລະເມືອງລາວ ຖືກຫາຍສາບສູນຈາກໄພນໍ້າຖ້ວມ 7 ຄົນ

09:10 | 07/08/2019

ຍສໝ - ຕອນຄໍ່າວັນທີ 5 ສິງຫາ, ທ່ານ ຫວູວັນດາດ, ປະທານຄະນະກໍາມະການປະຊາຊົນເມືອງກວານເຊີນ, ແຂວງແທັງຮວ໊າ ໃຫ້ຮູ້ວ່າອໍານາດການປົກຄອງ ຫາກໍ່ໄດ້ຮັບຈົດໝາຍທາງການຂອງເມືອງວຽງໄຊ, ແຂວງຫົວພັນ (ປະເທດລາວ) ສະເໜີ ຫວຽດນາມໜູນຊ່ວຍຊອກຫາພົນລະເມືອງລາວ ຖືກຫາຍສາບສູນຈາກໄພນໍ້າຖ້ວມ 7 ຄົນ.

ເມືອງວຽງໄຊ (ປະເທດລາວ) ສະເໜີ ຫວຽດນາມໜູນຊ່ວຍຊອກຫາພົນລະເມືອງລາວ ຖືກຫາຍສາບສູນຈາກໄພນໍ້າຖ້ວມ 7 ຄົນ

ນັກຮົບກໍາລັງປະກອບອາວຸດແຂວງແທັງຮວ໊າ ຊອກຫາບັນດາຜູ້ຫາຍສາບສູນຢູ່ ລຽບຕາມຫ້ວຍຕ່າງໆໃນບໍລິເວນ. (ພາບ: bienphong.com.vn)

ໃນນັ້ນຊີ້ແຈ້ງວ່າ, ຄະນະປະຈໍາພັກເມືອງວຽງໄຊ ສະເໜີ ຄະນະປະຈໍາພັກເມືອງກວານເຊີນ ຊ່ວຍເຫຼືອ, ກວດກາ ແລະແລກປ່ຽນຂໍ້ມູນໃນການຊອກຫາກູ້ຊີບຜູ້ຫາຍສາບສູນຍ້ອນຖືກນໍ້າແກ້ງພັດໄປ ໃນຊ່ວງເວລາ 4-5 ໂມງເຊົ້າຂອງວັນທີ 3 ສິງຫາ ຢູ່ເຂດຫ້ວຍເຊຍ.

ເມືອງວຽງໄຊ (ປະເທດລາວ) ສະເໜີ ຫວຽດນາມໜູນຊ່ວຍຊອກຫາພົນລະເມືອງລາວ ຖືກຫາຍສາບສູນຈາກໄພນໍ້າຖ້ວມ 7 ຄົນ

ເຮືອນຢູ່ ຂອງປະຊາຊົນລາວ ຖືກທຳລາຍຈາກໄພນໍ້າຖ້ວມ. (ພາບ: baogiaothong.vn)

ພາຍຫຼັງເຫດເກີດຂຶ້ນ, ໃນວັນທີ 3-4 ສິງຫາ, ກອງກູ້ໄພກູ້ຊີບ ແລະບັນດາອົງການກ່ຽວຂ້ອງຂອງເມືອງວຽງໄຊ ໄດ້ໄປຊອກຫາລຽບຕາມຫ້ວຍເຊຍ ເຖິງບໍລິເວນຊາຍແດນລາວແລ້ວ, ແຕ່ວ່າມາຮອດປັດຈຸບັນຍັງບໍ່ທັນໄດ້ຮັບຜົນເທື່ອ. ຫຼັງຈາກຮັບຈົດໝາຍທາງການ, ອໍານາດການປົກຄອງເມືອງກວານເຊີນ, ແຂວງແທັງຮວ໊າ ໄດ້ແຈ້ງໃຫ້ທຸກໆຕາແສງ, ເທດສະບານເມືອງ ແລະກໍາລັງທີ່ກ່ຽວຂ້ອງ, ກໍາລັງກູ້ຊີບໃນບໍລິເວນຮັບຊາບເພື່ອກໍາແໜ້ນຂໍ້ມູນ, ສົມທົບກັນຊອກຫາ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.