ສສ ຫວຽດນາມ ມອບຂໍ້ຕົກລົງກ່ຽວກັບການອະນຸຍາດໃຫ້ຖືສັນຊາດຫວຽດນາມ ໃຫ້ແກ່ພົນລະເມືອງລາວ 18 ຄົນ

00:54 | 13/05/2019

ຍສໝ - ພາຍໃຕ້ການຮ່ວມເປັນສັກຂິພິຍານຂອງການນໍາກະຊວງຍຸຕິທໍາ, ການນໍາແຂວງຄໍາມ່ວນ ສປປ ລາວ, ຄະນະກໍາມະທິການປະຊາຊົນແຂວງກວາງບີ່ງທີ່ໄດ້ແຈ້ງການ ແລະ ມອບຂໍ້ຕົກລົງກ່ຽວກັບການອະນຸຍາດໃຫ້ຖືສັນຊາດຫວຽດນາມໃຫ້ແກ່ພົນລະເມືອງລາວ 18 ຄົນ ທີ່ກໍາລັງດໍາລົງຊິວີດຢູ່ແຂວງກວາງບີ່ງ.

ສສ ຫວຽດນາມ ມອບຂໍ້ຕົກລົງກ່ຽວກັບການອະນຸຍາດໃຫ້ຖືສັນຊາດຫວຽດນາມ ໃຫ້ແກ່ພົນລະເມືອງລາວ 18 ຄົນ

ສະຫາຍ ເລ ມີງ ເງີນ ຮອງປະທານຄະນະກໍາມະທິການປະາຊົນແຂວງກວາງບີ່ງມອບໃບຂໍ້ຕົກລົງອະນຸຍາດໃຫ້ຖືສັນຊາດຫວຽດນາມໃຫ້ແກ່ພົນລະເມືອງລາວ

ພົນລະເມືອງລາວ 18 ຄົນດັ່ງກ່າວນີ້ ປະຈຸບັນກໍາລັງ ອາໄສ ຢູ່ຕາແສງ ເຈື່ອງເຊີນ, ເຈື່ອງຊວນ, ແຂວງກວາງນີງ; ຕາແສງ ເທື້ອງແຈກ, ເມືອງໂບ້ແຈກ; ຕາແສງ ຈ້ອງຫວາ, ເຢີນຫວາ, ເມືອງ ມີງຫວາ ແລະ ຕາແສງເລີມຖຸຍ, ເມືອງເລ້ຖວຍ. ແຂວງກວາງບິ່ງ ເປັນແຂວງທໍາອິດໃນ 10 ແຂວງຊາຍແດນ ຫວຽດນາມ - ລາວ ທີ່ໄດ້ຈັດຕັ້ງປະຕິບັດ ແລະ ເຮັດສໍາເລັດເນື້ອໃນຂອງສັນຍາ ລະຫວ່າງ ລັດຖະບານຂອງສອງປະເທດ ກ່ຽວກັບການແກ້ໄຂບັນຫາຄົນອົບພະຍົບຕໍາລໍາພັງໃຈ ແລະ ການແຕ່ງງານຜິດກົດໝາຍຕາມແນວຊາຍແດນ, ພ້ອມກັນນັ້ນແຂວງກວາງບິ່ງ ກໍ່ເປັນທ້ອງຖິ່ນທໍາອິດ ທີ່ທ່ານປະທານປະເທດ ໄດ້ລົງນາມໃນຂໍ້ຕົກລົງ ອະນຸຍາດໃຫ້ພົນລະເມືອງລາວ ຖືສັນຊາດຫວຽດນາມ.

ໃນໂອກາດນີ້, ສະຫາຍ ເລ ມີງ ເງີນ ຮອງປະທານຄະນະກໍາມະທິການປະຊາຊົນແຂວງກວາງບີ່ງ ໄດ້ອວຍພອນຕໍ່ບັນດາພົນລະເມືອງລາວ ດັ່ງກ່າວທີ່ທ່ານ ປະທານປະເທດ ຫວຽດນາມ ອະນຸຍາດ ໃຫ້ຖືສັນຊາດຫວຽດນາມ ແລະ ຫວັງເປັນຢ່າງຍິ່ງວ່າ ບັນດາພົນລະເມືອງລາວດັ່ງກ່າວຈະດໍາລົງຊິວີດ ດ້ວຍຄວາມຫມັ້ນຄົງ, ມີຄວາມສຸກ, ເຄົາລົບລັດຖະທໍາມະນຸນ ແລະ ກົດໝາຍແຫ່ງ ສສ ຫວຽດນາມ; ປະຕິບັດຕາມນະໂຍບາຍຕ່າງໆຂອງພັກ ແລະ ກົດຫມາຍຂອງລັດວາງອອກ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.